ສາລາໝູ່ບ້ານ - ສານວັດທະນະທຳຂອງລຸ່ນປູ່ລຸ່ນພໍ່

ມີ​ຮູບ​ຖ່າຍ​ປະ​ມານ 100 ແຜ່ນ​ກ່ຽວ​ກັບ​ສາ​ລາ​ຕ່າງໆ​ໃນ​ບັນ​ດາ​ໝູ່​ບ້ານຢູ່ຫຼາຍ​ທ້ອງ​ຖິ່ນ​ທົ່ວ​ປະ​ເທດຫວຽດ​ນາມ​ພວມນຳ​ມາ​ວາງ​ສະ​ແດງ​ໃນ​ງານ​ວາງ​ສະ​ແດງ “ສາ​ລາ​ໝູ່​ບ້ານ​ຫວຽດ​ນາມ : ສິ່ງ​ທີ່​ຍັງ​ຮັກ​ສາໄວ້ ແລະ ສິ່ງ​ຖືກ​ສູນ​ເສຍ”. ບັນ​ດາ​ຮູບ​ຖ່າຍ​ທີ່​ນຳ​ມາ​ວາງ​ສະ​ແດງ​ຢູ່​ທີ່ນີ້ ໄດ້​ມຸ່ງ​ໄປ​ສູ່​ການ​ເຊີດ​ຊູ​ບັນ​ດາ​ຈຸດ​ພິ​ເສດ​ສະ​ເພາະ​ດ້ານ​ສະ​ຖາ​ປັດ​ຕະ​ຍ​ະ​ກຳ, ປະ​ຕິ​ມາ​ກຳ​ຂອງສາ​ລາ​ໝູ່​ບ້ານ​ຫວຽດ​ນາມ ກໍ​ຄື​ຄວາມ​ງາມ​ຂອງ​ ສາ​ລາ​ໝູ່​ບ້ານ​ຫຼາຍ​ແຫ່ງ​ທີ່​ລື​ຊື່. ງານ​ວາງ​ສະ​ແດງກໍ​ປຽບ​ເໝືອນ​ຄຳ​ຕັກ​ເຕືອນ​ກ່ຽວ​ກັບ​ໄພ​ອັນ​​ຕະ​ລາຍກ່ຽວ​ກັບ​ການ​ປ່ຽນ​ແປງ, ເສື່ອມ​ຄຸນ​ນະ​ພາບ​ຂອງ​ບັນ​ດາສາ​ລາ​ໝູ່​ບ້ານ​ທີ່​ເກົ່າ​ແກ່.    

ສາລາໝູ່ບ້ານ - ສານວັດທະນະທຳຂອງລຸ່ນປູ່ລຸ່ນພໍ່  - ảnh 1
ສາ​ລາ​ໝູ່​ບ້ານ​ - ສານ​ວັດ​ທະ​ນະ​ທຳ​ຂອງ​ລຸ່ນ​ປູ່​ລຸ່ນ​ພໍ່

    ຖ້າ​ຫາກ​ມີ​ເວ​ລາມາ​ຊົມງານ​ວາງ​ສະ​ແດງຄັ້ງ​ນີ້, ຜູ້​ມາ​ທັດ​ສະ​ນະ​ສຶກ​ສາ ເຖິງວ່າ​ມີ​ການ​ຄົ້ນ​ຄ້​ວາ​ແບບ​ລົງ​ເລິກ​ກ່ຽວ​ກັບ​ປູ​ຊະ​ນີ​ຍະ​ສະ​ຖານ​ຫວຽດ​ນາມ​ຫຼື​ຜູ້​ມາ​ຊົມ​ເບິ່ງ​ຊື່ໆກໍ​ຕາມ, ກໍ​ລ້ວນ​ແຕ່​ມີ​ຄວາມ​ປະຫຼາດ​ໃຈ​ຕໍ່​ໜ້າ​ຄວາມ​ງາມ ດ້ານ​ສະ​ຖາ​ປັດ​ຕະ​ຍ​ະ​ກຳ, ປະ​ຕິ​ມາ​ກຳທີ່ຍອດ​ຢ້ຽມ ແລະ ລະ​ອຽດ​ອ່ອນ​ຂອງ​ຄົນ​ລຸ່ນກ​ອ່ນ​ຢູ່​ບັນ​ດາ​ ສາ​ລາ​ໝູ່​ບ້ານ​ທີ່​ມີ​ມາ​ກ່ອນນີ້ 600 ປີ. ນັ້ນ​ແມ່ນ​ສິ​ລະ​ປະ​ແກະ​ຄວັດ​ສະຫຼັກດ້ວຍຫຼາຍ​ຫົວ​ເລື່ອງ, ຈ​າກ​ຮູບມັງກອນ, ເທວະ​ດາ​ຕະຫຼອດ​ຮອດ​ບັນ​ດາ​ຫົວ​ເລື່ອງ​ກ່ຽວ​ກັບ​ຊີ​ວິດ​ປະ​ຈຳ​ວັນ​ທີ່​ສະ​ໜິດ​ຕິດ​ພັນ​ຂອງ​ຊາວ​ກະ​ສີ​ກອນ​ເມ​ື່ອ​ກ່ອນນີ້ຄື ການ​ຕີ​ມວຍ​ປ້ຳ, ການ​ເຄື່ອນ​ໄຫວ​ຊີ​ວິດ​ປະ​ຈຳ​ວັນ, ຊ້ຳ​ບໍ່​ໜຳ​ແມ່ນ​ຮູບ​ພາບ​ເວົ້າ​ເຖິງ​ຄວາມ​ຮັກ​ຂອງ​ຄູ່​ບາວ​ສາວ. ອ້າຍ ຫງວຽນ​ກີ, ຜູ້​ໄດ້​ສຸມ​ຈິດ​ສຸມ​ໃຈ​ຕໍ່ວຽກ​ງານ​ມໍ​ລະ​ດົກ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ມາ​ແຕ່​ດົນ​ນານ ຖື​ວ່າ ບັນ​ພະ​ບຸລຸດຂອງ​ຊາວ​ຫວຽດ​ນາມ​ໄດ້​ຖ່າຍ​ທອດ​ໃຫ້​ຄົນ​ລຸ່ນຫຼັງກ່ຽວ​ກັບ​ສິ່ງ​ທີ່ຍອດ​ຍິ່ງ​ທາງດ້ານ​ສະ​ຖາ​ປັດ​ຕະ​ຍ​ະ​ກຳ, ການກໍ່​ສ້າງ​ຢູ່​ສາ​ລາ, ວັດ​ວາ​ອາ​ຮາມ. ນັ້ນ​ແມ່ນ​ບັນ​ດາ​ມໍ​ລະ​ດົກ​ມີ​ຮູບ​ຮ່າງ​ທີ່​ມີອາ​ຍຸ​ນັບ​ຮ້ອຍ​ປີ ແລະ ບໍ່​ແມ່ນ​ເລື່ອງ​ງາຍ​ສຳ​ລັບ​ການ​ຟື້ນ​ຟູ. ອ້າຍ ຫງວຽນ​ກີ ເວົ້າ​ວ່າ :

“ ຂ້າ​ພະ​ເຈົ້າ​ຄິດ​ວ່າ ບໍ່​ສະ​ເພາະ​ແຕ່​ສາ​ລາ​ໝູ່​ບ້ານ​ເທົ່າ​ນັ້ນ, ​ສະ​ຖາ​ປັດ​ຕະ​ຍ​ະ​ກຳ, ປະ​ຕິ​ມາ​ກຳໃນ​ວັດ​ວາ​ອາ​ຮາມ ກໍ​ເຊັ່ນ​ດຽວ​ກັນ. ວັດ​ກໍ​ໄດ້​ສ້າງ​ຕັ້ງ​ມາ​ກ່ອນຫຼາຍ​ສະ​ຕະ​ວັດ​ເມື່ອ​ທຽບ​ໃສ່ ສາ​ລາ​ໝູ່​ບ້ານ​. ທາງດ້ານ​ສະ​ຖາ​ປັດ​ຕະ​ຍ​ະ​ກຳຂອງວັດ​ກໍ​ມີ​ຈຸດ​ພິ​ເສດ​ສະ​ເພາະ. ແຕ່​ເຖິງວ່າ​ໄດ້​ມີ​ມາ​ແຕ່​ສະ​ຕະ​ວັດ​ທີ 15 ກໍ​ຕາມ, ແຕ່​ບັນ​ດາ​ສາ​ລາ​ໝູ່​ບ້ານ​ທີ່ຍ​ັງ​ເຫຼືອ​ໄວ້​​ຮອດ​ປະ​ຈຸ​ບັນ ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ສີ​ມື​ອັນ​ຄ່ອງ​ແຄ້ວ​ຂອງ​ບັນ​ພະ​ບຸ​ລຸດ. ຮູບ​ພາບ​ການ​ເຄ​ື່ອນ​ໄຫວ​ໃນ​ຊີ​ວິດ​ປະ​ຈ​ຳ​ວັນ​ຂອງ​ຊາວ​ກະ​ສີ​ກອນ​ໄດ້​ຖືກ​ນຳ​ມາ​ແກະ​ຄວັດ​ສະຫຼັກ​ຢູ່​ບ່ອນ​ຕ່າງໆ​ໃນສາ​ລາ​ໝູ່​ບ້ານ​ແບບ​ທຳ​ມະ​ຊາດ​ ແລະ ບໍ່​ມີ​ຄວາມ​ເຫີນ​ຫ່າງ ແລະ ບໍ່​ມີປະ​ກົດການ​ແຫ່ງ​ສິດ​ອຳ​ນາດຂອງ​ທ​ເລ​ວະ​ດາ​ຟ້າ​ແຖນ ໃນສາ​ລາ​ໝູ່​ບ້ານ​ຫວຽດ​ນາມ ​”

    ເຖິ​ງວ່າງານ​ວາງ​ສະ​ແດງໄດ້​ຈຳ​ກັດ​ການ​ແນະ​ນຳ​ກ່ຽວ​ກັບ​ສິ່ງ​ທີ່ຍອດ​ຍິ່ງດ້ານ​ສະ​ຖາ​ປັດ​ຕະ​ຍ​ະ​ກຳ, ປະ​ຕິ​ມາ​ກຳຢູ່ ສາ​ລາ​ໝູ່​ບ້ານ​ບາງ​ແຫ່ງ​ທີ່​ລື​ຊື່ເຊັ່ນ: ໄຕ​ດັງ, ຈູກວຽນ,ເຮືອງ​ແກງ, ດົງ​ກິ…ແຕ່​ກໍ​ໄດ້​ແນະ​ນຳ​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ໂດຍ​ຄົນ​ລຸ່ນກອ່ນໄດ້​ປະ​ໄວ້​ໃຫ້ຢູ່​ກິດ​ຈະ​ກຳ​ເຫຼົ່າ​ນີ້. ກໍ​ຍ້ອນ​ມີ​ພາ​ລະ​ບົດ​ບາດ​ເປັນ​ບ່ອນ​ບູ​ຊາ​ຜູ້ກໍ່​ຕັ້ງ​ໝູ່​ບ້ານ ແລະ ກໍ​ເປັນ​ສະ​ຖານ​ທີ່​ສາ​ທາ​ລະ​ນ​ະ​ຂອງ​ໝູ່​ບ້ານ, ຕາ​ແສງ​, ທັງແມ່ນ​ບ່ອນ​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ເຫຼື້ອມ​ໃສ, ງານ​ບຸນ, ດັ່ງ​ນັ້ນ​ໃນ​ສາຍ​ຕາ​ຂອງ​ຊາວ​ຫວຽດ​ນາມ​ເມື່ອ​ກ່ອນນີ້, ສາ​ລາ​ທັງ​ມີ​ປັດ​ໄຈ​ທີ່​ສັກ​ສິດ ແຕ່​ກໍ​ຍັງ​ມີ​ຄວາມ​ສະ​ໜິດ​ຕິດ​ພັນ. ອາດ​ເວົ້າ​ໄດ້​ວ​່າ, ນີ້​ກໍແມ່ນເຫດ​ຜົນ​ທີ່ ສາ​ລາ​ໝູ່​ບ້້ານຫຼາຍ​ແຫ່ງ​ທີ່​ໃຫຍ່​ໂຕ ສາ​ມາດ​ຍືນ​ຍົງ​ຄົງ​ຕົວ​ພ້ອມ​ກັບ​ປະ​ຫວັດ​ສາດ​ຂອງ​ຊາດ​ເປັນ​ເວ​ລາ 600 ປີ​ມານີ້. ທ່ານ​ຫງວຽນ​ດຶກ​ບີງ ຫົວ​ໜ້າ​ກຸ່ມ ສາ​ລາ​ໝູ່​ບ້ານ​ຫວຽດ​ນາມ​ໃຫ້​ຮູ້​ວ່າ  :

   “ສາ​ລາ​ໝູ່​ບ້ານ​ ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ ກໍ​ແມ່ນສະ​ຖາ​ປັດ​ຕະ​ຍ​ະ​ກຳກໍ່​ສ້າງ​ໂດຍ​ໝູ່​ບ້ານ, ຕ​າ​ແສງກໍ່ຕັ້ງ​ຂຶ້ນ. ໃນງານ​ວາງ​ສະ​ແດງຄັ້ງ​ນີ້, ພວກ​ຂ້າ​ພະ​ເຈົ້​າ​ຢາກ​ສະ​ແດງ​ໃຫ້​ເຫັນ​ວ່າ ບໍ່​ພຽງແຕ່​ມໍ​ລະ​ດົກ​ດ້ານ​ວັດ​ຖຸ​ຂອງສາ​ລາ​ໝູ່​ບ້ານຖືກຫຼົງ​ລືມ​ເທົ່າ​ນັ້ນ ຫາກຍ​ັງ​ເຕື້ອງ​ເຖິງ​ການ​ເຄ​ື່ອນ​ໄຫວ​ດ້​ານ​ວັດ​ທະ​ນະ​ທຳ​ຂອງ​ໝູ່​ບ້ານ, ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ​ທີ່​ຕິດ​ພັນ​ກັບ​ໝູ່​ບ້ານຕາ​ແສງ, ຢາກ​ໃຫ້ສາ​ລາ​ໝູ່​ບ້ານ​ກັບ​ຄືນ​ສູ່​ກັບ​ສະ​ພາບດັ້ງ​ເດີມ​ຂອງ​ມັນ ຄື​ແມ່ນ​ບ່ອນ​ດຳ​ເນີນ​ຊີ​ວິດ​ຂອງວ​ົງ​ຄະ​ນະ​ຍາດ . ປະ​ຊາ​ຊົນ​ຢູ່ນີ້​ສາ​ມາດ​ເຕົ້າ​ໂຮມ​ກັນ​ຢູ່​ທີ່ນີ້ ພັກ​ຜ່ອນ, ໂອ້​ລົມ​ກັນ…”

    ໃນ​ວັນ​ນີ້, ໝູ່​ບ້ານ​ຕາ​ແສງ​ຖືກກໍ່​ສ້າງ​ແບບ​ຄົບ​ວົງ​ຈອນ​ຕາມ​ຮູບ​ແບບ​ກະ​ສີ​ກຳ​ທີ່​ມີ​ມາ​ແຕ່​ດົນ​ນານ​ຖືກ​ທຳ​ລາຍ​ຍ້ອນ​ຂະ​ບວນ​ວິ​ວັດ​​ແຫ່ງ​ການຫັນ​ເປັນ​ຕົວ​ເມືອງ ແລະ ສ້າງ​ເປັນ​ທັນ​ສະ​ໄໝ ພວມ​ດຳ​ເນີນ​ຢ່າງວ່ອງ​ໄວ. ພາ​ລະ​ບົດ​ບາດ​ຂອງສາ​ລາ​ໝູ່​ບ້ານ​ກໍ​ຖືກຫຼຸດ​ໜ້ອຍ​ຖອຍ​ລົງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສາ​ລາ​ໝູ່​ບ້ານຍັງ​ຄົງ​ຕົວ​ຄື​ດັ່ງ​ມໍ​ລະ​ດົກ​ຂອງ​ບັນ​ພະ​ບຸ​ລຸດ ແລະ ກ​າຍ​ເປັນ​ສະ​ຖານ​ທີ່​ຕ້ອນ​ຮັບ​ແຂກ​ມາ​ທັດ​ສະ​ນະ​ສຶກ​ສາ, ຄົ້ນ​ຫາ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ເຜົ່າ. ຕາມອ້າຍ ຫງວຽນ​ກີແລ້ວ, ສາ​ລາ​ໝູ່​ບ້ານ​ມີ​ພະ​ລັງ​ຊີ​ວິດ​ແບບ​ຍືນ​ຍົງ​ພ້ອມ​ກັບ​ວັດ​ວາ​ອາ​ຮາມ, ຕົ້ນ​ໄຮ, ທ່າ​ນ້ຳ​ຂອງ​ໝູ່​ບ້ານ​ເຂດ​ບ້ານນ​າ ເພາະ​ວ່າ ນີ້​ແມ່ນ​ວິນ​ຍານ​ຂອງ​ໝູ່​ບ້ານ​ຕາ​ແສງ. ອ້າຍ ຫງວຽນ​ກີ ໃຫ້​ຮູ້​ວ່າ : 

     “ ບັນ​ດາ​ຜູ້​ເຖົ້າ​ຜູ້​ແກ່​ໃນ​ໝູ່​ບ້ານບອກວ່າ ໝູ່​ບ້ານ​ຍັງ​ຄົງ​ຕົວ, ປະ​ເທດ​ຊາດ​ກໍ​​ຍັງ​ຄົງ​ຕົວ. ໝູ່​ບ້ານ​ຖືກ​ສູນ​ເສຍ ກໍ​ຈະ​ເຮັດ​ໃຫ້​ປະ​ເທດ​ຊາດ​ຖືກ​ສູນ​ເສຍ​. ໃນ​ນັ້ນ, ສາ​ລາ ແລະ ວັດ ພັດ​ແມ່ນ​ວິນ​ຍານ​ຂອງ​ໝູ່​ບ້ານ. ດັ່ງ​ນັ້ນ, ໝູ່​ບ້ານ​ຍັງ​ຄົງ​ຕົວ, ສາ​ລາ ແລະ ວັດ​ກໍ​​ຍັງ​ຈະຄົງ​ຕົວ. ດັ່ງ​ນັ້ນ, ຢູ່​ແຫ່ງ​ໃດ​ໜຶ່ງ, ວຽກ​ງານ​ອະ​ນຸ​ລັກ​ຮັກ​ສາ, ປະ​ຕິ​ສັງ​ຂອນ​ມໍ​ລະ​ດ​ົກ​ນີ້​ ຖືກ​ຕິດ​ຂັດ ແລະ ບໍ່​ຖືກ​ຕ້ອງ​ນັ້ນ, ແຕ່​ຂ້າ​ພະ​ເຈົ້າ​ຍ​ັງ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ພະ​ລັງ​ຊີ​ວິດ​, ຂອງ​ສະ​ຖາ​ປັດ​ຕະ​ຍ​ະ​ກຳ, ປະ​ຕິ​ມາ​ກຳຂອງສາ​ລາ​ໝູ່​ບ້ານ ທີ່​ມີ​ລົມ​ຫາຍ​ໃຈ ແລະ ວິນ​ຍານ​ຂອງ​ໝູ່​ບ້ານ”

    ຍ້ອນ​ຖຶກ​ຜົນ​ສະ​ທ້ອນ​ຈາກ​ສົງ​ຄາມ ແລະ ການ​ທຳ​ລາຍ​ຈາກ​ໄພ​ທຳ​ມະ​ຊາດ​, ນັບ​ຮ້ອຍ​ປີ​ມານີ້, ເຖິງວ່າ​ສາ​ລາ​ໝູ່​ບ້ານ​ຖືກ​ທຳ​ລາຍ, ເສື່ອມ​ຄ​ຸນ​ນະ​ພາບກໍ​ຕາມ, ແຕ່​ກ​ໍຍັງ​ຄົງສະ​ໜິດ​ຕິດ​ພັນ​ກັບ​ການ​ດຳ​ລົ​ງຊີ​ວິດຂອງ​ປະ​ຊາ​ຊົນ​ໃນ​ໝູ່​ບ້ານ​ຕາ​ແສງ​ຫວຽດ​ນາມ. ເມື່ອ​ປະ​ຊາ​ຊົນ​ຍັງ​ມີ​ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ກັບ​ມໍ​ລະ​ດົ​ກ, ເມື່ອສາ​ລາ​ໝູ່​ບ້ານ​ໄດ້​ກາຍ​ເປັນ​ສານ​ວັດ​ທະ​ນະ​ທຳ​ຂອງ​ຄົນ​ລຸ່ນ​ກ່ອນນັ້ນ, ສາ​ລາ​ໝູ່​ບ້ານ​ເວົ້າ​ສະ​ເພາະ ແລະ ສີ​ສັນ​ຂອງ​ຊາດ​ເວົ້າ​ລວມ, ແນ່ນອນ​ວ່າ ຈະ​ໄດ້​ຮັບ​ການ​ອະ​ນຸ​ລັກ ແລະ ພັ​ດ​ທະ​ນາ. ເລື່ອງ​ລາວ​ກ່ຽວ​ກັບ​ການ​ຄົງ​ຕົວ ແລະ ຖືກ​ສູນ​ເສຍ​ຂອງ ສາ​ລາ​ໝູ່​ບ້ານ​​ໃນ​ວັນ​ນີ້ ຈະ​ຝັງ​ເລິກ​ໃນ​ແນວ​ຄິດ​ຈິດ​ໃຈ​ຂອງ​ຊາວ​ຫວຽດ​ນາມກ່ຽວ​ກັບ​ສິ່ງ​ທີ່​ໄດ້​ຜ່ານ​ພົ້ນ​ໄປ ແລະ ຄວາມ​ຮັບ​ຜິດ​ຊອບ​ຕໍ່​ມໍ​ລະ​ດົກ​ຊຶ່ງ​ບັນ​ພະ​ບຸ​ລຸດ​ປະ​ໄວ້​ໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ