ນະຄອນ ດ່າໜັງ ສະຫງວນຫຼາຍແຫຼ່ງກຳລັງເພື່ອພັດທະນາວັດທະນະທຳ.

(VOVWORLD) -ໃນອາຍຸການທີ່ຜ່ານມາ ນະຄອນ ດ່າໜັງ ເອົາໃຈໃສ່ເປັນພິເສດເຖິງການລົງທຶນພັດທະນາຂົງເຂດວັດທະນະທຳ. ພຽງໄລຍະ 5 ປີມານີ້, ນະຄອນໄດ້ລົງທຶນນັບພັນຕື້ດົ່ງ ເພື່ອບູລະນະປະຕີສັງຂອນບັນດາສະຖານທີ່ປະຫວັດສາດວັດທະນະທຳ ພ້ອມທັງປຸກສ້າງໃໝ່ຫຼາຍກິດຈະກຳວັດທະນະທຳອີກດ້ວຍ.
ນະຄອນ ດ່າໜັງ ສະຫງວນຫຼາຍແຫຼ່ງກຳລັງເພື່ອພັດທະນາວັດທະນະທຳ. - ảnh 1ຮູບປັ້ນປະທານ ໂຮ່ຈີມິນ ນັ່ງອ່ານປຶ້ມໃນບໍລິເວນຫໍສະໝຸດ ດ່າໜັງ

     ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ ແລະ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນ ດ່າໜັງ ຄັ້ງທີ I ອາຍຸການ 2025 – 2030, ນະຄອນ ດ່າໜັງ ໄດ້ເປີດສະຫຼອງຮູບປັ້ນປະທານ ໂຮ່ຈີມິນ ນັ່ງອ່ານປຶ້ມໃນບໍລິເວນຫໍສະໝຸດ ດ່າໜັງ. ນີ້ແມ່ນກິດຈະກຳພຽງແຫ່ງດຽວຢູ່ ຫວຽດນາມ ກາຍເປັນສັນຍາລັກເປັນເອກະລັກຂອງວັດທະນະທຳການອ່ານ ແລະ ນ້ຳໃຈມັກຮ່ຳຮຽນຢູ່ນະຄອນ ດ່າໜັງ. ນາງ ຫງວຽນເຟືອງຮວາ ຊາວນະຄອນ ດ່າໜັງ ເປີດເຜີຍວ່າ:

“ຂ້າພະເຈົ້າເຫັນວ່າ ໃນປັດຈຸບັນຢູ່ຫຼາຍແຫ່ງກໍ່ໄດ້ຕັ້ງຮູບປັ້ນປະທານ ໂຮ່ຈີມິນ  ແຕ່ສ່ວນຫຼາຍແມ່ນຮູບປັ້ນກ່ຽວກັບເພິ່ນພວມຢືນ, ໂບກມື ແຕ່ສະເພາະຢູ່ ດ່າໜັງ ໄດ້ຕັ້ງຮູບປັ້ນປະທານ ໂຮ່ຈີມິນ ພວມອ່ານປຶ້ມຢູ່ຫໍສະໝຸດ. ກີດຈະກຳນີ້ແມ່ນມີຄວາມໝາຍພິເສດ ຫຼໍ່ຫຼອມຈິດໃຈຮ່ຳຮຽນກໍ່ຄືອ່ານປຶ້ມສຳລັບໄວໜຸ່ມປະກອບສ່ວນພັດທະນາວັດທະນະທຳການ

ກ່ອນັ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍນະຄອນ ດ່າໜັງ ຄືວັນທີ 29 ມີນາ ປີ 1975 - ວັນທີ 29 ມີນາ ປີ 2025, ທາງນະຄອນໄດ້ຈັດພິທີເປີດຫໍພິພິທະພັນ ດ່າໜັງ ແຫ່ງໃໝ່ ມີຍອດເງິນລົງທຶນ 500 ຕື້ກວ່າດົ່ງ ເຊິ່ງແມ່ນແຫ່ງເກັບຮັກສາເອກະສານວັດຖຸພັນເກືອບ 3.000 ຢ່າງ ດ້ວຍການສົມທົບການວາງສະແດງປະເພນີກັບການແຜ່ພາບແບບທັນສະໄໝ, ພິເສດແມ່ນໝູນໃຊ້ການສາຍຮູບເງົາສາມມິຕິ (ເທບ). ເລື່ອງນະຄອນ ດ່າໜັງ ຍົກຍ້າຍຫໍພິພິທະພັນ ດ່າໜັງ ເກົ່າອອກຈາກປູຊະນີຍະສະຖານລະດັບຊາດພິເສດ ກຳແພງ ດ້ຽນຫ໋າຍ ແລະ ເອົາສຳນັກງານສະພາປະຊາຊົນນະຄອນມາປຸກສ້າງຫໍພິພິທະພັນ ດ່າໜັງ ແຫ່ງໃໝ່ ແມ່ນການຕັດສິນຂີດໝາຍບາດກ້າວຫັນປ່ຽນໃນການກໍ່ສ້າງ ອະນຸລັກເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ. ທ່ານ ຮວິ່ງດິງກວັກທ້ຽນ ຜູ້ອຳນວຍການຫະພິພິທະພັນ ດ່າໜັງ ໃຫ້ຮູ້ວ່າ:

“ໂຄງການໄດ້ບູລະນະປະຕິສັງຂອນ ຟື້ນຟູປູຊະນີຍະສະຖານລະດັບຊາດພິເສດກຳແພງ ດ້ຽນຫ໋າຍ ເຊິ່ງໄດ້ປະຕິບັດສຳເລັດໄລຍະທີໜຶ່ງ ແລະ ຄາດວ່າຈະກໍ່ສ້າງສຳເລັດໃນປີນີ້”.

ໃນອາຍຸການທີ່ຜ່ານມາ ນະຄອນ ດ່າໜັງ ໄດ້ສະຫງວນຫຼາຍແຫຼ່ງກຳລັງເພື່ອລົງທຶນໃນຂົງເຂດວັດທະນະທຳ. ທາງນະຄອນໄດ້ລົງທຶນນັບພັນຕື້ດົ່ງ ເພື່ອປຸກສ້າງໃໝ່ບູລະນະປະຕິສັງຂອນປູຊະນີຍະສະຖານປະຫວັດສາດ, ບັນດາກິດຈະກຳວັດທະນະທຳ. ນະຄອນ ດ່າໜັງ ກໍ່ຫາກໍ່ອະນຸມັດຜ່ານແຜນນະໂຍບາຍລົງທຶນໂຄງການກໍ່ສ້າງສູນວັດທະນະທຳຮູບເງົາ. ໂຄງການແມ່ນມຸ່ງໄປສູ່ການສ້າງຮາກຖານວັດທະນະທຳທີ່ທັນສະໄໝ ກາຍເປັນເຂດຈັດຕັ້ງບັນດາເຫດການການເມືອງ, ງານບຸນຂອງນະຄອນ. ທ່ານນາງ ຫງວຽນທິແອັງທີ ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໃຫ່ຮູ້ວ່າ:

“ນະຄອນ ດ່າໜັງ ໄດ້ສ້າງບັນດາແຜນການ ແລະ ພິເສດໃນໄລຍະຜ່ານມາຫາກໍ່ປະກາດໃຊ້ແຜນພັດທະນາສູນຮູບເງົາຂອງນະຄອນ ກໍ່ຄືແຜນພັດທະນາຂະແໜງອຸດສາຫະກຳວັດທະນະທຳຮູບເງົາຂອງນະຄອນ ດ່າໜັງ. ແນນອນວ່າ ໃນອະນາຄົດ, ນະຄອນ ດ່າໜັງ ຍັງຈະມີບັນດາແຜນການລະອຽດ ເພື່ອສົ່ງເສີມພັດທະນານະຄອນ ດ່າໜັງ ກາຍເປັນໜຶ່ງໃນບັນດາສູນກາງວັດທະນະທຳຮູບເງົາໃນທົ່ວປະເທດ”.

 ນະຄອນ ດ່າໜັງ ໄດ້ກຳນົດການພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳ ດ່າໜັງ ກາຍເປັນສູນກາງວັດທະນະທຳສິລະປະ, ຄົ້ນຄວ້າວິທະຍາສາດ ແລະ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທາງດ້ານວັດທະນະທຳສິລະປະ ຂອງເຂດຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງ. ທາງນະຄອນຈະເອົາໃຈໃສ່ອະນຸລັກເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ ພິເສດແມ່ນບັນດາມໍລະດົກ ເຊິ່ງອົງການ Unesco ໄດ້ຮັບຮອງ. ນະຄອນ ດ່າໜັງ ວາງເປົ້າໝາຍເຖິງປີ 2030 ປູຊະນີຍະສະຖານທັງໝົດທີ່ໄດ້ຮັບການຢັ້ງຢືນ  ຈະໄດ້ຮັບການບູລະນະປະຕິສັງຂອນມໍລະດົກບໍ່ເປັນວັດຖຸທັໝົດໃນບັນຊີລາຍຊື່ ມໍລະດົກລະດັບຊາດ ໄດ້ຮັບການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າ.

ຕອບກັບ

ຂ່າວ/ບົດ​ອື່ນ