ລາຍການສະແດງກາຍຍະສິນ“ໝູ່ບ້ານຂອງຂ້ອຍ” ກັບເລື່ອງລາວເຊື່ອມໂຍງດ້ານວັດທະນະທຳ

ດ້ວຍລາຍ​ການ​ສະ​ແດງ​ກາຍ​ຍະ​ສິນຢູ່​ຕ່າງ​ປະ​ເທດຈຳ​ນວນກວ່າ 300​ຄັ້ງ​ນັ້ນ, ລາຍ​ການ​ສະ​ແດງ​ກາຍ​ຍະ​ສິນ “ໝູ່​ບ້ານ​ຂອງ​ຂ້ອຍ” ແລະ ໄດ້​ຮັບ​ການ​ຍ້ອງ​ຍໍຈາກ​ຜູ້​ຊົມ​ຢ່າງ​ສຸດ​ໃຈ ແລະ ​ດຶງ​ດູດຜູ້​ມາຊົມເປັນ​ຈຳ​ນວນຫຼວງຫຼາຍ. ບັນ​ດາລາຍ​ການ​ສະ​ແດງ​ກາຍ​ຍະ​ສິນ“ໝູ່​ບ້ານ​ຂອງ​ຂ້ອຍ” ແມ່ນ​ມີ​ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ, ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ ສະ​ແດງ​ໃຫ້​ເຫັນ​ຈິດ​ວິນຍ​ານ​ຂອງ​ຊາວ​ຫວຽ​ດ​ນາມ.

 

ລາຍການສະແດງກາຍຍະສິນ“ໝູ່ບ້ານຂອງຂ້ອຍ”  ກັບເລື່ອງລາວເຊື່ອມໂຍງດ້ານວັດທະນະທຳ - ảnh 1
ລາຍ​ການ​ສະ​ແດງ​ກາຍ​ຍະ​ສິນ“ໝູ່​ບ້ານ​ຂອງ​ຂ້ອຍ”
      (ພາບ: vanhoathethao)

     “ລາຍ​ການ​ສະ​ແດງ​ກາຍ​ຍະ​ສິນ“ໝູ່​ບ້ານ​ຂອງ​ຂ້ອຍ” ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ແກ່​ຜູ້​ຊົມ” ; “ໝູ່​ບ້ານ​ຂອງ​ຂ້ອຍ” ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ; “ໝູ່​ບ້ານ​ຂອງ​ຂ້ອຍ - ຄວາມ​ງາມ​ຫວຽດ​ນາມ” …ນັ້ນ​ກໍ​ແມ່ນ​​ຫົວ​ຂໍ້ຂອງ​ສ່ວນ​ໜຶ່ງ​ໃນ​ຈຳ​ນວນຫຼາຍ​ບົດ​ຂຽນ​ໂດຍ​ວົງ​ການ​ສື່ມວນ​ຊົນ ກໍ​ຄື​ບັນ​ດາ​ນັກ​ວິ​ຊາ​ສະ​ເພາະ​ເວົ້າ​ເຖິງລາຍ​ການ​ສະ​ແດງ​ກາຍ​ຍະ​ສິນ“ໝູ່​ບ້ານ​ຂອງ​ຂ້ອຍ” ຂອງ​ສະ​ຫະ​ພັນ​ກາຍ​ຍະ​ສິນ​ຫວຽດ​ນາມ. ລາຍ​ການ​ສະ​ແດງ​ກາຍ​ຍະ​ສິນ“ໝູ່​ບ້ານ​ຂອງ​ຂ້ອຍ” ຖືກ​ສ້າງ​ຂຶ້ນ​ໂດຍ​ອີງ​​ໃສ່ບັ​ນ​ດາ​ຈຸດວັດ​ທະ​ນະ​ທຳ ແລະ ປະຫວັດ​ສາດ​ທີ່​ພົ້ນ​ເດັ່ນ​ຂອງ​ຊາວ​ຫວຽດ​ນາມ, ດ້ວຍ​ສິ​ລະ​ປະ​ການ​ສະ​ແດງ​ທີ່​ເປັນ​ໜ້າ​ປະ​ທັບ​ໃຈ ແລະ ໃນ​ແຕ່​ລະ​ລາຍ​ການ, ຜູ້​ຊົມ​ກໍ​ໄດ້​ຮັບ​ຟັງ​ສຽງ​ຂັບ​ລຳ​ທຳ​ເພງ​ພື້ນ​ເມືອງ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ.

     ເມື່ອ​ໄດ້ລົງ​ມືກຳ​ກັບລາຍ​ການ​ສະ​ແດງ​ກາຍ​ຍະ​ສິນ “ໝູ່​ບ້ານ​ຂອງ​ຂ້ອຍ”, ສະ​ຫະ​ພັນ​ກາຍ​ຍະ​ສິນ​ຫວຽດ​ນາມ ຕ້ອງ​ຍອມປັດ​ເຂ່ຍ​ບາງ​ລາຍ​ການ​ສະ​ແດງ​ກາຍ​ຍະ​ສິນພື້​ນ​ເມືອງ​ເພື່ອ​ໃຫ້​ບັນ​ດາ​ນັກ​ສະ​ແດງ​ກາຍ​ຍະ​ສິນເຂົ້າ​ຮ່ວມ​ລາຍ​ການ. ປີ 2009, ລາຍ​ການ​ສະ​ແດງ​ກາຍ​ຍະ​ສິນ“ໝູ່​ບ້ານ​ຂອງ​ຂ້ອຍ” ໄດ້​ມີ​ໂອ​ກາດ​ທຳ​ການ​ສະ​ແດງ​ຢູ່​ບັນ​ດາ​ປະ​ເທດ​ເອີ​ລົບ ແລະ ໃນ​ທັນ​ທີ່ ໄດ້​ເຮັດ​ໃຫ້​ພື້ນ​ຖານ​ກາຍ​ຍະ​ສິນ​ຫວຽດ​ນາມ​ມີຊື່​ສຽງໂດ່ງ​ດັງ. ການ​ເຊື່ອມ​ໂຍງ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ໄດ້​ມີ​ຄຸນ​ຄ່າ​ຢ່າງ​ແທ້​ຈິງ​ເມື່ອ​ທຳ​ການ​ສະ​ແດງ​ຢູ່​ຕ່າງ​ປະ​ເທດ. ລາຍ​ການ​ສະ​ແດງ​ກາຍ​ຍະ​ສິນ“ໝູ່​ບ້ານ​ຂອງ​ຂ້ອຍ” ໄດ້​ຮັບ​ການ​ຊົມ​ຊົມຈາກ​ຜູ້​ຊົມ​ຊາວຕ່າງປະ​ເທດຢ່າງ​ສຸດ​ໃຈ ແລະ ເພາະ​ສະ​ນັ້ນ, ເຄື່ອງ​ໝາຍ​ກາຍ​ຍະ​ສິນ​ຫວຽດ​ນາມ​ໄດ້​ມີ​ຊື່​ສຽງ​ໂດ່ງ​ດັງ​ບົນ​ເວ​ທີ​ສະ​ແດງ​ສາ​ກົນ. ທ່ານ ຝ້າມ​ຊວນກວາງ ຮອງ​ຫົວ​ໜ້າ​ສະ​ຫະ​ພັນ​ກາຍ​ຍະ​ສິນ​ຫວຽດ​ນາມ ໃຫ້​ຮູ້​ວ່າ : 

    “ລາຍ​ການ​ສະ​ແດງ​ກາຍ​ຍະ​ສິນ“ໝູ່​ບ້ານ​ຂອງ​ຂ້ອຍ” ແມ່ນ​ມີ​ການ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ, ດັ່ງ​ນັ້ນ ຈຸດ​ພິ​ເສດ​ສະ​ເພາະ​ໃນການ​ສະ​ແດງ​ກາຍ​ຍະ​ສິນ ແມ່ນ​ມີ​ລັກ​ສະ​ນະ​ຍຸກ​ປະ​ຈຸ​ບັນ, ມີ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ການ​ຟ້ອນ, ການ​ສຽງ, ລະ​ບົບ​ແສງ​ສີ…ຮູບ​ແບບນີ້ ແມ່ນ​ຮຽນ​ຈາກ​ເອີ​ລົບ. ກ່ອນນີ້ ມີ​ພຽງ​ແຕ່​ລາຍ​ການ​ສະ​ແດງ​ກາຍ​ຍະ​ສິນ​ພື້ນ​ເມືອງ​ເທົ່າ​ນັ້ນ  ”

     ລາຍ​ການ​ສະ​ແດງ​ກາຍ​ຍະ​ສິນ“ໝູ່​ບ້ານ​ຂອງ​ຂ້ອຍ” ໄດ້​ວາດ​ພາ​ບ​ເຖິງ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ພາກ​ເໜືອ​ຫວຽດ​ນາມ. ດ້ວຍ​ເຕັກ​ນິກການ​ສະ​ແດງ​ກາຍ​ຍະ​ສິນໃໝ່, ໃນ​ນັ້ນ​ຮູບ​ພາບ​ຕົ້ນ​ໄມ້​ໄຜ່ແມ່ນ​ວິນ​ຍານ​ຂອງ​ບົດ​ລະ​ຄອນ​ກາຍ​ຍະ​ສິນ, ແມ່ນ​ໃຈ​ກາງ​ຂອງ​ເລື່ອງ​ລາວ. ບົດ​ລະ​ຄອນ​ກາຍ​ຍະ​ສິນໄດ້​ເຊື່ອມ​ຕໍ່​ລະ​ຫວ່າງ​ນັກ​ສະ​ແດງກາຍ​ຍະ​ສິນ 20 ຄົນ​ກັບ​ບັນ​ດາ​ນັກ​ເສບ​ເຄື່ອງ​ດົນ​ຕີ​ໃນ​ສີ​ສັນ, ການ​ສຽງ​ຂອງ​ບັນ​ດາ​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ. ລາຍ​ການ​ສະ​ແດງ​ກາຍ​ຍະ​ສິນ“ໝູ່​ບ້ານ​ຂອງ​ຂ້ອຍ” ໂດຍ​ 3 ທ່ານ​ຄື : ທ່ານ ຫງວຽນ​ເລີນ, ທ່ານ ເລ​ຕ້ວນ, ແລະ ຫງວຽນ​ເຍິດຫຼີ ເປັນ​ຜູ້​ກຳ​ກັບ​ການ​ສະ​ແດງ​ຮ່ວມ ໂດຍ​ອີງ​ໃສ່​ຮູບ​ພາບຫຼັກ​ແມ່ນ​ຕົ້ນ​ໄມ້ໄຜ່ຫວຽດ​ນາມ. ໃນ​ນັ້ນ, ຕົ້ນ​ໄມ້ໄຜ່ ແລະ ມະ​ນຸດ​ປະ​ສານ​ເຂົ້າ​ກັນ​ສ້າງ​ເປັນ​ບັນ​ດາ​ຈັ່ງ​ຫວະ​ທີ່​ງາມ​ຕາ ແລະ ເຕັມ​ໄປ​ດ້ວຍ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ສິ​ລະ​ປະ​ກາຍ​ຍະ​ສິນ. ບັນ​ດາລາຍ​ການ​ສະ​ແດງ​ກາຍ​ຍະ​ສິນຖືກ​ສະ​ແດງ​ໃນ​ທ່າມ​ກາງ​ສຽງ​ດົນ​ຕີ​ພື້ນ​ເມືອງ ຊຶ່ງ​ໄດ້​ວາດ​ພາບ​ເຖິງ​ຊີ​ວິດ​ປະ​ຈຳ​ວັນ​ຢູ່​ໝູ່​ບ້ານ​ເຂດ​ບ້ານ​ນາ​ພາກ​ເໜືອ. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ແນວ​ຄວາມ​ຄິດ​ທີ່​ມີ​ຫົວ​​ຄິດ​ປະ​ດິດ​ສ້າງນີ້, ນັກ​ສິ​ລະ​ປີນ​ປະ​ຊາ​ຊົນ ເຕີມ​ຈິ້ງ ຖື​ວ່າ ລາຍ​ການ​ສະ​ແດງ​ກາຍ​ຍະ​ສິນ“ໝູ່​ບ້ານ​ຂອງ​ຂ້ອຍ” ບໍ່​ພຽງ​ແຕ່​ຢຸດ​ຢູ່​ໃນ​ດ້ານ​ເຕັກ​ນິກ​ການ​ສະ​ແດງ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ເນື້ອ​ໃນ​ຊ່ວຍ​ໃຫ້​ຜູ້​ຊົມ​ຊາວ​ຕ່າງ​ປະ​ເທດ​ສາ​ມາດ​ເຂົ້າ​ໃຈ​ກ່ຽວ​ກັ​ບ​ປະ​ເທດ​ຊ​າດ​ຫວຽດ​ນາມ. ບົດ​ລະ​ຄອນ​ກາຍ​ຍະ​ສິນຖືກ​ສ້າງ​ຂຶ້ນ​ໂດຍ​ອີງ​ໃສ່​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ ແລະ ປະ​ຫວັດ​ສາດ​ທີ່​ພົ້ນ​ເດັ່ນ​ຂອງ​ຊາວ​ຫວຽດ​ນາມ, ນຳ​ຜູ້​ຊົມ​ເຂົ້າ​ສູ່​ໄລ​ຍະ​ທາງ​ທີ່​ສະ​ຫງົບ​ງຽບ, ທັງ​ມີ​ຊີ​ວິດ​ຊີ​ວາ ແລະ ທັງ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ລັກ​ສະ​ນະເພີ່​ນ​ຈິດ ເຮັດ​ໃຫ້​ຜູ້​ຄົນ​ທັງຫຼາຍອ​ວາຍ​ໜ້າ​ສູ່​ກົກ​ເຄົ​້າ​ເຫງົ້າ​ກໍ​ໂດຍ​ຜ່ານ​ຮູບ​ພາບ​ຕ່າງໆ​ເຊັ່ນ: ຈາກອະ​ລຸນ​ໃໝ່​ຮອດ​ຄ່ຳ​ຄືນພະ​ຈັນ​ເຕັມ​ດວງ, ຈາກ​ຂົ​ວ​ໄມ້​ໄຜ່​ຮອດ​ຕະຫຼາດ​ນັດ​ບ້ານ​ນາ, ງານ​ບຸນ​ປະ​ເພ​ນີ…. ທ່ານ ຝ້າມ​ຊວນກວາງ ຮອງ​ຫົວ​ໜ້າ​ສະ​ຫະ​ພັນ​ກາຍ​ຍະ​ສິນ​ຫວຽດ​ນາມ ແບ່ງ​ປັນວ່າ :

    “ ໂດຍ​ແມ່ນ​ຜູ້​ເຮັດ​ວຽກ​ງານ​ໃນ​ຂົງ​ເຂດ​ການ​ສະ​ແດງ​ກາຍ​ຍະ​ສິນ, ເຮົ​າ​ເຫັນ​ວ່າ ມັນ​ມ​່ວນຫຼາຍ ແລະ ງາມ​ທີ່​ສຸດ ເພາະ​ມັນ​ມີ​ຈິດ​ວິນ​ຍານ​ຫວຽດ​ນາມ, ສີ​ສັນ​ຫວຽດ​ນາມ. ບົດ​ລະ​ຄອນ​ກາຍ​ຍະ​ສິນ​ຖືກ​ສະ​ແດງ​ຢູ່ຫຼາຍ​ບ່ອນ​ເຊັ່ນ: ໂຮງ​ລະ​ຄອນ​ໃຫຍ່​ຮ່າ​ໂນ້ຍ, ໂຮງ​ລະ​ຄອນແຈວ, ແຕ່​ກໍ​ແມ່ນ​ສິ​ລະ​ປະການ​ສະ​ແດງ​ກາຍ​ຍະ​ສິນແບບ​ໃໝ່ ແລະ ກໍ​ແມ່ນ​ສິ່ງ​ທີ່​ໃໝ່​ອຽມ​ຂອງ​ຊາວ​ຫວຽດ​ນາມ ”

    ລາຍ​ການ​ສະ​ແດງ​ກາຍ​ຍະ​ສິນ“ໝູ່​ບ້ານ​ຂອງ​ຂ້ອຍ” ໄດ້​ນຳ​ສິ່ງ​ທີ່​ໃໝ່​ອຽມ ແລະ ແປກ​ປະຫຼາດມາ​ສູ່​ຜູ້​ຊົມ​ຊາວ​ຕ່າງ​ປະ​ເທດ, ພິ​ເສດ​ແມ່ນ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຊຶ່ງ​ເປັນ​ການ​ບັນ​ເທົາ​ຄວາມ​ຄິດຮອດ​ຄິດ​ເຖິງ​ບ້ານ​ເກີດ​ເມືອງນອນ ທັງ​ຊ່ວຍ​ເຂົາ​ເຈົ້າ​ຄື​ໄດ້​ກັບ​ຄືນ​ສູ່​ເຂດ​ບ້ານ​ນາ​ໃນຄາວເຍົາ​ໄວ

ຕອບກັບ

ຂ່າວ/ບົດ​ອື່ນ