ປະເພນີຜູກສ່ຽວ, ຈຸດຄວາມງາມດ້ານວັດທະນະທຳເຂດບ້ານນາພາກເໜືອ

ປະເພນີຜູກສ່ຽວ, ຈຸດຄວາມງາມດ້ານວັດທະນະທຳເຂດບ້ານນາພາກເໜືອ - ảnh 1
ປະ​ເພນີ​ຜູກ​ສ່ຽວລະຫວ່າງບັນດາໝູ່ບ້ານເກົ່າຢູ່ເຂດ ພາກເໜືອ
(ພາບ: baobacgiang)
   
    ປະ​ເພນີ​ຜູກ​ສ່ຽວລະຫວ່າງບັນດາໝູ່ບ້ານເກົ່າ ໄດ້ມີມາແຕ່ດົນນານຢູ່ເຂດ ພາກເໜືອ ຊຶ່ງ​ແມ່ນ​ແຫ່ງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ອູ່​ວັດທະນະທຳ​ຢູ່​ເຂດ​ທົ່ງພຽງ​ພາກ​ເໜືອ​ຫວຽດນາມ. ຜ່ານ​ໄລຍະ​ປະຫວັດສາດ​ນັບ​ພັນ​ປີ ດ້ວຍ​ການ​ປ່ຽນ​ແປງ​ໃໝ່​ຫຼາຍ​ຢ່າງ​ໃນ​ການ​ດຳລົງ​ຊີ​ວິດ, ຈຸດ​ຄວາມ​ງາມ​ດ້ານ​ວັດທະນະທຳ​ນີ້​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຈາກ​ປະຊາຊົນ​ຢູ່​ແຫ່ງ​ນີ້.   ​

      ​ເຂດ​ພາກ​ເໜືອ​ຫວຽດນາມ​ແມ່ນ​ແຫ່ງ​ທີ່​ມີ 3 ​ເມືອງ​ຫຼວງ​ເກົ່າ​ຂອງ​ຫວຽດນາມ ຊຶ່ງ​ລວມມີ​ບາງ​ໝູ່​ບ້ານ​, ຕາ​ແສງຢູ່​ບັນດາ​ແຂວງ : ບັກ​ຢາງ, ບັກ​ນິງ, ​ແລະ ບໍລິ​ເວນ​ຕິດ​ກັບ​ຮ່າ​ໂນ້ຍ. ນີ້​ແມ່ນ​ເຂດ​ວັດທະນະທຳ​ທີ່​ມີ​ມາ​ແຕ່​ດົນ​ນານ​ຢູ່​ຫວຽດນາມ. ກໍ​ເຊັ່ນ​ດຽວ​ກັນ​ກັບ​ບັນດາ​ໝູ່​ບ້ານ​ເຂດ​ບ້ານ​ນາ​ທີ່​ເຂດ​ທົ່ງພຽງພາກ​ເໜືອ, ໝູ່​ບ້ານ​ທີ່​ທີ່ມີມາ​ແຕ່​ດົນ​ນານ​ຢູ່​ເຂດ​ພາກ​ເໜືອ​ເຄີຍ​ຕິດ​ພັນ​ກັບ​ຮູບ​ພາບ​ປະຕູ​ໂຂງ​ໝູ່​ບ້ານ ​ແລະ ​ແຖວ​ກົກ​ໄມ້​ໄຜ່​ອ້ອມ​ຮອບໝູ່​ບ້ານ. ​ແຕ່ລະ​ໝູ່​ບ້ານ​ລ້ວນ​ແຕ່​ມີ​ບັນດາ​ຮີດ​ຄອງປະ​ເພນີ ພ້ອມ​ກັບ​ກົດ​ລະບຽບ​ສະ​ເພາະ​ຂອງ​ໝູ່​ບ້ານ​ຕົນ. ມີ​ບັນດາ​ເລື່ອງ​ລາວ, ຮີດຄອງປະ​ເພນີ​ວັດທະນະ​ທຳ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ອັນ​ສູງ​ສົ່ງ​ທີ່ບໍ່​ສາມາດ​ຊອກ​ຫາ​ຢູ່​ແຫ່ງ​ອື່ນ​ໄດ້. ຍົກ​ຕົວຢ່າງ​ຄື​ການ​ຜູກ​ສ່ຽວ​ລະຫວ່າງ​ໝູ່​ບ້ານ ຟຸກລິງ ​ແລະ ໝູ່​ບ້ານ​ເຮືອງ​ເກົາ​ທີ່​ຂຶ້ນ​ກັບ​ຕາ​ແສງ​ເຮືອງ​ເລີມ, ເມືອງຫຽບຮ່ວາ, ​ແຂວງ​ບັກ​ຢ່າງ, ກໍ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະກົດ​ການ​ຂອງ​ຮີດຄອງ​ປະ​ເພນີ​ທີ່​ດີງາມ​ດັ່ງກ່າວ. ພໍ່​ຕູ້ ຕະດົງ​ທິ້ງ ຜູ້​ອາຍຸ​ສູງ​ໃນ ໝູ່​ບ້ານ ຟຸກລິງ ​ເລົ​່າສູ່​ຟັງ​ວ່າ :

   “ ຕາມ​ບັນດາ​ຜູ້​ເຖົ້າ​ຜູ້​ແກ່​ໃນ​ບ້ານ ​ໄດ້​ເລົ່າ​ຄືນ​ສູ່​ຟັງ​ວ່າ ​ໃນ​ສະ​ໄໝ​ສັກ​ດີ​ນາ, ປະຊາຊົນ​ຢູ່​ແຫ່ງ​ນີ້​ຍັງ​ບໍ່​ຫຼາຍ, ​ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ຜະລິດ, ຊ່ວຍ​ເຫຼືອ​ຊຶ່ງ​ກັນ ​ແລະ ກັນຜ່ານ​ຜ່າຄວາມ​ຫຍຸ້ງຍາກ, ​ຕ້ານ​ໄພ​ທຳ​ມະ​ຊາດ, ການ​ເຂົ້າ​ມາ​ຮຸກ​ຮານ​ຂອງ​ສັດຕູ... ​ໄດ້​ເຮ​ັດ​ໃຫ້ 2  ໝູ່​ບ້ານ​ຕ້ອງ​ຜູກ​ສ່ຽວ​ນຳ​ກັນ ”

    ປະຊາຊົນ​ຢູ່ ໝູ່​ບ້ານ ຟຸກລິງ ​ແລະ​ ໝູ່​ບ້ານ ​ເຮືອງ​ເກົາ ລ້ວນ​ແຕ່​ບໍ່​ຮູ້ຈັກ​ດີ​ວ່າ ປະ​ເພນີ​ຜູກ​ສ່ຽວ ​ໄດ້​ມີ​ມາ​ແຕ່​ຍາມ​ໃດ, ​ແຕ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ເຂົາ​ເຈົ້າ ຍາມ​ໃດ​ກໍ​ຝັງ​ເລິກບັນດາ​ເລື່ອງ​ລາວ​ທີ່​ຢັ້ງຢືນ​ຄວາມ​ຮັກ​ແພງ​ລະຫວ່າງ​ປະຊາຊົນ 2 ໝູ່ບ້ານ. ນັ້ນ​ແມ່ນ​ໃນ​ປີ 1980 ​ຂອງ​ສະຕະວັດ​ກ່ອນ, ​ເມື່ອ​ຊາວບ້ານ ຟຸກລິງ ຕົກລົງ​ກໍ່ສ້າງ​ເສັ້ນ​ທາງ​ໃໝ່​ເຂົ້າ​ໝູ່​ບ້ານ. ​ເມື່ອ​ຕື່ນເຊົ້າ​ເພື່ອ​ກະກຽມ​ໄປ​ເຮັດ​ທາງ​, ຊາວ​​ບ້ານ ຟຸກລິງ ​ໄດ້​ເຫັນ​ຢູ່​ລຽບ​ຕາມ​ເສັ້ນທາງ​ຈະກໍ່ສ້າງ ​ໄດ້​ຮັບ​ການ​ກະກຽມ​ ​ດ້ວຍ​ບັນດາ​ກອງ​ຫີນ​ແຮ່ຢ່າງ​ຮຽບຮ້ອຍ​ເພື່ອ​ກໍ່ສ້າງ​ທາງ​ໃຫ້​ສຳ​ເລັດ. ລຸງ​ຕະວັນ​ຖີ ຊາວ​ບ້ານ ຟຸກລິງ ເລົ​່າສູ່​ຟັງ​ວ່າ :

   “ ໝູ່​ບ້ານ​​ແຮກສ່ຽວເຮືອງ​ເກົາ ​ໄດ້​​ຂົນ​ສົ່ງ​ຫີນ​ແຮ່​ຊ່ວຍໝູ່​ບ້ານ ຟຸກລິງ, ​ແຕ່​ຍ້ອນ​ຂົນ​ສົ່ງ​ໃນ​ຍາມ​ກາງຄືນ, ດັ່ງ​ນັ້ນ​ບໍ່​ມີ​ໃຜ​ໄດ້​ຮູ້ຈັກ. ຮອດ​ຕອນ​ເຊົ້າ, ​ເມື່ອຊາວບ້ານ​ຕື່ນ​ມາ, ກໍ​ລ້ວນ​ແຕ່​ບໍ່​ຮູ້​ວ່າ ຜູ້​ໃດ​ໄດ້​​ເອົາ​ຫີນ​ແຮ່​ມາ​ຖອກ​ຈາກ​ສາລາ​ມາ​ຮອດ​ຫົວ​ບ້ານ ​ເປັນ​ກອງ​ເປັນ​ກອງ. ບໍ່​ເຂົ້າ​ໃຈ​ວ່າ​ໝູ່​ບ້ານ​ແຮກສ່ຽວ ​ເຮືອງ​ເກົາ ​ໄດ້​ຊ່ວຍ​ຄື​ແນວ​ໃດ, ບໍ່​ມີ​ໃຜ​ໄດ້​ເຫັນ​ເລີຍ ”

    ບໍ່​ຕ້ອງການ​ລໍຖ້າ​ຄຳ​ສະ​ເໜີ, ການ​ຂໍ​ຄວາມ​ຊ່ວຍ​ເຫຼືອ​, ຊາ​ວ​ບ້ານ​ເຮືອງ​ເກົາ​ໄດ້​ຊ່ວຍ​ເຫຼືອ ໝູ່​ບ້ານ ຟຸກລິງ​ແບບ​ມິດ​ງຽບ, ​ເຂົາ​ເຈົ້າ​ໄດ້​ລະດົມ​ກຳລັງ​ຊາວບ້ານ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ເຮັດ​ວຽກ​ງານ​ນັ້ນ​ໃນ​ຄຳ​ຄືນ. ​ເມື່ອ​ໄປ​ຮອດ ໝູ່​ບ້ານ​ເຮືອງ​ເກົາ​ເພື່ອ​ສອບຖາມວ່າ​ເປັນ​ແນວ​ໃດ ກໍລ້ວນ​ແຕ່​ຮັບ​ຄຳ​ຕອບ​ຄື​ເປັນ​​ເລື່ອງ​ທຳ​ມະ​ດາວ່າ : ​ເມືອ່ໝູ່​ບ້ານ​ພວກ​ຂ້າພະ​ເຈົ້າ​ຮັບ​ຜົນ​ເສຍ​ຫາຍ​ໃນ​ລະດູ​ການ​ຜະລິດ, ຍ້ອນ​ພາຍຸ​ນ້ຳ​ຖ້ວມນັ້ນ, ໝູ່​ບ້ານ ຟຸກລິງ ລ້ວນ​ແຕ່​ໃຫ້ການ​ຊ່ວຍ​ເຫຼືອ​ຢ່າງ​ຈິງ​ໃຈ . ທ່ານ ຮ່ວາງ​ວັນ​ລິກ ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ​ເຮືອງ​ເລີມ ເລົ​່າສູ່​ຟັງ​ວ່າ : (​ເທບ) “ ກ່ອນ​ນີ້​ເມື່ອ​ເຮັດ​ນາ ກໍ​ຕ້ອງ​ສະ​ນ້ຳ​ດ້ວຍ​ສະ​ໂລ່ງ​ນັ້ນ, ຊາວບ້ານ​ແຫ່ງ​ນີ້​ລ້ວນ​ແຕ່ໄດ້ຊ່ວຍ​ເອົາ​ລົງ​ມາ​ນີ້​ເພື່ອ​ສະ​ນ້ຳ, ບາງ​ຄັ້ງ​ຄາວ​ກໍ​ສະ​ນ້ຳ​​ໃນ​ທົ່ງ​ນາ​ກ້ວາງ​ຫຼາຍ​ສິບ​ແຮກ​ຕາ​ໃຫ້​ບົກ. ຜູ້ຊ່ວຍ​ສະ​ນ້ຳ, ຜູ້​ຈູງ​ຄວາຍ​ລົງ​ໄຖ​ນາ, ຜູ້​ຊ່ວຍ​ຫຼົກ​ກ້າ​ເພື່ອ​ໄຖ​ນາ ຄົນ​ລະ​ວຽກ ”

    ສາລາ​ ໝູ່​ບ້ານ​ເຮືອງ​ເກົາ​ແມ່ນ​ກິດ​ຈະກຳ ສະຖາປັດຕະຍະກຳ​ທີ່​ສວຍ​ງາມແລ​ະ ​ໄດ້​ມີນັບ​ຮ້ອຍ​ປີ​ແລ້ວ. ​ເມື່ອ​ຕົ້ນ​ສະຕະວັດ​ນີ້, ສາລາ​ຂອງ​ໝູ່​ບ້ານ​ໄດ້​ຖືກ​ເປ​ເພ, ​ເສື່ອ​ມຄຸນະພາບ, ຊາວບ້ານ​ເຮືອງ​ເກົາ ​ໄດ້​ຕົກລົງ​ບູລະນະ​ປະຕິສັງຂອນ​ສາລາ​   ແຫ່ງນີ້. ວຽກງານ ບູລະນະ​ປະຕິສັງຂອນ​ສາລາ​ແມ່ນ​ວຽກ​ງານ​ໃຫຍ່​ໄດ້​ຮັບ​ການ​ປຶກສາ​ລະອຽດ​ຈາກ​ຊາວບ້ານ, ​ແຕ່​ມີ​ວຽກ​ໜຶ່ງ​ທີ່​ເຂົ້າ​ເຈົ້າ​ຕົກສະ​ເງີ້, ບໍ່​ຮູ້ຈັກ​ເຖິງ, ນັ້ນ​ແມ່ນ​ເລື່ອງ ໝູ່​ບ້ານ ຟຸກລິງ ​ໄດ້​ຂຶ້ນ​ແຜນການ​ສະ​ເພາະ​ຂອງ​ຕົນ​ເພື່ອ​ຊ່ວຍ​ເຫຼືອ ໝູ່​ບ້ານ​ເຮືອງ​ເກົາ. ​ໃນ​ຄຳ​ຄືນ, ດິນຂໍ​ທັງ​ໝົດ​ໄດ້​ຖືກ​ຊາວບ້ານຟຸກລິງ ຂົນ​ມາ ​ເພື່ອ​ຊ່ວຍໝູ່​ບ້ານ​ເຮືອງ​ເກົາ ບູລະນະ​ປະຕິສັງຂອນ​ສາລາໝູ່​ບ້ານ. ​ເຂົາ​ເຈົ້າ​ຍັງ​ແຕ່ງ​ຕັ້ງກຳລັງ​ໄປ​ຊ່ວຍ​ຮອດ​ເວລາ​ກິດຈະກຳ​ກໍ່ສ້າງ​ສຳ​ເລັດ. ລຸງ​ໂງ​ວັນ​ກ້ຽນ ຊາວບ້ານ ຟຸກລິງ ເລົ​່າສູ່​ຟັງ​ວ່າ :

    “ ​ເມື່ອ​ໄດ້​ຍິນ​ຊາວບ້ານເຮືອງ​ເກົາ ກະກຽມ ບູລະນະ​ປະຕິສັງຂອນ​ສາລານັ້ນ, ຊາວບ້ານ ຟຸກລິງ ພວກ​ຂ້າພະ​ເຈົ້າ ​ໄດ້​ສະໝັກ​ໃຈ​ນຳ​ເອົ​າລົດ​ມາ​ຂົນ​ສົ່ງ​ດິນຂໍ​ເພື່ອ​ຊ່ວຍໝູ່​ບ້ານ​ເຮືອງ​ເກົາ. ທຸກໆ​ຄອບຄົວ​ໃນ​ບ້ານ, ຈາກ​ຜູ້​ເຖົ້າ​ຜູ້​ແກ່​ຕະຫຼອດ​ຮອດ​ໄວ​ໜຸ່​ມກໍ​ລ້ວນ​ແຕ່​ຊ່ວຍ​ຂົນ​ສົ່ງ​ດິນຂໍ​ໃຫ້​ໝູ່​ບ້ານ​ແຮກສ່ຽວ ”

     ສຳລັບ​ຊາວ​ຫວຽດນາມ​ແລ້ວ, ຄວາມ​ຮັກ​ແພງ​ຖານ​ເພື່ອນ​ບ້ານ​​ໃກ້​ຄຽງ​ຍັງ​ຄົງ​ແມ່ນ​ສິ່ງ​ທີ່​ສັກກະຫຼະບູຊາ​ທີ່​ສຸດ. ປະຈຸ​ບັນ ຢູ່ເຂດ​ທົ່ງພຽງ​ພາກ​ເໜືອ​ຫວຽດນາມ ​ມີ​ຫຼາຍ​ໝູ່​ບ້ານຍັງສາມາດຮັກສາປະ​ເພນີ​ຜູກ​ສ່ຽວຄື ໝູ່​ບ້ານ ຮ່ວາງ​ມາຍ( ຕາ​ແສງ​ຮ່ວາງ​ນິງ ) ​ແລະ ໝູ່​ບ້ານ ມາຍ​ວູ້ (ຕາ​ແສງ ນິງ​ເຊີນ) ​ເມືອງ​ຫວຽດອຽນ ​ແຂວງ ບັກ​ຢາງ ຫຼື​ ໝູ່​ບ້ານ ​ເຈົາ​ໂລ້ ​ແລະ ໝູ່​ບ້ານ ກິມລູ້ ​ເມືອງ​ຊອກ​ເຊີນ ( ຮ່າ​ໂນ້ຍ ) ​ແລະ ໝູ່​ບ້ານ​ອື່ນໆ​ຢູ່​ແຂວງ​ບັກ​ນິງອີກ​ດ້ວຍ. ​ເຖິງ​ວ່າ​ຈະ​ຢູ່​ແຫ່ງ​ຫົນ​ໃດ​ກໍ​ຕາມ​, ​ແຕ່ປະ​ເພນີ​ຜູກ​ສ່ຽວຍາມ​ໃດ​ກໍ​ແມ່ນ​ຈຸດ​ຄວາມ​ງາມ​ດ້ານ​ວັດທະນະທຳ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງວົງຄະນະ​ຍາດຢູ່​ບັນດາ​ໝູ່​ບ້ານ​ເຂດ​ບ້ານ​ນາ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ