ຄວາມເມົາມົວກັບກອງສິລະປະຂັບເດີນກາຕາຍຕືຢູ່ເກາະໂຖຈູ

​ສິ​ລະ​ປະ​ຂັບ​ເດີນ​ກາ​ຕາຍ​ຕື ເປັນ​ສິ​ລະ​ປະ​ພື້ນ​ເມືອງ​ປະ​ເພດ​ໜຶ່ງ​ຢູ່​ພາກ​ໃຕ້​ຫວຽດ​ນາມ ຊຶ່ງ​ໄດ້​ກຳ​ເນີດ​ຂຶ້ນ​ກ່ອນ​ໜ້ານີ້ 100 ປີ. ຄຳ​ຂັບ​ຮ້ອງທີ່​ລຽບ​ງ່າຍ ແລະ ການ​ສະ​ແດງ​ທີ່​ໃກ້​ຊິດ​ກັບ​ຊາວ​ບ້ານ ໄດ້​ຊ່ວຍ​ໃຫ້ ສິ​ລະ​ປະ​ຂັບ​ເດີນ​ກາ​ຕາຍ​ຕືໄດ້​ກາຍ​ເປັນ​ອາ​ຫານ​ທາງ​ດ້ານ​ຈິດ​ໃຈ​ທີ່​ຂາດບໍ່​ໄດ້​ຂອງ​ຊາວ​ບ້ານ​ແຫ່ງນີ້. ເຂົາ​ເຈົ້າ​ມັກ ​ຂັບ​ເດີນ​ກາ​ຕາຍ​ຕືພາຍຫຼັງ​ທີ່​ອອກ​ແຮງ​ງານ​​ດ້ວຍ​ຄ​ວາມ​ອິດ​ເມື່ອຍ ເພື່ອ​ລະ​ດົມ​ກຳ​ລັງໃຈໃຫ້​ແກ່​ກັນ. ສຳ​ລັບ​ຊາວ​ບ້ານ​ຢູ່​ເກາະ​ໂຖ​ຈູ, ແຂວງ​ກຽນ​ຢາງ ກໍ​ເຊັ່ນ​ດຽວ​ກັນ, ສຽງ​ຂັບ​ຮ້ອງ ແລະ ສຽງ​ດົນ​ຕີດັງ​ກ້ອງ​ກັງ​ວານ​ໃນ​ທ່າມ​ກາງ​ທະ​ເລ ແລະ ທ້ອງ​ຟ້າ ກໍ​ເຮັດ​ໃຫ້​ຈິດ​ໃຈ​ຂອງ​ພວກ​ເຂົາ​ມີ​ຄວາມ​ອົບ​ອຸ່ນ​ຍິ່ງ​ຂຶ້ນ.     

ຄວາມເມົາມົວກັບກອງສິລະປະຂັບເດີນກາຕາຍຕືຢູ່ເກາະໂຖຈູ - ảnh 1
ສະ​ໂມ​ສອນຂັບ​ເດີນ​ກາ​ຕາຍ​ຕື ແລະ ສະ​ແດງ​ດົນ​ຕີ​ຂອງ​ສະ​ມາ​ຄົມ​ຊາວ​ກະ​ສີ​ກອນ​ ເກາະ​ໂຖ​ຈູ

     ເຂົ້າ​ຮ່ວມໃນ​ການ​ສະ​ແດງຂັບ​ຮ້ອງ​ໃນມື້ນີ້ຢູ່​ຄອບ​ຄົວລຸງ​ເລ​ເຈືອງ​ຢາງ ຢູ່ ເກາະ​ໂຖ​ຈູ ຍັງ​ມີ​ລຸງ​ ຫງວຽນ​ວັນ​ຕ້າມຢູ່ ແຣກ​ຢ້າ ມາ​ຮ່ວມ​ພ້ອມ​ກັບ​ບັນ​ດາ​ອ້າຍ​ເອື້ອຍ​ນ້ອງ​ບ້ານ​ໃກ້​ເຮືອນ​ຄຽງ​ເປັນ​ຈຳ​ນວນຫຼວງຫຼາຍ. ໃນ​ເບື້ອງ​ຕົ້ນ, ຍ້ອນ​ອາ​ລົມ​ຈິດຄວາມ​​ຮັກ​ແພງນັ້ນ, ການ​ຂັບ​ເດີນ​ກາ​ຕາຍ​ຕືໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ໃກ້​ຊິດ​ສະໜິດ​ສະ​ໜົມກວ່າ. ພາຍຫຼັງ​ໄລ​ຍະ​ໜຶ່ງ, ປະ​ຊາ​ຊົນ​ໃນ​ ເກາະ​ໂຖ​ຈູໄດ້​ສ້າງ​ຕັ້ງ​ເປັນ​ສະ​ໂມ​ສອນ, ສະ​ແດງ​ເປັນ​ປະ​ຈຳ. ນາງ ຫງວຽນ​ທິ​ຢຸງ​ເປີດ​ເຜີຍ​ວ່າ : ຢູ່​ແຫ່ງນີ້, ນອກ​ຈາກ​ເວ​ລາ​ເດີນ​ເຮືອໄປ​ຫາ​ປາ, ໄປ​ຕະຫຼາດ ແລະ ໃນ​ຍາມ​ຄ່ຳ , ເມື່ອ​ກິນ​ເຂົ້າ​ແລ້ວ, ພໍ່​ແມ່​ພີ​ນ້ອງ​ພັດ​ເຕົ້າ​ໂຮມ​ກັນຂັບ​ເດີນ​ກາ​ຕາຍ​ຕືເພື່ອ​ສ້າງ​ຄວາມ​ມ່ວນ​ຊື່ນ. ນາງ ຫງວຽນ​ທິ​ຢຸງ​ ເວົ້າ​ວ່າ : 

   “ ຂ້າ​ພະ​ເຈົ​້າ​ເຫັນ​ວ່າ ພວກ​ບາວ​ສາວ​ຢູ່ນີ້​ຂັບ​ຮ້ອງ​ມ່ວນຫຼາຍ. ການ​ດຳ​ລົງ​ຊີ​ວິດ​ໃນ​ເກາະ​​ທີ່​ຫ່າງ​ໄກແມ່ນບໍ່​ມີ​ຍັງ​ເລີຍ. ດັ່ງ​ນັ້ນ ປະ​ຊາ​ຊົນ​ໃນ​ເກາະ ໃນ​ຍາມ​ມີ​ເວ​ລາ​ວ່າງ ເຄີຍ​ເຕົ້າ​ໂຮມ​ກັນ​ຂັບ​ເດີນ​ກາ​ຕາຍ​ຕືເພື່ອ​ສ້າງ​ຄວາມ​ມ່ວນ​ຊື່ນ, ຖື​ວ່ານີ້​ແມ່ນ​ອາ​ຫານ​ທາງດ້ານຈິດ​ໃຈ​ຂອງ​ທະ​ຫານ ແລະ ປະ​ຊາ​ຊົນ​ໃນ​ເກາະ ”

    ສະ​ໂມ​ສອນຂັບ​ເດີນ​ກາ​ຕາຍ​ຕື ແລະ ສະ​ແດງ​ດົນ​ຕີ​ຂອງ​ສະ​ມາ​ຄົມ​ຊາວ​ກະ​ສີ​ກອນ​ ເກາະ​ໂຖ​ຈູ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມ​ື່ອ​ປີ 2001 ແລະ ມີ​ການ​ເຄື່ອນ​ໄຫວ​ເປັນ​ປະ​ຈຳ​ຄື​ທຸກວັນ​ນີ້, ແມ່ນ​ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫຼວງ​ຂອງ​ລຸງ ເລ​ເຈ​ືອງ​ຢາງ ຫົວ​ໜ້າ​ສະ​ໂມ​ສອນ. ລຸງ ເລ​ເຈ​ືອງ​ຢາງ ເລົ່າ​ສູ່​ຟັງ​ວ່າ ລຸງ​ໄດ້​ອອກ​ໄປ​ດຳ​ລົງ​ຊີ​ວິດ​ຢູ່ ເກາະ​ໂຖ​ຈູ​ນັບ​ແຕ່​ປີ 1993 , ຄາວ​ນັ້ນຊີ​ວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ຍັງ​ຂາດ​ເຂີນຫຼາຍ. ໂດຍ​ແມ່ນ​ຜູ້​ມີ​ລະ​ດັບ​ຄວ​າມ​ຮູ້​ເລິກ​ກ່ຽວ​ກັບ​ ສິ​ລະ​ປະ​ຂັບ​ເດີນ​ກາ​ຕາຍ​ຕື ທັງ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ສິນ​ລະ​ປະ​ວັນ​ນະ​ຄະ​ດີ ຟູ້​ກ໋ວກ, ດັ່ງ​ນັ້ນ ລຸງ ເລ​ເຈ​ືອງ​ຢາງ ຢາກ​ປະ​ກອບ​ເຫື່ອ​ແຮງ​ອັ​ນ​ນ້ອຍໆ​ຂອງ​ຕົນ​ເພື່ອ​ພ້ອມ​ກັນ​ສ້າງຊີ​ວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນໃນເກາະ​ໂຖ​ຈູ. ລຸງ ເລ​ເຈ​ືອງ​ຢາງ ເວົ້າ​ວ່າ : 
“ ເຮົາ​ແມ່ນ​ພະ​ນັກ​ງານ, ດັ່ງ​ນັ້ນ​ເຮົາ​ມີ​ຄວາມ​ຮັບ​ຜິດ​ຊອບ​ກັບ​ສັງ​ຄົມຫຼາຍກວ່າ. ຈາກນັ້ນ ຈຶ່ງ​ລົງ​ທຶນ​ເອງ ຊື້​ເຄື່ອງ​ອຸ​ປະ​ກອນ ແລ້ວ​ກໍ​ເຕົ້າ​ໂຮມ​ບັນ​ດາ​ຜູ້​ນິ​ຍົມ​ສິ​ລະ​ປະ. ທຳ​ອິດ​ພວກ​ເຮົາ​ຝຶກ​ແອບ​ຂັບ​ຮ້ອງ​ເພື່ອ​ສ້າງ​ຄວາມ​ມ່​ວນ​ຊື່ນ, ຕໍ່​ມາ​ໄດ້​ເຄື່ອນ​ໄຫວ​ໂດຍ​ພື້​ໜ​ຖານກວ່າ ແລະ​ ໄດ້ດຶງ​ດູດ​ຜູ້​ມາ​ເຂົ້າ​ຮ່ວມ​ສະ​ໂມ​ສອນຫຼາຍ​ຂຶ້ນ.  ”

    ການ​ຮັກ​ສາ​ການ​ເຄື່ອນ​ໄຫວ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ການ​ສະ​ແດງສິ​ລະ​ປະ​ຂັບ​ເດີນ​ກາ​ຕາຍ​ຕືຂອງສະ​ໂມ​ສອນ ແມ່ນ​ສິ່ງ​ທີ່ບໍ່​ງ່າຍ​ດາຍ​ສຳ​ລັບ​ຜູ້​ເປັນ​ຫົວ​ໜ້າ ແລະ ບັນ​ດ​າສະ​ມາ​ຊິກ​ໃນ​ສະ​ໂມ​ສອນ ເພາະ​ການ​ເຄື່​ອນ​ໄຫວ​ຂອງ​ສະ​ໂມ​ສອນແມ່ນ​ຂຶ້ນ​ກັບ​ວັນ​ເວ​ລາ ແລະ ວຽກ​ງານ​ຂອງ​ສະ​ມາ​ຊິກແຕ່​ລະ​ຄົນ. ມີ​ບາງ​ເວ​ລາ ຈຳ​ນວນສະ​ມາ​ຊິກ​ໃນ​ສະ​ໂມ​ສອນຂຶ້ນ​ເຖິງ 20 ຄົນ, ແຕ່​ເມື່ອ​ຂ້ອງ​ຄ່າ​ກັບ​ວຽກ​ງານ​ທຳ​ມາ​ຫາ​ກິນ, ຈຳ​ນວນສະ​ມາ​ຊິກ​ໃນ​ສະ​ໂມ​ສອນ​ຍັງ​ເຫຼືອ​ພຽງ 8 ຄົນ​ເທົ່າ​ນັ້ນ.

    ລຸງ ເລ​ເຈ​ືອງ​ຢາງ ໃຫ້​ຮູ້​ອີກວ່າ :

   “ ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ເດີນ​ຕາມ​ເຄື່ອນ​ໄຫວ​ສິ​ລະ​ປະ​ນີ້. ມີຫຼາຍ​ຄົນ​ສາ​ມາດ​ຂັບ​ຮ້ອງໄດ້​ດີ, ເຮົາ​ກໍ​ເຊີນ​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ສະ​ໂມ​ສອນ. ມີຫຼາຍ​ຄົນ​ສາ​ມາດ​ກາຍ​ເປັນ​ສະ​ມາ​ຊິກ​ຖາ​ວອນ​ໃນ​ສະ​ໂມ​ສອນ, ມີ​ບາງ​ຄົນ​ບໍ່​ສາ​ມາດ​ຂະ​ຫຍາຍ​ຕົວ​ໄດ້ ກໍ​ອອກ​ໄປ. ປະ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ຍັງ​ພະ​ຍາ​ຍາມ​ຮັກ​ສາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ໂມ​ສອນ  ”

     ສ່ວນ​ນາງ ເຈີນ​ກິມ​ຮັ່ງ ສະ​ມາ​ຊິກ​ໃນ​ສະ​ໂມ​ສອນ ໃຫ້​ຮູ້​ວ່າ :

    “ ຂ້າ​ພະ​ເຈົ້າ​ມັກ​ຂັບ​ຮ້ອງຫຼາຍ, ຢາກ​ໄປ​ສະ​ແດງຢູ່​ບ່ອນນີ້, ບ່ອນ​ນັ້ນເພື່ອ​ສ້າງ​ຄວ​າມ​ລຶ້ງ​ເຄີຍ, ແຕ່​ຍັງ​ບໍ່​ທັນ​ມີ​ເງື່ອນ​ໄຂ​ເທື່ອ. ບາງ​ຄັ້ງ​ໄປ​ພົບ​ປະ​ແລກ​ປ່ຽນ​ຢູ່ ແຂວງ​ແນ​ຢາງ ມີ​ສະ​ໂມ​ສອນ ບິນ​ມິນ. ເຫັນ​ມະ​ມາ​ຊິກກອງ​ສິ​ລະ​ປະ​ກອນນຸງ​ໂສ້ງ​ຂາວ, ເສື້ອ​ສີ​ແດງ, ຂ້າ​ພະ​ເຈົ້າກໍ​ຫວັງຢາກ​ຄືກັບ​ເຂົາ​ເຈົ້າ  ”

   ການ​ສ້າງ​ຕັ້ງ ແລະ ການ​ເຄື່​ອນ​ໄຫວຂອງ ສະ​ໂມ​ສອນຂັບ​ເດີນ​ກາ​ຕາຍ​ຕື ແລະ ສະ​ແດງ​ດົນ​ຕີ​ຂອງ​ສະ​ມາ​ຄົມ​ຊາວ​ກະ​ສີ​ກອນ​ ເກາະ​ໂຖ​ຈູ ປຽບ​ເໝືອນ​ສິ່ງລະ​ດົມ​ກຳ​ລັງ​ໃຈ ແລະ ຜູກ​ຮັກ​ລະ​ຫວ່າງ​ປະ​ຊາ​ຊົນ​ໃນ​ເກາະ. ສຽງ​ຂັບ​ຮ້ອງ ແລະ ສຽງ​ດົນ​ຕີດັງ​ກ້ອງ​ກັງ​ວານ​ໃນ​ທ່າມ​ກາງ​ທະ​ເລ ແລະ ທ້ອງ​ຟ້າ ກໍ​ເປັນ​ສິ່ງ​ກະ​ຕຸ້ນ​ໃຫ້​ຊາວ​ບ້ານ​ເພີ່ມ​ຄວາມ​ຮັກ​ບ້ານ​ເກີດ​ເມ​ືອງນອນ, ອອກ​ແຮງ​ງານ​ຢ່າງ​ຫ້າວ​ຫັນ ພ້ອມ​ກັນ​ປົກ​ປັກ​ຮັກ​ສາ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ