ນຳຄຸນຄ່າທາງດ້ານວັດທະນະທຳພື້ນເມືອງເຂົ້າໃນຜະລິດຕະພັນດົນຕີ ທັນສະໄໝ - ທິດກ້າວເດີນແທດເໝາະຂອງດົນຕີຫວຽດນາມ

(VOVWORLD) -         ການປະສົມປະສານລະຫວ່າງດົນຕີທັນສະໄໝ ແລະ ປັດໄຈວັດທະນະທຳພື້ນເມືອງໄດ້ກາຍເປັນປາກົດການທີ່ເປັນໜ້າສົນໃຈໃນພື້ນຖານດົນຕີ ຫວຽດນາມປັດຈຸບັນ. ບໍ່ພຽງແຕ່ເປັນການສືບທອດ ແລະ ເຊີດຊູຄຸນຄ່າວັດທະນະທຳພື້ນເມືອງເທົ່ານັ້ນ, ທ່າອ່ຽງນີ້ຍັງສະແດງໃຫ້ເຫັນການປະດິດຄິດສ້າງ ແລະ ປ່ຽນແປງໃໝ່ຢ່າງແຂງແຮງໃນຂະແໜງອຸດສາຫະກຳດົນຕີຂອງຫວຽດນາມ. ໄດ້ມີນັກຮ້ອງນັກດົນຕີຫຼາຍຄົນປະສົບຜົນສຳເລັດຕາມທິດກ້າວເດີນນີ້ ຜ່ານນັ້ນໄດ້ປະກອບສ່ວນສ້າງຄວາມຫຼາຍຮູບຫຼາຍສີ ແລະ ຟົດຟື້ນໃຫ້ແກ່ຊີວິດທາງດ້ານດົນຕີ ພ້ອມທັງນຳວັດທະນະທຳພື້ນເມືອງ ແຜ່ກະຈາຍໃນຊີວິດທັນສະໄໝຢ່າງບໍ່ຢຸດຢັ້ງ 
ນຳຄຸນຄ່າທາງດ້ານວັດທະນະທຳພື້ນເມືອງເຂົ້າໃນຜະລິດຕະພັນດົນຕີ ທັນສະໄໝ - ທິດກ້າວເດີນແທດເໝາະຂອງດົນຕີຫວຽດນາມ - ảnh 1ນັກຮ້ອງ ຮວ່າມິນຊີ ໄດ້ປະສານຫຼາຍປັດໄຈພື້ນເມືອງ ເຂົ້າໃນ ຜະລິດຕະພັນດົນຕີໃໝ່

     ນັບແຕ່ເວລາສະເໜີໂຕໃຫ້ຜູ້ຊົມເມື່ອເດືອນມີນາເປັນຕົ້ນມາ, ວີແດວດົນຕີ “ບັກປຣິງ” ໂດຍນັກຮ້ອງ ຮວ່າມິນຊີ ສົມທົບກັບສິລະປິນດີເດັນ ຊວັນຮິງ ແລະ ແຣັບເປີ ຕ໊ວນກຣາຍ ໄດ້ກາຍເປັນປາກົດການຂອງພື້ນຖານດົນຕີ ຫວຽດນາມ. ໃນທ່າມກາງທຳນອງທັນສະໄໝ, ບັນດາສິລະປິນ ໄດ້ປະສານຫຼາຍປັດໄຈພື້ນເມືອງ ອັນໄດ້ເຮັດໃຫ້ຜະລິດຕະພັນດົນຕີນີ້ ສາມາດເຂົ້າເຖິງ ແລະ ດຶງດູດມວນຊົນໃນທຸກເພດທືທຸກໄວ. 

         ບົດເພງບໍ່ພຽງແຕ່ໄດ້ຮັບຄວາມສົນໃຈຢູ່ ຫວຽດນາມ ເທົ່ານັ້ນຫາກຍັງໄດ້ຮັບຄວາມນິຍົມຊົມຊອບຂອງມວນຊົນຕ່າງປະເທດອີກດ້ວຍ ຂະນະທີ່ມີຜູ້ຊົນຫຼາຍກວ່າ 63 ລ້ານເທື່ອຄົນ ພາຍຫຼັງສະເໜີໂຕເປັນເວລາສອງອາທິດ ອັນໄດ້ນຳໜ້າໃນຕາຕະລາງຈັດອັນດັບຟັງດົນຕີທາງອອນລາຍຢູ່ ຫວຽດນາມ ຢືນອັນດັບທີ 15 ກ່ຽວກັບບົດເພງໄດ້ຮັບຟັງຫຼາຍກວ່າໝູ່ໃນອາທິດໃນທົ່ວໂລກ, ຈັດຢູ່ໃນຈຳນວນ 20 ບົດເພງທີ່ພົ້ນເດັ່ນໃນອາທິດຢູ່ບັນດາປະເທດ ແລະ ເຂດແຄວ້ນໃນໂລກ, ຕີລາຄາກ່ຽວກັບຜະລີດຕະພັນດົນຕີນີ້, ນັກດົນຕີ ຢ໊າງຊອນ ຖືວ່າ:

       “MV ທັງໝົດກໍ່ລ້ວນແຕ່ເຮັດຕາມເປັນເອກະພາບ ນັບທັງກ່ຽວກັບບົດເພງ, ຖ່າຍທຳ ແລະ ຈັດສ້າງຮູບພາບ ແລ້ວກໍ່ຮອດຊຸດອາພອນ, ດົນຕີລ້ວນແຕ່ແມ່ນຈັງຫວະຊົນເຜົ່າທັນສະໄໝ. ນີ້ແມ່ນ MV ທີ່ສົມບູນແບບພໍສົມຄວນ ແລະ ເປັນສິ່ງທີ່ຈັບໃຈກວ່າໝູ່ ນັ້ນແມ່ນການສະແດງໃຫ້ເຫັນຄວາມຮັກຂອງບຸກຄົນໜຶ່ງ ທີ່ຍາມໃດກໍ່ອວ່າຍໜ້າເມືອຫາບ້ານເກີດເມືອງນອນ. ຜ່ານ MV ເພື່ອໃຫ້ທຸກໆຄົນຮູ້ຈັກເຖິງ ບັກນິງ ເຊິ່ງແມ່ນດິແດນທີ່ສັກສິດ ແລະ ນີ້ກໍ່ແມ່ນວິທີເພື່ອໂຄສະນາການທ່ອງທ່ຽວຢູ່ບັກນິງຢ່າງດີທີ່ສູດ”.

     ເລື່ອງເຮັດໃຫ້ດົນຕີພື້ນເມືອງມີຄວາມໃໝ່ອ່ຽມ ສົມທົບລະຫວ່າງປັດໄຈວັດທະນະທຳພື້ນເມືອງກັບທັນສະໄໝ, ນັກສິລະປີນລຸ້ນອາຍຸສູງສົມທົບສະແດງພ້ອມກັບນັກຮ້ອງໜຸ່ມກໍ່ແມ່ນວິທີ ເຊິ່ງມີນັກສິລະປິນຫຼາຍຄົນປະຕິບັດໃນໄລຍະທີ່ຜ່ານມາ                                           

      ມີນັກຮ້ອງໜຸ່ມບາງຄົນປະສົບຜົນສຳເລັດ ຂະນະທີ່ໄດ້ເດີນຕາມວິທີນີ້ ຫຼື ມີການສົມທົບລະຫວ່າງດົນຕີພື້ນເມືອງກັບທຳນອງ ປ໊ອບ, ແຣັບ, ເວີນມູຊິກ ໃນບັນດາຜະລິດຕະພັນດົນຕີ                   

       “ຂ້າພະເຈົ້າຊົມຊອບບົດເພງ ຍູ້ກວ່ຽນງົວ ຂອງ ເຟືອງໝີຈີ ໄດ້ນຳວັດທະນະທຳພື້ນເມືອງ ຫວຽດນາມ ກໍ່ຄືດົນຕີທັນສະໄໝເຂົ້າໃນບົດເພງ ຂ້າພະເຈົ້າຮູ້ສຶກມີຄວາມປະທັບໃຈທີ່ສຸດ”.

      ຕາມນັກຄົ້ນຄວ້າດົນຕີ ຫງວຽນກວາງລອງ ແລ້ວ, ການສົມທົບຢ່າງມີຫົວຄິດປະດິດສ້າງ ແລະ ເປັນໜ້າປະທັບໃຈຂອງບັນດານັກຮ້ອງໜຸ່ມໃນປັດຈຸບັນ ພວມແມ່ນທິດກ້າວເດີນໃໝ່ ເພື່ອໃຫ້ບັນດາເພື່ອນໜຸ່ມປ່ຽນແປງວິທີສັງເກດກ່ຽວກັບສິລະປະພື້ນເມືອງ. ທ່ານ ຫງວຽນກວາງລອງ ເວົ້າວ່າ:

       “ຂ້າພະເຈົ້າຄິດວ່າ ຄຸນຄ່າທາງດ້ານດົນຕີພື້ນເມືອງ ແມ່ນເປັນເອກະລັກທີ່ສຸດ. ດົນຕີທັນສະໄໝມີຫຍັງແດ່, ດົນຕີພື້ນເມືອງຂອງພວກເຮົາກໍ່ລ້ວນແຕ່ມີອັນນັ້ນ, ຍົກຕົວຢ່າງຄືບັນດາບົດເພງພື້ນເມືອງຂະນະທີ່ປະສານສົມທົບກັບດົນຕີຕື່ມອີກ ກໍ່ສາມາດຕອບສະໜອງຕາມທ່າອ່ຽງຂອງບັນດາເພື່ອນໜຸ່ມໃນປັດຈຸບັນ”.

     ໃນຂະນະນັ້ນ, ທ່ານ ປອ ດົນຕີ ຫງວຽນແຄັ໊ງລີ ອາຈານສັງກັດພະແນກດົນຕີ ສະຖາບັນດົນຕີແຫ່ງຊາດ ຫວຽດນາມ ຖືວ່າ:

      “ເລື່ອງຂຸດຄົ້ນຢ່າງລະອຽດອ່ອນ ແລະ ມີການເລືອກເຟັ້ນກ່ຽວກັບດົນຕີພື້ນເມືອງ ບໍ່ພຽງແຕ່ຊ່ວຍໃຫ້ດົນຕີ ຫວຽດນາມ ມີລັກສະນະເລິກເຊິ່ງເປັນເອກະລັກເທົ່ານັ້ນ ຫາກຍັງຊ່ວຍໃຫ້ຜູ້ຟັງສາມາດເຂົ້າໃຈໄດ້ເຖິງສີສັນວັດທະນະທຳຂອງຊາດ ຫວຽດນາມໂດຍຜ່ານບັນດາບົດເພງພື້ນເມືອງ”.

       ການນຳວັດທະນະທຳພື້ນເມືອງຂອງຊາດ ຫວຽດນາມ ເຂົ້າໃນບັນດາຜະລິດຕະພັນວັດທະນະທຳໄດ້ເປັນການຢັ້ງຢືນລັກສະນະບໍ່ປ່ຽນແປງໃນບັນດາຄຸນຄ່າສີສັນຂອງຊາວຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ