ວັດທະນະທຳການປູກເຂົ້ານາຂັ້ນໄດຢູ່ເຂດພູດອຍທາງທິດເໜືອຫວຽດນາມ

ວັດທະນະທຳການປູກເຂົ້ານາຂັ້ນໄດຢູ່ເຂດພູດອຍທາງທິດເໜືອຫວຽດນາມ - ảnh 1
ນາຂັ້ນໄດ​ແມ່ນ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​​
ພໍ່​ແມ່​ພີ​ນ້ອງ​ບັນດາ​​ເຜົ່າເຂດ​ພູດ​ອຍ ທາງ​ທິດ​ເໜືອ​ຫວຽດນາມ

   ​ເຂດ​ພູດ​ອຍທາງ​ທິດ​ເໜືອ​ຫວຽດນາມ ​ແມ່ນ​ແຫຼ່ງອາລົມ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ​ສຳລັບ​ບັນດາ​ນັກ​ຖ່າຍຮູບ. ນີ້​ແມ່ນ​ເຂດ​ດິນ​ທີ່​ຍັງ​ຄົງ​ສາມາດ​ຮັກສາ​ລັກສະນະ​ຮົກ​ເຮື້ອ, ​ໃຫຍ່​ໂຕ​ມະ​ໂຫຖານ​ໃນ​ການ​ເດີນທາງ​ຊອກ​ຄົ້ນ​ຫາ​ຂອງ​ບັນດາ​ນັກ​ທ່ອງ​ທ່ຽວ. ບໍ່​ວ່າ​ຜູ້​ໃດ​ທີ່​ໄດ້​ເຄີຍ​ມາ​ນີ້, ​ແມ່ນ​ບໍ່​ພຽງ​ແຕ່​ມີ​ຄວາມ​ປະ​ທັບ​ໃຈຍ້ອນເຂດພູຜາປ່າໄມ້ທີ່ ໃຫຍ່​ໂຕ​ມະ​ໂຫຖານເທົ່ານັ້ນ, ຫາກຍັງບໍ່ອາດຫຼົງລືມຮູບພາບນາຂັ້ນໄດທີ່ຄົດງໍ ຕາມຮອມ​ພູ. ນາຂັ້ນໄດ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ແຕ່​ລະ​ວົງ​ຄະນະ​ຍາດ​ພໍ່​ແມ່​ພີ​ນ້ອງ​ບັນດາ​​ເຜົ່າເຂດ​ພູດ​ອຍ ທາງ​ທິດ​ເໜືອ​ຫວຽດນາມ.  

   ປະຫວັດ​ຄວາມ​ເປັນ​ມາ​ຂອງ ນາ​ຂັ້ນ​ໄດ​ໄດ້​ຕິດ​ພັນ​ກັບ​ປະຫວັດ​ການ​ພັກ​ພາ​ອາ​ໄສ​ຂອງ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ຢູ່ ເຂດ​ພູດ​ອຍທາງ​ທິດ​ເໜືອ​ຫວຽດນາມ. ຄຸນຄ່າ​ດ້ານ​ວັດທະນະທຳ​ຂອງ ນາ​ຂັ້ນ​ໄດ​ໄດ້​ຮັບ​ການສະ​ແດງ​ອອກ​ຜ່ານ​ບົດຮຽນ​ການ​ປູກຝັງ, ປະ​ເພນີ​ທຳ​ການ​ຜະລິດ ​ແລະ ການ​ເປັນ​ຮູບ​ເປັນ​ຮ່າງ​ຂອງ ນາ​ຂັ້ນ​ໄດຂອງ​ແຕ່ລະ​ເຜົ່າ. ບັນດາ​ເຂດນາ​ຂັ້ນ​ໄດ​ໄດ້​ສະ​ແດງ​ໃຫ້​ເຫັນ​ຈຸດ​ວັດທະນະທຳ​ການ​ປູກຝັງ​ຢູ່​ຕາມ​ທົ່ງນາ​ຂອງ​ວົງ​ຄະນະ​ຍາດ​ພໍ່​ແມ່​ພີ​ນ້ອງ​ບັນດາ​​ເຜົ່າເຂດ​ພູດ​ອຍ ທາງ​ທິດ​ເໜືອ​ຫວຽດນາມ. ທ່ານ ຂວາງ​ວັນ​ຕ້ຽນ ຊາວ​ເຜົ່າ​ໄທຂາວ ​ໃນ​ແຂວງ​ດ້ຽນບຽນ ​ໃຫ້​ຮູ້​ວ່າ :

   “ ​ແຕ່​ປາງ​ກ່ອນ, ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ປະ​ເພນີ​ຜະລິດ​ເຂົ້ານາ​ທາມ​ເປັນ​ຕົ້ນຕໍ. ພໍ່​ແມ່​ພີ​ນ້ອງ​ຊາ​ຍ​ເຜົ່າ​ໄທ​ຂາວ ​ໄປ​ຮອດ​​ໃສກໍ​ທຳ​ການ ຜະລິດ​ເຂົ້ານາ​ທາມ​ເປັນ​ຕົ້ນຕໍ. ສຳລັບ​ບັນດາ​ເຂດ​ດິນ​ທີ່​ບໍ​່ສາມາດ​ນຳ​ໃຊ້​ໄດ້, ພວກ​ຂ້າພະ​ເຈົ້າກໍ​ພະຍາຍາມ​ຢ່າງ​ສຸດ​ຂີດເພື່ອປູກ​ເຂົ້ານາ​ທາມ”

     ​ໂດຍ​ໄດ້​ເອີ້ນ​ວ່າ​ເປັນນາ​ຂັ້ນ​ໄດ ​ເພາະວ່າ ມັນ​ມີ​ຫຼາຍ​ຂັ້ນ, ​ແຕ່ລະ​ຂັ້ນ​ແມ່ນ​ເນື້ອທີ່​ນາ​ນ້ອຍ, ​ແຕ່ລະ​ຂັ້ນ​​ແມ່ນ​ຖືກ​ເຊື່ອ​ມຕໍ່​ກັນ, ຍິ່ງ​ມີ​ຫຼາຍ​ຂັ້ນ ກໍ​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ເຕັກນິກ​ຄວາມ​ສາມາດ​​ໃນ​ການ​ປູກ​ເຂົ້​າຂອງ​ເຈົ້າ​ຂອງ​ທົ່ງ​ນາ. ນາ​ຂັ້ນ​ໄດຖືກ​ເຊື່ອມ​ຕໍ່​ລະຫວ່າງ​ແຕ່ລະ​ຂັ້ນ​ຈາກ​ບ່ອນ​ສູງ​ລົງ​ຮອດ​ບ່ອນ​ຕ່ຳ ຕາມສະພາບ​ພູມິ​ສັນຖານທີ່​ແຕກ​ຕ່າງ​ກັນ. ຍ້ອນ​ຢູ່​ບັນດາ​ເຂດ​ພູ​ສູງ, ບໍ່​ສູ້​ມີ​ດິນຮາບພຽງ​ເພື່ອ​ປູກຝັງ​,ດັ່ງນັ້ນ, ຊາວ​ກະ​ສີກ​ອນ ຜູ້ປູກ​ເຂົ້ານາ​ທາມ ມີ​ວີ​ທີ​ແກ້​ໄຂ​ດ້ວຍ​ການ​ເລືອກ​ເອົາ​ບັນດາ​ເນີນ​ພູ, ມີ​ດິນ​ເປັນ​ຂັ້ນ​ໄດ. ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ, ພໍ່​ແມ່​ພີ​ນ້ອງ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ໄດ້​ມີ​ຫົວຄິດ​ປະດິດ​ສ້າງ ທຳ​ການ​ປູກ​ເຂົ້ານາ​ຂັ້ນ​ໄດ ຊຶ່ງ​ແມ່ນ​ສິ່ງ​ທີ່​ຍອດ​ຍິ່ງ​ໃນ​ພື້ນຖານ​ອະລິຍະ​ທຳ​ປູກ​ເຂົ້ານາ​ມາ​ມຂອງ​ຫວຽດນາມ. ທ້າວ ຢາງ​ອາ​ປົວ ຊາວ​ເຜົ່າ​ມົ້ງ ​ໃນ​ແຂວງ ຮ່າ​ຢາງ ​ໃຫ້​ຮູ້​ວ່າ :

   “ ​ໄລຍະ​ບຸກ​ເບີກ​ພື້ນ​ທີ່​ແມ່ນ​ລຳບາກທີ່​ສຸດ, ​ເສຍ​ເ​ຫື່ອ​ແຮງ​ຫຼາຍ. ຕ້ອງ​ເລືອກ​ເອົາ​ບອ່ນບໍ່​ຄ້ອຍ​ເກີນ​ໄປ, ມີ​ຫີນ​​ແຮ່​ໜ້ອຍ. ບ່ອນ​ໃດ​ທີ່​ມີ​ກົກ​ໄມ້​ໃຫຍ່​ຫຼື​ມີ​ຫຍ້າໜ້າ​ແໜ້ນ ກໍ​ຍິ່ງ​​ເປັນ​ການ​ດີ ”

   ພາຍຫຼັງ​ທີ່​ບັນດາ​ເຂດ ນາ​ຂັ້ນ​ໄດ​ຖືກ​ປະຊາຊົນ​ບຸກ​ເບີກ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ, ການ​ຟື້ນ​ຟູ​ມັນ​ກາຍ​ເປັນ​ນາ​ເພື່ອ​ປູກ​ເຂົ້າ​ກໍ​ແມ່ນ​ຂອດ​ທີ່​ສຳຄັນ​ທີ່​ສຸດ. ວຽກ​ທຳ​ອິດ​ໃນ​ຂັ້ນ​ຕອນ​ນີ້​ຂຸດ​ຄອງ​ເໝືອງ​ເພື່ອ​ປ່ອຍ​ນ້ຳ​ສູ່​​ເຂດນາທີ່​ຫາ​ກໍ​ບຸກ​ເບີກ. ທ່ານ ​ເລື່ອງ​ວັນ​ທຽດ ພະນັກງານ​ຄົ້ນ​ຄ້ວາ​ຢູ່​ຫໍພິິພິທະ​ພັນ​ຊົນ​ເຜົ່າ​ວິທະຍາ ​ໃຫ້​ຮູ້​ວ່າ : 

   “ ​ເລື່ອງ​ຂຸດ​ຄອງ​ເໝືອງ​ເພື່ອ​ປ່ອຍ​ນ້ຳ​ນັ້ນ, ຕົ້ນ​ຕໍ​ແມ່ນ​ພວກ​ຜູ້​ຊາຍ​ເຮັດ, ​ເຂົາ​ເຈົ້າ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ນ້ຳ​ໄຫຼ​ເຂົ້າ​ສູ່​ເຂດ​ນາ​ເປັນ​ປະຈຳ, ຕໍ່​ເນື່ອງ​ທີ່​ສຸດ​ແມ່ນ​ໃນ​ໄລຍະ​ປັກ​ດຳ. ນ້ຳ​ຖືກ​ປ່ອຍ​ຈາກ​ນາ​ບ່ອນ​ທີ່​ສູງ ​ໄຫຼລົງນາ​ບ່ອນ​ທີ່​ຕ່ຳ, ນາ​ແຕ່​ລະ​ຕອນ ກໍ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ລະບົບ​ຄອງ​ເໝືອງທີ່​ພິ​ເສດ​ນີ້. ສຳລັບ​ບັນດາ​ເຂດ​ນາ​ທີ່​ເປັນກຳມະສິດ​ຂອງ​ຫຼາຍ​ຄອບຄົວ​ນັ້ນ, ​ເລື່ອງ​ປົກ​ປັກ​ຮັກສາ, ຄຸ້ມ​ຄອງ ​ແລະ ການຈັດ​ແບ່ງ​ປ່ອຍ​ແຫຼ່ງ​ນ້ຳ ​ແມ່ນໜ້າ​ທີ່, ​ຄວາມ​ຮັບຜິດຊອບຂອງ​ທຸກໆ​ຄົນ ”

    ພ້ອມ​ກັບ​ການ​ເປັນ​ຮູບ​ເປັນ​ຮ່າງ​ຂອງ ນາ​ຂັ້ນ​ໄດ, ນັບ​ຮ້ອຍ​ປີ​ມາ​ນີ້, ຕາມ​ຂະ​ບວນວິວັດ​ທຳ​ການ​ປູກຝັງ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່, ປູກ​ເຂົ້າ​ນາທາມ, ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າເຂດ​ພູດ​ອຍທາງ​ທິດ​ເໜືອ​ຫວຽດນາມ ​ໄດ້​ຄ່ອຍໆ​ສ້າງ​ບັນດາ​ຮີດຄອງ​ປະ​ເພນີ ດຳ​ເນີນ​ຊີວິດ​ວັດທະນະທຳ, ງານ​ບຸນ​ປະ​ເພນີ​ຕິດ​ພັນ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຜະລິດ​ກະ​ສີ​ກຳ. ນີ້​ກໍ​ແມ່ນ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພ​າະ​ໃນ​ການ​ດຳລົງ​ຊີວິດ​ຂອງພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ. ນາງ ຖ່າວ​ທິ​ເຢີ້ ຊາວ​ເຜົ່າ​ມົ້ງ ຢູ່​ເມືອງ ໝູ່​ກັງ​ຈາ​ຍ ​ແຂວງ ຮ່າ​ຢ່າງ ​ໃຫ້​ຮູ້​ວ່າ :

   “ ຊາວ​ເຜົ່າ​ມົ້ງ​ເຄີຍ​ເວົ້າ​ວ່າ ນາ​ຂັ້ນ​ໄດ ​ແມ່ນ​ສາງ​ເຂົ້າ​ອັນ​ລ້ຳ​ຄ່າ. ນາ​ຂັ້ນ​ໄດມີ​ຄວາມ​ງາມ​ທີ່​ສຸດ​ເມື່ອ​ຕົ້ນ​ເຂົ້າ​ຂຽວ​ອູ່ມທູ່ມ,  ​ແລ້ວກໍ​ສຸກ​ເຫຼືອງ​ອາ​ຮາມ. ມີ​ເຂົ້າ​ກຸ້ມ​ກິນ​ແມ່ນ​ມ່ວນ​ຫຼາຍ ”

   ຫຼຽວ​ເບິ່ງນາ​ຂັ້ນ​ໄດ​ຈາກ​ແງ່​ມຸມ​ໃດ​ກໍ​ຕາມ, ກໍ​ລ້ວນ​ແຕ່​ເຫັນນາ​ຂັ້ນ​ໄດ​ມີ​ຄວາມ​ງາມ​ແບບ​ມະຫັດສະຈັນ. ຮອດ​ເດືອນ​ຕຸລາ ຊຶ່ງ​ແມ່ນ​ໄລຍະ​ເກັບ​ກ່ຽວ​ເຂົ້າ, ບັນດາ​ເນື້ອ​ທີ່ນາ​ຂັ້ນ​ໄດ​ທີ່​ສຸກ​ເຫຼືອງ​ອາ​ຮາມ ​ໄດ້​ບົ່ງ​ບອກ​ເຖິງ​ລະດູ​ການ​ຜະລິດ​ໄດ້​ຮັບ​ຜົນ​ດີ. ປະສົມປະ​ສານກັບ​ສີ​ເຫຼືອງ​ສຸກ​ອາ​ຮາມຂອງຕົ້ນ​ເຂົ້າ ​ແມ່ນ​ບັນດາ​ເນື້ອ​ທີ່​ນາ​ຍັງ​ຄົງ​ຢູ່​ໃນ​ໄລຍະ​ຫັນປ່ຽນ​ຈາ​ກສີຂຽວມາ​ເປັນ​ສີ​ເຫຼືອງ. ທັງ​ໝົດ​ເຫຼົ່ານັ້ນ​ໄດ້​ສ້າງຄວາມ​ງາມ​ດັ່ງ​ໃນ​ຝັນ​ໃຫ້​ແກ່ເຂດ​ພູດ​ອຍທາງ​ທິດ​ເໜືອຂອງ​ປະ​ເທດ​ຊາດ ຊຶ່ງ​ແມ່ນ​ແຫ່ງ​ທີ່​ພໍ່​ແມ່​ພີ​ນ້ອງ​ຊາວ​ເຜົ່າ​ມົ້ງ, ຜູ້​ໄທ​ພວມ​ດຳລົງ​ຊີ​ວິດ​ຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ