ງານຕະຫຼາດນັດປຶ້ມສາກົນ- ກາລະໂອກາດແນະນຳປຶ້ມຫວຽດນາມກັບເພື່ອນມິດສາກົນ

ງານ​ຕະຫຼາດ​ນັດ-ການ​ວາງ​ສະ​ແດງ​ປຶ້ມ​ສາ​ກົນ-ຫວຽດ​ນາມ​ຄັ້ງ​ທີ 5 ປີ 2015 ທີ່ຫາ​ກໍ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ໄດ້​ດຶງ​ດູດ​ຜູ້​ອ່ານ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງປະ​ເທດ​ມາ​ຊົມ​ເປັນ​ຈຳ​ນວນຫຼວງຫຼາຍ. ນີ້​ແມ່ນ​ໂອ​ກາດ​ທີ່​ດີ​ເພື່ອ​ເປີດ​ກ້​ວາງ​ການ​ພົວ​ພັນ​ຮ​່ວມ​ມື​ລະ​ຫວ່າງ​ຂະ​ແໜງ​ພິມ​ຈຳ​ໜ່າຍ​ຫວຽດ​ນາມ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ​ເພື່ອ ແນະນຳ​ປຶ້ມ​ອ່ານ​ຂອງ​ຫວຽດ​ນາມ​ກັບ​ເພື່ອນ​ມິດ​ສາ​ກົນ.

 

ງານຕະຫຼາດນັດປຶ້ມສາກົນ- ກາລະໂອກາດແນະນຳປຶ້ມຫວຽດນາມກັບເພື່ອນມິດສາກົນ - ảnh 1
ທ່ານ​ເຈືອງ​ມິນ​ຕ້ວນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ ກະ​ຊວງ​ຖະ​ແຫຼງ​ຂ່າວ​  ແລະ ​ສື່​ສານ​ຫວຽດ​ນາມກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂງານ​ຕະຫຼາດ​ນັດ-ການ​ວາງ​ສະ​ແດງ​ປຶ້ມ​ສາ​ກົນ

    ງານ​ຕະຫຼາດ​ນັດ-ການ​ວາງ​ສະ​ແດງ​ປຶ້ມ​ສາ​ກົນແມ່ນ​ການ​ເຄ​ື່ອນ​ໄຫວ​ເປັນ​ປະ​ຈຳ​ໂດຍ​ກະ​ຊວງ​ຖະ​ແຫຼງ​ຂ່າວ​  ແລະ ​ສື່​ສານ​ຫວຽດ​ນາມ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ 2 ປີ​ເທື່ອ​ໜຶ່ງ, ແນ​ໃສ່​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຫວຽດ​ນາມ​ແລກ​ປ່ຽນ, ຖອດ​ຖອນ​ບົດ​ຮຽນ​ໃນ​ການ​ຄຸ້ມ​ຄອງ, ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບການພິມ​ຈຳ​ໜ່າຍລະ​ດັບ​ໂລກ, ແນະນຳບັນ​ດາ​ຜະ​ລິດ​ຕະ​ພັນ​​ພິມ​ຈຳ​ໜ່າຍ​ຂອງບັນ​ດາ​ສຳ​ນັກ​ພິມ​ຫວຽດ​ນາມ ແລະ ຕ່າງ​ປະ​ເທດໃຫ້​ແກ່​ເພື່ອນ​ມິດ​ຫວຽດ​ນາມ ແລະ ສາ​ກົນ. ເຂົ້າ​ຮ່ວມງານ​ຕະຫຼາດ​ນັດ-ການ​ວາງ​ສະ​ແດງ​ປຶ້ມ​ສາ​ກົນຄັ້ງ​ນີ້​ມີ 200 ຮ້ານ​ວາງ​ສະ​ແດງ​ຂອງກວ່າ 100 ຫົວ​ໜ່ວຍ​ພິມ​ຈຳ​ໜ່າຍ ແລະ ຈຳ​ໜ່າຍ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

     ທ່ານ ເຈີນ​ດ​ວານ​ເລີມ ຜູ້​ອຳ​ນວຍ​ການ​ສຳ​ນັກ​ພິມ​ເທ​້ເຢີ້ຍ​ໃຫ້​ຮູ້​ວ່າ ເຂົ້າ​ຮ່ວມງານ​ຕະຫຼາດ​ນັດ-ການ​ວາງ​ສະ​ແດງ​ປຶ້ມ​ສາ​ກົນແຕ່​ລະ​ເທື່ອ ກໍ​ແມ່ນ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້​ບັນ​ດາ​ສຳ​ນັກ​ພິມໄດ້​ແລກ​ປ່ຽນ​ກັບ​ຄູ່​ຮ່ວມ​ມື​ຕ່າງ​ປະ​ເທດ​ກ່ຽວ​ກັບ​ຫວຽດ​ນາມ, ພິ​ເສດ​ແມ່ນ​ບັນ​ດາ​ສິ່ງ​ພິມ​ຮັບ​ໃຊ້​ການ​ຄົ້ນ​ຄ້​ວາ, ຮຽນ​ພາ​ສາ​ຕ່າງ​ປະ​ເທດ, ວັນ​ນະ​ຄະ​ດີໃ​ຫ້​ແກ່​ນັກ​ຮຽນ, ນັກ​ສຶກ​ສາ. ແຕ່​ວ່າ ນີ້​ຍັງ​ຄົງ​ແມ່ນ​ຄວາມ​ຄາດຫວັງພາຍຫຼັງ​ການ​ຈັດ​ຕັ້ງງານ​ຕະຫຼາດ​ນັດ-ການ​ວາງ​ສະ​ແດງ​ປຶ້ມ​​ຄັ້ງ​ຕ່າງໆ​ຢູ່​ຫວຽດ​ນາມ. ທ່ານ ເຈີນ​ດ​ວານ​ເລີມ ຜູ້​ອຳ​ນວຍ​ການ​ສຳ​ນັກ​ພິມ​ເທ​້ເຢີ້ຍ ກ່າວ​ວ່າ :

    “ງານ​ຕະຫຼາດ​ນັດ-ການ​ວາງ​ສະ​ແດງ​ປຶ້ມ​ຄັ້ງ​ຕ່າງໆ​ຖືກ​ຈັດ​ຂຶ້ນ​ເພື່ອ​ຈ​ຸດ​ປະ​ສົງ​ແນະ​ນຳ​ປຶ້ມ, ແນະ​ນຳ​ຜູ້​ແຕ່ງ​ປຶ້ມ, ບົດ​ປະ​ພັນ ແລະ ຍົກ​ສູງວັດ​ທະ​ນະ​ທຳ​ການ​ອ່ານ. ສ່ວນ​ຢູ່​ໃນງານ​ຕະຫຼາດ​ນັດອື່ນໆພັດ​ຕັ້ງ​ບັນ​ຫາຕິດ​ຕໍ່​ພົວ​ພັນ​ດ້ານ​ລິ​ຂະ​ສິດຫຼື ງານວາງ​ສະ​ແດງ​ປຶ້ມ​ເປັນ​ຕົ້ນ. ສ່ວນງານ​ຕະຫຼາດ​ນັດຂອງ​ພວກ​ເຮົາ​ພວມ​​ປະ​ສານສົມ​ທົບ​ລະ​ຫວ່າງ 2 ປັດ​ໄຈ, ທີໜຶ່ງ, ງານ​​ວາງສະ​ແດງ​ປຶ້ມແມ່ນ​ເພື່ອ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ການ​ອ່ານ, ຊຸກ​ຍູ້ວັດ​ທະ​ນະ​ທຳ​ການ​ອ່ານ, ໂຄ​ສະ​ນາ​ໃຫ້​ແກ່​ບັນ​ດາ​ສຳ​ນັກ​ພິມ, ພ້ອມ​ກັນ​ນັ້ນ, ນີ້​ກໍ​ແມ່ນ​ແຫ່ງເພື່ອ​ແລກ​ປ່ຽນ, ຊຶື້​ຂາຍ​ປຶ້ມ​”

     ໃນ​ຕົວ​ຈິງ, ຈຳ​ນວນ​ປຶ້ມ​ທີ່​ນຳ​ເຂົ​້າ​ຈາກ​ຕ່າງ​ປະ​ເທດ, ຖືກ​ແປ​ເປັນ​ພາ​ສາ​ຕ້ອງ​ການ ແລະ ພິມ​ຈຳ​ໜ່າຍຫຼາຍ​ທົບຫຼາຍ​ເທົ່າ​ເມື່ອ​ທຽບ​ໃສ່​ຈຳ​ນວນ​ປຶ້ມ​ທີ່​ຫວຽດ​ນາມ​ສົ່ງ​ອອກ​ໄປ​ຍັງ​ຕ່າງ​ປະ​ເທດ. ຜູ້​ອ່ານ​ສາ​ກົນ​ທີ່​ຮູ້​ຈັກ​ກ່ຽວ​ກັບ​ປຶ້ມ​ຫວຽດ​ນາມ​ແມ່ນ​ຍັງ​ໜ້ອຍ​ຢູ່, ນອກ​ເໜືອ​ຈາກ​ປຶ້ມ​ບາງ​ຫົວ​ທີ່​ມີ​ຊື່​ສຽງ​ຄື ເລື່ອງ​ກ່ຽວ​ຂອງ​ຫງວຽນ​ຢູ ແລະ ບາງ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີ​ທີ່​ຂຽນ​ກ່ຽວ​ກັບ​ຫົວ​ເລື່ອງ​ສົງ​ຄາມ. ທ່ານ ຮ່​ວາງ​ແອງ​ຕູ້ ຜູ້​ແຕ່ງ​ປຶ້​ມຫຼາຍ​ຫົວ​ກ່ຽວ​ກັບ​ດ້ານຈິດ​ຕະ​ທີ່ສະ​ຫງວນ​ໃຫ້​ແກ່​ຜູ້​ຫາ​ກໍເຖິງກະ​ສຽນ​ອາ​ຍຸ ຖື​ວ່າ : 

    “ ຫວຽດ​ນາມ​ມີ​ປະ​ຊາ​ກອນ 90 ລ້ານ​ຄົນ, ຂະ​ນະ​ທີ່ ວັດ​ທະ​ນະ​ທຳ​ການ​ອ່ານ​ພວມ​ຄ່ອຍໆ​ດີ​ຂຶ້ນນັ້ນ, ຂ້າ​ພະ​ເຈົ້າ​ເຊື່ອ​ແນ່ວ່າ ພວກ​ເຮົາ​ຈະ​ມີປຶ້ມຫຼາຍ​ຫົວ​ເພື່ອ​ແນະ​ນຳ​ກັບ​ເພື່ອນ​ມິດ​ສາ​ກົນ. ນັ້ນ​ແມ່ນ​ອະ​ນາ​ຄົດ​ອັນ​ໃກ້​ໆ​ນີ້. ເມື່ອ​ນັບ​ມື້​ນັບ​ມີຫຼາຍ​ຄົນ​ເຂົ້າ​ຮ່ວ​ມ​ຕະຫຼາດ​ພິມ​ຈຳ​ໜ່າຍນັ້ນ, ພວກ​ເຮົາ​ຍິ່ງ​ມີ​ໂອ​ກາດ​ທີ່​ດີ​ເພື່ອ​ເລືອກ​ເອົາ​ຜະ​ລິດ​ຕະ​ພັນ​ທີ່​ດີ ”

     ຫວຽດ​ນາມ​ໄດ​້​ເຊັນ​ບົດ​ບັນ​ທຶກ​ຮ່ວມ​ມື​ກັບ​ບັນ​ດາ​ສຳ​ນັກ​ພິມ​ຂອງ​ລັດ​ເຊຍ, ຈີນ, ລາວ, ກຸຍບ​າ, ພ້ອມ​ທັງ​ເປັນ​ສະ​ມາ​ຊິກ​ຂອງສະ​ຫະ​ສະ​ມາ​ຄົມ​ພິມ​ຈຳ​ໜ່າຍ​ອາ​ຊຽນ, ອົງ​ການລະ​ຫັດ​ປຶ້ມ​ສາ​ກົນ…ນີ້​ແມ່ນ​ເງື່ອນ​ໄຂ​ທີ່​ດີ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມືໃນ​ການ​ເຄື່ອນ​ໄຫວ ພິມ​ຈຳ​ໜ່າຍລະ​ຫວ່າງ​ຫວຽດ​ນາມ​ກັບ​ບັນ​ດາ​ປະ​ເທດ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ຕາມ​ທ່ານ ຫງວຽນ​ງອກ​ບາວ ຮອງ​ຫົວ​ໜ້າ​ກົມໆ ພິມ​ຈຳ​ໜ່າຍ, ການ​ພິມ ແລະ ຈຳ​ໜ່າຍແລ້ວ, 3 ປີ​ມານີ້, ການ​ປະ​ຕິ​ບັດລະ​ຫັດ​ປຶ້ມ​ສາ​ກົນໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ, ນີ້​ແມ​່ນ​ເງື່ອນ​ໄຂ​ຕ້ອງ​ມີ​ແບບ​ບັງ​ຄັບ​ສຳ​ລັບ​ຜະ​ລິດ​ຕະ​ພັນ​ການພິມ​ຈຳ​ໜ່າຍ​ຕ່າງໆ.

     ປຶ້ມ​ຫວຽດ​ນາມ​ຢາກ​ອອກ​ສູ່​ໂລກ​ພາຍນອກ ແມ່ນ​ຕ້ອງ​ເຂົ້າ​ຮ່ວມ​ບັນ​ດາງານ​ຕະຫຼາດ​ນັດ-ການ​ວາງ​ສະ​ແດງ​ປຶ້ມ​ສາ​ກົນຢ່າງ​ຕັ້ງ​ໜ​້າ. ເພື່ອ​ເປົ້າ​ໝາຍນີ້, ຫວຽດ​ນາມ​ໄດ້ ແລະ ພວມ​ຕ້ອງ​ກະ​ກຽ​ມ​ຈຳ​ນວນ​ປືື້ມ​ທີ່​ມີ​ຄຸນ​ນະ​ພາບ​, ແປ​ອອກ​ສູ່​ພາ​ສາ​ຕ່າງ​ປະ​ເທດ, ຍິ່ງກວ່ານັ້ນ ກໍ​ຕ້ອງ​ມີ​ຍຸດ​ທະ​ສາດ​ໂຄ​ສະ​ນາ​ທີ່​ດີ. ທ່ານ​ເຈືອງ​ມິນ​ຕ້ວນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ ກະ​ຊວງ​ຖະ​ແຫຼງ​ຂ່າວ​  ແລະ ​ສື່​ສານ​ຫວຽດ​ນາມຖື​ວ່າ :

   “ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບສາ​ກົນ​ປະ​ຈຸ​ບັນ, ຂະ​ແໜງ ພິມ​ຈຳ​ໜ່າຍ​ຫວຽດ​ນາມ​ຕ້ອງ​ຊຸກ​ຍູ້​ບັນ​ດາ​ການ​ເຄື່​ອນ​ໄຫວ​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ການພິມ​ຈຳ​ໜ່າຍອອ​ກສູ່​ຕ່າງ​ປະ​ເທດຫຼາຍກວ່າ​ອີກ ເພື່ອ​ໃຫ້​ການ​ເຄື່ອນ​ໄຫວພິມ​ຈຳ​ໜ່າຍ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ຜູກ​ຮັດ​ລະ​ຫວ່າງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ກັບ​ບ້ານ​ເກີດ​ເມືອງນອນ​ຢ່າງ​ແທ້​ຈິງ. ພ້ອມ​ກັນ​ນັ້ນ, ຈົ່ງ​ຕັ້ງ​ໜ້າ​ຂຸດ​ຄົ້ນ ແລະ ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ການພິມ​ຈຳ​ໜ່າຍ​ຂອງ​ຕ່າງ​ປະ​ເທດ​ທີ່​ມີ​ຄຸນ​ຄ່າ​ເຂົ້າ​ຫວຽດ​ນາມ ແນ​ໃສ່​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຊອກ​ຮູ້, ຄົ້ນ​ຄ້​ວາ, ຮັບ​ເອົາພູມ​ປັນ​ຍາ ແລະ ພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ແຕກ​ຕ່າງ​ກັນ​ໃນ​ໂລກ​ຂອງ​ຜູ້​ອ່ານ​ຢູ່​ພາຍ​ໃນ​ປະ​ເທດ ”

      ຜ່ານ​ການ​ຈັດ​ຕັ້ງງານ​ຕະຫຼາດ​ນັດ-ການ​ວາງ​ສະ​ແດງ​ປຶ້ມ​ສາ​ກົນ 5 ຄັ້ງ, ໄດ້​ໄຂ​ບັນ​ດາ​​ຊ່ອງ​ທາງ​ຮ່ວມ​ມື​ດ້ານ​ການ​ພິມ​ຈຳ​ໜ່າຍ. ດ້ານ​ໜຶ່ງແມ່ນ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ສຳ​ນັກ​ພິມ​ຈຳ​ໜ່າ​ຍ, ບໍ​ລິ​ສັດ​ປຶ້ມ​ຢູ່​ພາຍ​ໃນ​ປະ​ເທດ​ໄດ້​ສຳ​ພັດ​ກັບ​ບັນ​ດາ​ຫົວ​ໜ່ວຍ​ເຮັດ​ປຶ້ມ, ສະ​ຫະ​ສະ​ມາ​ຄົມ​ພິມ​ຈຳ​ໜ່າຍ​ຢູ່​ຕ່າງ​ປະ​ເທດ, ດ້ານ​ອື່ນ ກໍ​ໄດ້​ສຳ​ພັດ​ກັບ​ເຕັກ​ໂນ​ໂລ​ຢີ, ແລກ​ປ່ຽນ​ລິ​ຂະ​ສິດ. ການ​ໂຄ​ສະ​ນາ​ປຶ້ມ​ຫວຽດ​ນາມ​ຢູ່​ບັນ​ດາ​ງານ​ຕະຫຼາດ​ນັດ​ທັງ​ຈັດ​ຂຶ້ນຢູ່​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ ແມ່ນ​ເປ​ົ້າ​ໝາຍ​ສຳ​ຄັນ ຄວນ​ມຸ່ງ​ໄປ​ສູ່​ໃນ​ອະ​ນາ​ຄົດ​ໃກ້ໆ​ນີ້, ຊຶ່ງບໍ່​ພຽງ​ແຕ່​ກ້າວ​ໄປ​ເຖິງ​ການ​ສ້າງຄວາມ​ດຸ່ນ​ດ່ຽງລະ​ຫວ່າງ​ການ​ສົ່ງ​ອອກ ແລະ ນຳ​ເຂົ້າ​ປຶ້ມ​ເທົ່າ​ນັ້ນ, ຫາກ​ຍັງ​ນຳ​ປຶ້ມ​ຫວຽດ​ນາມ​ໄປ​ໂຄ​ສະ​ນາ​ຢູ່​ບັນ​ດາ​ປະ​ເທດ​ໃນ​ໂລກ​ດ້ວຍຫຼາຍ​ພາ​ສາ​ທີ່​ແຕກ​ຕ່າງກັນອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ