ສີສັນວັດທະນະທຳເຜົ່າຈຳ.

(VOVWORLD) -ເຜົ່າຈຳແມ່ນໜຶ່ງໃນຈຳນວນ 54 ເຜົ່າຢູ່ ຫວຽດນາມ. ພໍ່ແມ່ພີ່ນ້ອງເຜົ່າຈຳ ດຳລົງຊີວິດຢູ່ບັນດາແຂວງຕອນໃຕ້ພາກກາງ ແລະ ພາກໃຕ້ເປັນສ່ວນຫຼາຍ ໃນນັ້ນມີແຂວງ ນິງຖ້ວນ ປັດຈຸບັນໂຮມເຂົ້າກັບແຂວງ ແຄັ໊ງຮວ່າ. ເຜົ່າຈຳມີມູນເຊື້ອວັດທະນະທຳມາແຕ່ດົນນານສະແດງອອກຜ່ານສິລະປະຟ້ອມລຳທຳເພງ, ວັນນະຄະດີງານບຸນ, ສິລະປະສະຖາປັດຕະຍະກຳ…
ສີສັນວັດທະນະທຳເຜົ່າຈຳ. - ảnh 1ຟ້ອນວີຂອງຊາວເຜົ່າຈຳ

     ຂີດໝາຍວັດທະນະທຳເຜົ່າຈຳຖືກສະແດງອອກຢ່າງຈະແຈ້ງຜ່ານສະຖາປັດຕະຍະກຳ ລວມມີບັນດາວິຫານ ທາດ, ພາບແກະຄວັດສະຫຼັກ, ຮູບປ້ຳ ເພື່ອບູຊາ… ພິເສດແມ່ນຢູ່ເຂດປູຊະນີຍະສະຖານ ໝີເຊີນ ໄດ້ຮັບການຕີລາຄາທຽບເທົ່າກັບ ອັງກໍວັດ ຂອງ ກຳປູເຈຍ ຫຼື ວິຫານທາດອື່ນໆຢູ່ອາຊີຕາເວັນອອກສຽງໃຕ້.

ຢູ່ແຫ່ງນີ້ກໍ່ຍັງມີທາດຈຳໄດ້ຮັບການຮັບຮອງແມ່ນປູຊະນີຍະສະຖານລະດັບຊາດພິເສດນັ້ນແມ່ນທາດ ໂປກະລອງກາຣາຍ ຖືກປຸກສ້າງໃນທ້າຍສະຕະວັດທີ XIII ເພື່ອບູຊາເຈົ້າຊີວິດ ໂປກະລົງກາຣາຍ (1151-1205). ທ່ານ ແທັ່ງໃຫຍຮອງຜູ້ອຳນວຍການຫໍພິພິທະພັນ ນິງຖ້ວນ ໃຫ້ຮູ້ວ່າ:

 “ທາດໂປກະລອງ ກາຣາຍ ແມ່ນກິດຈະກຳສະຖາປັດຕະຍາກຳສິລະປະກຳ ທາດຈຳ ຍັງຄົງຖືກຮັກສາໄວ້ເໝືອນເດີມ ດ້ວຍລະບົບທາດຈຳປັດຈຸບັນ. ພາຍຫຼັງທີ່ນາຍົກລັດຖະມົນຕີເຊັນຂໍ້ຕົກລົງຮັບຮອງ ແມ່ນປູຊະນີຍະສະຖານລະດັບຊາດພິເສດນັ້ນ, ຈຳນວນແຂກທ່ອງທ່ຽວມາຢ້ຽມຊົມນັບມື້ນັບຫຼາຍຂຶ້ນ. ປັດຈຸບັນພວກຂ້າພະເຈົ້າໄດ້ມີການບໍລິການລົດໄຟຟ້າສົ່ງແຂກທ່ອງທ່ຽວໄປຢ້ຽວຊົມ ແລະ ຊຸມມື້ທ້າຍອາທິດຂອງວັນບຸນກໍ່ມີລາຍການສະແດງສິລະປະວັນນະຄະດີ ເພື່ອຮັບໃຊ້ແຂກທ່ອງທ່ຽວ.”

 ສີສັນວັດທະນະທຳຂອງຊາວເຜົ່າຈຳ ຍັງສະແດງອອກຜ່ານເຮືອນປະເພນີ. ເຮືອນຂອງເຜົ່າຈຳແມ່ນກວ້າງຂວາງຫຼາຍພໍສົມຄວນ ດ້ວຍການອອກແບບເປັນເອກະລັກ ດ້ວຍກຸ່ມເຮືອນແຕ່ 5 ຫາ 7 ຫຼັງຖືກອອກແບບຕາມຕົວໜັງສື Iຕັ້ງຕາມທິດຕາເວັນອອກ - ຕາເວັນຕົກ. ທ່ານ ດ່າງຈີ໊ກວຽດ ຢູ່ຕາແສງ ນິງເຝືອກ ແຂວງ ນິງຖ້ວນເກົ່າ ປັດຈຸບັນໂຮມເຂົ້າກັບແຂວງ ແຄັ້ງຮວ່າ ໃຫ້ຮູ້ວ່າ:

 “ເມື່ອປຸກເຮືອນ ຊາວເຜົ່າຈຳກໍ່ຕ້ອງຊອກແຫຼ່ງນ້ຳເສຍກ່ອນ. ນ້ຳສ້າງຍາມໃດກໍ່ຕັ້ງຢູ່ທາງທິດຕາເວັນອອກສຽງເໜືອ ແລະ ເຮືອນຄົວຖືກຕັ້ງຢູ່ທິດຕາເວັນຕົກສຽງເໜືອ. ສຳລັບຝາເຮືອນເຂົາເຈົ້າເຮັດດ້ວຍຂີ້ຕົມປົນກັບເຟືອງ ແລະ ນ້ຳ”  

     ຊາວເຜົ່າຈຳມີປະມານ 80 ວາດຟ້ອນ ທຽບເທົ່າກັບແຕ່ລະວາດຟ້ອນແມ່ນ 80 ເທວະດາຕາມການເຫຼື້ອມໃຂອງຊາວເຜົ່າຈຳ. ວາດຟ້ອນເກືອບທັງໝົດກໍ່ລ້ວນແຕ່ມີສີສັນສາສະໜາ, ການເຫຼື້ອມໃສ ແລະ ຟ້ອນໃນລາດຊະວັງ. ມີຈຸດວັດທະນະທຳທີ່ເປັນເອກະລັກອີກອັນໜຶ່ງ ແມ່ນກໍ່ຕ້ອງເວົ້າເຖິງຂົງເຂດວັດທະນະທຳບໍ່ເປັນວັດຖຸຂອງເຜົ່າຈຳ ນັ້ນແມ່ນງານບຸນ ເຊິ່ງພົ້ນເດັ່ນແມ່ນງານບຸນ ກາເຕ

     ກາເຕແມ່ນງານບຸນປະເພນີທີ່ສັກກາລະບູຊາ ເປັນເອກະລັກ ແລະ ສຳຄັນທີ່ສຸດເຄີຍຖືກຈັດຂຶ້ນໃນວັນທີ 1 ເດືອນ 7 ໄລ່ຕາມປະຕິທິນຂອງເຜົ່າຈຳ ກົງກັບວັນທີ 25 ກັນຍາ ຫາວັນທີ 25 ຕຸລາ ຄສ. ງານບຸນຖືກຈັດຂຶ້ນ ເພື່ອແນໃສ່ອາໄລຫາບັນດາຜູ້ທີ່ໄດ້ລ່ວງຫຼັບໄປ, ອາໄລຫາບັນດານັກວິລະຊົນຂອງຊົນເຜົ່າ.

ຊາວເຜົ່າຈຳໄດ້ປະດິດຄິດສ້າງບັນດາຄຸນຄ່າດົນຕີ, ສິລະປະບັນດາເຜົ່າທີ່ເປັນເອກະລັກ, ຜະລິດອອກບັນດາເຄື່ອງດົນຕີພີເສດຄື ກອງກິນາງ, ກອງບາຣານຶງ, ແຄນຊາຣານາຍ, ພິນການຮີ, ຄ້ອງລຸກລາກ… ອ້າຍ ກາມຣີ ຊາວເຜົ່າຈຳໃຫ້ຮູ້ວ່າ:

“ໃນຊຸດເຄື່ອງດົນຕີເຜົ່າຈຳມີສາມປະເພດຫຼັກ ນັ້ນແມ່ນກອງຍາວ, ກອງປາຣານຶງ, ແຄນຊາຣານາຍ. ສຳລັບກອງຍາວກໍ່ມີສອງກອງເປັນສັນຍາລັກໃຫ້ແກ່ສອງຂາຂອງມະນຸດ, ສ່ວນກອງປາຣານຶງ ເປັນສັນຍາລັກໃຫ້ແກ່ຮ່າງຄີງ ແລະ ອະໄວຍະວະຂອງຄົນ. ສຳລັບແຄນຊາຣານາຍມີ 7 ຮູ ເປັນສັນຍາລັກໃຫ້ແກ່ຄູ່ຕາ, ສອງຮູຫູ, ສອງຮູດັງ ແລະ ປາກ”.

ຊາວເຜົ່າຈຳມີພົນລະເມືອງປະມານ 180.000 ຄົນ ກວມບໍ່ເຖິງ 1%ຈຳນວນປະຊາກອນໃນທົ່ວປະເທດ. ເຖິງຢ່າງໃດກໍ່ຕາມ ຊາວເຜົ່າຈຳມີພື້ນຖານວັດທະນະທຳອຸດົມສົມບູນ ພັດທະນາຢ່າງຮຸ່ງເຮືອງເຫຼືອງເຫຼື້ອມ. ວັດທະນະທຳເຜົ່າຈຳພ້ອມກັບວັດທະນະທຳເຜົ່າອື່ນໆໄດ້ສ້າງຄວາມອຸດົມສົມບູນເປັນເອກະພາບໃນຄວາມຫຼາກຫຼາຍສີສັນຂອງວັດທະນະທຳ ຫວຽດນາມ ທີ່ກ້າວໜ້າເຂັ້ມຂົ້ນໄປດ້ວຍສີສັນຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ