ລາຍການ “ຂັບສຳ ແລະ ຊີວິດ” ນຳສິລະປະຂັບສຳ ສະໜິດຕິດພັນກັບມວນຊົນຫຼາຍຂຶ້ນ

 ລ​າຍ​ການ​ສະ​ແດງ​ສິ​ລະ​ປະ “ຂັບ​ສຳ ແລະ ຊ​ີ​ວິດ” ຫາ​ກໍ​ຖືກ​ຈັດ​ຂຶ້ນຢູ່ຮ່າ​ໂນ້ຍ ໄດ້​ຊ່ວຍ​ຜູ້​ຊົມ​ຊາວ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ມີ​ໂອ​ກາດ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ພື້ນ​ຖານ​ສິ​ລ​ະປະຂັບ​ສຳ. ຈາກ​ບົດ​ເພງ​ສຳ​ເກົ່າ​ຄື : ເລີ້​ເບືອກ​ຊາງ​ງາງ​ໝາຍ​ເຖິງການ​ບີບ​ບັງ​ຄັບ​ໃນ​ການ​ສົມ​ລົດ, ໂກ​ຮ່າງ​ເນືອກໝາຍ​ເຖິງ​ນາ່ງ​ສາວ​ຂາຍນ້ຳ​ຊາ, ກວຽດ​ຈີ້​ຕູ​ເທີນ ໝາຍ​ເຖິງ​ຕັດ​ສິນ​ໃຈ​ຝຶກ​ຝົນຫຼໍ່ຫຼອມ….ຕະຫຼອດ​ຮອດ​ບັນ​ດາ​ບົດ​ເພງ​ສຳ​ໃໝ່​ນັ້ນ, ​ການ​ນຳສິ​ລະ​ປະ​ຂັບ​ສຳມາ​ສະ​ແດງ​ບົນ​ເວ​ທີ່ພວມ​ສ້າງ​ຊີ​ວິດ​ໃໝ່​ໃຫ້ປະ​ເພດ​ສິ​ລະ​ປະ​ນີ້, ພ້ອມ​ກັນ​ນັ້ນ, ກໍ​ນຳສິ​ລະ​ປະ​ຂັບ​ສຳ​ສະ​ໜິດ​ຕິດ​ພັນ​ກັບ​ມວນ​ຊົນຫຼາຍ​ຂຶ້ນ.

ລາຍການ “ຂັບສຳ ແລະ ຊີວິດ”  ນຳສິລະປະຂັບສຳ ສະໜິດຕິດພັນກັບມວນຊົນຫຼາຍຂຶ້ນ - ảnh 1
ລ​າຍ​ການ​ສະ​ແດງ​ສິ​ລະ​ປະ “ຂັບ​ສຳ ແລະ ຊ​ີ​ວິດ”

   ລ​າຍ​ການ​ສະ​ແດງ​ສິ​ລະ​ປະ “ຂັບ​ສຳ ແລະ ຊ​ີ​ວິດ” ຖືກ​ຈັດ​ຂຶ້ນ​ຫວ່າງ​ແລ້ວນີ້​ຢູ່​ໂຮງ​ລະ​ຄອນ​ໃຫຍ່​ຮ່າ​ໂນ້ຍ​ທີ່​ເຮືອນ​ເລກ​ທີ 1 ຖະ​ໜົນ​ຈ່າງ​ຕຽນ, ຮ່າ​ໂນ້ຍ, ດ້ວຍ​ເພງ​ສຳ​ທີ່​ໂດ່ງ​ດັງ 19 ບົດ​ຖືກ​ຈັດ​ເປັນ 3 ພາກ​ຕົ້ນ​ຕໍ​ຄື : ສຳ​ເກົ່າ, ສຳ​ຍຸກ​ປະ​ຈຸ​ບັນ, ສຳ​ທົດ​ລອງ​ປະ​ສານ​ກັບ​ດົນ​ຕີ​ທັນ​ສະ​ໄໝ. ຜູ​້​ມາ​ຊົມ​ລາຍ​ການ​ສະ​ແດງ​ແມ່ນ​ຢູ່​ໃນຫຼາຍ​ເກັ່ນ​ອາ​ຍຸ, ຈາກຜູ້​ເຖົ້າ​ຜູ້​ແກ່​ຕະຫຼອດ​ຮອດ​ໄວ​ໜຸ່ມ. ແມ່​ຕູ້​ຄົນ​ໜຶ່ງມາຊົມ​ລາຍ​ການ​ໃຫ້​ຮູ້​ວ່າ : 

   “  ຄາວ​ທີ່​ພວກ​ຂ້າ​ພະ​ເຈົ້າຢູ່​ຮ່າ​ໂນ້ຍນັ້ນ, ຂັບ​ສຳ​ແມ່ນ​ຄາວເຍົາ​ໄວ, ແມ່ນ​ຈຸດ​ວັດ​ທະ​ນະ​ທຳ​ຂອງ​ຊາດ. ຂ້າ​ພະ​ເຈົ້າມາ​ຊົມ​ເພື່ອ​ຫວນ​ຄືນ​ຊີ​ວິດ​ເມ​ື່ອ​ກ່ອນນີ້”

   ສ່ວນ​ເພື່ອນ​ໜຸ່ມ​ຄົນ​ໜຶ່ງ​ມາ​ຊົມ​ລາຍ​ການ​ໃຫ້​ຮູ້​ວ່າ : 

    “ ມາ​ຊົມ ແລະ ຟັງ​ຂັບ​ສຳ, ນ້ອງ​ມີ​ຄວາມ​ຕື້ນ​ຕັນ​ໃຈ ແລ​ະ ເພງ​ສຳ​ເປັນ​ໜ້າ​ຈັບ​ໃຈ​ອີຫຼີ. ມີ​ສິ່ງ​ໃດ​ສິ່ງ​ໜຶ່ງ​ຝັງ​ໄວ້​ໃນ​ດວງ​ໃຈ​ຂອງ​ຕົນ. ນ້ອງ​ມັກ​ທີ່​ສຸດ ບົດ​ເພງ : “ໂກ​ຮ່າງ​ເນືອກ ແລະ ກວຽດ​ຈີ້​ຕູ​ເທີນ, ເພາະ​ບົດ​ເພງນີ້​ເວົ້າ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ຂອງ​ອ້າຍ​ບາວ​ຄົນ​ໜຶ່ງ​ຫວັງ​ກາຍ​ເປັນ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ. ສ່ວນ​ບົດ​ເພງ ໂກ​ຮ່າງ​ເນືອກ, ແມ່ນ​ເວົ້າ​ເຖິງ​ບັນ​ຫາ​ຂອງ​ປະ​ເທດ​ຊາດ, ເມື່ອ​ຟັງ​ເພງນີ້, ເບິ່ງ​ຄືວ່າ ​ ມີ​ສິ່ງ​ໃດ​ສິ່ງ​ໜຶ່ງ​ຝັງ​ໄວ້​ໃນ​ດວງ​ໃຈ​ຂອງ​ຕົນ ແລະ ຮູ້​ສຶກຕື້ນ​ຕັນ​ໃຈທີ່​ສຸດ. ”

   ໃນ​ສະ​ພາ​ວະ​ທີ່ຫຼາຍ​ສິ​ລະ​ປະ​ພື້ນເມືອງ​ພວມ​ຢືນ​ຢູ່​ຕໍ່​ໜ້າ​ສະ​ພາບ​ສູນ​ຫາຍ​ໄປ​ນັ້ນ, ຄວາມ​ສົນ​ໃຈ​ຂອງ​ຜູ້​ຊົມ​ຊາວ​ນະ​ຄອນຫຼວງ​ທີ່​ມີ​ຕໍ່ລ​າຍ​ການ​ສະ​ແດງ​ສິ​ລະ​ປະ “ຂັບ​ສຳ ແລະ ຊ​ີ​ວິດ” ກໍ​ເປັນ​ສັນ​ຍານ​ທີ່​ດີສຳ​ລັບ​ບັນ​ດາ​ນັກ​ສິ​ລະ​ປີນ​ຂັບ​ສຳ. ນັກ​ສິ​ລະ​ປະ​ຂັບ​ສຳ ມາຍ​ຕຽດ​ຮ​ວາ ສະ​ມາ​ຊິກ​ຄະ​ນະ​ຈັດ​ຕັ້ງ​ລາຍ​ການ​ຢືນ​ຢັນ​ວ່າ : ຄຳ​ປະ​ໂຫຍກ​ໃນ​ເພງ​ສຳ​ກໍ​ບໍ່​ຄື​ເພງ​ບູ​ຮານ, ນັບ​ທັງ​ຜູ້​ຊົມ​ໃນ​ຍຸກ​ປະ​ຈຸ​ບັນ​ເມື່ອ​ໄດ້​ຟັງ ກໍ​ສາ​ມາດ​ເຂົ້າ​ໃຈ​ດີ. ນີ້​ແມ່ນ​ທ່າ​ແຮງ​ຂອງ​ສິ​ລະ​ປະຂັບສຳ​ໃນ​ປະ​ຈຸ​ບັນ. ນັກ​ສິ​ລະ​ປະ​ຂັບ​ສຳ ມາຍ​ຕຽດ​ຮ​ວາ ເປີດ​ເຜີ​ຍ​ວ່າ : 

   “ ເນື້ອ​ໃນ​ຂອງ​ເພງ ແລະ ດົນ​ຕີ​ໃນ ສິ​ລະ​ປະ​ຂັບ​ສຳ​ຈະ​ຊຶມ​ເລິກ​ເຂົ້າ​ໃນ​ດວງ​ໃຈ​ມະ​ນຸດ​ໃນ​ທັນ​ທີ່. ສຳ​ລັບຂັບ​ກວານ​ເຫາະ, ຂັບ​ກາ​ຈູ, ເມ​ື່ອ​ໄດ້​ຟັງ, ພວກ​ເຮົາ​ຕ້ອງ​ຄິດ, ຕ້ອງ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ພາ​ສາ​ຫວຽດ​ເດີມ, ຈຶ່ງ​ຈະ​ສາ​ມາດ​ເຂົ້າ​ໃຈເນື້ອໃນ​ບົດ​ເພງ​ທີ່​ນັກ​ປະ​ພັນ​ຢາກ​ເວົ້າ​ອີ​ຫຍັງ, ແຕ່​ສຳ​ລັບ​ເພງ​ສຳ​ນັ້ນ, ພວກ​ເຮົາ​ຕ້ອງ​ການ​ຫຍັງ, ຮັກ​ຜູ້​ໃດ, ມັກ​ຫຍັງ, ພວກ​ເຮົາ​ສາ​ມາດ​ເວົ້າ​ຕົງ​ຕໍ່​ກັນ​ໂລດ. ”

    ບໍ່​ພຽງ​ແຕ່​ດຶງ​ດູດ​ໄວ​ໜຸ່ມ​ເທົ່າ​ນັ້ນ, ສິ​ລະ​ປະ​ຂັບ​ສຳ ກໍ​ນຳ​ແຫຼ່ງ​ອາ​ລົມ​​ໃນ​ການ ປະ​ພັນ​ມາໃຫ້​ນັກ​ສິ​ລະ​ປີນ​ໜຸ່ມ​ຕາມ​ແບບ​ແຜນ​ການ​ສະ​ແດງ​ທັນ​ສະ​ໄໝ. ນັກ​ສິ​ລະ​ປີນ​ມິນ​ກຽນ ເວົ້າ​ວ່າ : 

   “  ເມື່ອສົນໃຈ​ກັບ ສິ​ລະ​ປະ​ຂັບ​ສຳ, ຂ້າ​ພະ​ເຈົ້າເອົາ​ໃຈ​ໃສ່​ເຖິງ​ການ​ຕີ​ຈັ່ງ​ຫວະ​ຂອງ​ຂັບ​ສຳ. ມັນ​ງ່າຍ​ດາຍ​ທີ່​ສຸດ, ແຕ່​ເຮົາ​ຮຽນ​ໄດ້ຫຼາຍ​ວິ​ທີ​ທີ່​ດີ​ທີ່ມວ່ນທີ່​ສຸດ. ເມື່ອ​ຟັງ​ເພງ​ສຳ, ຜູ້​ຄົນ​ທັງຫຼາຍ​ສາ​ມາດ​ວາດ​ພາບ​ໄດ້​ເຖິງ​ຮູບ​ພາບ​ຮ່າ​ໂນ້ຍ​ເມື່ອ​ກ່ອນນີ້. ”

   ສິ​ລະ​ປະ​ຂັບ​ສຳພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ຊົມ​ໜຸ່ມ ແລະ ວົງ​ການ​ນັກ​ສິ​ລະ​ປີນ​ໜຸ່ມ​ໃນ​ປະ​ຈຸ​ບັນ. ເພື່ອນ ເລ​ມິນ​ຮ້ຽວ ນັກ​ສຶກ​ສາ​ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ​ແຫ່ງ​ຊາດ ເປີດ​ເຜີຍ​ວ່າ : 

   “ ນ້ອງບໍ່​ມີ​ໂອ​ກາດ​ໄດ້​ຊົມ ແລ​ະ ຟັງ​ຂັບ​ສຳ ເພາະລ​າຍ​ການ​ສະ​ແດງ​ສິ​ລະ​ປະ ຂັບ​ສຳ ກໍ​ບໍ່​ມີຫຼາຍ, ນ້ອງ​ໄດ້​ຟັງ​ຂັບ​ສຳ​ພຽງ​ຜ່ານ​ວິ​ທະ​ຍຸ, ໂທ​ລະ​ພາບ​ເທົ່າ​ນັ້ນ ”

    ເຫັນ​ດີ​ກັບ​ທັດ​ສະ​ນະ​ຂອງເພື່ອນ ເລ​ມິນ​ຮ້ຽວ , ນັກ​ສິ​ລະ​ປີນ ຫງວຽນ​ກວາງ​ລອງ ສັງ​ກ​ັດ​ຄະ​ນະ​ຈັດ​ຕັ້ງ​ເປີດ​ເຜີຍ​ວ່າ : 

   “ ພວກ​ຂ້າ​ພະ​ເຈົ້າເຄີຍ​ຈັດ​ຕັ້ງ ລ​າຍ​ການ​ສະ​ແດງ​ສິ​ລະ​ປະຂັບ​ສຳເຊັ່ນ​ນີ້ ໃນ​ເດືອນ​ມັງ​ກອນ​ປີ 2011. ຄາວນັ້ນ, ພວກຂ້າ​ພະ​ເຈົ້າປາ​ຖະ​ໜາວ​່າ ແຕ່​ລະ​ປີ​ຈະ​ດຳ​ເນີນ​ເທື່ອ​ໜຶ່ງ​ໃນ​ຈຸດ​ເວ​ລາ​ກ່ອນ ແລະ ພາຍຫຼັງ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ. ແຕ່​ຕ້ອງ​ມາ​ຮອດ​ປີນີ້, ພວກ​ຂ້າ​ພະ​ເຈົ້າ​ຈຶ່ງ​ສາ​ມາດ​ຫັນ​ຄວາມ​ໃຝ່​ຝັນ​ກາຍ​ເປັນ​ຄວາມ​ຈິງ​ໄດ້. ເວົ້າ​ເຊັ່ນ​ນັ້ນ ເພື່ອໃຫ້​ພວກ​ເຮົາເຫັນ​ໄດ້​ວ່າ ຈະ​ເປັນ​ການ​ຍາກ​ທີ່​ສຸດ​ເພື່ອ​ຈັດ​ຕັ້ງ​ລາຍ​ການ​ສະ​ແດງ​ຂັບ​ສຳ​ເຊັ່ນ​ນັ້ນ. ”

    ການ​ສະ​ໜັບ​ສະ​ໜູນ ແລະ ຕອບ​ສະ​ໜອງ​ຢ່າງ​ສຸດ​ໃຈ​ຂອງ​ຜູ້​ຊົມ​ທີ່​ມີ​ຕໍ່ ສິ​ລະ​ປະ​ຂັບ​ສຳ​ພາຍຫຼັງ​ບໍ່​ປະ​ກົດ​ຕົວ​ບົນ​ເວ​ທີ່​ສະ​ແດງມາ​ເປັນ​ໄລ​ຍະ​ໜຶ່ງ ໄດ້​ສະ​ແດງ​ໃຫ້​ເຫັນ​ ກຳ​ລັງ​ດຶງ​ດູດ​ຂອງ​ປະ​ເພດ​ສິ​ລະ​ປະ​ນີ້​ສຳ​ລັບ​ມວນ​ຊົນ. ນີ້​ແມ່ນ​ກຳ​ລັງ​ຊຸກ​ຍູ້​ເພື່ອ​ເກັບ​ຮັກ​ສາ, ໂຄ​ສະ​ນາ​ເຜີຍ​ແຜ່ ສິ​ລະ​ປະ​ຂັບ​ສຳ​ໃນ​ພື້ນ​ຖານ​ດົນ​ຕີ​ພື້ນ​ເມືອງ​ຫວຽດ​ນາມ .

ຕອບກັບ

ຂ່າວ/ບົດ​ອື່ນ