ລຳເລື່ອງເຂດທ່ົງພຽງແມ່ນ້ຳຂອງ: ສ້າງໂອກາດເພື່ອໃຫ້ຮຸ່ນໜຸ່ມຢືນຢັນຄວາມສາມາດຂອງຕົນ

(VOVWORLD) -  ຜ່ານ ງານປະກວດ “ນັກສະແດງລຳເລື່ອງ ແລະ ລະຄອນເພງພື້ນເມືອງໜຸ່ມທີ່ມີຄວາມສາມາດທົ່ວປະເທດ - 2017“, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ມຸ່ງໄປເຖິງການເຊີດຊູສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນການອອກແຮງງານ, ປະດິດສ້າງສິລະປະ ເພື່ອຢືນຢັນ ແລະ ຮັບຮູ້ຄວາມສາມາດຂອງເຂົາເຈົ້າ.

ງານປະກວດ “ນັກສະແດງລຳເລື່ອງ ແລະ ລະຄອນເພງພື້ນເມືອງໜຸ່ມທີ່ມີຄວາມສາມາດທົ່ວປະເທດ - 2017“ ໄດ້ດຳເນີນຢູ່ແຂວງ ດົ່ງນາຍ ໃນເດືອນພະຈິກ 2017 ດ້ວຍການເຂົ້າຮ່ວມຂອງ 20 ຄະນະສິລະປະກອນລະຄອນເວທີທີ່ເປັນມູນເຊື້ອໃນທົ່ວປະເທດ. ສະເພາະເຂດທົ່ງພຽງແມ່ນ້ຳຂອງມີ 7 ຄະນະ, ໃນນັ້ນກວ່າເຄິ່ງໜຶ່ງແມ່ນນັກສະແດງໜຸ່ມ. ງານປະກວດສະແດງໃຫ້ເຫັນວ່າ ສິລະປະຂັບລຳເລື່ອງທີ່ເປັນມູນເຊື້ອບໍ່ພຽງແຕ່ໄດ້ຮັບການຮັກສາໄວ້ ແລະ ພັດທະນາເທົ່ານັ້ນ, ຫາກຍັງປະກົດມີນັກສະແດງໜຸ່ມຮຸ່ນໜຶ່ງທີ່ໄດ້ຢືນຢັນຄວາມສາມາດຂອງຕົນໃນການເຄື່ອນໄຫວສິລະປະອີກດ້ວຍ.

ລຳເລື່ອງເຂດທ່ົງພຽງແມ່ນ້ຳຂອງ: ສ້າງໂອກາດເພື່ອໃຫ້ຮຸ່ນໜຸ່ມຢືນຢັນຄວາມສາມາດຂອງຕົນ - ảnh 1 ລຳເລື່ອງເຂດທ່ົງພຽງແມ່ນ້ຳຂອງ

        ຢູ່ເຂດທົ່ງພຽງແມ່ນຳ້ຂອງ, ບັນດາຄະນະສິລະປະລຳເລື່ອງເຂົ້າຮ່ວມງານປະກວດລວມມີ: ຄະນະສິລະປະລຳເລື່ອງ ລອງອານ, ຄະນະສິລະປະສັງລວມ ຕ່ຽນຢາງ; ໂຮງລະຄອນ ໄຕໂດ; ຄະນະສິລະປະກອນ ດົ່ງທາບ; ຄະນະສິລະປະລຳເລື່ອງ ເຮືອງຈ່າມ (ກ່າເມົາ); ຄະນະສິລະປະລຳເລື່ອງ ກາວວັນເລົ່າ (ບາກລຽວ) ແລະ ຄະນະສິລະປະລຳເລື່ອງປະຊາຊົນ ກຽນຢາງ. ແຕ່ລະຄະນະມີນັກສະແດງເຂົ້າຮ່ວມແຕ່ 3 – 5 ຄົນ, ດ້ວຍການສະແດງລຳເລື່ອງຕອນໜຶ່ງ ໂດຍຄະນະສິລະປະກອນຂອງຕົນຈັດໃໝ່. ສະນັ້ນບົດລະຄອນແຕ່ລະຕອນນັ້ນລ້ວນແຕ່ໄດ້ຮັບການຄັດເລືອກຢ່າງລະອຽດ ເພື່ອສ້າງເງື່ອນໄຂໃຫ້ນັກສອບເສັງສະແດງຄວາມສາມາດຂອງຕົນ. ເຖິງວ່າ, ປະຈຸບັນຍັງປະສົບກັບຄວາມຫຍຸ້ງຍາກກ່ຽວກັບຄ່າໃຊ້ຈ່າຍ ແລະ ການກໍ່ສ້າງຮຸ່ມໜຸ່ມກໍ່ຕາມ, ແຕ່ບັນດາຄະນະສິລະປະລຳເລື່ອງເຂດທົ່ງພຽງແມ່ນ້ຳຂອງ ໄດ້ສຸມໃສ່ການກະກຽມໃນນັກສະແດງໜຸ່ມເຂົ້າຮ່ວມງານປະກວດຢ່າງລອບຄອບຖີ່ຖ້ວນທີ່ສຸດ.

        ຄະນະສິລະປະລຳເລື່ອງ ເຮືອງຈ່າມ (ກ່າເມົາ), ເຖິງວ່າມີນັກສອບເສັງໜຸ່ມພຽງ 4 ຄົນເຂົ້າຮ່ວມເທົ່ານັ້ນ, ແຕ່ໄດ້ຈັດລະຄອນເລື່ອງບາງຕອນຄື “ສາຍໃຈນົກນ້ອຍ“; “ສາຍແນນ“, “ພາກໃຕ້“ ແລະ “ພາຍຸເຂດທະເລ“. ຕາມການຕີລາຄາຂອງຄະນະຈັດຕັ້ງງານປະກວດ, ນັກສອບເສັງທັງ 4 ຄົນນີ້ ລ້ວນແຕ່ຂັບລຳ ແລະ ສະແດງລະຄອນໄດ້ດີ, ສ້າງຄວາມຕື້ນຕັນໃຈໃຫ້ແກ່ຜູ້ຊົມ. ນັກສິລະປິນ ກວົກຕິ໋ນ, ຫົວໜ້າຄະນະສິລະປະລຳເລື່ອງ ເຮືອງຈ່າມ (ກ່າເມົາ) ໃຫ້ຮູ້ວ່າ:

        “ຄະນະສິລະປະພວກຂ້າພະເຈົ້າໄດ້ພະຍາຍາມເຮັດຈົນສຸດຄວາມສາມາດ ເພື່ອໃຫ້ພວກນ້ອງເສີມຂະຫຍາຍຄວາມສາມາດຂອງຕົນ. ໃນຈຳນວນ 4 ຄົນເຂົ້າຮ່ວມງານປະກວດຄັ້ງນີ້, ມີ 2 ຄົນແມ່ນຫາກໍ່ໄດ້ຮັບສະໝັກເຂົ້າ. ສະນັ້ນບໍ່ທັນມີໂອກາດສະແດງບົນເວທີຫຼາຍ, ແຕ່ພວກຂ້າພະເຈົ້າໄດ້ພະຍາຍາມໃຫ້ພວກນ້ອງເຂົ້າຮ່ວມເພື່ອມີໂອກາດໄດ້ຮຳ່ຮຽນເອົາບົດຮຽນຈາກບັນດານັກສະແດງທີ່ມາຈາກຄະນະສິລະປະອື່ນໆໃນທົ່ວປະເທດ“.

ລຳເລື່ອງເຂດທ່ົງພຽງແມ່ນ້ຳຂອງ: ສ້າງໂອກາດເພື່ອໃຫ້ຮຸ່ນໜຸ່ມຢືນຢັນຄວາມສາມາດຂອງຕົນ - ảnh 2 ໂຮງລະຄອນ ໄຕໂດ

        ສ່ວນຄະນະນັກສິລະປະ ດົ່ງທາບ ເຂົ້າຮ່ວມງານປະກວດ ດ້ວຍນັກສະແດງທີ່ຫາກໍ່ຮັບສະໝັກເຂົ້າໃໝ່ 5 ຄົນ. ນັກກຳກັບການສະແດງ, ນັກສິລະປິນດີເດັ່ນ ດິງມິງເໝິນ, ຫົວໜ້າຄະນະໃຫ້ຮູ້ວ່າ. ຄະນະໄດ້ຄັດເລືອກ ແລະ ຈັດລະຄອນເລື່ອງໃໝ່, ຫຼັງຈາກນັ້ນແມ່ນໃຫ້ນັກສອບສອບເສັງລຳເລື່ອງຜູ້ລະຕອນ. ພິເສດບັນດານັກສະແດງທີ່ມີປະສົບການ ໄດ້ແບ່ງປັນບົດຮຽນ ແລະ ສ້າງເງື່ອນໄຂໃຫ້ພວກນ້ອງສະແດງ.

        “ພວກຂ້າພະເຈົ້າຕ້ອງເຊີນບັນດານັກສິລະປິນທີ່ດີເດັ່ນມາສະແດງໃນບົດບາດເປັນຕົວລະຄອນຈຳນວນໜຶ່ງ ເພື່ອຊ່ວຍໜູນໃຫ້ບັນດານັກສະແດງໜຸ່ມເຂົ້າຮ່ວມງານປະກວດ. ມາຮອດປະຈຸບັນພວກຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈທີ່ສຸດຕໍ່ສິ່ງດັ່ງກ່າວ“.

        ຕອນບ່າຍວັນທີ 2 ພະຈິກ, ຢູ່ນະຄອນ ເກິ່ນເທີ, ໂຮງລະຄອນ ໄຕໂດ ໄດ້ຈັດຕັ້ງລາຍການສະແດງລະຄອນເລື່ອງ 3 ຕອນທີ່ເຂົ້າຮ່ວມງານປະກວດ, ນັ້ນແມ່ນ “ຂີດໝາຍແຫ່ງໄລຍະຫົວລ້ຽວຫົວຕໍ່“; “ງານລາຕີລອງຈີ່“; “ປັນຍາຊົນທັງລອງ“ ຂອງບັນດານັກສອບເສັງໜຸ່ມໃນຄະນະສິລະປະລຳເລື່ອງ ໄຕໂດ,. ສະພາສິລະປະໄດ້ຕີລາຄາວ່າ, ດ້ວຍການກະກຽມດ້ານຈິດຕະຢ່າງລະອຽດ, ສະນັ້ນການສະແດງຈຶ່ງຮັບຜົນດີ. ທ່ານ ຮົ່ງກວົກແຄ໋ງ, ຫົວໜ້າໂຮງລະຄອນ ໄຕໂດ, ແຂວງ ດົ່ງນາຍ, ແບ່ງປັນວ່າ:

        “ບັນດານັກສະແດງໜຸ່ມຂອງຄະນະພວກຂ້າພະເຈົ້າໄດ້ຮັບການຕີລາຄາວ່າດີສົມຄວນ, ສ່ວນບັນດາຄະນະສິລະປະອື່ນເຄີຍຈັດການສະແດງເປັນປະຈຳ, ສະນັ້ນການສະແດງຂອງເຂົາເຈົ້າກໍ່ດີກວ່າ, ຜ່ານງານປະກວດຄັ້ງນີ້, ນັກສະແດງຂອງຄະນະພວກຂ້າພະເຈົ້າກໍ່ມີໂອກາດເພື່ອຮຳ່ຮຽນເອົາບົດຮຽນຈາກຄະນັກສະແດງອື່ນໆ“.

        ຜ່ານ ງານປະກວດ “ນັກສະແດງລຳເລື່ອງ ແລະ ລະຄອນເພງພື້ນເມືອງໜຸ່ມທີ່ມີຄວາມສາມາດທົ່ວປະເທດ - 2017“, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ມຸ່ງໄປເຖິງການເຊີດຊູສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນການອອກແຮງງານ, ປະດິດສ້າງສິລະປະ ເພື່ອຢືນຢັນ ແລະ ຮັບຮູ້ຄວາມສາມາດຂອງເຂົາເຈົ້າ. ສ່ວນບັນດານັກສອບເສັງ ແລະ ບັນດາຄະນະສິລະປະລຳເລື່ອງອາຊີບເຂດທົ່ງພຽງແມ່ນ້ຳຂອງທີ່ເຂົ້າຮ່ວມກໍ່ຫວັງວ່າ, ງານປະກວດຄັ້ງນີ້ຈະເປັນພື້ນຖານເພື່ອໃຫ້ນັກສະແດງໜຸ່ມອຸທິດສ່ວນໃຫ້ສິລະປະ ແລະ ພ້ອມກັບຮຸ່ນກ່ອນສືບຕໍ່ປະສົບຜົນສຳເລັດບົນເວທີລະຄອນອາຊີບໃນຕໍ່ໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ