ທະຫານ ຫວຽດນາມ ນຳວັນບຸນເດັກມາສູ່ພວກເດັກຢູ່ ອາຟຣິກກາ
Le Phuong -  
(VOVWORLD) -ໃນຊຸມວັນຕົ້ນເດືອນ ມິຖຸນາ ຂະນະທີ່ເດັກໃນທົ່ວໂລກໄດ້ຮັບຄວາມເບີກບານມ່ວນຊື່ນໃນວັນເດັກສາກົນນັ້ນ, ຢູ່ເຂດດິນທີ່ຮ້າຍກາດຄື ຊູດັງໃຕ້, ຮອຍຍິ້ມຂອງເດັກຍາມໃດກໍ່ແມ່ນສິ່ງທີ່ຫາຍາກ. ດ້ວຍຄວາມຮັກແພງ ແລະ ຈິດໃຈແບ່ງປັນຄວາມຮັບຜິດຊອບ, ບັນດາອ້າຍທະຫານທີ່ມາຈາກ ຫວຽດນາມ ໄດ້ນຳຮອຍຍິ້ມ ແລະ ຄວາມມວນຊື່ນມາສູ່ເດັກຢູ່ແຫ່ງນີ້.
ທະຫານ ຫວຽດນາມ ໜູນຊ່ວຍອຸປະກອນການຮຽນໃຫ້ແກ່ ໂຮງຮຽນປະຖົມບ້ານປ່າ |
ການດຳລົງຊີວິດຢູ່ເຂດປ້ອງກັນສາມັນຊົນ IDP ກາມ ເຊິ່ງແມ່ນແຫ່ງດຳລົງຊີວິດຂອງຫຼາຍກວ່າ 120.000 ຄົນພວມໄດ້ຮັບຜົນສະທ້ອນຈາກການປະຖະກັນຢູ່ ຊູດັງໃຕ້ ກໍ່ເປັນພະຍານຫຼັກຖານທີ່ຈະແຈ້ງ ໃຫ້ແກ່ການເສຍປຽບເຊິ່ງເດັກຢູ່ແຫ່ງນີ້ພວມແບກຫາບໃນແຕ່ລະວັນ.
ໂຮງຮຽນປະຖົມບ້ານປ່າ ແມ່ນໃນຈຳນວນໂຮງຮຽນປະຖົມ 4 ແຫ່ງ ຢູ່ເຂດປ້ອງກັນສາມັນຊົນ ຊູດັງໃຕ້ ຍັງສາມາດຮັກສາການຮ່ຳຮຽນ. ມີນັກຮຽນຫຼາຍກວ່າ 2.200 ຄົນ ແຕ່ໂຮງຮຽນຍັງເຫຼືອພຽງແຕ່ 11 ຫ້ອງຮຽນຖືກຕັ້ງດ້ວຍສັງກະສີ ແລະ ໄມ້ເທົ່ານັ້ນ ບໍ່ມີປະຕູບໍ່ມີພັດລົມບໍ່ມີດອກໄຟ ມີພຽງກະດານດຳເພື່ອຮັບໃຊ້ຄູອາຈານ ແລະ ນັກຮຽນເທົ່ານັ້ນ. ຕໍ່ໜ້າສະພາບການດັ່ງກ່າວ ບັນດານັກຮົບພະນັກງງານ ພາລະກອນໂຮງໝໍກາງສະໜາມລະດັບ 2 ເລກ 6 ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້ ພວມເຮັດໜ້າທີ່ຢູ່ທີ່ນີ້ ໄດ້ມີການກະທຳທີ່ເຕັມໄປດ້ວຍຄວາມໝາຍນເນື່ອງໃນໂອກາດວັນເດັດສາກົນ ວັນທີ 1 ມິຖຸນາ. ບໍ່ພຽງແຕ່ໜູນຊ່ວຍໂຮງຮຽນກ່ຽວກັບວັດຖຸເຄື່ອງຂອງທີ່ຈຳເປັນຄື ກະດານ, ສໍ, ປຶ້ມຂຽນເທົ່ານັ້ນ ພະນັກງານ ຫວຽດນາມ ຍັງມອບຂອງຂວັນ 250 ພູດ ໃຫ້ແກ່ນັກຮຽນທີ່ດີເດັ່ນ. ຂອງຂັວນເຖິງວ່າ ມີມູນຄ່າໜ້ອຍກໍ່ຕາມ ແຕ່ເປັນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງສຳລັບພວກນ້ອງນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຫ່ງນີ້. ທ່ານ ກາບຣຽນ ກາດດູແອນ ຫົວວໜ້າອຳນວຍການໂຮງຮຽນປະຖົມບ້ານປ່າ ຊູດັງໃຕ້ ເປີດເຜີຍວ່າ:
“ພວກຂ້າພະເຈົ້າຕີລາຄາສູງບັນດາການເຄື່ອນໄຫວໜູນຊ່ວຍຂອງກຳລັງຮັກສາສັນຕິພາບ ຫວຽດນາມ ຢູ່ ຊູດັງໃຕ້, ພິເສດພວກເພື່ອນໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ການເຄື່ອນໄຫວໜູນຊ່ວຍການສຶກສາຂອງປະເທດພວກຂ້າພະເຈົ້າ. ການໜູນຊວຍນີ້ໄດ້ຊ່ວຍພວກເດັກເຂົ້າເຖິງພູມປັນຍາຮູ້ອ່ານ ຮູ້ຂຽນ: “
ບໍ່ພຽງແຕ່ຢຸດຢູ່ນັ້ນ, ຕໍ່ໜ້າສະພາບການໂລກອະຫິວາ ທີ່ພວມຜັນແປຢ່າງສັບສົນໃນເຂດ IDP, ຄະນະປະຕິປັດງານຍັງໜູນຊ່ວຍໂຮງຮຽນກ່ຽວກັບຢາຂ້າເຊື້ອ, ສະບູ ແລະ ຈັດຕັ້ງແນະນຳຫຼັກອານະໄມການປ້ອງກັນໂລກລະບາດໃຫ້ແກ່ຄູອາຈານ ແລະ ນັກຮຽນ. ນັ້ນບໍ່ພຽງແຕ່ເປັນຂອງຂວັນທາງດ້ານວັດຖຸເທົ່ານັ້ນ ຫາກຍັງແມ່ນເປັນການແບ່ງປັນ ແລະ ແຜ່ກະຈາຍຄວາມຮັກແພງຈາກບັນດາອ້າຍທະຫານ ຫວຽດນາມ. ຮ້ອຍຕີ ໂດ໊ທິຢ້ຽວຮ່ຽນ ນາຍທະຫານຍິງໜຸ່ມທີ່ສຸດໃນຈຳນວນນາຍທະຫານຂອງໂຮງຮຽນກາງສະໜາມລະດັບ 2 ເລກ 6 ຫວຽດນາມ ແບ່ງປັນວ່າ :
“ສິ່ງທີ່ພວກຂ້າພະເຈົ້າໄດ້ຮັບພາຍຫຼັງການເຄື່ອນໄຫວກຸສົນໂດຍສະໝັກໃຈເຊັ່ນນັ້ນ ແມ່ນຄວາມສຸກ ຍ້ອນວ່າ ເຮົາໄດ້ນຳຄວາມ່ວນຊື່ນຮອຍຍິ້ມາສູ່ເດັກຢູ່ແຫ່ງນີ້. ນີ້ແມ່ນກຳລັງໜູນອັນໃຫຍ່ຫຼວງເພື່ອໃຫ້ພວກຂ້າພະເຈົ້າສືບຕໍ່ເຮັດສຳເລັດໜ້າທີ່”.
ມາເຖິງເດືອນ ພຶດສະພາ ປີ 2025 ຫວຽດນາມ ໄດ້ແຕ່ງຕັ້ງພະນັກງງານ ພາລະກອນ 1.100 ເທື່ອຄົນ ໄປຮ່ວມການເຄື່ອນໄຫວຮັກສາສັນຕິພາບຢູ່ສາມຄະນະປະຕິບັດງານ ຢູ່ ອາຟຣິກກາກາງ, ຊູດັງໃຕ້, ຮ່າໄບ ແລະ ສຳນັກງານສະຫະປະຊາຊາດ. ເຂົາເຈົ້າພວມປະຕິບັດພາລະກຳອັນສູງສົ່ງໃນຕະຫຼອດວັນ ແລະ ຄືນຢູ່ບັນດາຈຸດຮ້ອນໃນໂລກ. ໂຮງໝໍກາງສະໜາມລະດັບ 2 ເລກ 6 ກໍ່ແມ່ນຕົວແບບບໍ່ພຽງແຕ່ນຳວິຊາສະເພາະດ້ານການແພດເທົ່ານັ້ນ ເຂົາເຈົ້າຍັງແຜ່ກະຈາຍຄຸນຄ່າແຫ່ງສັນຕິພາບຄວາມໂອບອ້ອມອາລີ. ພົນຈັດຕະວາ ຟ້າແມັ້ງຖັງ ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ ຢືນຢັນວ່າ:
“ມາຮອດປັດຈຸບັນ ໂຮງໝໍກາງສະໜາມລະດັບ 2 ຂອງ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກກຳລັງທະຫານປະສົມ ແລະ ບັນດາເພື່ອນຮ່ວມອາຊີບ. ພວກຂ້າພະເຈົ້າຍາມໃດກໍ່ຢັ້ງຢືນໄດ້ເຖິງລັກສະນະເປັນມືອາຊີບ, ນ້ຳໃຈຄວາມຮັບຜິດຊອບຢ່າງສູງ ເມື່ອປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຢູ່ສະຫະປະຊາຊາດ”.
ໃນທ່າມການດິນແດນ ອາຟຣິກກາ ທີ່ແດດຮ້ອນ ແລະ ເຕັມໄປດ້ວຍຄວາມຮ້າຍກາດ, ການປາກົດຕົວຂອງບັນດາອ້າຍທະຫານ ຫວຽດນາມ ໄດ້ ແລະ ພວມ ສ້າງຄວາມຫວັງນຳຄວາມມ່ວນຊື່ນມາສູ່ເດັກ ຊູດັງໃຕ້.
Le Phuong