ສ້າງພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວໜ້າ, ເຂັ້ມຂົ້ນໄປດ້ວຍ ສີສັນຊາດ

ສ້າງພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວໜ້າ, ເຂັ້ມຂົ້ນໄປດ້ວຍ ສີສັນຊາດ - ảnh 1
(ພາບປະກອບ)

        ​ໃນ​ຈຸດ​ເວລາ​ນີ້, ຫວຽດນາມ​ພວມ​ດຳເນີນການສະຫຼຸບການປະຕິບັດມະຕິ ສູນກາງພັກຄັ້ງ​ທີ 5 ຊຸດ​ທີ່ 8 ກ່ຽວ​ກັບ  “ ການ​ກໍ່ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ​ທີ່​ກ້າວ​ໜ້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ ”. ​ໂດຍ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ນັບ​ແຕ່ປີ 1998 ມາ​ຮອດ​ປະຈຸ​ບັນ, ການ​ປະຕິບັດ​ມະຕິ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້​ຫວຽດນາມ​ສາມາດ​ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊາດ ​ແລະ ຮັບ​ເອົາ​ບັນດາ​ຄຸນຄ່າ​ທີ່​ຍອດ​ຍິ່ງ​ດ້ານ​ວັດທະນະທຳ​ຂອງ​ໂລກ. ​

     ບັນດານັກຄຸ້ມຄອງວັດທະນະທຳຫວຽດນາມລ້ວນແຕ່ເປັນເອກະພາບກັນໃຫ້ ຂໍ້ສັງ​ເກດ​ວ່າ ຜ່ານ 15 ປີ​ແຫ່ງ​ການປະຕິບັດມະຕິ ສູນກາງພັກຄັ້ງ​ທີ 5 ຊຸດ​ທີ່ 8, ການ​ຮັບ​ຮູ້​ກ່ຽວ​ກັບ​ທີ່​ຕັ້ງ​ບົດບາດ​ດ້ານ​ວັດທະນະທຳ​ໃນ​ສັງຄົມ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ເຫັນ​ໄດ້​ຊັດ. ​ແຫຼ່ງກຳລັງ​ດ້ານ​ວັດທະນະທຳ ຊຶ່ງ​ກ່ອນ​ອື່ນ​ໝົດ​ແມ່ນ​ແຫຼ່ງກຳລັງ​ຂອງມະນຸດ ແມ່ນນັບມື້ໄດ້ຮັບການເສີມຂະຫຍາຍ, ພັດທະນາຢ່່າງ ຮອບດ້ານ. ດ້ວຍທິດນຳທີ່ວ່າ “ ມະນຸດ ທັງແມ່ນເຈົ້າຂອງການປະດິດຄິດສ້າງ ດ້ານວັດທະນະທຳ, ທັງ​ແມ່ນ​ຈຸດໝາຍ​ຂອງ​ການພັດທະ​ນາ​ວັດທະນະທຳ, ຂະ​ແໜງ​ວັດທະນະທຳ​ໄດ້​ສ້າງ​ວິຖີ​ຊີວິດ​ທີ່​ດີງາມ​ໃຫ້​ແກ່​ຊາວ​ຫວຽດນາມ. ທ່ານ​ຮອງ​ສາດສະດາຈານ, ດຣ ຫງວຽນ​ຈີ້​ເບັນ, ຫົວໜ້າ​ສະ​ຖາ​ບັນ​ວັດທະນະທຳ​ສິລະ​ປະ​ຫວຽດນາມ​ໃຫ້​ຮູ້​ວ່າ :

   “ 15 ປີ ທີ່​ຜ່ານ​ມາ, ວັດທະນະທຳ ສິລະ​ປະ ​ໄດ້​ປະ​ກອບສ່ວນ​ເພີ່ມ​ພູນ​ຄຸນ​ສ້າງດ້ານ​ບຸກຄະ​ລິກກະພາບ​ມະນຸດ​ຫວຽດນາມ, ​ຊ່ວຍ​ມະນຸດ​ມຸ່ງ​ໄປ​ສູ່​ຄວາມ​ເປັນ​ທຳ, ສຸດຈະລິດ ​ແລະ ຄວາ​ມງາມ. ປະຈຸ​ບັນ, ຜະລິດ​ຕະພັນ​ດ້ານ​ວັດທະນະທຳ​ແມ່ນ​ມີ​ຫຼາຍ​ຮູບ​ຫຼາຍ​ສີ. ປະຊາຊົນ​ມີ​ໂອກາດ​ໄດ້​ສຳຜັດ​ກັບ ຜະລິດ​ຕະພັນ​ດ້ານ​ວັດທະນະທຳ, ​ໄດ້​ຮັບ​ເອົາ​ສິ່ງ​ຍອດ​ຍິ່ງ​ດ້ານ​ວັດທະນະ​ທຳ​ຢູ່ທຸກ​ແຫ່ງ, ​ໃນ​ບັນດາ​ໂຮງ​ລະຄອນ, ​ໂຮງມະ​ໂຫລະ​ສົບ ຕະຫຼອດ​ຮອດ​ເທບ​ວີ​ດີ​ໂອ, ​ແຜ່​ນຊີ​ດີ. ບັນດາ​ຜູ້​ເຂົ້າ​ຮ່ວມ​ການ​ຜະລິດບັນດາ ຜະລິດ​ຕະພັນ​ດ້ານ​ວັດທະນະທຳກໍ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ກ່ອນ​ນີ້, ມີພຽງ​ແຕ່​ລັດ​ເທົ່າ​ນັ້ນ, ປະຈຸ​ບັນ​ມີ​ທັງ​ພາກ​ເອກະ​ຊົນ​ ຊຶ່ງ​ເຫັນ​ໄດ້​ຊັດ​ກ່ວາ​ມູ່​ແມ່ນ​ໃນ​ຂົງ​ເຂດ​ຮູບ​ເງົາ ​ແລະ ພິມ​ຈຳໜ່າຍ ”

   15 ປີ​ທີ່​ຜ່ານ​ມາ ກໍ​ແມ່ນ​ໄລຍະ​ທາງ​ຢັ້ງຢືນ​ຄຸນຄ່າ​ບັນດາ​ມໍລະດົກ​ວັດທະນະທຳ​ຫວຽດນາມ ຂະນະ​ທີ່​ຫວຽດນາມ​ມີ​ 15 ມໍລະ​ດົກ​ວັດທະນະທຳ​ໄດ້​ຮັບ​ການ​ຮັບຮອງຕື່ມ​ອີກຈາກ​ອົງການ​ວັດທະນະທຳ, ວິທະຍາສາດ ​ແລະ​ສຶກສາ​ແຫ່ງ​ສະຫະ​ປະຊາ​ຊາດ UNESCO , ອັນ​ໄດ້​ຍົກ​ຍອດ​ຈຳນວນ ມໍລະ​ດົກ​ວັດທະນະທຳ ຂອງຫວຽດນາມ ທີ່ໄດ້​ຮັບ​ການ​ຮັບຮອງຈາກ​ອົງການ UNESCO ນັ້ນ​ຂຶ້ນ​ເປັນ 17 ມໍລະ​ດົກ​ວັດທະນະທຳ, ຢືນຢັນ​ອັນ​ດັບ​ທີ 2 ​ໃນ​ກຸ່​​ມອາ​ຊຽນ. 15 ປີ​ທີ່​ຜ່ານ​ມາ ກໍ​ແມ່ນ​ໄລຍະ​ເພີ່ມ​ທະວີ​ຢ່າງ​ກະ​ໂດດ​ຂັ້ນ​ຂອງ​ບັນດາ​ງານ​ບຸນ. ມີ​ເກືອບ 8000 ງານ​ບຸນ​ໃນ​ທົ່ວ​ປະ​ເທດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ດຳ​ເນີນ​ຊີວິດ​ວັດທະນະທຳ​ທີ່​ມີ​ຊີວິດຊີວາ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ. ພິ​ເສດ​ໃນ​ຂະ​ບວນການ“ ທົ່ວ​ປວງ​ຊົນ​ສາມັກຄີ​ສ້າງຊີວິດ​ວັດທະນະ​ທ​ຳ” ກໍ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂີດ​ໝາຍ​ແຫ່ງ​ການ​ປະຕິບັດ ມະຕິ ສູນກາງພັກຄັ້ງ​ທີ 5 ຊຸດ​ທີ່ 8. ຈາກ​ຈຳນວນ​ຄອບຄົວ​ວັດທະນະທຳ​ກວ່າ 8 ລ້ານ​ຄອບ​ຄົວ​ໃນ​ປີ 2000, ຮອດ​ປີ 2012, ທົ່ວ​ປະ​ເທດ​ໄດ້​ມີ ຄອບຄົວ​ວັດທະນະທຳ​​ເຖິງກວ່າ 16 ລ້ານ​ຄອບ​ຄົວ. ຈຳນວນ​ໝູ່​ບ້ານ​ບັນລຸ​ມາດຕະຖານ​ວັດທະນະທຳ​ຈາກ​ຕົວ​ເລກ ກ່ວາ 17.000 ໝູ່​ບ້ານ​ໃນ​ປີ 1998 ​ໄດ້​ເພີ່ມ​ຂຶ້ນ​ທົບ 3 ​ເທົ່າ​ດ້ວຍ​ກ່ວາ 58.000 ໝູ່​ບ້ານ​ໃນ​ປີ 2012. ກົດໝາຍ​ສະບັບ​ປັບປຸງ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ມໍລະດົ​ກ ​ໄດ້​ຮັບ​ການ​ປະກາດ​ໃຊ້, ອັນ​ໄດ້​ປະກອບ​ສ່ວນ​ຊຸກຍູ້​ດ້ານ​ວັດທະນະທຳ​ຂະຫຍາຍຕົວ ​ແລະ ​ເປີດ​ກ້ວາງ​ການ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ. ​ແລະ ກໍ​ຍ້ອນ​ມີ​ກົດໝາຍ​ໃໝ່​ນີ້, ຫຼາຍປະ​ເພດສະລະ​ປະ​ພື້ນ​ເມືອງ​ຂອງ​ຫວຽດນາມ​ໄດ້​ຮັບ​ການ​ຟື້ນ​ຟູ​ໃຫ້​ຫຼຸ​ດພົ້ນ​ອອກ​ຈາກ​ໄພ​ອັນຕະລາຍ​ຖືກ​ສູນຫາຍ​ໄປຄື : ຂັບ​ກ່ອມ​ລູກ, ຂັບ​ສຳ ຫຼື ວັດທະນະທຳຄ້ອງ ​ໄຕ​ງວຽນ...

  ທ່ານ ຫງວຽນ​ເທ້ຮຸ່ງ ຫົວໜ້າ​ກົມໆ​ມໍລະດົກ​ວັດທະນະທຳ, ກະຊວງ​ວັດທະນະທຳ, ກິລາ ​ແລະ​ທ່ອງ​ທ່ຽວ​ຫວຽດນາມ​ໃຫ້​ຮູ້​ວ່າ : 

    “ 15 ປີ​ທີ່​ຜ່ານ​ມ​າ, ພວກ​ເຮົາສາມາດສຳ​ຫຼວດກວດກາປູຊະນີຍະສະຖານ​ໄດ້ 40.000 ​ແຫ່ງ, ຈັດ​ອັນ​ດັບ​​​ໃຫ້ປູຊະນີຍະສະຖານລະດັບ​ຊາດ​ເກືອບ 3.200 ​ແຫ່ງ, ປູຊະນີຍະສະຖານລະດັບ​ຊາດ​ພິ​ເສດ 34 ​ແຫ່ງ. ມາ​ຮອດ​ປະຈຸ​ບັນ, ຫວຽດນາມ​ ​ສ້າງ​ຕັ້ງ​ສູນ​ຂໍ້​ມູນກ່ຽວ​ກັບມໍລະ​ດົກ​ວັດທະນະທຳບໍ່​ມີ​ຮູບ​ຮ່າງໄດ້ 7 ​ແຫ່ງໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ສຳລັບ​ຂົງ​ເຂດ​ພິພິທະ​ພັນ, ປະຈຸ​ບັນ​ພວກ​ເຮົາ​ມີ​ຫໍພິພິທະ​ພັນ 138 ​ແຫ່ງ, ​ໃນ​ນັ້ນ ມີ 17 ​ແຫ່ງ​ແມ່ນ​ຂອງ​ເອກະ​ຊົນ ”

    ຍັງມີຜົນງານ​ອີກ​ອັນ​ໜຶ່ງ​ກໍ​ໄດ້​ຮັບ​ການ​ຮັບ​ຮູ້, ນັ້ນ​ແມ່ນ​ມີ​ກຸ່ມຫໍ​ວັດທະນະທຳ, ຫິພິພິທະ​ພັນ, ຫໍສະໝຸດ​ຫຼາຍ​ກຸ່ມໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ຂອບ​ຂະໜາດ​ໃຫຍ່ ​ແລະ ສວຍ​ງາມ. ປະຈຸ​ບັນ, ທົ່ວ​ປະ​ເທດ​ມີ 70 ກຸ່ມຫໍ​ວັດທະນະທຳ, ຫິພິພິທະ​ພັນ, ຫໍສະໝຸດ​ຂັ້ນ​​ແຂວງ, ສ່ວນ​ຂັ້ນ​ເມືອງ​ມີ​ກ່ວາ 540 ກຸ່ມຫໍ​ວັດທະນະທຳ, ຫິພິພິທະ​ພັນ, ຫໍສະໝຸດ​, ສູນ​ກິລາ ​ແລະ ກ່ວາ 4.500 ກຸ່ມຫໍ​ວັດທະນະທຳ, ຫິພິພິທະ​ພັນ, ຫໍສະໝຸດ​, ສູນ​ກິລາຂັ້ນຕາ​ແສງ. ກ່ຽວ​ກັບຂົງ​ເຂດ​ຮ່ວມ​ມື​ວັດທະນະທຳ​ສາກົນ, ທ່ານ ຫງວຽນ​ວັນ​ຕິງ ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ໃຫ້​ຮູ້​ວ່າ : 

   “ ​ໃນ​ປະຈຸ​ບັນ, ຫວຽດນາມ​ມີ​ການ​ພົວພັນ​ຮ່ວມມື​ດ້ານວັດທະນະທຳ​ກັບປະມານ 170 ປະ​ເທດ​ໃນ​ໂລກ, ຫວຽດນາມ​​ໄດ້​ເຊັນ​ສັນຍາ​ສາກົນປະມານ 200 ສະບັບ​ກັບປະ​ເທດ​ຕ່າງໆ​ກ່ຽວ​ກັບ​ຂົງ​ເຂດຮ່ວມ​ມື​ວັດທະນະທຳ. ມີ​ 7 ປະ​ເທດ​ໄດ້​ເປ​ີດ ສູນວັດທະນະທຳຢູ່​ຫວຽດນາມ, ສ່ວນ​ຢູ່​ຕ່າງປະ​ເທດ, ຫວຽດນາມ​ມີສູນວັດທະນະທຳ 2 ​ແຫ່ງ​ຢູ່​ຝະລັ່ງ ​ແລະ ລາວ. ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ນີ້, ຫວຽດນາມ​ຈະ​ມີສູນວັດທະນະທຳ​ຕື່ມ​ອີກ 4 ​ແຫ່ງ​ຕັ້ງ​ຢູ່​ຕ່່າງປະ​ເທດ. ຜ່ານ​ການ​ພົວພັນ​ແລກ​ປ່ຽນ​ວັ​ດທະນະ​ທຳ​ສາກົນ, ລະດັບ​ຄວາມ​ຮູ້​ດ້ານ​ວິຊາ​ສະ​ເພາະ​ຂອງ​ຖັນ​ແຖວ​ຜູ້​ເຮັດ​ວຽກ​ງານ​ດ້ານ​ວັດທະນະທຳ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ອີກ​ບາດກ້າວ ໜຶ່ງ ”

     ຫວຽດນາມ​ແມ່ນ​ປະ​ເທດ​ປະກອບ​ດ້ວຍ 54 ​ເຜົ່າ. ບັນດາ​ເຜົ່າ​ຫວຽດນາມ​ລ້ວນ​ແຕ່​ມີ​ມູນ​ເຊື້ອ​ວັດທະນະທຳ​ມາ​ແຕ່​ດົນ​ນານ, ຊຶ່ງ​ສະ​ແດງ​ອອກ​ຜ່ານ​ສຽງ​ເວົ້າ, ຕົວ​ໜັງສື, ຊຸດ​ອາພອນ, ການ​ເຫຼື້ອມ​ໄສ, ງານ​ບຸນ, ການ​ດຳ​ເນີນຊີວິດ​ວັດທະນະທຳ​ເຂດ​ຊຸມ​ຊົນ​.....ມະຕິ ສູນກາງພັກຄັ້ງ​ທີ 5 ຊຸດ​ທີ່ 8 ​ໄດ້​ຢືນຢັນ​ວ່າ ພື້ນຖານ​ວັດທະນະທຳ​ຫວຽດນາມ​ແມ່ນ​ພື້ນຖານ​ວັດທະນະທຳ​ທີ່​ອຸດົມສົ​​ມບູນ, ຫຼາຍ​ຮູບ​ຫຼາຍ​ສີ,  ເຂັ້ມຂົ້ນໄປດ້ວຍ ສີສັນຊາດ ແລະ ເປັນເອກະພາບກັນໃນຄວາມມີ ຫຼາຍຮູບຫຼາຍ​ສີ. ຍ້ອນ​ເຫດ​ນີ້​ເອງ, ມະຕິ ສູນກາງພັກຄັ້ງ​ທີ 5 ຊຸດ​ທີ່ 8 ກໍ​ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ຂົງ​ເຂດຊີວິດວັດທະນະທຳ, ຈິດ​ໃຈ​ໃຫ້​ແກ່​ຊາວ​ຫວຽດນາມ, ມຸ່ງ​ໄປ​ສູ່​ລະດັບ​ສາກົນ​ໃນ​ໄລຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ .

ຕອບກັບ

ຂ່າວ/ບົດ​ອື່ນ