ພັດທະນາບັນດາຮູບແບບວັດທະນະທຳການອ່ານຢູ່ ເກິ່ນເທີ.
Hong Phuong -  
(VOVWORLD) -ສົກຮຽນ 2025 – 2026 ນະຄອນ ເກິ່ນເທີ ໄດ້ສ້າງແຜນການພັດທະນາວັດທະນະທຳການອ່ານໃນໂຮງຮຽນດ້ວຍຫົວຂໍ້ “ຮຽນເພື່ອພັດທະນາຕົນເອງ, ເປັນເຈົ້າທາງດ້ານພູມປັນຍາ ແລະ ເຕັກໂນໂລຊີ ປະກອບສ່ວນສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ວັດທະນາຖາວອນ”. ນັກຮຽນຈະໄດ້ຮັບການຍົກສູງລະດັບຄວາມຮູ້ ກ່ຽວກັບບົດບາດ ຂອງວັດທະນະທຳການອ່ານ ໃນສັງຄົມຮ່ຳຮຽນ ແລະ ພັດທະນາຄວາມສາມາດ ຮຽນເອງ, ເປັນເຈົ້າທາງດ້ານພູມປັນຍາໃນຍຸກສະໄໝໃໝ່.
ຮູບແບບຫໍສະໝຸດເຄື່ອນທີ່ |
ໂຮງຮຽນປະຖົມເທດສະບານ ເກີ່ດໍ໋ໜຶ່ງ ນະຄອນ ເກິ່ນເທີ ແມ່ນໜຶ່ງໃນບັນດາໂຮງຮຽນ ສາມາມາດຕອບສະໜອງການເຄື່ອນໄຫວຂອງທົ່ວນະຄອນຢ່າງແຂງແຮງ. ນອກຈາກນັ້ນທາງໂຮງຮຽນກໍ່ຍັງປັບປຸງຄວາມຊິນເຄີຍອ່ານປຶ້ມໃຫ້ແກ່ນັກກຮຽນ ເພີ່ມທະວີທັກສະການຮຽນດ້ວຍຕົນເອງ ແລະ ຈິດໃຈຮ່ຳຮຽນຕະຫຼອດຊີວິດ ຜ່ານຮູບແບບເກົ່າ ແລະ ໃໝ່ ພ້ອມທັງນຳວັດທະນະທຳການອ່ານ ກາຍເປັນການເຄື່ອນໄຫວຢ່າງເປັນປະຈຳ. ອ້າຍຄູ ຫງວຽນວັນໄບ໋ ຫົວໜ້າອຳນວຍການໂຮງຮຽນປະຖົມເທດສະບາ ເກີ່ດໍ໋ໜຶ່ງ ເນັ້ນໜັກວ່າ:
“ສ້າງແຈຫ້ອງສະໝຸດໃນຫ້ອງຮຽນ, ບັນດາຫ້ອງຮຽນຕ້ອງມີຕູ້ປຶ້ມ - ແຈອ່ານປຶ້ມ, ຜານນັ້ນສ້າງເງື່ອນໄຂໃຫ້ແກ່ນັກຮຽນອ່ານປຶ້ມໃນແຕ່ລະວັນ. ຈັດຕັ້ງໃຫ້ນັກຮຽນອ່ານປຶ້ມຕາມຫົວເລື່ອງ, ທັງໂຮງຮຽນປຸກລະດົມບັ້ນແຂ່ງຂັນຕາມຫົວເລື່ອງຄື ປຶ້ມກ່ຽວກັບລຸງໂຮ່, ປະຫວັດສາດ, ມູນເຊື້ອ, ບ້ານເກີດເມືອງນອນ… ການເຄື່ອນໄຫວເຫຼົ່າ ໄດ້ສ້າງສະພາບແວດລ້ອມການອ່ານປຶ້ມທີ່ອຸດົມສົມບູນ ແລະ ດຶງດູດນັກຮຽນເຂົ້າຮ່ວມຂະບວນການອ່ານປຶ້ມໃນໂຮງຮຽນ”. ໃນຂະນະນັ້ນ ຫໍສະໝຸດ ນະຄອນ ເກິ່ນເທີ ໄດ້ຍູ້ແຮງການຮັບໃຊ້ເອນະສານດີຈີຕອນ ແລະ ຫໍສະໝຸດເອເລັກໂຕນິກ. ນອກຈາກນນກໍ່ຍັງມີຮູບແບບລົດຫໍສະໝຸດເຄື່ອນທີ່ຫຼາຍພາຫະນະ ຊຶ່ງໄດ້ຮັບການຜັນຂະຫຍາຍຢ່າງກວ້າງ ດ້ວຍການເຄື່ອນໄຫວຫຼາຍຢ່າງຄື ອ່ານປຶ້ມຢູ່ເດີ່ນໂຮງຮຽນ, ເລົ່າເລື່ອງ, ການລະຫຼິ້ນຕ່າງ… ໃນສົກຮຽນ 2024 – 2025 ລົດຫໍສະໝຸດ ໄດ້ຮັບໃຊ້ຢູ່ໂຮງຮຽນປະຖົມ 63 ແຫ່ງ ໃນ 9 ເມືອງ ບັນລຸ 105% ຂອງແຜນການທີ່ໄດ້ວາງອອກ. ທ່ານນາງ ຮ່າຮົ່ງງອກ ຮອງຫົວໜ້າຫໍສະໝຸດນະຄອນ ໃຫ້ຮູ້ວ່າ:
“ພາຍຫຼັງຜັນຂະຫຍາຍເປັນໄລຍະໜຶ່ງ, ໂຄງການນີ້ ໄດ້ຊ່ວຍໃຫ້ພວກນ້ອງນັກຮຽນເພີ່ມທະວີຄວາມຊິນເຄີຍອ່ານປຶ້ມ, ປະກອບສ່ວນພັດທະນາວັດທະນະທຳການອ່ານໃນຊຸມຊົນ, ສ້າງເງື່ອນສະດວກໃຫ້ແກ່ຄູອາຈານນັກຮຽນໄດ້ນຳໃຊ້ແຫຼ່ງເອກະສານທີ່ມີຄຸນນະພາບ ແທດເໝາະກັບຄວາມຕ້ອງການໃນການສອນ ການຮຽນ ການບັນເທີງ”. ນະຄອນ ເກິ່ນເທີ ໄດ້ປຸກລະດົມການເສັງເອກອັກຄະລັດຖະທູດວັດທະນະທຳການອ່ານໃນໂຮງຮຽນ ຜ່ານງານແຂ່ງຂັນຕ່າງໆ. ປີ 2025 ການເສັງໄດ້ດຶງດູດບົດເຂົ້າຮ່ວມສອບເສັງຫຼາຍກວ່າ 7.000 ບົດຂອງນັກຮຽນໃນໂຮງຮຽນ 80 ແຫ່ງ, 6 ບົດສອບເສັງທີ່ດີເດັ່ນທີ່ສຸດ ໄດ້ຮັບການຄັດເລືອກເຂົ້າຮ່ວມງານແຂ່ງຂັນ ຊີງຊະນະເລີດ. ນ້ອງ ຟານບ໋າວຟຸກ ສັງກັດໂຮງຮຽນມັດທະຍົມສົມບູນ ແທັງຖັງ ແລະ ນ້ອງ ເຈິ່ນຍືອີ໊ ສັງກັດໂຮງຮຽນມັດທະຍົມຕອນປາຍ ຫວິງແທັ້ງ ໄດ້ຮັບລາງວັນທີສາມ ໃນທົ່ວປະເທດ. ນ້ອງ ຟານບ໋າວຟຸກ ເປີດເຜີຍວ່າ:
ພາຍຫຼັງເຂົ້າຮ່ວມ ບັ້ນເສັງເອກອັກຄະລັດຖະທູດວັດທະນະທຳການອ່ານ, ນ້ອງຮູ້ສຶກວ່າ ຕົນເອງໄດ້ເຂົ້າຮ່ວມໃນເສັ້ນທາງທີ່ງົດງາມ. ບັນສອບເສັງບໍ່ພຽງແຕ່ຊ່ວຍນ້ອງໄດ້ອ່ານ ແລະ ເຂົ້າໃຈໄດ້ຫຼາຍກວ່າເທົ່ານັ້ນ ຫາກຍັງໄດ້ຢັງຢືນຕົນເອງຜ່ານປຶ້ມອ່ານອີກດ້ວຍ. ນ້ອງສາມາດຮຽນວິທີຮັບຟັງ ຮູ້ຈັກແບ່ງປັນ ແລະ ຮູ້ເຄົາລົບຕໍ່ບັນດາຄຸນຄ່າອັນດີງາມ ຊຶ່ງປຶ້ມອ່ານໄດ້ນຳມາໃຫ້”.
ດ້ວຍຮູບແບບປະດິດຄິດສ້າງຈາກຂັ້ນນະຄອນລົງຮອດຂັ້ນຮາກຖານ, ວັດທະນະທຳການອ່ານ ສືບຕໍ່ແຜ່ກະຈາຍ ຊ່ວຍໃຫ້ນັກຮຽນເປັນເຈົ້າທາງດ້ານພູມປັນຍາ ໃນຍຸກສະໄໝໃໝ່, ເຮັດໃຫ້ຊີວິດທາງດ້ານຈິດໃຈຂອງ ຊາວນະຄອນ ເກິ່ນເທີ ເພີ່ມຄວາມອຸດົມສົມບູນຫຼາຍຂຶ້ນ.
Hong Phuong