ເຄື່ອງປັ້ນດິນເຜົາ ຈູເດົ້າສິ່ງຍອດຍິ່ງຂອງວັດທະນະທຳຫວຽດນາມ

(vovworld)- ຜ່ານ​ການ​ຜັນ​ໄປ​ຂອງ​ປະ​ຫວັດ​ສາດ, ພາຍ​ຫລັງ​ກວ່າ 500 ປີ​ທີ່​ຖືກ​ສູນ​ເສຍ​ໄປ, ໝູ່​ບ້ານ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ຢູ່ ເມືອງ ນາມ​ແຊກ ແຂວງ ຫາຍ​ເຢືອງ ໄດ້​ຮັບ​ການ​ຟື້ນ​ຕົວ ແລະ ພັດ​ທະ​ນາ. ປະ​ຈຸ​ບັນ ໝູ່​ບ້ານ ເຄື່ອງ​ປັ້ນ​ດິນ​ເຜົາຈູ​ເດົ້າ ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໝູ່​ບ້ານ​ອາ​ຊີບດຶງ​ດູດ​ນັກ​ທ່ອງ​ທ່ຽວມາ​ຢ້ຽມ​ຢາມ ແລະ ຊື້​ຜະ​ລິດ​ຕະ​ພັນ ເຄື່ອງ​ປັ້ນ​ດິນ​ເຜົາ ເປັນ​ຈຳ​ນວນ​ຫລວງ​ຫລາຍ. ບົດ​ຂຽນ​ຂອງ​ນັກ​ຂ່າວ​ຫວີງ​ຟອງ ທີ່​ມີ​ຫົວ​ຂໍ້​ວ່າ: ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ​ສິ່ງຍອດ​ຍິ່ງ​ຂອງ​ວັດ​ທະ​ນະ​ທຳ​ຫວຽດ​ນາມ

 

ເຄື່ອງປັ້ນດິນເຜົາ ຈູເດົ້າສິ່ງຍອດຍິ່ງຂອງວັດທະນະທຳຫວຽດນາມ - ảnh 1
ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ
ພາບ:quehuong

        ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ພັດ​ທະ​ນາ​ຢ່າງ​ແຮງ​ທີ່​ສຸດ​ໃນຕະ​ຫລອດ​ສະ​ໄຫມ​ລາດ​ຊະ​ວົງ ລີ - ເຈີນ -ເລ -ມາກ, ແຕ່​ສັດ​ຕະ​ວັດ​ທີ 14 ຮອດ​ສັດ​ຕະ​ວັດ​ທີ 17, ຫລັງ​ຈາກນັ້ນ ຍ້ອນ​ຖືກ​ຜົນ​ສະ​ທ້ອນ​ຈາກ​ສົງ​ຄາມ ສະ​ນັ້ນ ອາ​ຊີບ​ຜະ​ລິດ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າຖືກ​ສູນ​​ຫາຍໄປ​ເກືອບ​ທັງ​ໝົດ. ​ເລື່ອງ​ຟື້ນ​ຕົວ​​ຂອງໝູ່​ບ້ານຜະ​ລິດເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ແມ່ນ​ເລີ່ມ​ມາຈາກ​ຈົດ​ໝາຍ​ສະ​ບັບ​ຫ​ນຶ່ງ​ຂອງ​ທ່ານ Makoto Anabuki, ເລ​ຂາ​​ຜູ້ທີ​່​ຫ​ນຶ່ງ ສະ​ຖານ​ທູດ ຍີ່​ປຸ່ນ ປະ​ຈຳ​ຫວຽດ​ນາມ ສົ່ງ​ເຖິງ​ທ່ານ ໂງ​ຢູຍ​ດົງ, ເລ​ຂາ​ຄະ​ນະ​ພັກ​ແຂວງ ຫາຍ​ຮືງ (ປະ​ຈຸ​ບັນແມ່ນ ແຂວງ ຫາຍ​ເຢືອງ ແລະ ແຂວງ ຮືງ​ອຽນ) ເມື່ອ​ປີ 1980. ​ໃນຈົດ​ໝາຍ​ມີ​ຕອນ​ຂຽນ​ວ່າ:ໃນ​ການ​​ໄປປະ​ຕິ​ບັດ​ງານ​ຢູ່​ຕວກ​ກີ, ທ່ານ​ໄດ້ມີ​ໂອ​ກາດ​ໄດ້​ໄປ​ຢ້ຽມ​ຢາມ​ຫໍ​ພິ​ພິ​ທະ​ພັນ Topkapi Saray ຢູ່ ນະ​ຄອນ​ຫລວງ Istanbul ແລະ ໄດ້​ຮັບ​ຊົມ​ໂຖດອກ​ໄມ້​ເກົ່າ​ແກ່ ສູງ 54 cm ຂອງ ​ຫວຽດ​ນາມ. ຢູ່​ໂຖດອກ​ໄມ້​ນັ້ນໄດ້​​ແຕ້ມ​ຕົວ​ຫນັງ​ສືວ່າ: ປີ 1450, ຊ່າງ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາມີ​ນາມ​ສະ​ກຸນ ບູ່ຍ, ຊາວ ນາມ​ແຊກ(Nam Sach). ທ່ານ ຫງວຽນ​ຫືວ​ຫຽບ, ຮອງ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ຫຸ້ນ​ສ່ວນ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ໃຫ້​ຮູ້​ວ່າ: ຈົດ​ໝາຍ​ສະ​ບັບ​ນັ້ນ​ໄດ້​ກາຍ​ເປັນ​ກຳ​ລັງ​ຫ​ນູນ​ເພື່ອ​ຊອກ​ຫາ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ. ປີ 1983, ວິ​ວັດ​ການ​ຊອກ​ຫາ​ຮ່ອງ​ຮອຍ​ຂອງ​ປະ​ເພດ ເຄື່ອງ​ປັ້ນ​ດິນ​ເຜົາບູ​ຮານ​ຢູ່ ຈູ​ເດົ້າ, ນາມ​ແຊກ ໄດ້​ເລີ່ມ​ປະ​ຕິ​ບັດ​ດ້ວຍ​ການ​ຊອກ​ຄົ້ນ​ຢູ່​​ວັດ​ຖຸ​ບູ​ຮານ​ຢູ່ບໍ​ລິ​ເວນ​ທ້ອງ​ຖິ່ນ. ຮອດ​ປີ 2003, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຫວຽດ​ນາມ ຊອກ​ຄົ້ນ​ໄດ້ ວັດ​​ຖຸ​ພັນເຄື່ອງ​ປັ້ນ​ດິນ​ເຜົາຈູ​ເດົ້າ​ 400.000 ຢ່າງ ໃນ​ກຳ​ປັ່ນ​ລຳ​ຫ​ນຶ່ງ​ຖືກ​ຈົ່ມ​ນ້ຳ​ຢູ່ ກູ​ລາວ​ຈາມ ແຂວງ ກວ໋າງ​ນາມ, ເຮັດ​ໃຫ້​ໂລກ​ມີ​ຄວາມ​ສົນ​ໃຈ​ເຖິງ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງເຄື່ອງ​ປັ້ນ​ດິນ​ເຜົາປະ​ເພດນີ້. ມາ​ຮອດ​ປະ​ຈຸ​ບັນ, ບັນ​ດານັກ​ຮຽນ​ຮູ້​ຄົ້ນ​ຄ້​ວາ​ກ່ຽວ​ກັບສິ​ລະ​ປະ​ກຳເຄື່ອງ​ປັ້ນ​ດິນ​ເຜົາລ້ວນ​ແຕ່​ຮັບ​ຮູ້​ວ່າ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າແມ່ນ​ປະ​ເພດເຄື່ອງ​ປັ້ນ​ດິນ​ເຜົາ​ທີ່​ສວຍງາມ​ຢູ່​ໃນ​ໂລກ​ໃນ​ສັດ​ຕະ​ວັດ​ທີ 14-17.  ຮອດ​ປີ 2001, ບໍ​ລິ​ສັດ​ໃຫ​ຍ່​ການ​ຄ້າ ຮ່າ​ໂນ້ຍ ໄດ້​ເລີ່ມ​ຕົ້ນ​ຄົ້ນ​ຄ້​ວາ, ຟື້ນ​ຕົວເຄື່ອງ​ປັ້ນ​ດິນ​ເຜົາເຄືອບ, ເຕັກ​ນິກ​ການ​ຜະ​ລິດ, ຮູບ​ແບບ​ຜະ​ລິດ​ຕະ​ພັນ, ຈາກນັ້ນ ກໍ່​ສ້າງ​ໝູ່​ບ້ານ​ອາ​ຊີບ​ຜະ​ລິດເຄື່ອງ​ປັ້ນ​ດິນ​ເຜົາຈູ​ເດົ້າ​ຄືນ​ໃຫມ່. ທ່ານ ຫງວຽນ​ຫືວ​ຫຽບ, ຮອງ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ຫຸ້ນ​ສ່ວນ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ໃຫ້​ຮູ້​ວ່າ:

        “ຜ່ານ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ຊອກ​​ໄດ້​ວິ​ທີ​ເຄືອບ​ຂອງ ເຄື່ອງ​ປັ້ນ​ດິນ​ເຜົາ​ຈູ​ເດົ້າ. ກ່ອນນີ້ ຄົນ​ລຸ້ນກ​ອ່ນ​ ບໍ່​ນຳ​ໃຊ້​ເຄ​ມີໃນ​ການຜະ​ລິດ​ເຄືອບ​ເຄື່ອງ​ປັ້ນ​ດິນ​ເຜົາ ​ພຽງ​ແຕ່​ເອົາ​ສິ່ງ​ທີ່​ມີ​ຢູ່​​ແລ້ວໃນ​ທຳ​ມະ​ຊາດ. ປະ​ຈຸ​ບັນ ​ພວກ​ຂ້າ​ພະ​ເຈົ້າ​ເອົາ​​ເຂົ້າແກບ​ຂອງ​ເຂົ້າ​ຫນຽວ​ເພື່ອ​​ນຳ​ໃຊ້​ໃນ​ການຜະ​ລິດ​ເຄືອບ. ນ້ຳ​ມືກ​ແມ່ນ​ນຳ​ໃຊ້​ສິ່ງ​ທີ່​ມີ​ໃນ​ທຳ​ມະ​ຊາດ. ສະ​ນັ້ນ ເຄື່ອງ​ປັ້ນ​ດິນ​ເຜົາຈູ​ເດົ້າ​ບໍ່​​ນຳ​ໃຊ້​ເຄ​ມີເພື່ອ​ຜະ​ລິດ ແລະ ​ຍັງຮັກ​ສາ​​​ການເຄືອບ​ບູ​ຮານ​ໃນ​ເມື່ອ​ກ່ອນ​ໄວ້​ໄດ້.”

ເຄື່ອງປັ້ນດິນເຜົາ ຈູເດົ້າສິ່ງຍອດຍິ່ງຂອງວັດທະນະທຳຫວຽດນາມ - ảnh 2
ນັກ​ສິ​ລະ​ປະ​ການ​ແຕ້ມ​ລ​ວດ​ລາຍ​ໃສ່​ເຄື່ອງ​ປັ້ນ​ດິນ​ເຜົາ

        ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ໄດ້​ຮັບ​ຖື​ວ່າ​ແມ່ນ​ເຄື່ອງ​ປັ້ນ​ດິນ​ເຜົາ​ແຫ່ງ​ສາ​ສະ​ຫ​ນາ ຍ້ອນ​ບັນ​ດາ​ລວ​ດ​ລາຍ​ລະ​ອຽດ​ລະ​ອໍ​ໃນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ລ້ວນ​ແຕ່​ມີ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ສາ​ສະ​ຫ​ນາ​ພຸດ ແລະ ​ຂົງ​ຈຶ້ພິ​ເສດ​ບັນ​ດາ​ຜະ​ລິດ​ຕະ​ພັນ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ງາມ​ແບບ​ທຳ​ມະ​ດາ​ສາ​ມັນ​ຂອງ​ຊາວ​ຫວ​ຽດ​ນາມ, ເປັນ​ສັນ​ຍາ​ລັກ​ຂອງ​ພື້ນ​ຖານ​ອະ​ລິ​ຍະ​ທຳ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ. ບັນ​ດາ​ລວດ​ລາຍທີ່​ປະ​ດັບ​ປະ​ດາ​​ໃສ່​ຜະ​ລິດ​ຕະ​ພັນເຄື່ອງ​ປັ້ນ​ດິນ​ເຜົາຈູ​ເດົ້າ​ ເຮັດ​ໃຫ້​ຜູ້​ຊົມ​ເຫັນ​ໄດ້​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ຫວຽດ​ນາມ.

        ຜະ​ລິດ​ຕະ​ພັນ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ແຕ່ກ​ອ່ນ​ມາ​ຮອດ​ປະ​ຈຸ​ບັນ ພຽງ​ແຕ່​ເຮັດ​ດ້ວຍ​ສ​ີ​ມື​​ອັນ​ຄ່ອງ​ແຄ້ວ​ຂອງ​ບັນ​ດາ​ນັກ​ສິ​ລະ​ປະ​ການ, ບັນ​ດາ​ຊ່າງ​ຜະ​ລິດ ເຄື່ອງ​ປັ້ນ​ດິນ​ເຜົາ ຈາກຂັ້ນ​​​ຕອນປັ້ນ, ຫລໍ່ ຕະ​ຫລອດ​ຮອດ​ການ​ແຕ້ມ​ລວດ​ລາຍ. ຍ້ອນ​ເຫດນັ້ນ ຈຶ່ງ​ເຮັດ​ໃຫ້ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ​ມີ​ຄວາມ​ແຕກຕ່າງ​​ກັບ​ ເຄື່ອງ​ປັ້ນ​ດິນ​ເຜົາ ປະ​ເພດ​ອື່ນ. ນັກ​ສິ​ລະ​ປະ​ການ ເຈີນ​ທິ​ງ່ານ, ​ຊື່ງ​ແມ່ນຫ​ນຶ່ງ​ໃນ​ບັນ​ດາ​ຜູ້​ທຳ​ອິດ​ໄດ້​ຮັບ​ການ​ບຳ​ລຸງ​ສ້າງ​ເມື່ອ​ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ​ຈູ​ເດົ້າ​ໄດ້​ຮັບ​ການ​ຟື້ນ​ຕົວ ໃຫ້​ຮູ້​ວ່າ:

        “ໝູ່​ບ້ານ​ອາ​ຊີບ​ແຕ່​ລະ​ແຫ່ງ ລ້ວນ​ແຕ່​ມີ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແຕ່​ໝູ່​ບ້ານ​ອາ​ຊີບ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ແມ່ນ​ລົງ​ເລິກ​ບັນ​ດາ​ລວດ​ລາຍ​ທີ່​ຕິດ​ພັນ​ກັບ​ການ​ຜ​ະ​ລິດ​ກະ​ສິ​ກຳ, ຊີ​ວິດ​ປະ​ຈຳ​ວັນ​ຂອງ​ປູ່​ຍ່າ​ຕາ​ຍາຍ​ໃນ​ເມື່ອ​ກ່ອນ. ຮຽນ​ອາ​ຊີບ ພິ​ເສດ​ແມ່ນ​ອາ​ຊີບ​ແຕ້ມ​ລວດ​ລາຍບໍ່​ງ່າຍ​ຄື​ດັ່ງ​ອາ​ຊີບ​ອື່ນ. ເພື່ອ​ກາຍ​ເປັນ​​ນາຍຊ່າງ​ເກັ່ງ​ຕ້ອງ​ເສຍ​ເວ​ລາ​ນັບ​​ຫນຶ່ງປີ ແລະ ຕ້ອງ​ສຸດ​ຈິດ​ສຸດ​ໃຈ​ກັບ​ອາ​ຊີບ.”

        ພ້ອມ​ກັບ​ການ​ຟື້ນ​ຕົວ​ອາ​ຊີບ​ຜະ​ລິດ ເຄື່ອງ​ປັ້ນ​ດິນ​ເຜົາ, ບໍ​ລິ​ສັດ​ຫຸ້ນ​ສ່ວນ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ໄດ້​ພ້ອມ​ກັບ​ວິ​ສາ​ຫະ​ກິດ, ປະ​ຊາ​ຊົນ ເລີ່ມ​ຕົ້ນ​ເອົາ​ໃຈ​ໃສ່​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ໝູ່​ບ້າ​ນ​ອາ​ຊີບ. ຈາກ​ການກໍ່​ສ້າງ​ຫ້ອງວາງ​ສະ​ແດງກວ້າງ​ນັບ​ພັນໆ​ຕາ​ລາງ​ແມັດ ເພື່ອ​ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຄື່ອງ​ປັ້ນ​ດິ​ນ​ເຜົາ​ບູ​ຮານ​ຄືນ​ໃຫມ່​ຕະ​ຫລອດ​ຮອດ​ການກໍ່​ສ້າງ​ສວນ ເຄື່ອງ​ປັ້ນ​ດິນ​ເຜົາ, ຫໍ​ບູ​ຊາ​ຜູ້ກໍ່​ຕັ້ງ​ອາ​ຊີບ ເຄື່ອງ​ປັ້ນ​ດິນ​ເຜົາ. ທ່ານ ຫງວຽນ​ຫືວ​ຫຽບ, ຮອງ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ຫຸ້ນ​ສ່ວນ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ໃຫ້​ຮູ້​ວ່າ:

“ການ​ກຳ​ນົດທິດ​ພັດ​ທະ​ນາ​ປະ​ເພດ ເຄື່ອງ​ປັ້ນ​ດິນ​ເຜົາຈູ​ເດົ້າ​ໃຫ້​ກາຍ​ເປັນ​ປະ​ເພດ ເຄື່ອງ​ປັ້ນ​ດິນ​ເຜົາ​ສິ​ລະ​ປະ​ກຳ​ມີ​ຄຸນ​ນະ​ພາບ​ສູງ​ຂອງ​ຫວຽດ​ນາມ ແລະ ໂລກ, ສະ​ນັ້ນ ບັນ​ດາ​ຜະ​ລິດ​ຕະ​ພັນ​ຕ້ອງ​ສະ​ອາດ, ບໍ່​ກໍ່​ມົນ​ລະ​ພິດ ແລະ ມີ​ດ້ານ​ສິ​ລະ​ປະ​ກຳ​ສູງ. ພວກ​ຂ້າ​ພະ​ເຈົ້າ​ຈະ​ສ້າງ​ເຂດ​ອາ​ຊີບ, ໝູ່​ບ້ານ​ອາ​ຊີບ​ແຫ່ງ​ຫນຶ່ງ​ເພື່ອ​ໃຫ້​ແຂກ​​ທ່ອງ​ທ່ຽວ​ທັງ​ຢ​ູ່ພາຍ​ໃນ ແລະ ຕ່າງ​ປະ​ເທດ​ມາ​ຢ້ຽມ​ຊ​ົມ, ທັງ​ນີ້​ກໍພັດ​ທະ​ນາ​ການ​ທ່ອງ​ທ່ຽວ. ປະ​ຈຸ​ບັນ ນອກ​ຈາກ​ການ​ຜະ​ລິດ​ແລ້ວ, ພວກ​ຂ້າ​ພະ​ເຈົ້າ​ກໍ​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ທັດ​ສະ​ນີ​ຍະ​ພາບ, ສິ່ງ​ແວດ​ລ້ອມ ເພື່ອ​ຮັບ​ໃຊ້​ການ​ທ່ອງ​ທ່ຽວ.”

ປະ​ຈຸ​ບັນ ມີ ຫໍ​ພິ​ພິ​ທະ​ພັນ 46 ແຫ່ງ ຢູ່ 32 ປະ​ເທດ​ໃນ​ໂລກ ແລະ ພາກ​ພື້ນ ພວມ​ວາງ​ສະ​ແດງ ເຄື່ອງ​ປັ້ນ​ດິນ​ເຜົາ​ບູ​ຮານ ຈູ​ເດົ້າ. ຜູ້​​ຊົມໃຊ້​​ຂອງ 20 ປະ​ເທດ​ໃນ​ໂລກ​ໄດ້​ນຳ​ໃຊ້ຜະ​ລິດ​ຕະ​ພັນ​ຂອງ​ໝູ່​ບ້ານ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ. ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ໄດ້​ກາຍ​ເປັນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ສິ​ລະ​ປະ​ ​ການ​ຜະ​ລິດເຄື່ອງ​ປັ້ນ​ດິນ​ເຜົາ ຫວຽດ​ນາມ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ