ສິລະປະພາບແພໄໝພື້ນເມືອງຫວຽດນາມ

ສິລະປະພາບແພໄໝພື້ນເມືອງຫວຽດນາມ - ảnh 1
ພາບ​ແພ​ໄໝ​ກ່ຽວ​ກັບ​ທິວ​ທັດ​ເຂດ​ບ້ານ​ນາ​ຫວຽດນາມ(ພາບ:internet)

vovworld-ພາບ​ແພ​ໄໝ​ແມ່ນ​ປະ​ເພດ​ສິລະ​ປະ​ທີ່​ມີ​ມາ​ແຕ່​ດົນ​ນານ​ຢູ່​ບາງປະ​ເທດ​ອາຊີ​ຕາ​ເວັນ​ອອກ​ຄື : ຈີນ, ຍີ​ປຸ່ນ ​ແລະ ຫວຽດນາມ. ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ພັດທະນາ, ດ້ວຍ​ຫົວຄິດ​ປະດິດ​ສ້າງ ​ແລະ ສື​ມື​ອັນ​ຄ່ອງ​ແຄ້ວ, ຈິດຕະກອນ​ລຸ່ນຕ່າງໆ​ຂອງ​ຫວຽດນາມ​ໄດ້​ມີ​ແບບ​ວິທີ​ແຕ້ມພາບ​ແພ​ໄໝ​ທີ່​ເປັນ​ເອກະລັກ​ສະ​ເພາະ ອັນ​ໄດ້​​ເຮັດ​ໃຫ້​ຈຸດ​ຢືນ​ຂອງ ພາບ​ແພ​ໄໝ​ກາຍ​ເປັນປະ​ເພດ​ສິລະ​ປະພື້ນ​ເມືອງທີ່​ເຂັ້ມຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ຊາດ​ຫວຽດນາມ. ​ເຖິງ​ວ່າ​ໄດ້​ຜ່ານ​ຜ່າ​ບັນດາ​ໄລຍະ​ແຫ່ງ​ປະຫວັດສາດ​ກໍ​ຕາມ, ​ແຕ່​ສິລະ​ປະພາບ​ແພ​ໄໝຍັງ​ຄົງແມ່ນ​ສິ່ງ​ເປັນ​ເອກະລັກ​ຂອງ​ພື້ນຖານ​ວິຈິດ​ຕະກຳ​ຫວຽດນາມ. ​

    ຢູ່​ທີ່​ຫໍພິພິທະ​ພັນ​ປະຫວັດສາດ​ຫວຽດນາມປະຈຸ​ບັນ, ຍັງ​ເກັບ​ຮັກສາພາບ​ແພ​ໄໝ​ແຕ້ມ​ຮູບ Nguyen Trai ຊຶ່ງ​ແມ່ນ​ນັກ​ວັດທະນະທຳ​ຫວຽດນາມໃນ​ສະ​ໄໝ​ລາດ​ຊະ​ວົງ Le ​ໃນ​ສະຕະວັດທີ່ 15. ນອກຈາກ​ນັ້ນ, ຢູ່​ແຫ່ງ​ນີ້ຍັງ​ມີພາບ​ບູຊາ​ບາງ​ແຜ່ນ​ຄື : ພາບ​ທ່ານ Phung Khac Khoan (1528-1613) , ພາບ​ເຄິ່ງຄີງ 4 ​ແຜ່ນ​ຂອງ​ວົງ​ຕະກູນ Phan Huy ກ່ອນ​ນີ້ 2-3 ສະຕະວັດ. ສິ່ງ​ດັ່ງ​ກ່າວ​ໄດ້​ສະ​​ແດງ​ໃຫ້​ເຫັນ​ວ່າ ພາບ​ແພ​ໄໝ​ໄດ້​ປະກົດ​ຕົວ​ຢູ່​ຫວຽດນາມ​ມາ​ແຕ່​ດົນ​ນານ ​ແລະ ມີ​ຈຸດ​ຢືນ​ໃນພຶ້ນຖານສິລະ​ປະພື້ນ​ເມືອງ​ຫວຽດນາມ. ​ແຕ່​ບັນດາພາບ​ແພ​ໄໝ​ເກົ່າ​ເມື່ອ​ກ່ອນ​ນີ້ ​ແມ່ນ​ເຄີຍ​ແຕ້ມ​ຮູບ​ເຄິ່ງຄີງ​ບັນດາ​ບຸກຄົນ​ມີ​ຈິງ, ທາງ​ດ້ານວາດ​ແຕ້ມ​ແມ່ນ​ຍັງ​ງ່າຍດາຍ​ຢູ່​​. ພາບ​ແພ​ໄໝຫວຽດນາມ​ມີ​ໄລຍະພັດ​ທະນາ​ຢ່າງ​ຮຸ່ງ​ເຮືອງ​ໃນ​ຊຸມ​ປີ 1930 ຂອງສະຕະວັດ​ກ່ອນ, ຂະນະ​ທີ່​ນັກ​ຈິດຕະກອນ​ບາງ​ຄົນ​ຮຽນ​ຈົບ​ວິທະຍາ​ໄລ​ວິຈິດ​ຕະກຳ​ອີນດູ​ຈິນ ຊຶ່ງ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ສິລະ​ປະ​ຝ່າຍ​ຕາ​ເວັນ​ຕົກ​ໂດຍ​ມີ​ການ​ປະສົມ​ປະສານ​ກັບ​ວັດທະນະທຳ​ຂອງ​ຝ່າຍຕາ​ເວັນ​ອອກ ​ໄດ້​ປະດິດ​ຄິດ​ສ້າງ

ສິລະປະພາບແພໄໝພື້ນເມືອງຫວຽດນາມ - ảnh 2
ພາບ​ນາງ​ສາວ​ນັ່ງ​ຊົມ​ດອກ​ບົວ

​ແບບ​ວິທີ​ຈິດຕະກຳ​ພາບ​ແພ​ໄໝທີ່​ເປັນ​ເອກະລັກ​ສະ​ເພາະ. ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ນັກ​ຈິດຕະກອນ Phan Chanh ( 1892-1984) ດ້ວຍ​ບັນດາ​ຜະລິດ​ຕະພັນ ​ພາບ​ແພ​ໄໝທີ່​ມີ​ຊື່​ສຽງ​ຄື : ພາບກ່ຽວ​ກັບ ​ເຊິະເຂົ້າ, ຫຼິ້ນ​ໝາກຮຸກ, ດູ​ໝໍ, ພິທີ​ເຂົ້າ​ຊົງ......​ໃນ​ນັ້ນ​ມີ ​ພາບ​ແພ​ໄໝ​ຫຼາຍ​ແຜ່ນ​ແຕ້ມ​ຍຸ​ວະ​ນາລີ, ຄວາມ​ງາມ​ດັ່ງ​ໃນ​ຝັນ​ຢູ່​ເຂດ​ບ້ານ​ນາ ​ໄດ້​ສ້າງ​ຊື່​ສຽງ​ໂດ່ງດັງ​ໃນ​ງານ​ວາງສະ​ແດງ​ພາບ​ແຕ້ມ​ຄັ້ງ​ຕ່າງໆ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ​ໄລຍະ​ຕໍ່​ມາ ນັກ​ຈິດຕະກອນຫຼາຍ​ລຸ່ນຄົນຂອງ​ຫວຽດນາມ​ໄດ້​ສືບ​ທອດ ​ແລະ ພັດທະນາປະ​ເພດ​ສິລະ​ປະພື້ນ​ເມືອງນີ້​ໃຫ້​ອຸດົມສົມບູນ​ຫຼາຍ​ຂຶ້ນ. ນັກ​ຈິດຕະກອນ Nguyen Thu ​ໃຫ້​ຮູ້​ວ່າ :

   “ ອາດ​ຈະ​ເວົ້າ​ໄດ້​ວ່າ ນັບ​ແຕ່​ຊຸມ​ປີ 1950 ຂອງ​ສະຕະວັດ​ກ່ອນ, ​ພາບ​ແພ​ໄໝ ກໍ​ຄື​ພາບ​ສີ​ຂັດ​ມັນ​ຂອງ​ຫວຽດນາມ​ໄດ້​ມີ​ເງື່ອນ​ໄຂ​ເພື່ອພັດທະນາ. ປີ 1957, ຫວຽດນາມ​ໄດ້​ນຳ​ເອົາ​ພາບ​ແພ​ໄໝ​ໄປ​ວາງສະ​ແດງ​ຢູ່​ບັນດາ​ປະ​ເທດເອີ​ລົບຕາ​ເວັນ​ອອກ ​ແລະ ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຊາວ​ຕ່າງປະ​ເທດຫຼາຍ​ທີ່​ສຸດ. ​ເຂົາ​ເຈົ້າ​ໄດ້​ມາ​ຫວຽດນາມ​ເພື່ອ​ຊອກ​ຊື້​ພາບ​ແພ​ໄໝ​ຍ້ອນ​ຄວາມ​ເປັນ​ເອກະ​ລັດສະ​ເພາະ​ຂອງ​ມັນ ”

     ​ພາບ​ແພ​ໄໝຫວຽດນາມ​ມີ​ຄວາມ​ອ່ອນ​ນຸ່ມ ​ແລະ ຊ້ອນ​ແຝງ​ໃນ​ແຕ່​ລະວາ​ດ​ແຕ້ມ​ກ່ຽວກັບ​ຄວາມ​ງາມ​ດ້ານ​ຈິດ​ວິນ​ຍານ​ຂອງ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ, ຊ້ອນ​ແຝງອາລົມ​ຈິດ​ຄວາມ​ຮັກ​ແພງ​ຂອງ​ຊາດ​ຫວຽດນາມ, ດັ່ງ​ນັ້ນ​ຍາມ​ໃດ​ມັນ​ກໍ​ເຮັດ​ໃຫ້​ຜູ້​ຊົມ​ມີ​ຄວາມ​ຮູ້ສຶກ​ສະຫວ​າດສະ​ເຫວີຍ ​ແລະ ປະ​ທັບ​ໃຈ.

     ນັກ​ຈິດຕະກອນ Duc Hoang- ຜູ້​ມີ​ຄວາມ​ສຸມ​ຈິດ​ສຸມ​ໃຈ​ກັບ​ສິລະ​ປະ​ພາບ​ແພ​ໄໝ ​ໃຫ້​ຂໍ້​ສັງ​ເກດວ່າ :

  “ ໜຶ່ງ​ໃນ​ບັນດາ​ຈຸດ​ຕົ້ນຕໍ​ຂອງ ​ພາບ​ແພ​ໄໝ​ຫວຽດນາມ​ເພື່ອ​ຈຳ​ແນ​ກກັບ ​ພາບ​ແພ​ໄໝ​ໃນ​ໂລກ, ນັ້ນ​ແມ່ນ​​ເຕັກນິກ​ການ​ແຕ້ມ ​ແລະ ລ້າງແພ​ໄໝ ​ເພື່ອ​ໃຫ້​ນ້ຳ​ສີ​ຊຶມ​ເຂົ້າແພ​ໄໝຢ່າງ​ງາມ​ຕາ. ​ພາບ​ແພ​ໄໝຫວຽດນາມ​ມີ​ຄວາມ​ແຕກ​ຕ່າງ​ກັບ ​ພາບ​ແພ​ໄໝ​ຂອງ​ຈີນ​ ຍ້ອນ​ວ່າ ນອກຈາກ​ດ້ານ​ເຕັກນິກ​ລ້າງແພ​ໄໝ​ແລ້ວ, ນັກ​ຈິດຕະກອນຫຼາຍ​ຄົນ​ຂອງ​ຫວຽດນາມ​ໄດ້​ຮຽນ ​ແລະ ຮັບ​ຜົນ​ສະທ້ອນ​ຈາກ​ຝ່າຍ​ຕາ​ເວັນ​ຕົກ​ກ່ຽວ​ກັບ​ສິລະ​ປະຈິດ​ຕະກຳ. ພິ​ເສດ ​ພາບ​ແພ​ໄໝຫວຽດນາມ, ຍາມ​ໃດ​ກໍ​ສຸມ​ໃສ່​ຫົວ​ເລື່ອງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ”

     ​ພາບ​ແພ​ໄໝຫວຽດນາມ​ໄດ້​ມີ​ບາງ​ໄລຍະ​ປະກອບ​ສ່ວນສ້າງ​ຊື່​ສຽງຮຽງ​ນາມ​ໃຫ້​ແກ່​ພື້ນຖານວິຈິດ​ຕະກຳ​ຫວຽດນາມ, ສາມາດ​ທັດ​ທຽມ​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໃນ​ໂລກ​ກ່ຽວ​ກັບ​ສິລະ​ປະພາບ​ແພ​ໄໝ. ການ​ປະດິດ​ຄິດ​ສ້າງ​ຂອງ​ພາບ​ແພ​ໄໝຫວຽດນາມສືບ​ຕໍ່​ພັດທະນາ​ໂດຍ​ຜ່ານ​ງານ​ວາງສະ​ແດງ​ຫົວ​ເລື່ອງ​ພາບ​ແພ​ໄໝຄັ້ງ​ຕ່າງໆ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຄື​ຖືກ​ຈັດ​ຂຶ້ນ​ໃນ​ປີ 2007 ​ແລະ ງານ​ວາງສະ​ແດງ​ບາງຄັ້ງ​ຂອງ​ກຸ່ມນັກ​ຈິດຕະກອນ ​ແລະ ສ່ວນ​ບຸກຄົນ​ຊຶ່ງ​ຖືກ​ຈັດ​ຂຶ້ນ​ໃນ​ປີ 2006, 2009, 2011. ຫົວ​​ເລື່ອງ​ຂອງ​ພາບ​ແພ​ໄໝ​ແມ່ນ​ບໍ່​ພຽງ​ແຕ່​ສຸມ​ໃສ່​ການ​ເຄື່ອນ​ໄຫວ​ຊີວິດ​ປະຈຳ​ວັນ, ພາບ​ເຄິ່ງຄີງ​ເທົ່າ​ນັ້ນ, ຫາກ​ຍັງ​ຖືກ​ເປີດ​ກ້ວາງ​ສູ່​ຫົວ​ເລື່ອງ​ກ່ຽວ​ກັບ​ປະຫວັດສາດ, ການ​ສູ້​ຮົບ, ອອກ​ແຮງ​ງານທຳ​ການ​ຜະລິດ, ຄວາມ​ງາມ​ຂອງ​ປະ​ເທດ​ຊາດ ​ແລະ ຊາວ​ທ້ອງ​ຖ່ິນ​ຕ່າງໆ​ຂອງຫວຽດນາມ​ອີກ​ດ້ວຍ. ງານ​ວາງສະ​ແດງ​ເຫຼົ່າ​ນັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນສິລະ​ປະ​ພາບ​ແພ​ໄໝພື້ນ​ເມືອງຂອງ​ຫວຽດນາມ ​ແມ່ນ​ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຮັກ​ສາ​ເທົ່າ​ນັ້ນ, ຫາກ​ຍັງ​​ໄດ້​ຮັບ​ການ​ພັດທະນາ​ໃນ​ພື້ນຖານ​ວິຈິດ​ຕະກຳ​ຫວຽດນາມ​ຍຸກ​ສະ​ໄໝ​ປະຈຸ​ບັນ​ອີກ​ດ້ວຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ