ວັດທະນະທຳສິລະປະຮ່ວມເດີນທາງ ພ້ອມກັບການພັດທະນາຂອງນະຄອນ ໂຮ່ຈີມິນ

(VOVWORLD) -ພາຍຫຼັງປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບເປັນເວລາ 50 ປີ, ພື້ນຖານວັດທະນະທຳ, ວັນນະຄະດີສິລະປະຂອງນະຄອນ ໂຮ່ຈີມິນ ໄດ້ພັດທະນາຢ່າງແຂງແຮງ. ບັນດາການເຄື່ອນໄຫວວັດທະນະທຳສິລະປະຂອງນະຄອນ ຍາມໃດກໍ່ນຳໜ້າໃນຂະບວນວິວັດເຊື່ອມໂຍງປະດິດຄິດສ້າງ ແຕ່ຍັງຄົງຮັບປະກັນການຮັກສາເສີມຂະຫຍາຍສີສັນຊາດ ສ້າງຄວາມເປັນເອກະລັກທາງດ້ານວັດທະນະທຳວັນນະຄະດີສິລະປະຂອງນະຄອນ
ວັດທະນະທຳສິລະປະຮ່ວມເດີນທາງ ພ້ອມກັບການພັດທະນາຂອງນະຄອນ ໂຮ່ຈີມິນ - ảnh 1ນັກສິລະປິນປະຊາຊົນ ຫງວຽນທິແທັງຖຸຍ ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລານະຄອນ ໂຮ່ຈີມິນ 

     ຫວນຄືນເສັ້ນທາງພັດທະນາເປັນເວລາ 50 ປີ ທີ່ຜ່ານມາ, ຂົງເຂດວັດທະນະທຳສິລະປະນະຄອນ ໂຮ່ຈີມິນ ໄດ້ປະຕິບັດບົດບາດຮັບໃຊ້ຊີວິດທາງດ້ານຈິດໃຈຂອງປະຊາຊົນເປັນຢ່າງດີ, ຮ່ວມເດີນທາງພ້ອມກັບນະຄອນຜ່ານຜ່າຄວາມຫຍຸ້ງຍາກ ສ້າງນະຄອນ ໂຮ່ຈີມິນ ໝັ້ນຄົງເຂັ້ມແຂງໃນທຸກດ້ານ. ຖັນແຖວນັກປະພັນ ນັກສິລະປິນຂອງນະຄອນໄດ້ໃຫ້ກຳເນີດບັນດາຜະລິດຕະພັນທັງມີຄຸນນະພາບທາງດ້ານສິລະປະສູງ ທັງປະກອບສ່ວນເຮັດໃຫ້ຊີວິດທາງດ້ານຈິດໃຈຂອງປະຊາຊົນມີຄວາມອຸດົມສົມບູນ.              “ນະຄອນ ໂຮ່ຈີມິນ ບໍ່ພຽງແຕ່ພັດທະນາຢ່າງກະໂດດຂັ້ັັ້ນທາງດ້ານເສດຖະກິດເທົ່ານັ້ນ ຫາກຍັງມີຜົນງານທາງດ້ານວັນນະຄະດີສິລະປະທີ່ເປັນໜ້າເອກອ້າງທະນົງໃຈ. ຢູ່ດ້ານໃດກໍ່ມີບັນດາບົດປະພັນທີ່ດີເດັ່ນທີ່ສຸດ”.

         “ບັນດາຄຸນຄ່າທາງດ້ານສິລະ ແລະ ແນວຄິດສິລະປະໃນບັນດາຜະລິດຕະພັນຂອງວົງການວິຈິດສິນຂອງນະຄອນ ໄດ້ເຮັດໃຫ້ມັນຍາມໃດກໍ່ມີຊີວິດຊີວາ ແລະ ອຸດົມສົມບູນໃຫ້ແກ່ພື້ນຖານສິລະປະວັນນະຄະດີຂອງນະຄອນ”.

   ປັດຈຸບັນນະຄອນໄດ້ຮັບຖືວ່າ ແມ່ນສູນຮູບເງົາຂອງທົ່ວປະເທດ ດ້ວຍຮາກຖາກຫຼາຍກວ່າ 100 ແຫ່ງຈົດທະບຽນ, ຜະລິດ ແລະ ຈຳໜ່າຍຮູບເງົາ. ຂົງເຂດສະແດງບົນເວທີດ້ວຍບັນດາຜະລິດຕະພັນລະຄອນເວົ້າທີ່ໂດດເດັ່ນກໍ່ໄດ້ຮັບຖືວ່າ ແມ່ນຄວາມເອກອ້າງທະນົງໃຈຂອງພື້ນຖານສິລະປະລະຄອນຂອງນະຄອນ. ນັກສິລະປິນປະຊາຊົນ ຫງວຽນທິແທັງຖຸຍ ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລານະຄອນ ໂຮ່ຈີມິນ ຖືວ່າ ໃນແຕ່ລະໄລຍະວັດທະນະທຳ ສິລະປະຂອງນະຄອນໄດ້ຮ່ວມເດີນທາງລະດົມກຳລັງໃຈແກ່ປະຊາຊົນທຸກຊັ້ນຄົນ ເພື່ອປະຕິບັດບັນດາເປົ້າໝາຍໜ້າທີ່ການເມືອງຂອງປະເທດຊາດໃນສະພາບການໃໝ່. ນັກສິລະປິນປະຊາຊົນ ຫງວຽນທິແທັງຖຸຍ ເວົ້າວ່າ:

“ໃນໄລຍະພັດທະນາອຸດສາຫະກຳວັດທະນະທຳ ໄດ້ມີຫຼາຍບໍລິສັດເອກະຊົນ, ກຸ່ມບໍລິສັດໃຫຍ່ພະຍາຍາມສ້າງບັນດາເຄື່ອງໝາຍການຄ້າຜ່ານບັນດາລາຍການສະແດງ, ນຳມາເຊິ່ງສິ່ງທີ່ໃໝ່ອ່ຽມ ກ່ຽວກັບວິທີການຈັດຕັ້ງ ແລະ ຄຸນລັກສະນະໃນບັນດາລາຍການສິລະປະ”.

   ມາຮອດປັດຈຸບັນນະຄອນ ໂຮ່ຈີມິນ ມີ ຜູ້ເຄື່ອນໄຫວໃນຂົງເຂດວັດທະນະທຳສິລະປະ ປະມານ 97.000ຄົນ, ມີວິສາຫະກິດປະມານ 17.600 ແຫ່ງເຄື່ອນໄຫວໃນຂົງເຂດນີ້.  ລະດັບການເຕີບໂຕສະເລ່ຍຂອງບັນດາວິສາຫະກີດວັດທະນະທຳບັນລຸປະມານ 14% ຕໍ່ປີ ແລະ ພວມປະກອບສ່ວນ 5,7% GRDP ໃນແຕ່ລະປີຂອງນະຄອນ. ເປັນອັນວ່າວັດທະນະທຳສິລະປະຢູ່ນະຄອນບໍ່ພຽງແຕ່ປະກອບສ່ວນເຂົ້າໃນຊີວິດທາງດ້ານຈິດໃຈເທົ່ານັ້ນ ຫາກຍັງສົ່ງຜົນສະທ້ອນທີ່ສຳຄັນເຖິງພື້ນຖານເສດສະກິດຂອງນະຄອນ ເວົ້າສະເພາະ ແລະ ທົ່ວປະເທດ ເວົ້າລວມ. ທາງນະຄອນໄດ້ກຳນົດປາຍແຫຼມພັດທະນາອຸດສາຫະກຳວັດທະນະທຳລວມມີ 8 ຂົງເຂດຄື ຮູບເງົາ, ສິລະປະການສະແດງ, ວິຈິດຕະກຳ, ຖ່າຍຮູບ, ງານວາງສະແດງ, ການໂຄສະນາ,ທ່ອງທ່ຽວວັດທະນະທຳ, ແຟຊັນ… ແລະ ຈາກບັນດາຂົງເຂດເຫຼົ່ານີ້, ອຸດສາຫະກຳວັດທະນະທຳຂອງນະຄອນຈະກາຍເປັນກຳລັງໜູນປະກອບສ່ວນພັດທະນາເສດຖະກິດສັງຄົມ ຍົກສູງທີ່ຕັ້ງບົດບາດພາບພົດຂອງດິນແດນ ແລະ ຊາວນະຄອນ ໂຮ່ຈີມິນ. ສິລະປິນປະຊາຊົນ ຫວຽນທິແທັງຖຸຍ ເປີດເຜີຍວ່າ:

“ພວກຂ້າພະເຈົ້າຕັ້ງຄວາມຫວັງໃນໄລຍະໃໝ່ນີ້, ບັນດານັກປະພັນນັກສິລະປິນຂອງນະຄອນສືບຕໍ່ເສີມຂະຫຍາຍບົດບາດແມ່ນບັນດາສິລະປິນ, ນັກຮົບທີ່ນຳໜ້າໃນແນວຮົບວັດທະນະທຳ, ສືບຕໍ່ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນກິດຈະການສ້າງສາ ແລະ ພັດທະນາວັດທະນະທຳຂອງນະຄອນ ແລະ ປະກອບສ່ວນເຂົ້າໃນການພັດທະນາອຸດສາຫະກຳວັດທະນະທຳຂອງປະເທດຊາດ”.

   ປັດຈຸບັນບັນດາຜູ້ເຮັດວຽກງານວັດທະນະທຳສິລະປະຂອງນະຄອນ ໂຮ່ຈີມິນ ໄດ້ ແລະ ພວມມານະພະຍາຍາມສ້າງການພັດທະນາຢ່າງກະໂດດຂັ້ນ ເພື່ອສ້າງບັນດາຜະລິດຕະພັນທີ່ມີຄຸນນະພາບສູງ, ຈາກນັ້ນປະກອບສ່ວນເພີ່ມທະວີການພັດທະນາວັດທະນະທຳແບບຍືນຍົງ ສ້າງກຳລັງແຮງໃຫ້ແກ່ທ້ອງຖິ່ນ ທັງເປັນການຢັ້ງຢືນເຄື່ອງໝາຍຂອງນະຄອນ ໂຮ່ຈີມິນ. 

ຕອບກັບ

ຂ່າວ/ບົດ​ອື່ນ