ວັດທະນະທຳພື້ນເມືອງສາມເຂດເຕົ້າໂຮມໃນສຽງດົນຕີເຂດມໍລະດົກ.

(VOVWORLD) -ດ້ວຍຄວາມຫວັງຢາກປະກອບສ່ວນຮັກສາແຜ່ກະຈາຍ ແລະ ເຊີດຊູບັນດາຄຸນຄ່າທາງດ້ານວັດທະນະທຳພື້ນເມືອງບັນດາເຜົ່າ, ພ້ອມທັງສ້າງການພົບປະແລກປ່ຽນຮຽນຮູ້ລະຫວ່າງບັນດາເພື່ອນນັກສຶກສາ, ມະຫາວິທະຍາໄລນາມເກິ່ນເທີ ຫາກໍ່ຈັດລາຍການສຽງດົນຕີເຂດມໍລະດົກດ້ວຍການສະແດງບັນດາລາຍການສະແດງສິລະປະວັນນະຄະດີສົມທົບສິລະປະການສະແດງບົນເວທີ ເຊິ່ງໄດ້ວາດພາບເຖິງມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ແລະ ສາກົນຂອງສາມພາກເໜືອ ພາກກາງ ແລະ ພາກໃຕ້
ວັດທະນະທຳພື້ນເມືອງສາມເຂດເຕົ້າໂຮມໃນສຽງດົນຕີເຂດມໍລະດົກ.  - ảnh 1ລາຍການຂັບສຳ

    ໂດຍຂຶ້ນຕົ້ນດ້ວຍລາຍການຂັບສຳ ເຊິ່ງແມ່ນບົດຂັບສຳທີ່ມີຫຼັກສິນທຳ ສັນລະເສີນການຮູ້ບຸນຄຸນຕໍ່ຄວາມງາມຄວາມດີຂອງພໍ່ແມ່ ຕະຫຼອດຮອດຂອງຄູອາຈານໝູ່ເພື່ອນ ແລະ ຄວາມຮັກປະເທດຊາດບ້ານເກີດເມືອງນອນ, ບັນດາເພື່ອນນັກສຶກສາ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ. ເຖິງວ່າສຽງຂັບຮ້ອງຍັງບໍ່ທັນໄດ້ຄືບັນດານັກສິລະປິນຂັບສຳອາຊີບກໍ່ຕາມ ແຕ່ບັນດາເພື່ອນນັກສຶກສາໄດ້ນຳວິນຍານເຂົ້າໃນຈັງຫວະທຳນອງເພງ ເພື່ອແນໃສ່ແຜ່ກະຈາຍມໍລະດົກວັດທະນະທຳບໍ່ເປັນວັດຖຸເຖິ່ງທຸກໆຄົນ. ນອກຈາກຂັບສຳແລ້ວ ກໍ່ຍັງສະແດງຂັບກວນເຫາະບັກນິງ, ການຂັບຮ້ອງໃນພິທີເຂົ້າຊົງ, ດົນຕີໃນລາດຊະວັງ ເຫວ້, ລາຍການສະແດງຄ້ອງເຂດ ເຕິຍງວຽນ, ຂັບເດີນກາຕາຍຕື໋… ເພື່ອນ ເລມິງເຍິດ ນັກສຶກສາສັງກັດມະຫາວິທະຍາໄລນາມເກິ່ນເທີ ໃຫ້ຮູ້ວ່າ:

 “ຂ້າພະເຈົ້າໄດ້ເຂົ້າຮ່ວມລາຍການຂັບຮ້ອງເພງໃນພິທີເຂົ້າຊົງ ເຊິ່ງແມ່ນມໍລະດົກວັດທະນະທຳເຊິ່ງໄດ້ຮັບການຢັ້ງຢືນຈາກອົງການ Unesco. ຂ້າພະເຈົ້າໄດ້ຝຶກແອບພ້ອມກັບເພື່ອນໃນຫ້ອງຮຽນເປັນເວລາສອງເດືອນ. ຂ້າພະເຈົ້າຍັງໄດ້ຊອກຮູ້ກ່ຽວກັບວັດທະນະທຳໃນພິທີເຂົ້າຊົງ. ໄດ້ຄົ້ນຄວ້າເອກສານຜ່ານສື່ສັງຄົມ ແລະ ຂ້າພະເຈົ້າຄິດວ່າ ດ້ວຍການຂະຫຍາຍເຕັກໂນໂລຢີດີຈີຕອນຄືໃນປັດຈຸບັນນັ້ນ ພວກເຮົາຍິ່ງອະນຸລັກຮັກສາຄຸນຄ່າປະຫວັດສາດ ເພື່ອມັນແຜ່ກະຈາຍໃນໝູ່ໄວໜຸ່ມ ແລະ ຫຼາຍຄົນກວ່າອີກ”.

ຈາກສຽງຂັບສຳພາກເໜືອຕະຫຼອດຮອດດົນຕີໃນລາດຊະວັງ ເຫວ້ ຫຼື ຂັບເດີນກາຕາຍຕື໋ພາກໃຕ້ທີ່ອ່ອນຫວານ ໂດຍບັນດາເພື່ອນນັກສຶກສາໄດ້ປະດິດຄິດແຕ່ງ ແລະ ສ້າງເປັນລາຍການສິລະປະທີ່ກົມກຽວ ລະຫວ່າງລັກສະນະພື້ນເມືອງກັບທັນສະໄໝ. ລາຍການສຽງດົນຕີເຂດມໍລະດົກໄດ້ຢັ້ງຢືນສຽງດົນຕີຂອງບັນດາເຜົ່າບໍ່ພຽງແຕ່ກັງວານໄປທົ່ວທຸກແຫງເທົ່ານັ້ນ ແຕ່ຍາມໃດກໍ່ໄດ້ຮັບການຟື້ນຟູດ້ວຍຫຼາຍຮູບການທີ່ໃໝ່ອ່ຽມ ແລະ ມີການປະດິດຄິດສ້າງ. ເພື່ອນ ຫງວຽນກວັກຄາງ ນັກສຶກສາມະຫາວິທະຍາໄລນາມເກິ່ນເທີ ຜູ້ກຳກັບການສະແດງລາຍການ ໃຫ້ຮູ້ວ່າ:

 “ຈຳນວນເພື່ອນນັກສຶກສາເຂົ້າຮ່ວມລາຍການແມ່ນ 100 ຄົນ. ແນວຄວາມຄິດເພື່ອສ້າງລາຍກາແມ່ນມາຈາກການທີ່ຂ້າພະເຈົ້າໄດ້ເຫັນວ່າ ໄວໜຸ່ມພວມເດີນຕາມການດຳລົງຊີວິດແບບທັນສະໄໝ ບໍ່ສູ້ສົນໃຈກໍ່ຄືຂາດຄວາມເຂົ້າໃຈກ່ຽວກັບມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງ ຫວຽດນາມ. ດັ່ງນັ້ນລາຍການກໍ່ແມ່ນຂົວເຊື່ອມຕໍ່ ເພື່ອເຊື່ອມຈອດໂຄສະນາ ແລະ ແຜ່ກະຈາຍບັນດາຄຸນຄ່າວັດທະນະທຳນີ້ໄປສູ່ນັກສຶກສາ ແລະ ໄວໜຸ່ມ”.

 ເຂົ້າຮ່ວມລາຍການວັດທະນະທຳ ແລະ ສິລະປະ, ອ້າຍ ເຈິ່ນຫວຽດຕ໊ວນ ຮອງເລຂາຄະນະຊາວໜຸ່ມນະຄອນ ເກິ່ນເທີ ເປີດເຜີຍວ່າ:

“ໃຕ້ແງ່ມູມຂອງຄະນະຊາວໜຸ່ມ ແລະ ສະຫະສະມາຄົມຊາວໜຸ່ມ ຫວຽດນາມ ນະຄອນ ເກິ່ນເທີ, ຂ້າພະເຈົ້າເຫັນວ່າ ນີ້ແມ່ນການເຄື່ອນໄຫວທີ່ສະແດງໃຫ້ເຫັນຄວາມຂະຫຍັນຂັນເຄື່ອນມີຫົວຄິດປະດິດສ້າງ ກໍ່ຄືການຢາກຊອກຮູ້ທາງດ້ານວັດທະນະທຳຂອງນັກສຶກສາ. ບັນດາການເຄື່ອນໄຫວນີ້ໄດ້ຮັບການໜູນຊ່ວຍໃຫ້ຄຳບຶກສາຈາກຄະນະຊາວໜຸ່ມ ແລະ ສະມາຄົມນັກສຶກສາມະຫາວິທະຍາໄລນາມ ເກິ່ນເທີ ເພື່ອໃຫ້ມີລາຍການທີ່ດີ ທີ່ມ່ວນ ແລະ ມີຄວາມໝາຍ”.

ລາຍການສຽງດົນຕີເຂດມໍລະດົກເວົ້າສະເພາະ ຫຼື ບັນດາລາຍການສະແດງບົນເວທີເວົ້າລວມ ບໍ່ພຽງແຕ່ແມ່ນກິດຈະກຳສິລະປະເທົ່ານັ້ນ ຫາກຍັງແມ່ນຄຳບອກເຕືອນຂອງມໍລະດົກວັດທະນະທຳທີ່ເປັນເອກະລັກ ຖືກສະແດງຄືນດ້ວຍສາຍຕາຂອງໄວໜຸ່ມ. ເມື່ອໄດ້ຟັງ, ພວກເຮົາບໍ່ພຽງແຕ່ຮູ້ສຶກໄດ້ເຖິງຄວາມງາມທາງດ້ານວັດທະນະທຳເທົ່ານັ້ນຫາກຍັງເຫັນແຈ້ງກ່ຽວກັບເລື່ອງຕຕ້ອງເຊີດຊູຄວາມຮັບຜິດຊອບຮັກສາ ແລະ ສືບຕໍ່ວັດທະນະທຳພື້ນເມືອງຂອງລຸ້ນຄົນໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ