ຂັບເດີນກາຕາຍຕື໋ - ສິລະປະພາແຂກທ່ອງທ່ຽວລົງຢາມແຂວງ ລອງອານ.

(VOVWORLD) -ສຽງຂັບເດີນກາຕາຍຕື໋ ກັງວານຂຶ້ນບົນແມ່ນ້ຳ ວ່າມກໍ໋ ເຊິ່ງບໍ່ພຽງແຕ່ແມ່ນວິນຍານຂອງດິນແດນແຂວງ ລອງອານ ເທົ່ານັ້ນຫາກຍັງແມ່ນຂໍກຸນແຈຄຳ ເພື່ອເປີດທິດໃຫ້ທ້ອງຖິ່ນພັດທະນາການທ່ອງທ່ຽວ. ໂດຍປະສານສົມທົບລະຫວ່າງສິລະປະພື້ນເມືອງກັບເສັ້ນທາງນ້ຳ, ແຂວງ ລອງອານ ໄດ້ສ້າງຜະລິດຕະພັນທ່ອງທ່ຽວໃໝ່ ນຳແຂກທ່ອງທ່ຽວຫຍັບເຂົ້າໃກ້ກັບການຄົ້ນຫາວັດທະນະທຳແມ່ນ້ຳລຳເຊພາກຕາເວັນຕົກ ຫວຽດນາມ 
ຂັບເດີນກາຕາຍຕື໋ - ສິລະປະພາແຂກທ່ອງທ່ຽວລົງຢາມແຂວງ ລອງອານ. - ảnh 1ລາຍການສະແດງຂັບເດີນກາຕາຍຕືບົນລຳແມ່ນ້ຳ

    ແຂວງ ລອງອານ ແມ່ນໄດ້ຮັບຖືວ່າ ແມ່ນອູ່ຂອງສິລະປະຂັບເດີນກາຕາຍຕື໋ ພາກໃຕ້ ຍ້ອນວ່າດິນແດນແຫ່ງນີ້ມີນັກຮ້ອງທີ່ມີຊື່ສຽງຫຼາຍຄົນ. ບັນດາບາດລ້ຽວທີ່ສຳຄັນໃນຂະບວນວິວັດພັດທະນາຂອງສິລະປະຂັບເດີນກາຕາຍຕື໋ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ກໍ່ລ້ວນແຕ່ມີຄວາມຜູກພັນກັບແຂວງ ລອງອານ. ຊາວແຂວງ ລອງອານ ຖືຂັບເດີນດາຕາຍຕື໋ ແມ່ນຄວາມເອກອ້າງທະນົງໃຈທາງດ້ານວັດທະນະທຳ. ການສະແດງຂັບເດີນກາຕານຕື໋ເທິງເຮືອກໍ່ໄດ້ນຳມາເຊິ່ງຄວາມສຶກສະຫງົບສຸກ ແລະ ເຕັມໄປດ້ວຍລັກສະນະວັນນະຄະດີກາບກອນ. ຍ້ອນເຫດນີ້ເອງຢູ່ເມືອງ ເຕິນຈູ໋ ແຂວງ ລອງອານ ໄດ້ເລືອກເອົາການພັດທະນາປະເພດສິລະປະນີ້ ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວທຳມະຊາດ, ວັດທະນະທຳທ້ອງຖິ່ນທັງເປັນການຍົກສູງຄຸນຄ່າມໍລະດົກໃນຊີວິດຍຸກປັດຈຸບັນ. ການຈັດຕັ້ງບັນດາລາຍການສະແດງສິລະປະຂັບເດີນກາຕາຍຕື໋ ໃນລາຍການທ່ອງທ່ຽວໃນຈຸດເວລາພິເສດ ໄດ້ສ້າງຂີດໝາຍຢ່າງຈະແຈ້ງ ດຶງດູດແຂກທ່ອງທ່ຽວຢ່າງຫຼວງຫຼາຍ ປະກອບສ່ວນໂຄສະນາເມືອງ ເຕິນຈູ໋ ປຽບເໝືອນສະຖານທີ່ທ່ອງທ່ຽວທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳເຂດທາງທິດຕາເວັນຕົກພາກໃຕ້. ທານ ໂງວັນກວັກ ຫົວໜ້າສູນວັດທະນະທຳ ຖະແຫຼງຂ່າວ ແລະ ໂທລະຄົງ ເມືອງ ເຕິນຈູ໋ ແຂວງ ລອງອານ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າອົາໃຈໃສ່ເປັນພິເສດເຖິງການສ້າງບັນດາຜະລິດຕະພັນທ່ອງທ່ຽວວັດທະນະທຳທີ່ເປັນເອກະລັກຂອງທ້ອງຖິ່ນ ເພື່ອດຶງດູດແຂກທ່ອງທ່ຽວມາຢາມເມືອງ ເຕິນຈູ໋ ພ້ອມກັນນັ້ນທາງເມືອງກໍ່ພວມຍູ້ແຮງການເຊື່ອມຕໍ່ກັບບັນດາບໍລິສັດ, ວິສາຫະກິດທ່ອງທ່ຽວ ເພື່ອພັດທະນາລາຍການທ່ອງທ່ຽວຢູ່ທີ່ນີ້”.

    ສິລະປະ ຂັບເດີນກາຕາຍຕື໋ພວມໄດ້ຮັບການຮັກສາ ແລະ ພັດທະນາຍ້ອນມີການຮ່ວມແຮງຮ່ວມໃຈຂອງລັດ ແລະ ປະຊາຊົນ. ຈາກບັນດານະໂຍບາຍໃຫຍ່ຕະຫຼອດຮອດການເຄື່ອນໄຫວທີ່ແທ້ຈິງ, ແຂວງ ລອງອານ ໄດ້ມານະພະຍາຍາມອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າປະເພດສິລະປະພື້ນເມືອງອັນລ້ຳຄ່າຂອງຊາດເທື່ອລະກ້າວ. ທ່ານ ຫງວຽນເຕິ໊ນກວັກ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ລອງອານໃຫ້ຮູ້ວ່າ ນອກຈາກມີຊັບພະຍາກອນທາງດ້ານວັດທະນະທຳທີ່ອຸດົມສົມບູນທັດຊະນີຍະພາບແມ່ນ້ຳລຳເຊທີ່ຮົກເຮື້ອ, ແຂວງ ລອງອານ ໄດ້ເອົາໃຈໃສ່ພັດທະນາສິລະປະຂັບເດີນກາຕາຍຕື໋ ໃນບັນດາການເຄື່ອນໄຫວທ່ອງທ່ຽວ ພິເສດແມ່ນບັນດາລາຍການທ່ອງທ່ຽວດ້ວຍເຮືອບົນລຳແມ່ນ້ຳ. ທ່ານ ຫງວຽນວັນຮ໋ຽນ ປະທານສະຫະສະມາຄົມທ່ອງທ່ຽວແຂວງ ລອງອານ ເປີດເຜີຍວ່າ:

“ປັດຈຸບັນ,ສະຫະສະມາຄົມທ່ອງທ່ຽວ ແລະ ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວພວມພ້ອມກັນຍູ້ແຮງການໂຄສະນາບັນດາການເຄື່ອນໄຫວທາງດ້ານການທ່ອງທ່ຽວທີ່ເປັນເອກະລັກໃຫ້ແກ່ທ້ອງຖິ່ນ. ໃນນັ້ນແຂກທ່ອງທ່ຽວທາງພາກເໜືອເມື່ອລົງຢ້ຽມຢາມນະຄອນ ໂຮ່ຈີມິນ ກໍ່ສາມາດແວ່ຢາມຢ້ຽມຊົມທັດສະນະສຶກສາຢູ່ນະຄອນ ເຕິນອານ ກໍ່ຄືຮັບຊົມທິວທັດແມ່ນ້ຳລຳເຊຢູ່ເມືອງຕ່າງໆໃນບໍລະເວນແຂວງ ລອງອານ”.

ເພື່ອແນໃສ່ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນນຄ່າທີ່ເປັນເອກະລັກຂອງສິລະປະຂັບເດີນກາຕາຍຕື໋ນັ້ນ, ແຂວງ ລອງອານ ພວມຜັນຂະຫຍາຍແຜນຮັກສາ ແລະ ພັດທະນາສິລະປະຂັບເດີນກະຕາຍຕື໋ພາກໃຕ້ແຂວງ ລອງອານ ໄລຍະທີໜຶ່ງແຕ່ປີ 2024 ຫາ 2026 ແລະ ວິໄສທັດເຖິງປີ 2030. ຕາມນັ້ນແລ້ວພ້ອມກັບການຈັດຕັ້ງການພົບປະແລກປ່ຽນ, ງານປະກວດຂັບເດີນກາຕາຍຕື໋ພາກໃຕ້, ແຂວງ ລອງອານ ໄດ້ຈັດຕັ້ງຊຸດອົບຮົມຫຼາຍຊຸດເພື່ອຖ່າຍທອດສິລະປະຂັບເດີນກາຕາຍຕື໋ໃຫ້ແກ່ນັກສິລະປິນຜູ້ມີຄວາມເມົາມົວກັບສິລະປະຂັບເດີນກາຕາຍຕື໋ນັບພັນຄົນ. ມີຜູ້ນິຍົມຊົມຊອບສິລະປະຂັບເດີນກາຕາຍຕື໋ ໃຫ້ຮູ້ວ່າ:

“ເມື່ອກ່ອນນີ້ເຮົາພຽງຂັບຮ້ອງແບບກາຣາໂອເກະ ຫຼື ຂັບຮ້ອງຢູ່ບ້ານເທົ່ານັ້ນ, ປັດຈຸບັນໄປຮຽນຂັບຮ້ອງກໍ່ໄດ້ຮັບການຖ່າຍທອດຢ່າງສຸດໃຈຈາກເອື້ອຍອ້າຍຄູ, ເຮົາກໍ່ສາມາດກຳແໜ້ນພື້ນຖານດ້ານດົນຕີບັນດາຈັງຫວະທຳນອງເພງ. ເຮົາຮູ້ສຶກມ່ວນຫຼາຍ”.

ບັນດາຄວາມມານະພະຍາຍາມຂອງບັນດາອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນໃນແຂວງພວມສືບຕໍ່ຊຸກຍູ້ການອະນຸລັກຮັກສາ ແລະ ພັດທະນາບັນດາປະເພດສິລະປະພື້ນເມືອງເຊິ່ງໄດ້ຮັບການເຊີດຊູຈາກອົງການ Unesco ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ. 

ຕອບກັບ

ຂ່າວ/ບົດ​ອື່ນ