ພາບລະດົມກຳລັງໃຈກ່ຽວກັບການປະຕິວັດ-ທຶນຮອນອັນປະເສີດຂອງພື້ນຖານວິຈິດຕະກຳ

ພາ​ບລະ​ດົມ​ກຳ​ລັງ​ໃຈ ແມ່ນ​ປະ​ເພດ​ປະ​ຈັນບານຂອງ​ຂົງ​ເຂດ​ວິ​ຈິດ​ຕະ​ກຳ​ຫວຽດ​ນາມ ຕໍ່​ໜ້າ​ບັນ​ດາ​ເຫດ​ການ​ການ​ເມືອງ, ບັນ​ດາ​ບັນ​ຫາ​ສະ​ຖາ​ນະ​ການ​ຂອງ​ປະ​ເທດ​ຊາດ​ຄື ການ​ປະ​ຕິ​ວັ​ດເດືອນສິງ​ຫາ, ພາກ​ໃຕ້​ຫວຽດ​ນາມ​ໄດ້​ຮັບ​ການ​ປົດ​ປ່ອຍ ເມື່ອ​ວັນ​ທີ 30/4/1975, ວັນ​ຊາດ​ທີ 2 ກັນ​ຍາ, ການ​ເລືອກ​ຕັ້ງ​ສະ​ພ​າແຫ່ງ​ຊາດ, ກອງ​ປະ​ຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ຕ່າງໆ​ຂອງ​ພັກ… ບັນ​ດາ​ນັກ​ຈິດ​ຕະ​ກອນແຕ້ມ ພາ​ບລະ​ດົມ​ກຳ​ລັງ​ໃຈ​ຍາມ​ໃດ​ກໍ​ແມ່ນ​ຜູ້ນຳ​ໜ້າ​ເພື່ອສ່ອງແສງ​ຊີວ​ິດ​ສັງ​ຄົມດ້ວຍ​ພາ​ສາ​ຈິດ​ຕະ​ກຳ ຊຶ່ງ​ໄດ້​ສົ່ງ​ຜົນ​ກະ​ທົບ​ຢ່າງ​ແຂງ​ແຮງ​ເຖິງ​ຜູ້​ຊົມ ແລະ ກາຍ​ເປັນແຫຼ່ງ​ລະ​ດົມ​ກຳ​ລັງ​ໃຈ​ໃນ​ການ​ອອກ​ແຮງ​ງານ ແລະ ຕໍ່​ສູ້​ຂອງ​ປະ​ຊາ​ຊົນ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.         

    

ພາບລະດົມກຳລັງໃຈກ່ຽວກັບການປະຕິວັດ-ທຶນຮອນອັນປະເສີດຂອງພື້ນຖານວິຈິດຕະກຳ - ảnh 1
ພາບ​ແຕ້ມ​ກ່ຽວ​ກັບປະ​ທານ​ໂຮ່​ຈິ​ມິນກ່າວ​ບົດ​ຖະ​ແຫຼງ​ປະ​ກາດ​ເອ​ກະ​ລາ​ດ​ສະ​ຖາ​ປະ​ນາ​ປະ​ເທດ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ

         ໃນ​ຄວາມ​ຊົງ​ຈຳຂອງຕົນ, ຈິດ​ຕະ​ກອນ ເຈີນ​ມາຍ  ຍາມ​ໃດ​ກໍ​ເຕື້ອງເຖິງຊຸດ​ ພາ​ບແຕ້ມລະ​ດົມ​ກຳ​ລັງ​ໃຈ “ລະ​ດູ​ບານໃໝ່ 79 ຄັ້ງ” ກ່ຽວ​ກັບ​ປະ​ທານ​ໂຮ່​ຈິ​ມິນ, ຊຶ່ງ​ທ່ານ​ໄດ້​ແນະ​ນຳ​ຕໍ່​ໜ້າ​ມວນ​ຊົນ​ໃນ​ງານ​ວາງ​ສະ​ແດງ​ກ່ອນນີ້ 6 ປີ. ນັ້ນ​ແມ່ນ​ພາບ​ແຕ້ມ 79 ແຜ່ນ ທີ່​ໄດ້​ແຕ​້ມ​ຮູບ​ປະ​ທານ​ໂຮ່​ຈິ​ມິນທີ່​ພວມ​ຢູ່​ໃນ​ສະ​ພາ​ວະ​ທີ່​ແຕກ​ຕ່າງ​ກັນ. ຈາກ​ຄາວທີ່ເພິ່ນ​ຍັງ​ເປັນ​ຊາຍ​ໜຸ່ມ, ຕັດ​ສິນ​ໃຈ​ອອກ​ເດີນ​ທາງ​ໄປ​ຕ່າງປະ​ເທດ​ເພື່ອ​ຊອ​ກຫາເສັ້ນ​ທາງ​ກູ້​ຊາດ​ ຕະຫຼອດ​ຮອດ​ໄລ​ຍ​ະ​ເຄື່ອນ​ໄຫວ​ຢູ່​ຕ່າງ​ປະ​ເທດ, ແລ້ວ​ກໍ​ຮອດ​ວັນ​ທີ່​ເພິ່ນ​ກ່າວ​ບົດ​ຖະ​ແຫຼງ​ປະ​ກາດ​ເອ​ກະ​ລາ​ດ​ຢູ່​ສະ​ໜາມຫຼວງ​ບາ​ດິງ ສະ​ຖາ​ປະ​ນາ​ປະ​ເທດ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ​ເມື່ອ​ວັນ​ທີ 2/9/1945. ຈິດ​ຕະ​ກອນ ເຈີນ​ມາຍ ໄດ້​ໃຊ້​ສີ​ນ້ຳ​ຕານ ແລະ ສີ​ແດງ​ເພື່ອ​ແຕ້ມ​ຮູບ ປະ​ທານ​ໂຮ່​ຈິ​ມິນ ຊຶ່ງ​ແມ່ນ​ຜູ້​ນຳ​ທີ່​ຍິ່ງ​ໃຫຍ່​ຂອງ​ຊາດ​ຫວຽດ​ນາມ ແລະ ເປັນ​ນັກ​ວັດ​ທະ​ນະ​ທຳ​ທີ່​ມີ​ຊື່ສຽງໃນ​ໂລກ ແຕ່​ພັດ​ລຽບ​ງ່າຍ​ທີ່​ສຸດ. ຍ້ອນ​ຄວາມ​ເຄົາ​ລົບ​ຮັກ ແລະ ນິ​ຍົມ​ນັບ​ຖື ປະ​ທານ​ໂຮ່​ຈິ​ມິນ, ດັ່ງ​ນັ້ນ ຈິດ​ຕະ​ກອນ ເຈີນ​ມາຍ ໄດ້​ມອບ​ຊຸດພາບ​ແຕ້ມ 79 ແຜ່ນນີ້​ໃຫ້​​ເຂດ​ອະ​ນຸ​ສອນ​ສະ​ຖານ ທ່າ​ກຳ​ປັ່ນ​ຍາ​ຮົ່ງ, ນະ​ຄອນ​ໂຮ່​ຈິ​ມິນ ເພື່ອ​ວາງ​ສະ​ແດງ. ຈິດ​ຕະ​ກອນ ເຈີນ​ມາຍ ໃຫ້​ຮູ້ວ​່າ : 

    “ ພາບ​ແຕ້ມ​ເຫຼົ່າ​ນັ້ນ ແມ່ນບັນ​ດາ​ຮູບ​ພາບ​ທີ່​ມີ​ຄວາມ​ໝາຍເລິກ​ເຊິ່ງ​ທີ່​ສຸດ​ໃນ​ຊີ​ວິດການ​ເຄື່ອນ​ໄຫວ​ຂອງ​ຂ້າ​ພະ​ເຈົ້າ. ຈິດ​ຕະ​ກອນບໍ່​ວ່າ​ຜູ້​ໃດ ຖ້າບໍ່​ມີ​ຄວາມ​ຮັກ​ແພງ ແມ່ນບໍ່​ສາ​ມາດ​ແຕ້​ມໄດ້. ເພາະ​ວ່າ ບໍ່​ມີ​ເອ​ກະ​ສານ​ເພື່ອ​ຊ່ວຍ​ການ​ແຕ້ມ. ຂ້າ​ພະ​ເຈົ້າ​ໄດ້​ໄປ​ຊອກ​ຫາ​ຢູ່​ຫໍ​ພິ​ພິ​ທະ​ພັນ​ປະ​ຕິ​ວັດ, ຫໍ​ພິ​ພິ​ທະ​ພັນ​ໂຮ່​ຈິ​ມິນ, ແລ້ວ​ກໍໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ໝູ່​ເພື່ອນ​ຢູ່​ສະ​ມາ​ຄົມ​ວິ​ຈິດ​ຕະ​ກຳ​ຫວຽດ​ນາມ​ທີ່​ແຫ່ງ​ຕ່າງໆ, ຖ້າ​ວ່າ ມີ​ຮູບ​ກ່ຽວ​ກັບປະ​ທານ​ໂຮ່​ຈິ​ມິນເຖິງວ່າ​ເລກ​ນ້ອຍຢູ່​ຕາມ​ໜັງ​ສື​ພິມ​ຕ່າງໆ​ຂອງ​ຝະ​ລັ່ງນັ້ນ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ບັນ​ທຶກ​ໄວ້​ໝົດ. ເຮັດ​ເຊັ່ນ​ນັ້ນ, ຈຶ່ງ​ໄດ້​ມີ​ຮູບ 79 ແຜ່ນ ”

    ພາ​ບລະ​ດົມ​ກຳ​ລັງ​ໃຈກ່ຽວ​ກັບ​ຫົວ​ເລື່ອງ ປະ​ທານ​ໂຮ່​ຈິ​ມິນ ແມ​່ນ​ໜຶ່ງ​ໃນ​ບັນ​ດາ​ຫົວ​ເລື່ອງ​ທີ່​ລຶ້ງ​ເຄີຍ​ຂອງ​ບັນ​ດາ​ຈິດ​ຕະ​ກອນ. ຈິດ​ຕະ​ກອນ ເຈີນ​ແຄ້ງ​ເຈືອງ ປະ​ທານ​ສະ​ມາ​ຄົມ​ວິ​ຈິດ​ສິນ​ຫວຽດ​ນາມ ໄດ້​ຫວນ​ຄືນ​ຊຸມ​ວັນ​ເດືອນ​ປີ​ແຫ່ງ​ຄວາມ​ລຳ​ບາກ​ກາກ​ກຳ​ຂອງ​ປະ​ເທດ​ຊາດ, ຄາວນັ້ນ, ຈິດ​ຕະ​ກອນ​ທຸກໆ​ຄົນ​ຕ່າງ​ກໍ​ແຕ້ມ ພາ​ບລະ​ດົມ​ກຳ​ລັງ​ໃຈ​ຢ່າງ​ໜ້ອຍແຕ່​ໜຶ່ງ​ຫາສອງ​ແຜ່ນ. ​ສ່ວນບັນ​ດາຈິດ​ຕະ​ກອນອາ​ຊີບກໍ​ແຕ້ມ​ນັບ​ຮ້ອຍ​ແຜ່ນ. ພາ​ບລະ​ດົມ​ກຳ​ລັງ​ໃຈຫຼາຍ​ແຜ່ນ​ຖືກ​ແຕ້ມ​ໃສ່​ຝາ​ເຮືອນຫຼື​ຖືກ​ພິມ​ໃນ​ໜັງ​ສື​ພິມ​ເພື່ອ​ສົ່ງ​ເຖິງ​ເຂດ​ພາກ​ໃຕ້. ພາ​ບລະ​ດົມ​ກຳ​ລັງ​ໃຈແຕ່​ລະ​ແຜ່ນ ກໍ​ລ້ວນ​ແຕ່​ຊ້ອນ​ແຝ​ງ​ສານ​ຕ່າງໆ​ເພື່ອລະ​ດົມໃຈມະ​ນຸດ. ຈິດ​ຕະ​ກອນ ເຈີນ​ແຄ້ງ​ເຈືອງ ປະ​ທານ​ສະ​ມາ​ຄົມ​ວິ​ຈິດ​ສິນ​ຫວຽດ​ນາມ ເວົ້າ​ວ່າ : 

    “ ຄາວນັ້ນ, ໄດ້​ຈັດ​ງານ​ວາງ​ສະ​ແດງພາ​ບລະ​ດົມ​ກຳ​ລັງ​ໃຈ ແລະ ພາບ​ໂຄ​ສະ​ນ​າຫຼາຍ​ຄັ້ງ. ທີ 2 ແມ່ນ​ຈັດ​ງານ​ວາງ​ສະ​ແດງ​ຕ່າງໆ​ເພື່ອ​ຕ້ານ​ໄພ​ກຶກ​ໜັງ​ສື​, ແລ້ວ​ກໍ​ຮອດ​ວັນ​ທີ 19/8 ແມ່ນ​ທຳ​ການ​ລຸກ​ຮື້​ຂຶ້ນ, ຮອດ​ວັນ​ທີ 2/9 ຢູ່​ສະ​ໜາມຫຼວງ​ບາງ​ດິງ, ປະ​ທານ​ໂຮ່​ຈິ​ມິນກ່າວ​ບົດ​ຖະ​ແຫຼງ​ປະ​ກາດ​ເອ​ກະ​ລາ​ດ​ສະ​ຖາ​ປະ​ນາ​ປະ​ເທດ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ, ຫຼັງ​ຈາກນັ້ນ​ໃນ​ທັນ​ທີ່, ໄດ້​ມີ​ງານ​ວາງ​ສະ​ແດງວັດ​ທະ​ນະ​ທຳ ຊຶ່ງ​ມີ​ເອ​ກະ​ສານ, ຮູບ​ພາບ, ວັດ​ຖຸ​ພັນ​ກວ່າ 200 ຢ່າງ, ໃນ​ນັ້ນ, ມ​ີ​ພາບ​ແຕ້ມ​ແຕ່ 40 ຫາ 50 ແຜ່ນ​ແລ້ວ. ປີ 1946, ໃນ​ສະ​ພາບ​ການ​ກະ​ກຽມ​ທຳ​ການ​ຕໍ່​ຕ້ານ​ເຊັ່ນ​ນັ້ນ, ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ຊາດ, ບັນ​ດາ ຈິດ​ຕະ​ກອນໄດ້​ຈັດ​ງານ​ວາງ​ສະ​ແດງ​ກ່ຽວ​ກັບ​ຫົວ​ເລື່ອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ”

   ຈິດ​ຕະ​ກອນ ລິວ​ຫງອກ​ຟານ, ຜູ້​ເຂົ້າ​ຮ​່ວມບັ້ນ​ຂົນ​ຂວາຍ​ປະ​ດິດ​ຄິດ​ແຕ່ງ​ຫຼາຍ​ຄັ້ງກ່ຽວ​ກັບ​ຫົວ​ເລື່ອງ​ປະ​ຕິ​ວັດ ໃຫ້​ຮູ້​ວ່າ ພວກຈິດ​ຕະ​ກອນໜຸ່ມ​ລຸ່ນ​ປະ​ຈຸ​ບັນມີ    ​ຄ​ວາມ​ຮູ້​ສຶກ​ກ່ຽວກັບອະ​ດີດ​ຕະ​ການ ບໍ່​ພຽ​ງ​ແຕ່ດ້ວຍ​ເອ​ກະ​ສານ​ປະຫວັດ​ສາດ​ເທົ່າ​ນັ້ນ, ຫາກ​ຍັງ​ຜ່ານ​ບັນ​ດາ​ບົດ​ກາບກອນ, ດົນ​ຕີ​ອີກ​ດ້ວຍ. ນັ້ນ​ແມ່ນ​ແຫຼ່ງ​ອາ​ລົມ​ເພື່ອ​​ຊຸກ​ຍູ້ໃຫ້ຈິດ​ຕະ​ກອນ​ແຕ້ມ​ພາບ. ຈິດ​ຕະ​ກອນ ລິວ​ຫງອກ​ຟານ ເວົ້າ​ວ່າ:

“ຈິດ​ຕະ​ກອນຫຼາຍ​ຄົນ, ເມື່ອ​ໄດ້​ຟັງ​ຄຳ​ປະ​ໂຫຍກ​ໜຶ່ງໃນ​ບົດ​ເພງ​ແລ້ວ, ກໍ​ສາ​ມາດແຕ້ມ​ພາບ​ໄດ້. ຖ້າ​ຫາກ​ມີ​ຄວາມ​ຕ້ອງ​ການ​ຊອກ​ຮູ້ ກໍ​ຕ້ອງ​ຊອ​ກ ຫາຜ່ານຮູບ​ເງົາ​ເອ​ກະ​ສານ, ບັນ​ດາ​ບົດ​ເພງ ເປັນ​ຕົ້ນ​ແມ່ນ​ບົດເພງ, ກາບກອນຫຼື​ບັນ​ດາ​ຄຳເວົ້າຂອງ ປະ​ທານ​ໂຮ່​ຈິ​ມິນ . ເວົ້າ​ລວມ​ແລ້ວ ແມ່ນ​ຕ້ອງ​ກຳ​ແໜ້ນ​ໂດຍ​ສັງ​ເຂບ, ຕ້ອງ​ມີ​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ຫວັດ​ສາດ, ຈາກນັ້ນ​ຈຶ່ງ​ມີ​ຜະ​ລິດ​ຕະ​ພັນ​ຈິດ​ຕະ​ກຳ​ໄດ້​ ”

      ປະ​ຈຸ​ບັນ, ພາ​ບລະ​ດົມ​ກຳ​ລັງ​ໃຈພວມ​ຢືນ​ຢູ່​ຕໍ່​ໜ້າ​ການ​ເລືອກ​ເຟັ້ນຫຼາຍ​ຢ່າງ​ໃນ​ແບບ​ວິ​ທີ​ປະ​ດິດ​ຄິດ​ແຕ່ງ. ຍ້ອນ​ມີ​ເຕັກ​ໂນ​ໂລ​ຢີ​ທັນ​ສະ​ໄໝ, ຈິດ​ຕະ​ກອນສາ​ມາດ​ແຕ້ມ​ພາບ​ຜ່ານ​ເຄື່ອງ​ຄອມ​ພິວ​ເຕີຢ່າງ​ສະ​ດວກ​ສະ​ບາຍ. ສິ່ງນີ້​ກໍ​ເປັນ​ການ​ທ້າ​ທາຍ​ສຳ​ລັບ​ນັກ​ແຕ້ມ. ໃນ​ວັນ​ນີ້ ພາ​ບລະ​ດົມ​ກຳ​ລັງ​ໃຈ​ຖືກ​ນຳ​ໃຊ້​ຢ່າງ​ກ້​ວາງ​ຂວາງ ແລະ ເຜີຍ​ແຜ່​ໃນຫຼາຍ​ຂົງ​ເຂດກວ່າ​ເກົ່າ. ພາ​ບລະ​ດົມ​ກຳ​ລັງ​ໃຈກ່ຽວ​ກັບ​ຫົວ​ເລື່ອງປະ​ຕິ​ວັດ ຍາມ​ໃດ​ກໍ​ເປັນ​ທຶນ​ຮອນ​ອັນ​ປະ​ເສີດ​ເລີດ​ລ້ຳ​ຂອງ​ພື້ນ​ຖານ​ວິ​ຈິດ​ຕະ​ກຳ​ຫວຽດ​ນາມ ຊຶ່ງ​ໄດ້​ຕິດ​ພັນ​ກັບ​ໄລ​ຍະ​ຕໍ່​ສູ້​ຢ່າງ​ພິ​ລະ​ອາດ​ຫານ​ເພື່ອ​ຍາດ​ເອົາ​ເອ​ກະ​ລາດ, ອິດ​ສະຫຼະ​ພາບ​ມາ​ໃຫ້​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ