ເກາະ ໂຖຈູ ໃນຊຸມມື້ໃກ້ຈະຮອດບຸນເຕັດ



ໂດຍ​ມີ​ຄວາມ​ແຕກ​ຕ່າງ​ກັບ​ບັນ​ຍາ​ກາດ​ໜາວ​ຈັດ​ຢູ່​ພາກ​ເໜືອ ແລະ ແດດ​ຮ້ອນ​ຢູ່​ພາກ​ກາງນັ້ນ, ອາ​ກາດ​ໃນ​ຊຸມມື້​ບຸນ​ເຕັດ​ຢູ່​ຕາ​ແສງ​ເກາະ​ໂຖ​​ຈູ, ເມືອງ​ຟູ້​ກ໋ວກ ແຂວງ​ກຽນ​ຢາງ​ແມ່ນ​ເຢັນ​ສະ​ບາຍ, ຢູ່​ອ້ອມເກາະໂຖ​​ເຈົາ, ເຮືອ​ກຳ​ປັ່ນ​ນ້ອຍ​ໃຫຍ່​ນັບ​ຮ້ອຍ​ລຳ​ຈອດ​ຕິດ​ຕໍ່​ກັນ​ບົນ​ໜ້າ​ນ້ຳ​ທະ​ເລ​ຂຽວ​ເຢັນ. ເທິ່ງ​ເກາະ, ປະ​ຊາ​ຊົນ​ຕ່າງ​ກໍ​ຟົດ​ຟື້ນ​ມ່ວນ​ຊື່ນຫ້າງ​ຫາ​ກະ​ກຽມ​ຊື້​ຊີ້ນ, ເຂົ້າ​ໜົມ, ໝາກ​ໄມ້ເພື່ອ​ຕ້ອນ​ຮັບ​ບຸນ​ເຕັດ.

  

ເກາະ ໂຖຈູ ໃນຊຸມມື້ໃກ້ຈະຮອດບຸນເຕັດ - ảnh 1
ນັກ​ຮົບ​ຢູ່​ເກາະ​ໂຖ​ຈູ​ທຳ​ການ​ປູກ​ຜັກ

     ໂຖ​​ເຈົາແມ່ນ​ຕາ​ແສງ​ເຂດ​ທະ​ເລ​ໝູ່​ເກາະ ຊຶ່ງ​ລວມ​ມີ​ເກາະ​ນ້ອຍ​ໃຫຍ່ 8 ແຫ່ງ​ເຊັ່ນ: ເກາະ​ຮ່ອນ​ຕື້, ຮ່ອນ​ແຊງ, ຮ່ອນ​ຫຍ້ານ…ແຕ່​ປະ​ຊາ​ຊົນ​ໃນ​ຕາ​ແສງ​ເກາະ​ດຳ​ລົງ​ຊີ​ວິດ​ຕົ້ນ​ຕໍ​ໃນ​ເກາະ ໂຖ​​ຈູ ດ້ວຍກວ່າ 500 ຄອບ​ຄົວ ແລະ ພົນ​ລະ​ເມືອງ​ເກືອບ 2000 ຄົນ. ການ​ປະ​ກອບ​ອາ​ຊີບ​ຕົ້ນ​ຕໍ​ຂອງ​ຊາວເກາະ ໂຖ​​ຈູແມ່ນ​ຈັບ​ຫາ, ລ້ຽງ​ປູກ​ສິນ​ໃນ​ນ້ຳ ແລະ ການ​ບໍ​ລິ​ການ​ຂະ​ແໜງ​ອາ​ຊີບ​ການ​ປະ​ມົງ. ປີນີ້, ປະ​ລິ​ມານ​ສິນ​ທະ​ເລ​ທີ່​ຊາວ​ປະ​ມົງ​ຈັບ​ຫາ​ແມ່ນຫຼຸດ​ລົງ​ພໍ​ສົມ​ຄວນ, ຊີ​ວິ​ດ​ການ​ເປັນ​ຢູ່​ກໍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກກວ່າ​ທຸກໆ​ປີ, ແຕ່ປະ​ຊາ​ຊົນຢູ່​ແຫ່ງນີ້, ຍັງ​ຄົງກະ​ກຽມ​ຕ້ອນ​ຮັບບຸນ​ເຕັດ​ຢ່າງ​ຄົບ​ຖ້ວນ ແລະ ເບີກ​ບານ​ມ່ວນ​ຊື່ນ. ລຸງຈີ້ນ​ບີງ ຜູຸ້​ປະ​ກອບ​ອາ​ຊີບ​ເກັບ​ຊື້​ສິນ​ທະ​ເລ​ໃຫ້​ຮູ້​ວ່າ : 

    “ ເກາະ​ແຫ່ງນີ້​ຢູ່​ຫ່າງ​ໄກ, ບຸນ​ເຕັດ​ປີນີ້​ມ່ວນ​ຊື່ນ​ທີ່​ສຸດ. ໃຜໆ​ກໍ​ຄ່ອຍ​ຖ້າ​ວັນ​ບຸນ​ເຕັດ, ຢາກ​ມີຫຼາຍ​ສິ່ງຫຼາຍ​ຢ່າງ​ເພື່ອ​ຕ້ອນ​ຮັບ ບຸນ​ເຕັດ. ເຮົາ​ຊື້​ໄດ້ຫຼາຍ​ສິ່ງ​ທີ່​ໃໝ່ ແລະ ງາມ​ເພື່ອ​ກ້າວ​ເຂົ້າ​ສູ່​ປີ​ໃໝ່. ເຮືອນ​ກໍ​ໄດ້​ຮັບການສ້ອມ​ແປງ, ປະ​ດັບ​ປະ​ດາ​ຕາມ​ໃຈ​ຕົນ​ເອງ”

    ການ​ໄປ​ມາ​ຢູ່ນີ້ ກໍ​ບໍ່​ສະ​ດວກ​ຄື​ຢູ່​ດິນ​ຕໍ່​ແຜ່ນ, ແຕ່​ໃນ​ຍາມ​ຕະຫຼາດ​ບຸນ​ເຕັດ​ຢູ່​ເກາະ, ກໍ​ເຕັມ​ໄປ​ດ້ວຍ​ສິນ​ຄ້າ​ຮັບ​ໃຊ້​ປະ​ຊາ​ຊົນ​ໃນ​ຍາມ​ບຸນ​ເຕັດ. ຢູ່​ບັນ​ດາ​ຮ້ານ​ຄ້າ​ກໍ​ເຕັມ​ໄປ​ດ້ວຍ​ເຄື່ອງ​ຂອງ​ຮັບ​ໃຊ້​ບຸນ​ເຕັດ​ຄື ເຂົ້າ​ໜົມ, ເຫຼົ້າ​, ເບັຍ…ຮ້ານ​ຂາຍ​ຜັກ, ດອ​ກໄມ້ກໍ​ມີ​ຜູ້​ມາ​ຊື້​ຢ່າງຫຼວງຫຼາຍ. ປ້າ ຖ້ຽງ​ຫງອກ​ຢຸງ , ຜູ້​ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ເກາະ​ມາ​ເປັນ​ເວ​ລາ 21 ປີ​ແລ້ວ​ໃຫ້​ຮູ້​ວ່າ :

    “ ໃນ​ຈຸດ​ເວ​ລານີ້, ສິນ​ຄ້າ​ເຄື່ອງ​ຂອງ​ໄດ້​ເລີ່ມ​ຂົນ​ສົ່ງ​ມາ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງ​ການ​ຂອງ​ທຸກໆ​ຄົນ. ເຂົາ​ເຈົ້າ​ສົ່ງ​ເຄື່ອງ​ມາຫຼາຍ​ທີ່​ສຸດ, ນັບ​ຮັບ​ໃຊ້​ໃຫ້​ທະ​ຫານ​ອີກ​ດ້ວຍ. ປີນີ້, ສິນ​ຄ້າຫຼາຍ​ກ່​ວາ​ທຸກໆ​ປີ”

    ຢູ່​ເກາະ​ໃນ​ທຸກວັນ​ນີ້, ຊີ​ວິ​ການ​ເປັນ​ຢູ່​ແມ່ນ​ພຽງ​ພໍ່​ກ່​ວາ​ເກົ່າ, ບໍ່​ນ້ອຍ​ໜ້າ​ກ່​ວາ​ຢູ​ູ່​ດິນ​ຕໍ່​ແຜ່ນ. ປະ​ຊາ​ຊົນ​ແຕ່​ລະ​ຄົນ​ຢູ່​ແຫ່ງນີ້ ຕ່າງ​ກໍ​ຄ່ອຍ​ຖ້າ​ກຳ​ປັ່ນ​ຖ້ຽວ​ທ້າຍ​ປີບັນ​ທຸກ​ເຄື່ອງ​ຂອງ​ຮັບ​ໃຊ້​ບ​ຸນ​ເຕັດ, ດັ່ງ​ນັ້ນ​ໃນ​ຊຸມມື້​ບຸນ​ເຕັດ​ຢູ່ນີ້, ຟົດ​ຟື້ນມ່ວນ​ຊື່ນ​ທີ່ສຸດ. ຢູ່​ເກາະ, ອາ​ຫານ​ທະ​ເລ​ແມ່ນ​ມີຫຼາຍ, ສ່ວນ​ສິນ​ຄ້າ​ຊະ​ນິດ​ອື່ນໆ​ແມ່ນ​ຂາດ​ແຄນ​ຢູ່. ນາງ ຫງວຽນ​ທິ​ຮ​ົ່ງ​ຫາຍ ປະ​ທານ​ສະ​ມາ​ຄົມ​ແມ່​ຍິງ​ຕາ​ແສງ​ໂຖ​ເຈົາ​ໃຫ້​ຮູ້​ວ່າ :

   “ ໝາກ​ໄມ້​ຢູ່ນີ້ ແມ່ນ​ຂາດ​ແຄນຫຼາຍ. ຢູ່ນີ້​ພຽງ​ປູກ​ຜັກ. ສວ່ນ​ໝາກ​ໄມ້ຫຼື​ຊີ້ນ​ໄກ່, ຊີ້ນ​ໝູ ແມ່ນບໍ່​ສາ​ມາດ​ຕອບ​ສະ​ໜອງ​ຢ່າງ​ພຽງ​ພໍ. ຕ້ອງຂົນ​ສົ່ງ​ສິນ​ຄ້າ​ມາ​ຈາກ​ດິນ​ຕໍ່​ແຜ່ນ.  ”

     ສິນ​ຄ້າເພື່ອ​ປະ​ດັບ​ປະ​ດາ​ເຮືອນ​ຊານ​ຄື ແພ​ໄໝ, ພາບ​ແຕ້ມ, ຮູບ​ຖ່າຍ, ດອກ​ໄຟ​ປະ​ດັບນັ້ນ, ປະ​ຊາ​ຊົນ​ກໍ​ຊື້​ຢ່າງຫຼວງຫຼາຍ. ໃຜໆ​ກໍ​ຢາກ​ເຮືອນ​ຂອງ​ຕົນ​ງາມ, ມີ​ຄວາມ​ອົບ​ອຸ່ນເພື່ອ​ຕ້ອນ​ຮັບ​ບຸນ​ເຕັດ. ໃນ​ຫ້ອງ​ຮັບ​ແຂກ​ຢູ່​ແຕ່​ລະ​ຄອບ​ຄົວ​ໃນ​ເກາະ ກໍ​ລ້ວນ​ແຕ່​ມີ​ງ່າ​ດອກ​ເໝີ​ນ້ອຍ. ນາງ​ຫງອກ​ເລ ໃຫ້​ຮູ້​ວ່າ : 

   “ ດອກ​ເໝີຍ​ໃນ​ເກາະ​ແມ່ນ​ເອົາ​ມາ​ຈາກ​ປ່າ. ດອກ​ເຜີຍ​ໃນ​ປ່າ​ມີຫຼາຍ​ທີ່​ສຸດ. ປີນີ້, ຄອບ​ຄົວ​ຂ້າ​ພະ​ເຈົ້າກະ​ກຽມ​ບຸນ​ເຕັດ​ຢ່າງ​ພຽງ​ພໍ​ຄື​ທຸກໆ​ປີ. ແຕ່​ລະ​ປີ, ລ້ວນ​ແຕ່​ມີ​ເຂົ້າ​ຕົ້ມ​ໝູຊຶ່ງ​ຖືກ​ຫໍ່​ກ່ອນ​ວັນ​ບຸນ​ເຕັດ​ໜຶ່ງວັນ.  ”

    ປະ​ຊາ​ຊົນ​ສ່ວນຫຼາຍ​ຢູ່​ເກາະ​ໂຖ​ຈູແມ່ນ​ມາ​ຈາກຫຼາຍ​ແຖບ​ຖິ​ນ່​ທົ່ວ​ປະ​ເທດ, ມີ​ພຽງ​ຫນ້ອຍ​ໜຶ່ງ​ແມ່ນ​ບັນ​ດາ​ຜູ້ເກີດ​ຢູ່ນີ້. ຕາມ​ທ່ານ​ນາງ ຫງວຽນ​ທິ​ຮ​ົ່ງ​ຫາຍແລ້ວ, ປະ​ຊາ​ຊົນ​ໃນ​ເກາະ​ເກືອບ​ທັງ​ໝົດ​ແມ່ນ​ຈາກດິນ​ຕໍ່​ແຜ່ນ​ມາ​ປະ​ກອບ​ອາ​ຊີບ​ຢູ່ນີ້​ຄື​ມາ​ຈາກ​ແຂວງ​ກາ​ເມົາ, ເຫົ້າ​ຢາງ, ແທງ​ຮ້​ວາ, ເງະ​ອານ. ນອກ​ຈາກນັ້ນ, ເກາະ​ໂຖ​ຈູ ຍັງ​ແມ່ນ​ແຫ່ງ​ທີ່​ບັນ​ດາ​ເຮືອ, ກຳ​ປັ່ນ​ຫາ​ປາ​ ຈາກຫຼາຍ​ແຂວງ, ນະ​ຄອນ​ມັກ​ມາ​ແວ​ຈອດ, ດັ່ງ​ນັ້ນ, ບຸນ​ເຕັດ​ຢູ່​ແຫ່ງນີ້ ກໍ​ເຊັ່ນ​ດຽວ​ກັນ​ກັບ​ບຸນ​ເຕັດ​ຢູ່​ບ້ານ​ຂອງ​ຊາວ​ປະ​ມົງ . ນາງ ຫງວຽນ​ທິ​ຮ​ົ່ງ​ຫາຍ ປະ​ທານ​ສະ​ມາ​ຄົມ​ແມ່​ຍິງ​ຕາ​ແສງ​ໂຖ​ເຈົາ​ໃຫ້​ຮູ້​ວ່າ :

   “ ບັນ​ດາ​ຜູ້​ຢູ້​ໄກ​ບ້ານ​ມາ​ຕ້ອນ​ຮັບ​ບຸນ​ເຕັດ​ກັບ​ເຮົາ. ຊາວ​ປະ​ມົງ​ໄປ​ຈັບ​ຫາ​ປາ, ຢູ່​ໄກ​ເຮືອນ, ກ​ໍ​ມານີ້​ຕ້ອນ​ຮັບ​ບຸນ​ເຕັດ​ກັບ​ປະ​ຊາ​ຊົນ​ໃນ​ເກາະ, ຖື​ເຂົາ​ເຈົ້າ​ຄື​ອ້າຍ​ນ້ອງ​ໃນ​ຄອບ​ຄົວ. ຢູ່​ແດນ​ໄກ, ເມື່ອ​ພົບ​ກັນ​ນັ້ນ, ພໍໍ່​ແມ່​ພີ​ນ້ອງ​ຖືນີ້​ແມ່ນ​ຄອບ​ຄົວ​ດຽວ ”

     ຢູ່​ດິນ​ຕໍ່​ແຜ່ນ, ຢູ່ນັ້ນ​ມີ​ຄອບ​ຄົວ, ຍາດ​ຕິ​ພີ​ນ້ອງ, ມີ​ບ້ານ​ມີ​ເມືອງ, ແຕ່​ປະ​ຊາ​ຊົນ​ມັກ​​ຕ​້ອນ​ຮັບ​ບຸນ​ເຕັດ​ຢູ່ ເກາະ​ໂຖ​ຈູ, ເພາະ​ວ່າ ເກາະ​ໂຖ​ຈູ​ໄດ້​ກາຍ​ເປັນ​ບ້ານ​ເກີດ​ເມືອງນ​ອນ​ແຫ່ງ​ທີ 2 ຂອງ​ເຂົາ​ເຈົ້າ. ກ່​ວາ 20 ທີ່​ດຳ​ລົງ​ຊີ​ວິດ​ຢູ່ນີ້, ໄລ​ຍະ​ເວ​ລານັ້ນ​ກໍ​ພຽງ​ພໍ​ເພື່ອ​ໃຫ້​ບັນ​ດາ​ຜູ້​ຄົນ​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ທະ​ເລ​ໝູ່​ເກາະ​ຄື ປ້າ​ຍຸງ, ປ້າ​ເລ, ລຸງ​ບີງ​ເລືອກ​ເອົາ ເກາະ​ໂຖ​ຈູ​ເປັນ​ບ່ອນ​ເພິ່ງ​ພາ​ອາ​ໄສ. ລະ​ດູ​ບານ​ໃໝ່​ພວມ​ວຽນ​ມາ​ໃກ້.

ຕອບກັບ

ຂ່າວ/ບົດ​ອື່ນ