ອະນຸລັກຄຳພີໃບລານຂະແມ

(VOVWORLD) -ຄຳພີໃບລານແມ່ນເອກະສານບູຮານທີ່ມີຄ່າຫາຍາກ ແມ່ນເຂັມຊີ້ທິດເພື່ອໃຫ້ຊາວເຜົ່າ ຂະແມ ພາກໃຕ້ສຶກສາອົບຮົມລູກຫຼານຂອງຕົນ. ນີ້ໄດ້ຮັບຖືກວ່າ ແມ່ນຂອງປະເສີດທີ່ມີຄູນຄ່າພິເສດໃນຊີວິດທາງດ້ານຈິດວິນຍານຂອງຊາວເຜົ່າ ຂະແມ. ແຕ່ເຖິງຢ່າງໃດກໍ່ຕາມ ການອັດສຳເນົາກໍ່ແມ່ນວຽກງານທີ່ຫຍຸ້ງຍາກ ດັ່ງນັ້ນຄຳພີປະເພດນີ້ພວມມີຄວາມສ່ຽງຖືກສູນຫາຍໄປ. ເພາະສະນັ້ນ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ, ບັນດາພະສົງທີ່ມີພັນສາສູງ ແລະ ຊາວເຜົ່າ ຂະແມ ພວມພະຍາຍາມອະນຸລັກ ແລະ ທະວີຄູນເຕັກນິກຄວັດຄຳພີທີ່ເປັນເອກະລັກຂອງເຜົ່າຕົນ
ອະນຸລັກຄຳພີໃບລານຂະແມ - ảnh 1ຄຳພີໃບລານແມ່ນເອກະສານບູຮານທີ່ມີຄ່າຫາຍາກ

     ຕູ້ປຶ້ມບູຮານທີ່ມີຄ່າຫາຍາກຖືກຮັກສາຢູ່ຊັ້ນສູງສຸດຂອງວັດ ຂະແມ ປີຕູໂຄຊາ ຣັງໄຊ ຕັ້ງຢູ່ໃຈກາງເມືອ ນິງກ່ຽວ ນະຄອນ ເກິ່ນເທີ ເຊິ່ງເກັບຮັກສາປຶ້ມຫຼາຍກວ່າ 4.000 ຫົວ ໃນນັ້ນມີ 30 ຫົວ ມີອາຍຸກວ່າ 100 ປີຖືກຂຽນດ້ວຍ ພາສາບາລີພາສາຂະແມ ບູຮານໃສ່ໃບລານ ຕູ້ປຶ້ມນີ້ແມ່ນຊັບສິນທີ່ມີຄ່າຫາຍາກຂອງວັດ ດຶງດູດແຂກທ່ອງມາຈາກຫຼາຍກວ່າ 60 ປະເທດມາຢ້ຽມຊົມ. ພະອາຈານໃຫຍ່ ຫຼີຮຸ່ງ ຮອງຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາສະໜານະຄອນ ເກິ່ນເທີ ເຈົ້າອະທິການວັດ ປີຕູໂຄຊາ ຣັງໄຊ ໃຫ້ຮູ້ວ່າ:

      “ຄຳພີໃບລານມີຫຼາຍຊຸດ ເວົ້າເຖິງທຳມະເວົ້າເຖິງພະພຸດທະເຈົ້າ, ມີຫຼາຍຊຸດກໍ່ເວົ້າເຖິງພິທີກຳຕ່າງຂອງຊາວ ຂະແມ. ສະເພາະຢູ່ວັດນີ້ ພວກຂ້າພະເຈົ້າໄດ້ຮວບຮວມເອກະສານຫຼາຍຊຸດ ເພື່ອຮັກສາໄວ້ໃຫ້ພະສົງສາມະເນນລຸ້ນໜຸ່ມເພື່ອຄົ້ນຄວ້າຮຽນຮູ້”.

     ຄຳພີໃບລານແຕ່ລະຊຸດ ກໍ່ປະກອບດ້ວຍແຕ່ 20 ຫາ 60 ໃບ. ຄຳພີໃບລານແມ່ນເອກະສານແບບຈົດກ່າຍລວມມີ 3 ປະເພດ ຄືຄຳພີພຸດທະ; ເລື່ອງພື້ນເມືອງ; ງານບຸນ, ເກມຫຼິ້ນພື້ນເມືອງ, ເອກະສານສຶກສາອົບຮົມ. ໃນນັ້ນຄຳພີພຸດທະ ແມ່ນເອກະສານທີ່ມີຄ່າຫາຍາກ ພຽງແຕ່ເປີດນຳໃຊ້ໃນໂອກາດທີ່ສຳຄັນ. ທ່ານ ເຈົາໂມນີຊົກຄາ ນັກຄົ້ນຄວ້າວັດທະນະທຳ ຂະແມ ໃຫ້ຮູ້ວ່າ:

      “ໃນພື້ນຖານວັດທະນະທຳຂະແມ, ປະຊາຊົນບໍ່ເກັບມ້ຽນຄຳພີໃບລານຢູ່ເຮືອນ ແລະ ພຽງແຕ່ເກັບຮັກສາຢູ່ວັດ ເພື່ອຮັບໃຊ້ໃຫ້ພິທີກຳຕ່າງໆເທົ່ານັ້ນ. ຈຸດພິເສດຂອງຄຳພີໃບລານນີ້ ແມ່ນຖືກເກັບຮັກສາດ້ວຍໜັງສືບູຮານ, ດັ່ງນັ້ນຄົນລຸ້ນຕໍ່ໄປນີ້ບໍ່ເຂົ້າວັດຮຽນ, ກໍ່ຍາກທີ່ຈະອ່ານໄດ້”.

      ພະອາຈານມະຫາ ເຈົາຕີ ອາຍຸ 83 ພັນສາ,  ເຈົ້າອະທິການວັດ ສວ່າຍຊໍ ຕາແສງ ລຸ໊ຍໂຕ ເມືອງ ຈີໂຕນ ແມ່ນພະພິຂຸພຽງຄົນດຽວຢູ່ແຂວງ ອານຢາງ ສາມາດຮັກສາເຕັກນິກຂຽນໜັງສືໃສ່ໃບລານ ແລະ ກໍ່ແມ່ນພະພິກຂຸລຸ້ນທີ 9 ຂອງຄູບາໃນວັດ ສະໄວຕອນ. ຫຼາຍປີທີ່ຜ່ານມາພະອົງໄດ້ເປີດຊຸດຮຽນຂຽນຄຳພີໃບລານໃຫ້ແກ່ພະສົງສາມະເນນເຜົ່າ ຂະແມ. ສິ່ງນີ້ໄດ້ຮັບການຢັ້ງຢືນຜ່ານການແບ່ງປັນຂອງພະພິຂຸ ເຈົານຸດ ຢູ່ວັດ ເນັນນອນ ເມືອງ ຕິ້ງບຽນ ແຂວງ ອານຢາງ ວ່າ:

       “ຂຶ້ນຮຽນນຳພະອາຈານມະຫາ ກໍໍ່ຊ່ວຍເພີ່ມຄວາມເຂົ້າໃຈກ່ຽວກັບຕົວໜັງສື ເຂົ້າໃຈກ່ຽວກັບວິທີຄວັດຕົວໜັງສືຄືແນວໃດ. ເມື່ອກ່ອນນີ້ຂ້າພະເຈົ້າບໍ່ຮູ້ວິທີຄວັດຕົວໜັງສື, ປັດຈຸບັນໄດ້ຮຽນນຳພະອາຈານມະຫາ ຂ້າພະເຈົ້າກໍ່ສາມາດເພີ່ມຄວາມເຂົ້າໃຈ ກ່ຽວກັບຄຳພີຂອງພະພຸດທະເຈົ້າຕື່ມອີກ”.

      ເມື່ອບໍ່ດົນມານີ້ແຂວງ ອານຢາງ ໄດ້ເຊັນອະນຸມັດແຜນອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດເຖິງປີ 2030. ຕາມນັ້ນແລ້ວຈະຟື້ນຟູຈຳນວນຄຳພີທີ່ຖືກເປ່ເພ ແລະ ກ້າວໄປເຖິງການຫັນເປັນດີຈີຕອນສຳລັບມໍລະດົກນີ້. ພະອາຈານໃຫຍ່ ຫຼີຮຸ່ງ ໃຫ້ຮູ້ຕື່ມອີກວ່າ:

      “ປັດຈຸບັນສຳລັບວັດຕ່າງໆຢູ່ອານຢາງ, ພະອາຈານມະຫາ ເຈົາຕີ ຍັງຄົງແນະນຳສິດສອນໃຫ້ບັນດາພະສົງສາມະເນນ ເພື່ອຂຽນຄຳພີໃບລານໃນຫຼາຍປີທີ່ຜ່ານມາ. ແຕ່ພວກຂ້າພະເຈົ້າກໍ່ຢາກເປີດກວ້າງຂະຫຍາຍເປັນສູນບຳລຸງກໍ່ສ້າງ”.

       ຄວາມຫວັງຢ່າງໃຫຍ່ຫຼວງຂອງບັນດາພະສົງສຳມະເນນ ແລະ ຊາວເຜົ່າ ຂະແມ ແມ່ນແຜນອະນຸລັກມໍລະດົກຄຳພີໃບລານຖືກຜັນຂະຫຍາຍຢ່າງສຳເລັດຜົນ ເພື່ອໃຫ້ຄຳພີໃບລານສືບຕໍ່ໄດ້ຮັບການຖ່າຍທອດສຶກສາອົບຮົມກ່ຽວກັບບັນດາຄຸນຄ່າອັນດີງາມໃຫ້ແກ່ຄົນລຸ້ນຫຼັງ. 

ຕອບກັບ

ຂ່າວ/ບົດ​ອື່ນ