ຫໍພິພິທະພັນ - ຂົວເຊື່ອມຕໍ່ມໍລະດົກຢູ່ນະຄອນ ໂຮ່ຈີມິນ
Huyen Trang -  
(VOVWORLD) -ນະຄອນ ໂຮ່ຈີມິນ ມີຫໍພິພິທະພັນ 17 ແຫ່ງ ໃນນັ້ນມີ 6ແຫ່ງຂອງເອກະຊົນ. ຫໍພິພິທະພັນແຕ່ລະແຫ່ງກໍ່ວາງສະແດງເກັບຮັກສາບັນດາຫົວເລື່ອງທີ່ອຸດົມສົມບູນຄື ປະຫວັດສາດ, ວິຈິດສິນ, ສົງຄາມ, ຊຸດເສື້ອຍາວ, ແມ່ຍິງ… ບັນດາຫໍພິພິທະພັນໄດ້ພັດທະນາຢ່າງແຂງແຮງເທື່ອລະກ້າວ ກາຍເປັນສະຖານທີ່ເຊື່ອມຕໍ່ຢ່າງມີໄຫວພິບ ແລະ ມີຫົວຄິດປະດິດສ້າງລະຫວ່າງມໍລິດົກວັດທະນະທຳ ແລະ ມວນຊົນ.
ວັດຖຸພັນທີ່ວາງສະແດງຢູ່ຫໍພິພິທະພັນນະຄອນໂຮ່ຈິມິນ |
ນາງ ເລທິຮ່າ ນັກສຶກສາປີທີໜຶ່ງ ມະຫາວິທະຍາໄລຮຸ່ງເວືອງ ເມື່ອມາຍາມຫໍພິພິທະພັນປະຫວັດສາດນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ນີ້ແມ່ນເທື່ອທຳອິດລາວໄດ້ໄປຢ້ຽມຢາມຫໍພິພິທະພັນຢູ່ນະຄອນ. ກ່ອນໜ້ານັ້ນ ນາງ ຮ່າ ໄດ້ຮັບຊົມທາງສື່ສັງຄົມ ແລະ ໄດ້ຮັບຟັງຂໍ້ມູນຂ່າວສານຜ່ານໝູ່ເພື່ອນ. ນາງ ຮ່າ ເວົ້າວ່າ:
“ນ້ອງເຫັນວ່າ ຫໍພິພິທະພັນວາງສະແດງຕາມໄລຍະປະຫວັດສາດ, ເມື່ອມາຮັບຊົມທັດສະນະສຶກສາຕົວຈິງ ນ້ອງເຫັນວ່າເຂດວາງສະແດງກວ້າງຂວາງ ແລະ ງາມຕາມທີ່ສຸດ”.
ຕາມທ່ານນາງ ຫງວຽນຄັກຊວນທີ ຮອງຜູ້ອຳນວຍການຫໍພິພິທະພັນປະຫວັດສາດນະຄອນ ໂຮ່ຈີມິນ ແລ້ວ ຢູ່ແຫ່ງນີ້ໃນບັນປັດຈຸບັນຍັງເກັບຮັກສາວັດຖຸພັນ 44.000 ຢ່າງທີ່ມາຈາກສະໄໝປະຖົມບູຮານຕະຫຼອດຮອດສະໄໝລາດຊະວົງ ຫງວຽນ ພ້ອມກັບວັດຖຸພັນວັດທະນະທຳຫຼາຍຢ່າງຂອງບັນດາເຜົ່າທາງທິດໃຕ້ ແລະ ບາງປະເທດອາຊີ. ໃນໄລຍະທີ່ຈະມາເຖິງຫໍພິພິທະພັນຈະຜັນຂະຫຍາຍລະບົບແນະນຳໂດຍອັດຕະໂນມັດສອງພາສາ ຫວຽດນາມ ແລະ ອັງກິດ. ຕາມທ່ານນາງ ທີ ແລ້ວ ວຽກງານໂຄສະນາສື່ສານຢູ່ຫໍພິພິທະພັນໄດ້ຮັບຄວາມເອໄຈໃສ່ພິເສດ ຜ່ານສື່ສັງຄົມແນໃສ່ແນະນຳໃຫ້ໄວໜຸ່ມ. ນາງ ທີ ໃຫ້ຮູ້ວ່າ:
“ປີກາຍນີ້ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງ, ຫໍພິພິທະພັນໄດ້ເປີດໂຕເຄື່ອງໝາຍໃໝ່ໃຫ້ແກ່ມວນຊົນ ພິເສດແມ່ນໄວໜຸ່ມ, ມີໄລຍະມີຜູ້ມາຊົມຫຼາຍກວ່າ 2 ລ້ານເທື່ອຄົນ. ພ້ອມກັນນັ້ນກໍ່ມີການເຄື່ອນໄຫວວາງສະແດງທາງອອນລາຍ ເຊິ່ງກໍ່ແມ່ນວິທີໂຄສະນາຢ່າງມີປະສິດທິຜົນ”.
ກໍ່ເຊັ່ນດຽວກັນນັ້ນ ຫໍພິພິທະພັນແມ່ຍິ່ງພາກໃຕ້ ກໍ່ພວມເກັບຮັກສາວັດຖຸພັນປະມານ 30.000 ຢ່າງດ້ວຍບັນດາຫົວເລື່ອງມູນເຊື້ອແມ່ຍິງ ຫວຽດນາມ, ລຸງ ໂຮ່ ກັບແມ່ນຍິງ ຫວຽດນາມ ແລະ ແມ່ຍິງ ຫວຽດນາມ ກັບລຸງ ໂຮ່… ໃນຂະນັ້ນລະບົບຫໍພິພິທະພັນເອກະຊົນຢູ່ນະຄອນ ໂຮ່ຈີມິນ ພວມປະກອບສ່ວນຫຼາຍພໍສົມຄວນເຂົ້າໃນການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳ. ຢູ່ຫໍພິພິທະພັນຊຸດເສື້ອຍາວ ເຊິ່ງແມ່ນໜຶ່ງໃນບັນດາຫໍພິພິທະພັນເອກະຊົນແຫ່ງທຳອິດຢູ່ນະຄອນ ໂຮ່ຈີມິນ ໂດຍນັກອອກແບບ ຊິຮວ່າງ ສ້າງຕັ້ງຂຶ້ນ ແລະ ໄດ້ວາງສະແດງຊຸດເສື້ອຍາວນັບແຕ່ເວລາສ້າງຕັ້ງ. ພ້ອມກັນນັ້ນນະຄອນ ໂຮ່ຈີມິນ ຫາກໍ່ມີຫໍພິພິທະພັນເອກະຊົນຕື່ມອີກສອງແຫ່ງທີ່ຂຶ້ນກັບລະບົບຫໍພິພິທະພັນ ໂດ໊ຮຸ່ງ ແມ່ນຫໍພິພິທະພັນເຄື່ອງເອ້ຢ້ອງ 54 ຊົນເຜົ່າ ຫວຽດນາມ ແລະ ຫໍພິພິທະພັນລາດຊະວັງສະໄໝລາດຊະວົງ ຫງວຽນ. ທ່ານ ປອ ຟານແທັງຮ໋າຍ ຫົວໜ້າພະແນກວັດທະນະທຳ ກິລາແລະທ່ອງທ່ຽວ ແຂວງ ເທື່ອທຽນເຫວ້ ໃຫ້ຮູ້ວ່າ:
“ຂ້າພະເຈົ້າມີຄວາມປະຫຼາດໃຈທີ່ສຸດເມື່ອຮັບຊົມຊຸດເອ້ຢ້ອງຂອງ 54 ຊົນເຜົ່າແມ່ນອຸດົມສົມບູນທີ່ສຸດ. ຂ້າພະເຈົ້າອາດຈະຢັ້ງຢືນວ່າ ຊຸດເຄື່ອງເອ້ຢ້ອງຂອງ 54 ຊົນເຜົ່າ ແມ່ນມີຄົບທຸກຢ່າງໃນຫໍພິພິທະພັນນີ້. ບັນດາວັດຖຸພັນທີ່ດູດດື່ມທີ່ສຸດ ແມ່ນເຄື່ອງເອ້ຢ້ອງເຊິ່ງແມ່ນການໂຮມຍອດຍິ່ງຂອງທັງວັດທະນະທຳ ແລະ ຈິນຕະນາການ, ຄວາມເກັ່ງກ້າສາມາດຂອງນັກສິລະປະການ”.
ຕາມທ່ານນາງ ເລຕູ໊ເກິ່ມ ປະທານສະມາຄົມມໍລະດົກວັດທະນະທຳນະຄອນ ໂຮ່ຈີມິນ ແລ້ວ ລະບົບຫໍພິພິທະພັນຢູ່ນະຄອນ ໂຮ່ຈີມິນ ມີການເຄື່ອນໄຫວຢ່າງຟົດຟື້ນທີ່ສຸດ ເມື່ອທຽບໃສ່ຫໍພິພິທະພັນອື່ນໆໃນທົ່ວປະເທດ. ນາງ ເກິ່ມ ເວົ້າວ່າ:
“ເຖິງວ່າມີຫໍພິພິທະພັນເຄື່ອນໄຫວ ຢ່າງສະດວກກໍ່ຕາມ ແຕ່ກໍ່ຍັງມີຫຼາຍແຫ່ງຍັງປະສົບກັບຄວາມຫຍຸ້ງຍາກຢູ່, ແຕ່ສັງເກດລວມແລ້ວທັງລະບົບຫໍພິພິທະພັນຂອງລັດ ແລະ ເອກະຊົນຢູ່ນະຄອນ ໂຮ່ຈີມິນ ລ້ວນແຕ່ມີການປະກອບສ່ວນຫຼາຍພໍສົມຄວນເຂົ້າໃນການຮັກສາ ແລະ ຂະຫຍາຍມໍລະດົດວັດທະນະທຳ”.
ບັນດາຫໍພິພິທະພັນນະຄອນ ໂຮ່ຈີມິນ ພວມປະກອບສ່ວນສຳຄັນເຂົ້າໃນການແຜ່ກະຈາຍບັນດາຄຸນຄ່າວັດທະນະທຳປະຫວັດສາດຂອງຊາດ. ປັດຈຸບັນບັນດາຫໍພິພິທະພັນພວມຂຶ້ນແຜນການອອກແບບການເຄື່ອນໄຫວຄົ້ນຫາຕື່ມອີກທີ່ອຸດົມສົມບຸນ, ພ້ອມກັນນັ້ນກໍ່ຫັນການສະແດງວັດຖຸພັນເປັນດີຈີຕອນເພື່ອຮັບໃຊ້ແຂກທ່ອງທ່ຽວທັງຢູ່ພາຍ ແລະ ຕ່າງປະເທດ.
Huyen Trang