ຫວຽດນາມມີຄວາມເຊື່ອໝັ້ນດ້ວຍຕົນເອງເມື່ອເຊື່ອມໂຍງເຂົ້າກັບວັດທະນະທຳແຕ່ບໍ່ເຮັດໃຫ້ສີສັນຂອງຊາດສູນເສຍໄປ


(vovworld)- ຫວຽດ​ນາມ ໄດ້​ກາຍ​ເປັນ​ປະ​ເທດ​ຫນຶ່ງ​ໃນ​ປະ​ຊາ​ຄົມ ອາ​ຊຽນ ນັບ​ແຕ່​ວັນ​ທີ 31/12/2015 ເປັນ​ຕົ້​ນ​ໄປ. ເມື່ອ​ເຂົ້າ​ຮ່ວມ​ປະ​ຊາ​ຄົມ​ທີ່ກວ້າງ​ໃຫຍ່ລະ​ດັບ​ພາກ​ພື້ນ ແລະ ສາ​ກົນ, ວັດ​ທະ​ນະ​ທຳ ແມ່ນ​ປັດ​ໄຈ​ເພື່ອຢັ້ງ​ຢືນ​ພາບ​ພົດ, ທີ່​ຕັ້ງ​ຂອງ​ປະ​ເທດ​ຫນຶ່ງ ແຕ່ນັ້ນ​ກໍ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ວັດ​ທະ​ນະ​ທຳ​ພັດ​ທະ​ນາ​ໃນ​ສະ​ພາບ​ການ​ໃຫມ່.

ຫວຽດນາມມີຄວາມເຊື່ອໝັ້ນດ້ວຍຕົນເອງເມື່ອເຊື່ອມໂຍງເຂົ້າກັບວັດທະນະທຳແຕ່ບໍ່ເຮັດໃຫ້ສີສັນຂອງຊາດສູນເສຍໄປ - ảnh 1
ພາບ​ປະ​ກອບ: tuyengiao.vn

        ເມື່ອ​ຫວຽດ​ນາມ ເລີ່ມ​ຕົ້ນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ, ຂົວ​ເຊື່ອມ​ຕໍ່​ທຳ​ອິດ ຍາມ​ໃດ​ກໍ​ແມ່ນ​ດ້ານ​ວັດ​ທະ​ນະ​ທຳ, ແມ່ນ​ພື້ນ​ຖານ​ເພື່ອ​ເຊື່ອມ​ຈອດ​ດ້ານ​ເສດ​ຖະ​ກິດ​ກັບ​ການ​ເມືອງ. ໃນ​ບັນ​ດາ​ທົດ​ສະ​ວັດ​ຜ່ານ​ມາ, ເລື່ອງ​ຫວຽດ​ນາມ ເຊື່ອມ​ໂຍງ​ຢ່າງ​ແຮງ​ເຂົ້າ​ກັບ​ໂລກ ໄດ້​ເປີດ​ກາ​ລະ​ໂອ​ກາດ​ສຳ​ພັດ​ກັບ​ບັນ​ດາ​ຄຸນ​ຄ່າ​ທີ່​ແຕກ​ຕ່າງ​ກັນ ໃນ​ບັນ​ດາ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ຊີ​ວິດ​​ການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນ​ກໍ​ຄື ວັດ​ທະ​ນະ​ທຳ​ການ​ເມືອງ​ຂອງ​ປະ​ເທດ​ຊາດ, ວັດ​ທະ​ນະ​ທຳ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື, ວິ​ສາ​ຫະ​ກິດ.. ເພາະ​ສະ​ນັ້ນ ຄວາມ​ເຂົ້າ​ໃຈ​ຢ່າງ​ຄົບ​ຖ້ວນ ແລະ ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຫວຽດ​ນາມ​ກັບ​ບັນ​ດາ​ປະ​ເທດ​ແມ່ນ​ສຳ​ຄັນ​ທີ່​ສຸດ. ບັນ​ຫາ​ຊື່ງ​ຫວຽດ​ນາມ ກໍ​ຄື​ບັນ​ດ​າປະ​ເທດ​ເຄີຍ​ປະ​ສົບ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ວັດ​ທະ​ນະ​ທຳ ແມ່ນ​ຄວາມ​ແຕກ​ຕ່າງ​ ດ້ານ​ພາ​ສາ ຫລັງ​ຈາກນັ້ນ​ແມ່ນ​ຮີດ​ຄອງ​ປະ​ເພ​ນີ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ. ເພາະ​ສະ​ນັ້ນ ການ​ເຂົ້າ​ຮ່ວມ​ປະ​ຊາ​ຄົມ ອາ​ຊຽນ ພວມ​ວາງ​ອອກ​ບັນ​ດາ​ສິ່ງ​ທ້າ​ທາຍບໍ່​ແມ່ນ​ຫນ້ອຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕ້ອງ​ເຊື່ອ​ໝັ້ນ​ດ້ວຍ​ຕົນ​ເອງ​ເມື່ອ​ເຫັນ​ວ່າ ປະ​ເທດ​ຫວຽດ​ນາມ ໃນ​ປະ​ຫວັດ​ສາດແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ຍາມ​ໃດ​ກໍ​ຖື​ການ​ເຊື່ອມ​ໂຍງ​ແມ່ນ​ຄວາມ​ຕ້ອງ​ການ​ຢ່າງ​ແນ່ນອນ​ເພື່ອ​ປັບ​ປຸງ​ກຳ​ລັງ​ແຮງ​ຂອງ​ປະ​ເທດ​ຊາດ. ນັກ​ປະ​ຫວັດ​ສາດ ເຢືອງ​ຈູງກວກ ໃຫ້​ຮູ້​ວ່າ:

        “ຕົວ​ຢ່າງ​ໃນ​ສະ​ໄຫມ​ລາດ​ຊະ​ວົງ ຫລີ ແມ່ນ​ລັດ​ເປັນ​ເຈົ້າ​ຕົນ​ເອງ​ຢ່າງ​ແຮງ ໄດ້​ຍອມ​ຮັບ​ນຳເອົາ ກົງ​ຈື້ ມາ​ບູ​ຊາ, ແລະ ນຳ​ໃຊ້​ພາ​ສາ​ຈີນ​ ແຕ່​ຍັງ​ຄົງ​ຮັກ​ສາ​ສຽງ​ເວົ້າ​ຂອງ​ຊາວ​ຫວຽດ​ນາມ, ຮ​ັກ​ສາ​ວັດ​ທະ​ນະ​ທຳ​ໃນ​ໝູ່​ບ້ານ, ຕາ​ແສງ ຫວຽດ​ນາມ ຢ່າງ​ໝັ້ນ​ຄົງ. ເມື່ອພວກ​ເຮົາມຸ່ງໄປ​ສູ່​ທາງ​ທິດ​ໃຕ້​ເພື່ອ​ຮັບ​ເອົາ​ຫລາຍ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ອື່ນ​ຂອງວົງ​ຄະ​ນາ​ຍາດ​ຊຸມ​ຊົນ​ຄື: ວັດ​ທະ​ນະ​ທຳ ຂ​ະ​ແມ, ວັດ​ທະ​ນະ​ທຳ​ຈຳ​ປາ ແລະ ກ່ອນນັ້ນ​ແມ່ນ​ວັດ​ທະ​ນະ​ທຳ ຟຸ​ນາມ, ອອກ​ແອວ..ດ້ວຍລັກ​ສະ​ນະ​ເປັນ​ຫລາຍ​ຮູບ​ຫລາຍ​ແບບນັ້ນ ໄດ້​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄ​ວາມ​ເຊື່ອ​ໝັ້ນ​ດ້ວຍ​ຕົນ​ເອງ​ກໍ​ຄື​ຖືເລື່ອງ​ເຊື່ອມ​ໂຍງ​ແມ່ນ​ສຳ​ຄັນ.”

        ບົນ​ເສັ້ນ​ທາງ​ເຊື່ອມ​ໂຍງ, ທ່າ​ໄດ້​ປຽບ​ໃຫຍ່​ຫລວງ​ຂອງ​ຫວຽດ​ນາມ ແມ່ນ​ພື້ນ​ຖານ​ດ້ານ​ວັດ​ທະ​ນະ​ທຳ ແລະ ພຶດ​ຕິ​ກຳ​ຕົວ​ຈິງ​ຈາກ​ປະ​ຫວັດ​ສາດ. ໝາຍ​ຄວາມ​ວ່າ ການ​ເຊື່ອມ​ໂຍງ​ແມ່ນ​ວິ​ວັດ​ການ​ສ້າງ​ກຳ​ລັງ​ແຮງ. ສາດ​ສະ​ດາ​ຈານ - ນາຍ​ຄູ​ປະ​ຊາ​ຊົນ ຫງວຽນ​ກວາງງອກ, ສະ​ຖາ​ບັນ ຫວຽດ​ນາມ​ວິ​ທະ​ຍາ ຖື​ວ່າ: ວັດ​ທະ​ນະ​ທຳ​ມີ​ບັນ​ດາ​ກົດ​ເກນ​ພັດ​ທະ​ນາ, ກົດ​ເກນ​ສືບ​ທອດ ແລະ ຍາ​ມ​ໃດ​ກໍ​ປ່ຽນ​ໃຫມ່. ບົນ​ພື້ນ​ຖານ​ນະ​ໂຍ​ບາຍ​ອັນ​ຖືກ​ຕ້ອງ, ​ເຫັນໄດ້​ທ່າ​ແຮງ​ກໍ​ຄື ຂໍ້​ຈຳ​ກັດ ເພື່ອ​ເສີມ​ຂະ​ຫຍາຍບັນ​ດາ​ທ່າ​ແຮງ ວິ​ວັດ​ການ​ຫວຽດ​ນາມ ເຂົ້າ​ຮ່ວມ​ປະ​ຊາ​ຄົມ ອາ​ຊຽນ ແມ່ນ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ຟື້ນ​ຟູ​ວັດ​ທະ​ນະ​ທຳ. ທ່ານ ຫງວຽນ​ກວາງງອກ ຍົກ​ຕົວ​ຢ່າງວ່າ:

        “ໃນ​ສະ​ໄຫມ​ປະ​ຖົມ​ບູ​ຮານ, ບົນ​ພື້ນ​ຖານ​ພວກ​ເຮົາ​ມີ​ວັດ​ທະ​ນະ​ທຳ ດົງ​ນາຍ ພັດ​ທະ​ນາ, ມາ​ຮອດ​ໄລ​ຍະ​ຖືກ​ຜົນ​ກະ​ທົບ​ຈາກ​ພາຍນອກ​ຄື: ວັດ​ທະ​ນະ​ທຳ ອິນ​ເດຍ, ວັດ​ທະ​ນະ​ທຳ​ບັນ​ດາ​ພາກ​ພື້ນ​ໃນ​ໂລກ​ສົ່ງ​ຜົນ​ກະ​ທົບ​ຢ່າງ​ແຮງ​ຜ່ານ​ການ​ພົວ​ພັນ​ທາງ​ທະ​ເລ, ການ​ພັດ​ທະ​ນາ​ເປັນ​ວັດ​ທະ​ນະ​ທຳ ອອກ​ແອວ ເປັນ​ພື້ນ​ຖານ​ໃຫ້​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ຂອງ​ລາ​ຊະ​ອາ​ນາ​ຈັກ ຟູ່​ນາມ. ເພາະ​ເຫດນັ້ນ ພວກ​ເຮົາ​ບໍ່​ເປັນ​ຫ່ວ​ງ​ເມື່ອ​ມີ​ການ​ກະ​ທົບ​ຫລາຍ​ຢ່າງ​ຈະ​ເຮັດ​ໃຫ້​ພື້ນ​ຖານ​ວັດ​ທະ​ນະ​ທຳ​ປ່ຽນ​ແປງ. ການ​ປ່ຽນ​ແປງນັ້ນ​ແມ່ນ​ປ່ຽນ​ແປງ​ຕາມ​ທິດ​ຟື້ນ​ຟູ​ວັດ​ທະ​ນະ​ທຳ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ນັ້ນ​ແມ່ນ​ກາ​ລະ​ໂອ​ກາດ​ທີ່​ດີ.”

ຫວຽດນາມມີຄວາມເຊື່ອໝັ້ນດ້ວຍຕົນເອງເມື່ອເຊື່ອມໂຍງເຂົ້າກັບວັດທະນະທຳແຕ່ບໍ່ເຮັດໃຫ້ສີສັນຂອງຊາດສູນເສຍໄປ - ảnh 2
ນັກ​ປະ​ຫວັດ​ສາດ ເຢືອງ​ຈູງກວກ
ພາບ:internet

        ດ້ວຍ​ທີ່​ຕັ້ງ​ພູມ​ສາດ​ທີ່​ມີ​ຢູ່​ແລ້ວ, ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ເຊື່ອມ​ຕໍ່​ສອງ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ໃຫຍ່ ນັ້ນ​ແມ່ນ ວັດ​ທະ​ນະ​ທຳ​ອາ​ຊີ​ຕາ​ເວັນ​ອອກ ແລະ ວັດ​ທະ​ນະ​ທຳ​ທະ​ເລ​ໝູ່​ເກາະ​ຂອງ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອ​ກ​ສ່ຽງ​ໃຕ້. ຜ່ານ​ໄລ​ຍະ​ນັບ​ພັນ​ປີ​ຢູ່​ພາຍ​ໃຕ້​ແອກ​ຄອບ​ຄອງ​ຂອງ​ພວກ​ສັກ​ດີ​ນາ​ທາງ​ທິດ​ເຫນືອ, ສົງ​ຄາມ, ການ​ສຳ​ພັດ​ກັບ​ວັດ​ທະ​ນະ​ທຳ​ຝ່າຍ​ຕາ​ເວັນ​ຕົກ​ໃນ​ຕົ້ນ​ສັດ​ຕະ​ວັດ​ທີ 20 ໄດ້​ສ້າງ​​ໃຫ້​ມີ​ຄວາມ​ໄຫວ​ພິບ ແລະ ທ່າ​ໄດ້​ປຽບ​ຂອງ​ຊາວ​ຫວຽດ​ນາມ ນັ້ນ​ແມ່ນ​ສະ​ຫນິດ​ຕິດ​ພັນ ແລະ ເຊື່ອມ​ໂຍງ​ຢ່າງ​ງ່າຍ​ດາຍ. ນອກນັ້ນ ພວກ​ເຮົາ​ຕ້ອງ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຊາດ. ຕົວ​ຢ່າງ​ຄື: ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ, ເລື່ອງ​ນຳ​ໃຊ້​ພາ​ສາ​ອັງ​ກິດ ເພື່ອ​ສຳ​ພັດ​ກັບ​ຫລາຍ​ດ້ານ. ຖ້າ​ຫາກ​ຕະ​ຫລາດ​ແມ່ນ​ປັດ​ໄຈ​ສົ່ງ​ຜົນ​ກະ​ທົບ​ໂດຍ​ກົງ​ເຖິງ​ການ​ເຄື່ອນ​ໄຫວ​ດ້ານ​ເສດ​ຖະ​ກິດ, ຄວາມ​ເຂົ້າ​ໃຈ​ດ້ານ​ວັດ​ທະ​ນະ​ທຳ​ແມ່ນ​ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຜະ​ລິດ​ຕະ​ພັນ​, ເຮັດໃຫ້​ຕະ​ຫລາດ​ໄດ້​ຮັບ​ການ​ເປີດກວ້າງ ຫາກບໍ່​ປະ​ສົບ​ກັບ​ສິ່ງບໍ່​ດີ​ກ່ຽວ​ກັບການ​ຮັບ​ເອົາ​ວັດ​ທະ​ນະ​ທຳ, ການ​ໃຊ້​ສອຍ. ນັກ​ປະ​ຫວັດ​ສາດ ເຢືອງ​ຈູງກວກ ມີ​ຂໍ້​ສັ​ງ​ເກດ​ວ່າ: ນອກ​ຈາກ​ບັນ​ດາ​ປັດ​ໄຈ​ຄ້າຍ​ຄື​ກັນ, ສ້າງ​ການ​ຮ່ວມ​ສຳ​ພັນ​ແບບ​ທຳ​ມະ​ຊາດ ຄວາມ​ເປັນ​ ​ຫລາຍ​ຮູບ ຫລາຍ​ແບບ ​ກໍ​ແມ່ນ​ສິ່ງ​ສຳ​ຄັນ​ບໍ່​ແມ່ນ​ຫນ້ອຍ.

        “ທ່າ​ອ່ຽງ​ແມ່ນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ. ປະ​ຈຸ​ບັນ ໃນ​ຄວາມ​ຮັບ​ຮູ້​ຂອງ​ໂລກ ປະ​ຫວັດ​ສາດ​ຕ້ອງ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ຮັກ​ສາ​ລັກ​ສະ​ນະ​ຫລາຍ​ຮູບ​ຫລາຍ​ແບບນັ້ນ. ກໍ​ຄື​ໃນ​ທຳ​ມະ​ຊາດ ພວກ​ເຮົາ​ຕ້ອງ​ຮັກ​ສາ​ລັກ​ສະ​ນະ​ຫລາຍ​ຮູບ​ຫລາຍ​ແບບ​ຂອງ​ທຳ​ມະ​ຊາດ, ໃນ​ວັດ​ທະ​ນະ​ທຳ​ກໍ​ເຊັ່ນ​ດຽວ​ກັນ.”

        ມີ​ນັກ​ຄົ້ນ​ຄ້​ວາ, ນັກ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຫລາຍ​ຄົນ​ຖື​ວ່າ: ຫວຽດ​ນາມ ແມ່ນ​ປະ​ເທດ​ພວມ​ພັດ​ທະ​ນາ, ການ​ບຸ​ລິມ​ະ​ສິດ​ແກ່​ການ​ລົງ​ທຶນ​ໃຫ້​ເສດ​ຖະ​ກິດ​ແມ່ນ​ສິ່ງ​ແນ່ນອນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ຫາກ​ຫລົງ​ລືມ​ການ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ສີ​ສັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຈະເຮັດ​ໃຫ້​ພື້ນ​ຖານ​ທາງ​ດ້ານ​ຈິດ​ໃຈ​ຊຸດ​ໂຊມ, ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ສັງ​ຄົມ. ສະ​ນັ້ນ ເມື່ອ​ເປັນ​ສະ​ມາ​ຊິກ​ໃນ​ປະ​ຊາ​ຄົມ ອາ​ຊຽນ, ຍາມ​ໃດ​ຫວຽດ​ນາມ ກໍ​ຖື​ເປັນ​ພິ​ເສດ​ການ​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ, ເພື່ອ​ມີ​ຄວາ​ມ​ເຊື່ອ​ໝັ້ນ​ດ້ວຍ​ຕົນ​ເອງ​ເມື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ວັດ​ທະ​ນະ​ທຳ​ແຕ່​ບໍ່​ເຮັດ​ໃຫ້​ສີ​ສັນ​ຂອງ​ຊາດ​ສູນ​ເສຍ​ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ