ລະດົມກຳລັງແຮງປະຊາຄົມໃນການອະນຸລັກຮັກສາມໍລະດົກໂຮ້ຍອານ

ມໍ​ລະ​ດົກ​ວັດ​ທະ​ນາ​ທຳ​ໂລກ​ຄຸ້ມ​ເມືອງ​ເກົ່າ​ໂຮ້ຍ​ອານ, ແຂວງກວາງ​ນາມ ພວມ​​ຢືນ​ຢູ່​ຕໍ່​ໜ້າ​ໄພ​ອັນ​ຕະ​ລາຍ​ຮ້າຍ​ແຮງ​ຍ້ອນ​ຜົນ​ກະ​ທົບ​ຈາກພາ​ຍຸນ້ຳ​ຖ້ວມ, ການ​ປ່ຽ​ນ​ແປງ​ຜິດ​ປົກ​ກະ​ຕິ​ຂອງ​ດິນ​ຟ້າ​ອາ​ກາດ,  ແລະ ຜົນ​ກະ​ທົບ​ຂອງ​ມະ​ນຸດ. ເພື່ອ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ໂລກ​ທີ່​ມີ​ຊື່​ສຽງ​ນີ້, ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ​ໂຮ້ຍ​ອານ ໄດ້​ປຸກ​ລະ​ດົມ​ກຳ​ລັງ​ແຮງຂອງ​ປະ​ຊາ​ຄົມ​ໃນ​ວຽກ​ງານ​ຄຸ້ມ​ຄອງ, ອະນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ມໍ​ລະ​ດົກ. ​

 

ລະດົມກຳລັງແຮງປະຊາຄົມໃນການອະນຸລັກຮັກສາມໍລະດົກໂຮ້ຍອານ - ảnh 1

ຄຸ້ມ​ຖະ​ໜົນ​ເກົ່າ​ໂຮ້ຍ​ອານ

        ຍາກ​ທີ່​ຈະຫາ​ໄດ້​ຢູ່​ບ່ອນ​ໃດໄດ້​ເຕົ້າ​​ໂຮມ​ຄວາມ​ໜາ​ແໜ້ນຂອງມໍ​ລະ​ດົກຫຼາຍ​ແຫ່ງ  ​ຄື​ກັນ​ກັບ​ຄຸ້ມ​ເມືອງ​ເກົ່າ​ໂຮ້ຍ​ອານ​ ດ້ວຍ​ປູ​ຊະ​ນີ​ຍະ​ສະ​ຖານກວ່າ 2.000 ແຫ່ງ. ສະ​ເພາະ​ຢູ່​ເຂດ 1 ຂອງ​ຄຸ້ມ​ຖະ​ໜົນ​ເກົ່າ​ໄດ້​ຮັບ​ຖື​ວ່າ ​ແມ່ນ​”ເຂດ​ໃຈ​ກາງ” , ​ເຊິ່ງມີ​ເນື້ອ​ທີ່​ພຽງ​ແຕ່ 4 ຕາ​ລາງກິ​ໂລ​​ແມັດ ​ເທົ່າ​ນັ້ນ, ແຕ່​ວ່າ​ມີ​  ປູ​ຊະ​ນີ​ຍະ​ສະ​ຖານ​ສະ​ຖາ​ປັດ​ຕະ​ຍະ​ກຳ​ສິ​ລະ​ປະ​ຂຶ້ນ​ກັບ​ບັນ​ດາ​ກິດ​ຈະ​ກຳ​​ພົນ​ລະ​ເຮືອນ(ເຮືອນ​ຢູ່, ນ​້ຳ​ສ້າງ, ຕະຫຼາດ​ຊຸມ​ຊົນ) ແລະ ບັນ​ດາ​ກິດ​ຈະ​ກຳ​ຮັບ​ໃຊ້​ການເຫຼື້ອມ​ໃສ(ຫໍ​ໂຮງ​ບູ​ຊາ, ສາ​ລາ, ວັດ​ວາ​ອາ​ຮາມ)ເຖິງ 1.273 ແຫ່ງ. ​ສະ​ຖາ​ປັດ​ຕະ​ຍະ​ກຳແຕ່​ລະປະ​ເພດ ລ້ວນ​ແຕ່​ມີ​ຈຸດ​ພິ​ເສດ ແລະ ສີ​ສັນ​ສ​ະ​ເພາະ,  ແຕ່​ວ່າ ນັ້ນ​ແມ່ນ​ການ​ປະ​ສານ​ສົມ​ທົບ​ຢ່າງ​ກົມ​ກຽວ​ລະ​ຫວ່າງ​ສະ​ພາບ​ແວດ​ລ້ອມ, ໂຄງ​ສ້າງ​ ແລະ ການ​ປະ​ສົມ​ປະ​ສານ​ທີ່​ດີ​ເດັ່ນ​ລະ​ຫວ່າງ​ບັນ​ດາ​​ການ​ອອກ​ແບບ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງຫວຽດ​ນາມ-ຈີນ-ຍີ່​ປຸ່ນ-ຝ່າຍຕາ​ເວັນ​ຕົກ. ໂດຍ​ຜ່ານບໍ່​ວ່າ​​ເທົ່າ​ໃດ​ສະ​ຕະ​ວັດ, ບັນ​ດາ​ເຮືອນ​ເກົ່າ, ສາ​ລາ​ບ້ານ, ວັດ​ວາ​ອາ​ຮາມ, ສຸ​ສານ, ຫໍ​ໂຮງບູ​ຊາ,  ຂົວ, ນ້ຳ​ສ້າງ……ຍັງ​ຍືນ​ຍົງ​ຄົງ​ຕົວ​ຢູ່ ຍ້ອນ​ໄດ້​ຮັບ​ການ​ອະ​ນຸ​ລັກຮັກ​ສາ ແລະ ຈິດ​ໃຈ​ຄວາມ​ຮັກ​ແພງ​ຂອງ​ຜູ້​ເປັນ​ເຈົ້າ​ຂອງ​ສິ່ງ​ດັ່ງ​ກ່າວ. ນັບ​ແຕ່​ໃດໆ​ມາ, ປະ​ຊາ​ຊົນ​ໂຮ້ຍ​ອານ ​ຍັງ “ດຳ​ລົງ​ຊີ​ວິດ​ພ້ອມ​ກັບ​ຄຸ້ມ​ຖະ​ໜົນ​ເກົ່າ ແລະ ດຳ​ລົງ​ຊີ​ວິດ​ເພື່ອ​ຄຸ້ມ​ຖະ​ໜົນ​ເກົ່າ”, ປະ​ຊາ​ຊົນ​ຢູ່​ທີ່ນີ້ ມີ​ສະ​ຕິ​ເຄົາ​ລົບ​​​ການ​ປົກ​ປັກຮັກ​ສາ, ທະນຸ​ຖະ​ໜອມ​ແຕ່​ລະຈຸດ​ລະ​ອຽດ​ຂອງ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂະ​ໜາດນ້ອຍ​ຈົນ​ເຖິງ ບັນ​ດາ​ມໍ​ລະ​ດົກ​ອັນ​ໃຫຍ່ຫຼວງນັບ​ທັງ​ມີ​ຮູບ​ຮ່າງ ແລະ ​ບໍ່​ມີ​ຮູບ​ຮ່າງ​ໂດຍ​​ຄົນ​ລຸ່ນ​ກ່ອນໆໄດ້​ປະ​ໄວ້​ໃຫ້. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ ໃນ​ຊຸມ​ປີມໍ່ໆ​ມານີ້, ຍ້ອນ​ໄດ້​ຮັບ​ຜົນ​ສະ​ທ້ອນ​ຜິດ​ປົກ​ກະ​ຕິ​​ຈາກສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຢູ່​ແຂວງກວາງ​ນາມ​ເຄີຍ​ເກີດ​ຝົນ​ຕົກ​ໜັກຢູ່​ເລື້ອຍໆ​ ເຮັດ​ໃຫ້​ເກີດ​​ນ້ຳ​ຖ້ວມ​ໃນ​ພື້ນ​ທີ່ກວ້າງ, ໃນ​ນັ້ນ ມີ​ຄຸ້ມ​ເມືອງ​ເກົ່າ​ໂຮ້ຍ​ອານ. ເພື່ອຫຼີກ​ລ້ຽງ​ຜົນ​ສະ​ທ້ອນ​ທີ່ບໍ່​ດີ​ຈາກ​ໄພ​ທຳ​ມະ​ຊາດນັ້ນ, ວົງ​ຄະ​ນະ​ຍາດ​ຊຸມ​ຊົນ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ຄຸ້ມ​ຖະ​ໜົນ​ເກົ່າ​ໂຮ້ຍ​ອານ ພັດ​ໄດ້​ກະ​ກຽມ​ທຸກ​ວິ​ທີ​ທາງ​ເພື່ອ​ຮັບ​ມື​ກັບ​ຝົນ​​ຕົກ​ໜັກ, ນ້ຳ​ແກ່ງ. ພ້ອມ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ​ສູນ​ຄຸ້ມ​ຄອງ​ອາ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂຮ້ຍ​ອານ, ຫຼາຍ​ຄອບ​ຄົວກໍ່ໄດ້​ຕໍ່​ເຕີມ​​​ສ້ອມ​ແປງ​ບ້າ​ນ​ເຮືອນ, ບູ​ລະ​ນະ​ສ້ອມ​ແປງ​ບັນ​ດາຈຸດ​ໃນ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເຊື່ອມ​ໂຊມ​ດ້ວຍ​ຕົນ​ເອງ….ທ່ານ ໂຮ່​ຟຸກ ເຈົ້າ​ຂອງ​ເຮືອນ​ເກົ່າ​ຫຼັງ​ໜຶ່ງ​ ຢູ່​ຖະ​ໜົນ​ເຈິ່ນ​ຟູ໋, ໄດ້​ສຳ​ເລັດ​ການ​ຕໍ່​ເຕີມ​​ສ້ອມ​ແປງ​ບ້ານ​ເຮືອນ​ເປັນ​ເວ​ລາກວ່າ​ເຄິ່ງ​ເດືອນ​ຜ່ານ​ມາ ໃຫ້​ຮູ້​ວ່າ: 

        “ລະ​ດູ​ຝົນ​ຈະ​ມາ​ເຖິງນີ້ ແນ່ນອນ​ວ່າໃຜ​ໆກໍ່​ຕ້ອງ​ມີ​ຄວາມ​​ເປັນ​ຫວ່ງ​ເປັນ​ໃຍ.​ ຖ້າມີ​ຫຍັງແດ່, ທາງ​ນະ​ຄອນ​ກໍ່​ໄດ້​ແຈ້ງ​ໃຫ້​ຊາບ​ໃນ​ທັນ​ທີ່, ແລະ ​ທາງ​ນະ​ຄອນ​ກໍໄດ້​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ. ປະ​ຈຸ​ບັນ​​​ຍັງ​ມີ​ປູ​ສະ​ນີຍະ​ສະ​ຖານ​​, ທາງ​ນະ​ຄອນ​ກໍໄດ້​ຊ່ວຍ​ເຫຼືອເພື່ອ​ອາ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ​ຄຸ້ມ​ຖະ​ໜົນ​ເກົ່າ​ໂຮ້ຍ​ອານ​ໄວ້ ”

        ນັບ​ແຕ່​ປີ1999 ຄືນຫຼັງ, ​ທົ່ວ​ໂຮ້ຍ​ອານ​ມີ​ປູ​ສະ​ນີ​ຍະ​ສະ​ຖານ​ພຽງ​ແຕ່ 10 ແຫ່ງ​ເທົ່າ​ນັ້ນ​ ທີ່​ໄດ້​ຮັບ​ການ​ລົງ​ທຶນ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ. ແຕ່​​ມາ​ຮອດ​ປະ​ຈຸ​ບັນ ໄດ້​ມີປູ​ສະ​ນີ​ຍະ​ສະ​ຖານ​ເຖິງ 170 ແຫ່ງ​ໄດ້​ຮັບ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນດ້ວຍ​ຄ່າ​ໃຊ້​ຈ່າຍ​ທັງ​ໝົດ​ແມ່ນ 65 ຕື້​ດົ່ງ. ນອກ​ຈາກນັ້ນ, ຍັງ​ມີ​ປູ​ສະ​ນີ​ຍະ​ສະ​ຖານກວ່າ 150 ແຫ່ງໄດ້​ຮັບ​ການ​ໜູນ​ຊ່ວຍ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ຈາກ​ອຳ​ນາດ​ການ​ປົກ​ຄອງ ແລະ ບັນ​ດາເຈົ້າ​ຂອງ​ຂອງປູ​ສະ​ນີ​ຍະ​ສະ​ຖານ​ນ້ອຍເກືອບ 2.000 ແຫ່ງ ​ ກໍ​ໄດ້​ປະ​ຕິ​ສັງ​ຂອນ, ສ້ອມ​ແປງດ້ວຍ​ຕົນ​ເອງ​ .    ສິ່ງ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ລະ​ດັບຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຄົມ, ສະ​ຕິ​ໃນ​ການອາ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ໃນ​ໝູ່​ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ​ ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ທ່ານ ຫງວຽນ​ຈີ໋​ຈຸງ, ​ຜູ້ອຳ​ນວຍ​ການ​​ສູນຄຸ້ມ​ຄອງ ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ ໂຮ້ຍ​ອານ, ແຂວງກວາງ​ນາມ ໃຫ້​ຮູ້​ວ່າ:

        “ ສຳ​ລັບ​ໂຮ້ຍ​ອານ ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ, ພວກ​ເຮົາ​ໄດ້ອາ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ໃຫ້​​ມີ​ຄວາມຍືນ​ຍົງ​ຄົງ​ຕົວ ແລະ ໄປ​​ຖືກ​ທິດ,ໃນ​ນັ້ນ ຕ້ອງ​ເວົ້າ​ເຖິງ​ພາ​ລະ​ບົດ​ບາດ​ຂອງ​ປະ​ຊາ​ຊົນ ເພາະ​ວ່າ​ປະ​ຊາ​ຊົນ​ມີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ວຽກ​ງານອະ​ນຸ​ລັກ​ຮັກ​ສາຢູ່​ແລ້ວ ​ແລະ ​ມັນກໍ່​ໄດ້ນຳ​​ມາ​ເຊິ່ງແຫຼ່ງ​​ຜົນ​ປະ​ໂຫຍດໃຫ້ແກ່​ປະ​ຊາ​ຊົນ. ຕ້ອງ​ສືບ​ຕໍ່​ໂຄ​ສະ​ນາ​, ຂົນ​ຂວາຍ​ ເພື່ອ​ໃຫ້​ປະ​ຊາ​ຊົນ​ນັບ​ມື້​ນັບ​ມີ​ຄວາມ​ຮັບ​ຮູ້​ດີກວ່າ​ອີກ, ໂດຍ​ສະ​ເພາະ​ແມ່ນ​ລຸ່ນ​ໜຸ່ມ. ສຳ​ລັບ​ໂຮ້ຍ​ອານ​ແລ້ວ, ກຸ່ມ​ປູ​ສະ​ນີ​ຍະ​ສະ​ຖານກວ່າ 99% ແມ່ນຢູ່​ໃຕ້ການຄຸ້ມ​ຄອງ​ ແລະ ເປັນ​ກຳ​ມະ​ສິດຂອງ​ປະ​ຊາ​ຊົນ. ເພາະ​ສະ​ນັ້ນ​, ຍິ່ງກວ່າ​ໃຜ​ໝົດ, ວຽກ​ງານ​ການ​ຄຸ້ມ​ຄອງ​ດີ ຫຼື ບໍ່​ດີ, ຍາວ​ນານ ແລະ ຍືນ​ຍົງ​ຄົງ​ຕົວ ຫຼື ບໍ່​ນັ້ນ ແມ່ນ​​ຂຶ້ນ​ກັບກຳ​ລັງ​ເຫື່ອ​ແຮງ​ຂອງ​ປະ​ຊາ​ຊົນ​ໃນ​ຄຸ້ມ​ຖະ​ໜົນ​ເກົ່າ​ນີ້​ນີ້​ເອງ”

        ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ​ຄຸ້ມ​ເມືອງ​ເກົ່າ​ໂຮ້ຍ​ອານ ບໍ່​ພຽງ​ແຕ່​ມີ ຄວາມ​​ງາມ​ດ້ານ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ເກົ່າ​ແກ່ເທົ່າ​ນັ້ນ, ເຊິ່ງ​ມັນ​ຍັງ​ໄດ້​ຕິດ​ພັນ​ກັບ​ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ປະ​ຊາ​ຊົນ​ ກ່ຽວ​ກັບ​ວິ​ຖີ​ຊີ​ວິດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ການ​ທຳ​ມາ​ຫາ​ກິນ, ການ​ປະ​ພຶດ​ຂອງ​ຊາວ​ໂຮ້ຍ​ອານ​ອີກ​ດ້ວຍ. ຢູ່​ໂຮ້ຍ​ອານ​ເກືອບ​ຕະຫຼອດ​ປີ​ໃນ​ສີ່​ລະ​ດູ ​ລ້ວນ​ແຕ່ໄດ້​ດຳ​ເນ​ີນ​ບັນ​ດາ​ງານ​ບຸນ​ວັດ​ທະ​ນະ​ທຳ​ອັນ​ເປັນ​ປະ​ເພ​ນີ, ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ໝູ່​ບ້ານ​ອາ​ຊີບ​ທີ່​ມີ​ຊື່​ສຽງ ພ້ອມ​ກັບ​ແຫຼ່ງວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ອຸ​ດົມ​ສົມ​ບູນ​ . ເພາະ​ສະ​ນັ້ນ, ໂຮ້ຍ​ອານ​ແມ່ນ​​ສາງວັດ​ທະ​ນະ​ທຳ​, ສິ​ລະ​ປະ​ວັນ​ນະ​ຄະ​ດີພື້ນ​ເມືອງ​ທີ່​ມີຫຼາຍ​ຮູບຫຼາຍ​ສີ. ກຸ່ມ​ປູ​ສະ​ນີ​ຍະ​ສະ​ຖານ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຄຸ້ມ​ຖະ​ໜົນ​ເກົ່າ​ໂຮ້ຍ​ອານ ໄດ້​ຮັບ​ຖື​ວ່າ​ແມ່ນ “ຫໍ​ພິ​ພິທະ​ພັນ​ທີີ່​ມີຊີ​ວິດ” ກ່ຽວ​ກັບ​ສະ​​ຖາ​ປັດ​ຕະ​ຍະ​ກຳ, ກ່ຽວ​ກັບ​ວິ​ຖີ​ຊີ​ວິດ​ໃນ​ເຂດຕົວ​ເມືອງ. ການ​ປຸກ​ລະ​ດົມ​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຄົມ​ໃນ​ວຽກ​ງານ​ຄຸ້ມ​ຄອງ, ອະນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ມໍ​ລະ​ດົກ​ຢູ່​ໂຮ້ຍ​ອານ ແຂວງກວາງ​ນາມ, ປະ​ຈຸ​ບັນ​ຍັງ​ຄົງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ອະ​ນຸ​ລັກ​ຮັກ​ສາຈາກ​ອຳ​ນາດ​ການ​ປົກ​ຄອງ​ ແລະ ປະ​ຊາ​ຊົນ​ຢູ່​ແຫ່ງນີ້​. ຄວາມ​ມາ​ນະ​ພະ​ຍາມ​ຂອງ​ວົງ​ຄະ​ນະ​ຍາດຊຸມ​ຊົນ​ ກໍ​ແມ່ນ​ປັດ​ໃຈ​ພື້ນ​ຖານ, ຕັດ​ສິນ​ຄວາມ​ເປັນ​ຕາຍ​ຂອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ​ໂຮ້ຍ​ອານ.

ຕອບກັບ

ຂ່າວ/ບົດ​ອື່ນ