ຟັງຂັບສຳໃນລົດບັດ - ການພົບກັນລະຫວ່າງດົນຕີພື້ນເມືອງກັບຊີວິດຍຸກທັນສະໄໝ.

(VOVWORLD) -ຂັບສຳແມ່ນປະເພດສິລະປະພື້ນເມືອງທີ່ເປັນເອກະລັກຖືກເຜີຍແຜ່ຢູ່ເຂດທົ່ງພຽງພາກເໜືອ ໃນນັ້ນມີ ຮ່າໂນ້ຍ, ເຊິ່ງເຄີຍຖືກສະແດງຢູ່ຕາມສະຖານທີ່ສາທາລະນະ.  ເມື່ອບໍ່ດົນມານີ້ຂັບສຳຖືກສະແດງບົນເວທີໃໝ່ອ່ຽມກວ່າ ນັ້ນແມ່ນລົດບັດສອງຊັ້ນ. ດ້ວຍຄວາມຫວັງຢາກນຳຂັບສຳຍັບເຂົ້າໃກ້ມວນຊົນເປັນຕົ້ນແມ່ນໄວໜຸ່ມ ໂດຍຜ່ານຜະລິດຕະພັນທ່ອງທ່ຽວ, ລາຍການຂັບສຳໃນລົດບັດໄດ້ຖືກນຳເຂົ້າຮັບໃຊ້ມວນຊົນຕອບສະໜອງຄວາມຕ້ອງການໃນການໄປຢ້ຽມຊົມ ຮ່າໂນ້ຍ ຍາມຄ່ຳຄືນ ຕິດພັນກັບການຮັບຟັງດົນຕີພື້ນເມືອງ
 
ຟັງຂັບສຳໃນລົດບັດ - ການພົບກັນລະຫວ່າງດົນຕີພື້ນເມືອງກັບຊີວິດຍຸກທັນສະໄໝ. - ảnh 1

    ຟັງຂັບສຳໃນລົດບັດໂດຍການບໍລິການລົດບັດສອງຊັ້ນ ສົມທົບກັບສູນສົ່ງເສີມການໂຄສະນາມໍລະດົກວັດທະນະທຳບໍ່ເປັນວັດຖຸ ຫວຽດນາມ ຈັດຂຶ້ນໃນຕອນຄ່ຳວັນເສົາ ແລະ ວັນທິດໃນທຸກໆສັບປະດາ. ໃນລົດບັດສອງຊັ້ນ, ແຂກທ່ອງທ່ຽວທັງໄດ້ຢ້ຽມຊົມນະຄອນຫຼວງ ຮ່າໂນ້ຍ ຈາກບ່ອນສູງ, ທັງໄດ້ຮັບຟັງທຳນອງເພງຂັບສຳທີ່ເປັນເອກະລັກອີກດ້ວຍ. ອ້າຍຫວູອານຢາງ ສັງກັດຄະນະຈັດຕັ້ງລາຍການໃຫ້ຮູ້ວ່າ:

“ລາຍການຮັບຟັງຂັບສຳໃນລົດບັດໃຊ້ເວລາ 1 ຊົ່ວໂມງ 15 ນາທີ ເຊິ່ງລົດໄດ້ແລ່ນຜ່ານບັນດາສະຖານທີ່ລືຊື່ຂອງ ຮ່າໂນ້ຍ ຄື ສຸສານປະທານ ໂຮ່ຈີມິນ, ວັນໝຽວກວັກຕື໋ຢ໊າມ, ພະລາດຊະວັງ ທັງລອງ… ພິເສດຈະມີການຢຸດແວ່ໃນການເດີນທາງປະມານ 20 ນາທີ. ໃນເວລານີ້, ນັກສິລະປິນຈະໄດ້ໂອ້ລົມແລກປ່ຽນພ້ອມກັບຜູ້ຊົມ”

ໃນທ່າມກາງບັນຍາກາດທີ່ລື້ງເຄີຍຟ້າວຟັ່ງຂອງເຂດຕົວເມືອງ, ເຂກທ່ອງທ່ຽວຈະໄດ້ຮັບຟັງຂັບສຳທີ່ລຽບງ່າຍ ເຊິ່ງໄດ້ເລົ່າເລື່ອງຊີວິດປະຈຳວັນ, ບັນດາຄຳບອກເຕືອນທີ່ມີຄວາມໝາຍ

“ສຳລັບໄວໜຸ່ມຄືຂ້າພະເຈົ້າ, ນີ້ແມ່ນໂອກາດທີ່ດີ ເພື່ອໃຫ້ພວກຂ້າພະເຈົ້າໄດ້ເຂົ້າເຖິງບັນດາປະເພດດົນຕີພື້ນເມືອງ ທັງໄດ້ຮັບຊົມຄຸ້ມຖະໜົນຢູ່ ຮ່າໂນ້ຍ”.

 “ນີ້ແມ່ນເທື່ອທຳອິດທີ່ຂ້າພະເຈົ້າໄດ້ຮັບຟັງຂັບສຳ ຍ້ອນວ່າເມື່ອກ່ອນຂ້າພະເຈົ້າພຽງແຕ່ຮູ້ເຖິງຂັບສຳຜ່ານໂທລະພາບ ແລະ ໜັງສືພິມເທົ່ານັ້ນ. ສຳລັບຂ້າພະເຈົ້າແລ້ວນີ້ກໍ່ແມ່ນການຄົ້ນຫາຕົວຈິງທີ່ສຸດຍອດ”,

     ການນຳໃຊ້ລົດບັດສອງຊັ້ນເພື່ອສະແດງສິລະປະຂັບສຳແບບເຄື່ອນທີ່ກໍ່ແມ່ນຫົວຄິດປະດິດສ້າງຂອງຂະແໜງທ່ອງທ່ຽວ ຮ່າໂນ້ຍ ເຊິ່ງບໍ່ພຽງແຕ່ຊ່ວຍສິລະປະບັນດາເຜົ່າຖືກຂະຫຍາຍຕົວເທົ່ານັ້ນ ຫາກຍັງເຮັດໃຫ້ບັນດາການເຄື່ອນໄຫວຄົ້ນຫາຕົວຈິງໃນຍາມຄ່ຳຄືນ ເພີ່ມຄວາມອຸດົມສົມບູນຫຼາຍຂຶ້ນ ເຊິ່ງໄດ້ດຶງດູດແຂກທ່ອງທ່ຽວມາທ່ຽວຢູ່ ຮ່າໂນ້ຍ. ອ້າຍ ຫວູອານຢາງ ສັງກັດຄະນະຈັດຕັ້ງລາຍການ ໃຫ້ຮູ້ຕື່ມອີກວ່າ:

 “ໃນໄລຍະທີ່ຈະມາເຖິງ ພວກຂ້າພະເຈົ້າສຸມໃສ່ຜັນຂະຫຍາຍປັດໄຈຮັກສາວັດທະນະທຳ ເຊິ່ງໄດ້ເຄີຍປະຕິບັດມາຢູ່ ຮ່າໂນ້ຍ ພ້ອມທັງເຂົ້າເຖິງເລິກກວ່າກັບບັນດາເພື່ອນໝຸ່ມ ເຊິ່ງແມ່ນປົ້າໝາຍສາມາດປະກອບສ່ວນອະນຸລັກຈຸດວັດທະນະທຳທີ່ເປັນເອກະລັກນີ້”.

     ບັນດານັກສິລະປິນສະແດງໃນລົດບັດສອງຊັ້ນກໍ່ລ້ວນແຕ່ແມ່ນໄວໝຸ່ມ ມີຄວາມຂະຫຍັນຂັນເຄື່ອນ ແລະ ມີຄວາມຮັກປະເພດສິລະປະນີ້. ເຂົາເຈົ້າໄດ້ນຳຄວາມປະທັບໃຈມາສູ່ແຂກທ່ອງທ່ຽວໃນການເດີນທາງຢ້ຽມຊົມດ້ວຍບັນດາບົດເພງຂັບສຳທີ່ເປັນເອກະລັກ. ນາງ ເຈິ່ນເຮືອງຢາງ ຜູ້ນຳທ່ຽວຊົມຂອງລາຍການ ໃຫ້ຮູ້ວ່າ:

“ເມື່ອກ່ອນນີ້ນັກສິລະປິນຂັບສຳແມ່ນປະກອບອາຊີບຢູ່ຕາມສະຖານທີ່ແຕກຕ່າງກັນຄື ໃນຕະຫຼາດ, ໃນບັນດາຕູ້ລົດໄຟຟ້າ… ໃນລາຍການນີ້ພວກຂ້າພະເຈົ້າໄດ້ຂັບສຳໃນລົດບັດຄືເປັນວິທີໜຶ່ງເພື່ອຫວນຄືນວິທີຂັບສຳເມື່ອກ່ອນ”.

    ລາຍການຂັບສຳໃນລົດບັດຍັງຊ່ວຍໃຫ້ແຂກທ່ອງທ່ຽວເພີ່ມຄວາມເຂົ້າໃຈຕື່ມອີກກ່ຽວກັບປະຫວັດຄວາມເປັນມາຂອງປະເພດສິລະປະທີ່ ເປັນເອກະລັກນີ້. ແຂກທ່ອງທ່ຽວຈະໄດ້ຮັບຟັງບັນເລື່ອງລາວ ກ່ຽວກັບຂັບສຳໃນລົດໄຟຟ້າ, ໄດ້ຮັບຟັງການແນະນຳກ່ຽວກັບວິທີຂັບສຳເມື່ອກ່ອນນີ້ຂອງຊາວ ຮ່າໂນ້ຍ ແລະ ຄົ້ນຫາກ່ຽວກັບວິທີເສບເຄື່ອງດົນຕີພື້ນເມືອງ. ນັກສິລະປິນຂັບສຳ ຫງວຽນຮວ່າງຫຽບ ໃຫ້ຮູ້ວ່າ:

 “ຂ້າພະເຈົ້າເຫັນວ່າ ລາຍການນີ້ເປັນໜ້າຈັບໃຈເພື່ອໃຫ້ຄົນລຸ້ນກ່ອນຫວນຄືນປະເພດດົນຕີເມື່ອກ່ອນນີ້ ສ່ວນໄວໜຸ່ມກໍ່ສາມາດເຫັນໄດ້ເຖິງບັນຍາກາດຮ່ວມຊີວິດວັດທະນະທຳຂອງ ຮ່າໂນ້ຍ ເມື່ອກ່ອນ”.

    ຂັບສຳເມື່ອກ່ອນນີ້ກໍ່ຄືໃນປັດຈຸບັນຖືກເລົ່າເຖິງໃນລົດບັດແຕ່ລະຖ້ຽວເຊິ່ງເປັນການຕັກເຕືອນໃຫ້ຜູ້ຊົມກ່ຽວກັບປະເພດສິລະປະພື້ນເມືອງ ຄວນໄດ້ຮັບການຮັກສາອະນຸລັກ ແລະ ຂະຫຍາຍຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ