ຮູບເງົາກ່ຽວກັບຫົວເລື່ອງສົງຄາມປະຕິວັດ ມີກຳລັງດຶງດູດຄືນໃໝ່

(VOVWORLD) -ໄລຍະມໍ່ໆມານີ້,ບັນດາຮູບເງົາຂອງ ຫວຽດນາມ ກ່ຽວກັບຫົວເລື່ອງສົງຄາມປະຕິວັດໄດ້ສະແດງໃຫ້ເຫັນວິທີສັງເກດທີ່ໃໝ່ອ່ຽມຮອບດ້ານ ດູດດື່ມນັບທັງການບັນເທີງ ແລະ ສິລະປະອັນໄດ້ສ້າງກຳລັງດຶງດູດຜູ້ຊົມຢ່າງຫຼວງຫຼາຍ.
ຮູບເງົາກ່ຽວກັບຫົວເລື່ອງສົງຄາມປະຕິວັດ ມີກຳລັງດຶງດູດຄືນໃໝ່ - ảnh 1ຕອນໜຶ່ງໃນຮູບເງົາທີ່ມີຊື່ວ່າ “ອຸມົງ: ດວງຕາເວັນໃ

     ຮູບເງົາທີ່ມີຊື່ວ່າ “ອຸມົງ: ດວງຕາເວັນໃນເງົາມືດ”ຂອງຜູ້ກຳກັບການສະແດງ ບຸ່ຍທາກຈວຽນ ຫາກໍ່ສະເໜີຕໍ່ຜູ້ຊົມ ໄດ້ນຳໜ້າກ່ຽວກັບລາຍຮັບ ແລະ ດຶງດູດຜູ້ຊົມນັບພັນຄົນຕໍ່ວັນໃນຕະຫຼອດເດືອນ ເມສາ ທີ່ຜ່ານມາ. ຮູບເງົາໄດ້ແນະນຳໃຫ້ຜູ້ຊົມ ພິເສດແມ່ນໄວໜຸ່ມກ່ຽວກັບການດຳລົງຊີວິດທີ່ມີຊີວິດຊີວາ ແລະ ການຕໍ່ສູ້ຂອງປູ່ຍ່າຕາຍາຍໃນຊຸມເດືອນປີແຫ່ງສົງຄາມທີ່ດຸເດືອດ. ນັກສະແດງ ທູກວິ່ງ ໃຫ້ຮູ້ດ້ວຍຄວາມຕື້ນຕັນໃຈວ່າ:

      “ນີ້ແມ່ນຮູບເງົາທີ່ເປັນໜ້າຮັບຊົມ ເຖິງວ່າຂ້າພະເຈົ້າໄດ້ກະກຽມທາງດ້ານຈິດຕະ ເພື່ອຕ້ອນຮັບຮູບເງົາເລື່ອງນີ້ກໍ່ຕາມ, ແຕ່ພາຍຫຼັງຮັບຊົມຮູບເງົາເປັນເວລາ 120 ກວ່ານາທີ ໄດ້ສ້າງຄວາມປະທັບໃຈເປັນພິເສດໃຫ້ແກ່ຂ້າພະເຈົ້າ. ຂ້າພະເຈົ້າໄດ້ເຫັນຄວາມມານະອົດທົນ ກໍ່ຄືຄວາມອົງອາດກ້າແກ່ນຢູ່ໃນອຸມົງ ຄືດັ່ງເຮົາພວມຢູ່ໃນອຸມົງ. ນີ້ແມ່ນຜົນສຳເລັດຂອງຮູບເງົາ”.

     ຮູບເງົາເລື່ອງນີ້ໄດ້ວາດພາບເຖິງການດຳລົງຊີວິດ ແລະ ໄລຍະຕໍ່ສູ້ຂອງກຸ່ມ ກອງຫຼອນຢູ່ອຸມົງ ກູ໋ຈີ ພາຍຫຼັງບັ້ນກວາດລ້າງຂອງສັດຕູເມື່ອປີ 1967. ຮູບເງົານີ້ໄດ້ປະສົບຜົນສຳລັດຍ້ອນການລົງທຶນທາງດ້ານເນື້ອໃນການປະສານສົມທົບລະຫວ່າງຮູບພາບ ແລະ ການສຽງ ແລະ ແສງສີອັນໄດ້ນຳບັນດາຮູບພາບທີ່ແທ້ຈິງມາສູ່ຜູ້ຊົມ ປຽບເໝືອນຮູບເງົາເອກະສານ. ຜູ້ກຳກັບການສະແດງ ບຸ່ຍທາກຈວຽນ ໃຫ້ຮູ້ວ່າ:

      “ຂ້າພະເຈົ້າໄດ້ມີໂອກາດສຳພາດພວກອາວອາເຄີຍເປັນກອງຫຼອນເຄື່ອນໄຫວຢູ່ອຸມົງ ກູ໋ຈີ ແລະ ເລື່ອງລາວຂອງພວກອາວອາ ໄດ້ດຶງດູດໃຈຂ້າພະເຈົ້າ. ຈາກເລື່ອງລາວເຫຼົ່ານີ້ ຂ້າພະເຈົ້າໄດ້ຄົ້ນຫາກ່ຽວກັບການສູ້ຮົບທີ່ແປກປະຫຼາດ ພິເສດແມ່ນຍັງບໍ່ທັນເຄີຍມີມາ. ການສູ້ຮົບຂອງບັນດາຜູ້ເປັນຊາວກະສິກອນ ແຕ່ສາມາດປະເຊີນໜ້າກັບສັດຕູທີ່ເຂັ້ມແຂງທີ່ສຸດ. ຊາດໜຶ່ງທີ່ຍັງອ່ອນນ້ອຍ ແຕ່ບໍ່ອາດຖືກຕີປະລາໄຊໂດຍສັດຕູທີ່ເຂັ້ມແຂງເຖິງຢ່າງໃດ”.

       ກ່ອນໜ້ານັ້ນໃນປີ 2024 ຮູບເງົາທີ່ມີຊື່ວ່າ “ດອກຄາຍ, ເຝີ ແລະ ປີອາໂນ” ຂອງຜູ້ກຳກັບການສະແດງ ຟີຕ໊ຽນເຊີນ ໄດ້ກາຍເປັນປາກົດການທີ່ພົ້ນເດັ່ນ. ນີ້ແມ່ນຮູບເງົາໂດຍລັດສັ່ງຜະລິດ ບໍ່ແນ່ໃສ່ຈຸດປະສົງການຄ້າ ດັ່ງນັ້ນກໍ່ບໍ່ມີຄ່າໃຊ້ຈ່າຍແບບໂຄສະນາສື່ສານ. ແຕ່ຮູບເງົາເລື່ອງນີ້ໄດ້ໄດ້ດຶງດູດຜູ້ຊົມຢ່າງຫຼວງຫຼາຍ ພິເສດແມ່ນໄວໜຸ່ມ. ຮູບເງົາໄດ້ຄົ້ນຫາຫົວເລື່ອງສົງຄາມປະຕິວັດ ດ້ວຍມູມມອງແປກປະຫຼາດວາດພາບເຖິງບັນຍາກາດທີ່ສະຫງ່າອົງອາດ ແຕ່ເປັນໜ້າເພີນຈິດຂອງຊາວ ຮ່າໂນ້ຍ ໃນການຕໍ່ສູ້ເປັນເວລາ 60 ວັນ ແລະ ຄືນ ນັບແຕ່ວັນທີ 19 ທັນວັນ ປີ 1946 ຫາວັນທີ 17 ກຸມພາ 1947. ນັກກຳກັບການສະແດງ ດ່າວແທັງຮຶງ ເປີດເຜີຍວ່າ:

      “ສິ່ງໜຶ່ງທີ່ສຳຄັນທີ່ສຸດ ແມ່ນຮູບເງົາກ່ຽວກັບຫົວເລື່ອງສົງຄາມແມ່ນມີກຳລັງແຜ່ກະຈາຍ ແລະ ໄດ້ຮັບການຕ້ອນຮັບຈາກມວນຊົນຢ່າງຫຼວງຫຼາຍ. ຂ້າພະເຈົ້າຄິດວ່າ ນີ້ຈະແມ່ນບາດລ້ຽວພາໃຫ້ພວກເຮົາຕ້ອງສັງເກດຄືນ. ທຳອິດແມ່ນຮູບເງົາເຫຼົ່ານີ້ແທດເໝາະກັບຄວາມນິຍົມຂອງຜູ້ຊົມ. ທີສອງແມ່ນຜົນກະທົບຕໍ່ການໂຄສະນາສືື່ສານ ໄດ້ດຶງດູດຜູ້ຊົມມາໂຮງຮູບເງົາເພື່ອຮັບຊົມ ແລະ ຈະພາໃຫ້ຜູ້ຜະລິດຮູບເງົາສົງຄາມປະຕິວັດຕ້ອງໃສ່ໃຈ ເພາະວ່າອາດຈະມີລາຍໄດ້ສູງ”.

      ໃນປະຫວັດສາດຂອງຂະແໜງຮູບເງົາ ຫວຽດນາມ, ມີຮູບເງົາສົງຄາມປະຕິວັດຫຼາຍເລື່ອງຄື “ຮ່ວມແມ່ນ້ຳສາຍດຽວ, ສາຍຂະໜານ 17 ໃນຕະຫຼອດວັນ ແລະ ຄືນ”; “ນ້ອງນ້ອຍ ຮ່າໂນ້ຍ” ໄດ້ກາຍເປັນບັນດາຮູບເງົາທີ່ດີເດັ່ນ ແລະ ຍືນຍົງຄົງຕົວໃນຈິດໃຈຂອງຜູ້ຊົມຜ່ານຫຼາຍຊຸມວັນເດືອນປີ.

    ເຖິງວ່າສົງຄາມໄດ້ຜ່ານພົ້ນໄປແລ້ວເປັນເວລາເຄິ່ງສະຕະວັດກໍ່ຕາມ ແຕ່ຄວາມຊົງຈຳກ່ຽວກັບໄລຍະທີ່ສະຫງ່າອົງອາດຂອງຊາດ ຫວຽດນາມ ຍັງຄົງໄດ້ຮັບການຈົດຈຳ ແລະ ກຳລັງດຶງດູດຂອງຮູບເງົາກ່ຽວກັບຫົວເລື່ອງສົງຄາມປະຕິວັດພວມໄດ້ຮັບການຢັ້ງຢືນ. ຜົນສຳເລັດຂອງຮູບເງົາເຫຼົ່ານີ້ ໄດ້ເປີດທິດກ້າວເດີນໝັ້ນໝາຍໃຫ້ປະເພດຮູບເງົາສົງຄາມປະຕິວັດ ສາມາດແຂງຂັນກັບປະເພດຮູບເງົາບັນເທີງໃນຍຸກປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ