(VOVWORLD) -ທັດສະນະກ່ຽວກັບການສ້າງພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວໜ້າ ເຂັ້ມຂົ້ນໄປດ້ວຍສີສັນຊາດ ໄດ້ຮັບການຢັ້ງຢືນຈາກພັກຄອມມູນິດ ຫວຽດນາມ ຜ່ານກອງປະຊຸມໃຫຍ່ຄັ້ງຕ່າງໆ. ໃນຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ທັດສະນະນີ້ສືບຕໍ່ໄດ້ຮັບການຢັ້ງຢືນ ແລະ ກາຍເປັນເປົ້າໝາຍຈຸດສຸມ ເພື່ອພັດທະນາວັດທະນະທຳຂອງຊາດ ໃນເງື່ອນໄຂວັດທະນະທຳໃໝ່
ບໍ່ສະເພາະແຕ່ ຮ່າໂນ້ຍເທົານັ້ນ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ກໍ່ພວກຖືຄຸນຄ່າວັດທະນະທຳ ປຽບເໝືອນປັດໄຈຂາດບໍ່ໄດ້ໃນຍຸດທະສາດພັດທະນາແບບຍືນຍົງ |
ນະຄອນຫຼວງ ຮ່າໂນ້ຍ ແມ່ນແຫ່ງເຕົ້າໂຮມສິ່ງທີ່ຍອດຍິ່ງ ແລະ ແຜ່ກະຈາຍຄຸນຄ່າອັນດີງາມທີ່ສຸດຂອງຊາດ. ຄຸນຄ່າເຫຼົ່ານີ້ສະແດງອອກຜ່ານມໍລະດົກວັດທະນະທຳທີ່ໃຫຍ່ໂຕຂອງນະຄອນຫຼວງດ້ວຍສະຖານທີ່ປະຫວັດສາດ ວັດທະນະທຳ ທິວທັດທຳມະຊາດ ຫຼາຍກວ່າ 5.900 ແຫ່ງ, ມໍລະດົກວັດທະນະທຳບໍ່ເປັນວັດຖຸ ເກືອບ 1.800ຢ່າງ ເຊິ່ງລວມມີບັນດາງານບຸນປະເພນີ, ອາຊີບຫັດຖະກຳ,ສິລະປະການສະແດງພື້ນເມືອງ ຕະຫຼອດຮີດຄອງປະເພນີການເຫຼື່ອມໃສ. ນີ້ແມ່ນແຫຼ່ງກຳລັງອັນໃຫຍ່ຫຼວງ ເພື່ອພັດທະນານະຄອນຫຼວງແບບຍືນຍົງ.ທ່ານ ບຸ່ຍຮວ່າຍເຊີນຜູ້ປະຈຳການກຳມະທິການການສຶກສາ ຂອງສະພາແຫ່ງຊາດຖືວ່າ:
“ເມື່ອເວົ້າເຖິງ ຮ່າໂນ້ຍ ແມ່ນເວົ້າເຖິງຄວາມເອກອ້າງທະນົງໃຈທາງດ້ານວັດທະນະທຳ, ເວົ້າເຖິງສູນກາງວັດທະນະທຳຂອງທົ່ວປະເທດ ສາມາດແຜ່ກະຈາຍຄຸນຄ່າວັດທະນະທຳຂອງປະເທດຊາດ ແລະ ແມ່ນຄວາມເອກອ້າງທະນົງໃຈໃຫ້ແກ່ປະເທດຊາດ. ນັ້ນແມ່ນທຶນຮອນດ້ານວັດທະນະທຳທີ່ດີທີ່ສຸດ ເມື່ອພວກເຮົາຂຸດຄົ້ນໃຫ້ແກ່ການພັດທະນາປະເທດຊາດ”.
ບໍ່ສະເພາະແຕ່ ຮ່າໂນ້ຍເທົານັ້ນ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ກໍ່ພວກຖືຄຸນຄ່າວັດທະນະທຳ ປຽບເໝືອນປັດໄຈຂາດບໍ່ໄດ້ໃນຍຸດທະສາດພັດທະນາແບບຍືນຍົງ. ຢູ່ຫຼາຍທ້ອງຖິ່ນການຟື້ນຟູບັນດາງານບຸນປເພນີ, ການຟື້ນຟູອາຊີບຫັດຖະກຳ, ການພັດທະນາທ່ອງທ່ຽວຊຸມຊົນພວມນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດໃຫ້ແກ່ປະຊາຊົນ ທັງເປັນການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງທ້ອງຖິ່ນ. ໃນລະດັບຊາດ, ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາວັດທະນະທຳ ໄລຍະ 2025 - 2030 ພວມໄດ້ຮັບການຜັນຂະຫຍາຍດ້ວຍວິໄສທັດຍຸດທະສາດ ແນໃສ່ຍົກສູງຊີວິດວັດທະນະທຳຈິດໃຈຂອງປະຊາຊົນ ທັງເປັນການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳພື້ນເມືອງ ທັງຊຸກຍູ້ການພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳ ປະກອບສາວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງປະເທດຊາດ. ທ່ານ ແທັງຮວ່າຍເຊີນ ໃຫ້ຮູ້ຕື່ມອີກວ່າ:
“ໂຄງການເປົ້າໝາຍຂອງຊາດ ກ່ຽວກັບການພັດທະນາວັດທະນະທຳ ໄດ້ວາງອອກ 10 ເປົ້າໝາຍ ໃນນັ້ນ ມີ 9 ເປົ້າໝາຍຈຸດສຸມ. ເປົ້າໝາຍເຫຼົ່ານີ້ໄດ້ສັງລວມບັນດາບັນຫາຂອງວັດທະນະທຳ ຈາກການສ້າງສິ່ງແວດລ້ອມວັດທະນະທຳ, ອະນຸລັກຮັກສາມໍລະດົກ ພັດທະນາອຸດສາຫະກຳວັດທະນະທຳ ການຮ່ວມມືສາກົນຂອງວັດທະນະທຳ... ຂົງເຂດເຫຼົ່ານີ້ຖ້າຫາກໄດ້ຮັບການລົງທຶນຢ່າງຄົບຖ້ວນ ຈະສ້າງເງື່ອນໄຂສະດວກເພື່ອພັດທະນາວັດທະນະທຳ ໃນໄລຍະບຸກບືນຂອງປະເທດຊາດ”.
ໃນຊຸມປີມໍ່ໆມານີ້, ອຸດສາຫະກຳວັດທະນະທຳໄດ້ພົ້ນເດັ່ນ ກາຍເປັນກຸ່ມຂະແໜງການນຳມາເຊິ່ງມູນຄ່າເພີ່ມສູງ, ປະກອບສ່ວນໃຫ້ແກ່ພື້ນຖານເສດຖະກິດ ພ້ອມທັງປະກອບສ່ວນເພີ່ມກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ ແລະ ໂຄສະນາພາບພົດຫວຽດນາມ ອອກສູ່ໂລກ.
“ອຸດສາຫະກຳວັດທະນະທຳ ບໍ່ພຽງແຕ່ແມ່ນການນຳເຕັກໂນໂລຢີ ເຂົ້າໃນຜະລິດຕະພັນວັດທະນະທຳເທົ່ານັ້ນ ຫາກຍັງແມ່ນວິທີນຳວັດທະນະທຳເຂົ້າໃນເຕັກໂນໂລຢີ. ວັດທະນະທຳຄວນມີບົດບາດກຳນົດທິດໃຫ້ແກ່ການພັດທະນາເຕັກໂນໂລຢີເພື່ອຮັບປະກັນວ່າ ເຕັກໂນໂລຢີຮັບໃຊ້ຢ່າງຖືກຕ້ອງໃຫ້ແກ່ຄຸນຄ່າວັດທະນະທຳມະນຸດເຊິ່ງສັງຄົມພວມເດີນຕາມ”
“ເມື່ອສ້າງ ແລະ ພັດທະນາຂະແໜງອຸດສາຫະກຳວັດທະນະທຳ, ມີ 4 ປັດໄຈທີ່ສຳຄັນ ລວມມີ ຄວາມເກັ່ງກ້າສາມາດ, ຫົວຄິດປະດິດສ້າງຂອງບັນດານັກສິລະປິນ; ທຶນຮອນດ້ານວັດທະນະທຳ; ເຕັກໂນໂລຢີ; ທັກສະການດຳເນີນທຸລະກິດ. ປັດໄຈທຶນຮອນວັດທະນະທຳຂອງພວກເຮົາແມ່ນອຸດດົມສົມບູນທີ່ສຸດ”
ດ້ວຍຄວາມສຳຄັນຂອງວັດທະນະທຳ, ຮ່າງເອກະສານຍືນສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກໄດ້ກຳນົດວ່າ ການພັດທະນາວັດທະນະທຳ ຫວຽດນາມ ທີ່ກ້າວໜ້າ ເຂັ້ມຂົ້ນໄປດ້ວຍສີສັນຊາດ ບົນພື້ນຖານລະບົບຄຸນຄ່າແຫ່ງຊາດ, ຄຸນຄ່າວັດທະນະທຳ, ຄຸນຄ່າຄອບຄົວ ແລະ ມາດຖານມະນຸດ ແມ່ນການກຳນົດທິດທີ່ສຳຄົນໃນໄລຍະໃໝ່. ວັດທະນະທຳໄດ້ເຂົ້າເຖິງຄືດັ່ງແຫຼ່ງກຳລັງພາຍໃນ, ກຳລັງໜູນ ແລະ ລະບົບດັດປັບການພັດທະນາປະເທດຊາດ, ຜູກພັນກັບຊີວິດສັງຄົມ, ເສດຖະກິດ ການສຶກສາ ແລະ ມະນຸດ. ວັດທະນະທຳເມື່ອຖືກນຳເຂົ້າເອກະສານ, ບໍ່ພຽງແຕ່ປະກອບສ່ວນກຳນົດທິດນະໂຍບາຍເທົ່ານັ້ນ ຫາກຍັງກາຍເປັນມາດຖານໃຫ້ແກ່ການສຶກສາ, ເສດຖະກິດ, ເຕັກໂນໂລຢີ ແລະ ການຄຸ້ມຄອງສັງຄົມ. ຈາກນັ້ນວັດທະນະທຳ ໄດ້ຮັບການກຳນົດແມ່ນປັດໄຈຈຸດສຸມ ສ້າງເສັ້ນທາງພັດທະນາປະເທດຊາດໃນໄລຍະຍາວ.