ສິລະປະຂັບແທນຂອງຊາວເຜົ່າໄຕ່ ຢູ່ ແຄັ໊ງຊວັນ ໃນແຂວງ ລ້າງເຊີນ.
Trang -  
(VOVWORLD) -ຂັບແທນແມ່ນປະເພດສະແດງສິລະປະພື້ນເມືອງທີ່ເປັນເອກະລັກຂອງຊາວເຜົ່າໄຕ່, ເຜົ່ານຸ່ງ ຢູ່ບາງແຂວງທາງທິດຕາເວັນອອກພາກເໜືອຄື ລ້າງເຊີນ, ກາວບັງ… ຊາວເຜົ່າໄຕ່ ຢູ່ຕາແສງ ແຄັ໊ງຊັວນ ເມືອງ ລອກບິ່ງ ແຂວງ ລ້າງເຊີນ ພວມມານະພະຍາຍາມຟື້ນຟູຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງສິລະປະຂັບແທນ ໂດຍຜ່ານການເຄື່ອນໄຫວຫຼາຍຢ່າງ
ຊາວເຜົ່າໄຕ່ ຢູ່ຕາແສງ ແຄັ໊ງຊັວນ ເມືອງ ລອກບິ່ງ ແຂວງ ລ້າງເຊີນ ພວມມານະພະຍາຍາມຟື້ນຟູສິລະປະຂັບແທນ |
ຄວາມສຸກຂອງ ລິວທຽນຕ໊ວນ ແມ່ນໄດ້ສະແດງບົນເວລທີເປັນຕົ້ນແມ່ນສະແດງຂັບແທນ ເຊິ່ງແມ່ນສິລະປະການສະແດງທີ່ເປັນເອກະລັກຂອງຊາວເຜົ່າຕົນ. ອ້າຍ ຕ໊ວນ ຮຽນຂັບແທນນັບແຕ່ຄາວມີອາຍຸ 14 ປີ. ສຽງຂັບຮ້ອງຂອງແມ່ໄດ້ຊ່ວຍຫຼໍ່ລ້ຽງຄວາມຮັກ ແລະ ຄວາມເມົາມົວສິລະປະຂັບແທນຂອງອ້າຍ ຕ໊ວນ. ນອກຈາກຮຽນນຳແມ່ແລ້ວ ອ້າຍ ຕ໊ວນ ກໍ່ຍັງໄປຫຼາຍແຫ່ງ ໄດ້ຮັບຊົມຫຼາຍລາຍການສະແດງ ແລະ ໄດ້ພົບປະກັບນັກສິລະປິນຫຼາຍຄົນ ເພື່ອຊອກຮູ້ເລິກທາງດ້ານສິລະປະຂັບແທນ. ໄລຍະຕໍ່ມາຂະນະທີ່ສະໂມສອນຂັບແທນຕາແສງ ແຄັ໊ງຊັວນ ໄດ້ຮັບການສ້າງຕັ້ງຂຶ້ນ ອ້າຍ ຕ໊ວນ ກໍ່ມີສະຖານທີ່ເພື່ອຝຶກຝົນຫຼໍ່ຫຼອມໃຫ້ສຽງຂັບຮ້ອງຂອງຕົນເປັນແຫຼ່ງບັນດານໃຈໃຫ້ແກ່ໄວໜຸ່ມ. ອ້າຍ ຕ໊ວນ ເວົ້າວ່າ:
“ຂ້າພະເຈົ້າດີໃຈ ແລະ ມີຄວາມສຸກທີ່ສຸດຂະນະທີ່ໄດ້ສະແດງສິລະປະຂັບແທນຂອງເຜົ່າຕົນ. ນີ້ແມ່ນຄວາມເມົາມົວຂອງເຮົາເອງ ຍ້ອນວ່າ ເຮົາຮູ້ສຶກສິລະປະຂັບແທນຂອງເຜົ່າຕົນ ແມ່ນມີສີສັນເປັນເອກະລັກ”.
ເມື່ອກ່ອນນີ້ມີບໍ່ເທົ່າໃດຄົນໃນຕາແສງ ແຄັ໊ງຊວັນ ທີ່ຊົມຊອບຂັບແທນ ແລະ ພະຍາຍາມຮຽນຄືອ້າຍ ຕ໊ວນ ເອງ. ມີພຽງບັນດາຜູ້ອາຍຸສູງບາງຄົນຮູ້ຂັບແທນເທົ່ນນັ້ນ ແລະ ພວກພໍ່ຕູ້ແມ່ຕູ້ ພຽງທຳການສະແດງໃນໂອກາດພິເສດຂອງໝູ່ບ້ານຕາແສງ
ອາທິດລະສາມຕອນຄ່ຳ, ເອື້ອຍນ້ອງເກືອບ40 ຄົນໃນຕາແສງ ແຄັ໊ງຊັວນ ກໍ່ມີໜ້າຢູ່ສະໂມສອນຂັບແທນ ພິນຕິ໊ງ ຂອງຕາແສງ ເພື່ອຝຶກແອບສະແດງສິລະປະຂັບແທນ. ເມື່ອສະໂມສອນສ້າງຕັ້ງຂຶ້ນກ່ອນນີ້ສາມປີ ເອື້ອຍນ້ອງກໍ່ໄດ້ຮຽນຂັບແທນຈາກບັນດານັກສິລະປິນທີ່ມີຊື່ສຽງ. ນາງ ຮວ່າງທິຍຸງ ຜູ້ສ້າງຕັ້ງສະໂມສອນເປີດເຜີຍວ່າ:
“ກະໂຕເຮົາເອງກໍ່ຄືເອື້ອຍນ້ອງແມ່ຍິງໃນສະໂມສອນກໍ່ມີຄວາມເປັນກຽດຢ່າງຍິ່ງ ແລະ ເອກອ້າງທະນົງໃຈທີ່ສຸດເມື່ອເຮົາຢູ່ໃນກຸ່ມອະນຸລັກຈຸດວັດທະນະທຳພື້ນເມືອງຂອງເຜົ່າຕົນ. ພວກຂ້າພະເຈົ້າພະຍາຍາມຮຽນຮູ້ ຝຶກຝົນຫຼໍ່ຫຼອມຖອດຖອນບົດຮຽນ ເພື່ອເສີມຂະຫຍາຍທ່າແຮງ ແລະ ໜູນຊ່ວຍເອື້ອຍນ້ອງແມ່ຍິງທີ່ມີຄວາມເມົາມົວກັບສິລະປະຂັບແທນຄືພວກຂ້າພະເຈົ້າ”.
ແຕ່ລະມື້ພວກເອື້ອຍນ້ອງໃນສະໂມສອນກໍ່ດຸໝັ່ນຂະຫຍາຍພຽນຮຽນຮູ້ບັນດາວາດຟ້ອນຂັບແທນບູຮານ, ຂັບແທນທັນສະໄໝ, ຂັບສາລີ, ຂັບເລື້ອນ ແລະ ໄດ້ລົງທຶນຊື້ພິນຕິ໊ງຢູ່ ກາວບັງ. ນາງ ໝາທິແບ໊ ໃຫ້ຮູ້ວ່າ:
“ເມື່ອໄດ້ເຂົ້າຮ່ວມສະໂມສອນກໍ່ຍ້ອນມີຄວາມເມົາມົວທັງເປັນການຮັກສາສີສັນວັດທະນະທຳຂອງເຜົ່າໄຕ່. ເຮົາຮູ້ສຶກມ່ວນຫຼາຍເມື່ອໄດ້ສະແດງບັນດາບົດເພງຂອງເຜົ່າຕົນ”.
ປັດຈຸບັນບັນດາສະມາຊິກໃນສະໂມສອນກໍ່ເອົາໃຈໃສ່ສ້າງແຫຼ່ງບັນດານໃຈຄວາມເມົາມົວກັບສິລະປະຂັບແທນໃຫ້ບັນດາເພື່ອນໜຸ່ມ ແລະ ຖືວ່າ ນີ້ແມ່ນກຳລັງແກ່ນສານເພື່ອຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າຂອງຂັບແທນໃຫ້ຍືນຍົງຄົງຕົວ. ອ້າຍ ລິວທຽນຕ໊ວນ ໃຫ້ຮູ້ຕື່ມອີກວ່າ:
“ເດັກນ້ອຍໃນບ້ານ ແລະ ຕາແສງ ຖ້າຫາກຊົມຊອບຂັບແທນນັ້ນ ພວກນ້ອງກໍ່ອາດຈະເຂົ້າຮ່ວມ ແລະ ໄປຮັບຊົມເພື່ອຮູ້ວ່າ ພວກພໍ່ພວກອາວ ພວກອ້າຍເອື້ອຍນ້ອງຂອງຕົນໄດ້ຂັບຮ້ອງຄືແນວໃດ ຕໍ່ມາພວກນ້ອງກໍ່ຄ່ອຍໆລື້ງເຄີຍ ແລະ ເຂົ້າສູ່ຄວາມເປັນລະບຽບ”.
ຊາວເຜົ່າໄຕ່ຢູ່ ແຄັ໊ງຊັວນ ກໍ່ມີສະໂມສອນ ເພື່ອພ້ອມກັນສ້າງຄວາມເມົາມົວ ແລະ ສະແດງສິລະປະຂັບແທນ. ແຕ່ສຳຄັນກວ່ານັ້ນ ແຕ່ລະຄົນຍາມໃດກໍ່ມີສະຕິຄວາມຮັບຮູ້ ແລະ ມານະພະຍາຍາມ ມີຫຼາຍຂໍ້ລິເລີ່ມ ແລະ ວິທີເຮັດ ເພື່ອແນໃສ່ເສີມຂະຫຍາຍບັນດາຄຸນຄ່າຂອງສິລະປະຂັບແທນ ເພື່ອນຳປະເພດການສະແດງນີ້ນັບມື້ນັບແຜ່ກະຈາຍ ພ້ອມທັງແນະນຳກ່ຽວກັບຄວາມງາມທາງດ້ານຈິດວິນຍານຂອງຊາວເຜົ່າໄຕ່ອີກດ້ວຍ.
Trang