ໂຄງການ ຮະໂຮ່ຍ ປີ 2025 - ເຊື່ອມຕໍ່ສິລະປະຂັບຕ່ວງ ແລະ ມວນຊົນທັນສະໄໝ.
Huyen Trang -  
(VOVWORLD) -ໃນສິລະປະຂັບຕ່ວງ, ຮະໂຮ່ຍ ແມ່ນຕອນສຸດທ້າຍຂອງລາຍການ ເພື່ອກະກຽມການສະແດງຕອນໃໝ່. ບັນດາເພື່ອນໝຸ່ມນິຍົມສິລະປະພື້ນເມືອງ ໄດ້ຕັ້ງຊື້ນີ້ໃຫ້ແກ່ໂຄງການອະນຸລັກຂັບຕ່ວງ ດ້ວຍຄວາມຫວັງສ້າງໜ້າປະຫວັດສາດໃໝ່ ໃຫ້ປະເພດສິລະປະພື້ນເມືອງ ທີ່ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນຊີວິດຍຸກທັນສະໄໝ.
ໂຄງການ ຮະໂຮ່ຍ ດ້ວຍຈຸດສຸມແມ່ນຂັບຕ່ວງ |
ຮະໂຮ່ຍ ປີ 2025 ລວມມີບັນດາການເຄື່ອນໄຫວຄື Talk show, ລາຍການຄົ້ນຫາສິລະປະຜະລິດ podcast ແລະ ຮູບເງົາເອກະສານ ແນະນນຳບັນດາຄຸນຄ່າ ແລະ ຈຸດທີ່ຍອດຍິ່ງຂອງຂັບຕ່ວງ. “ຮະໂຮ່ຍTalk show - The next chater” ແມ່ນເຫດການເປີດສາກໂຄງການ ຮະໂຮຍ ປີ 2025 ຈັດຂຶ້ນຢູ່ ຮ່າໂນ້ຍ ເມືອວັນທີ 14 ກໍລະກົດ ອັນໄດ້ດຶງດູດເພື່ອນໜຸ່ມຫຼາຍຄົນເຂົ້າຮ່ວມ. ທ່ານ ຕະວັນຊົບ ອະດີດຮອງຫົວໜ້າໂຮງລະຄອນຂັບຕ່ວງ ຫວຽດນາມ ໃຫ້ຮູ້ວ່າ:
“ຂັບຕ່ວງ ແມ່ນປະເພດສິລະປະພື້ນເມືອງຂອງ ຫວຽດນາມ ມີໄລຍະພັດທະນາຍາວນານ. ນັບແຕ່ສະຕະວັດທີ XVII – XIX ໃນລາດຊະວົງ ຫງວຽນ ມີບາງໄລຍະທີ່ຂັບຕ່ວງຈັດເຂົ້າປະເພດລະຄອນຊາດ. ບັນດາຜູ້ແຕ່ງບົດລະຄອນຕ່ວງ ແມ່ນເຈົ້າເສນາອາມາດມີຄວາມຮູ້ສູງ, ຊ້ຳບໍ່ໜຳເຈົ້າຊີວິດ ຕຶດຶກ ກໍ່ໄດ້ເຂົ້າຮ່ວມໃນການຮຽບຮຽງບົດລະຄອນຕວ່ງ”.
ແລະ ກໍ່ໃນເຫດການເປີດສາກ, ນັກສິລະປະການ ສິລະປິນທີ່ມີຊື່ສຽງ ຜູ້ໄດ້ສະຫງວນຕະຫຼອດຊີວິດ ໃນການສະແດງຮັກສາຂັບຕ່ວງຄື ທ່ານ ຕະວັນຊົບ ໄດ້ມີການໂອ້ລົມສົນທະນາກັບບັນດາສິລະປິນບັນດາຜູ້ແຕ່ງບົດລະຄອນຕ່ວງ ເຊິ່ງໄດ້ປຸກລຸກຄວາມຮັກສິລະປະພື້ນເມືອງ ແລະ ໄດ້ເຊື່ອມຕໍ່ລະຫວ່າງສິລະປິນລຸ້ນຕ່າງໆ ກັບຜູ້ຊົມໜຸ່ມໃນສະໄໝດີຈີຕອນ. ສິລະປິນໜຸ່ມ ຫງວຽນທິແທັງເຟືອງ ໃຫ້ຮູ້ວ່າ:
“ໂຄງການມີລັກສະນະວົງຄະນາຍາດ ດັ່ງນັ້ນສາມາດເຂົ້າເຖິງຜູ້ຊົມຢ່າງສະດວກສະບາຍ. ພວກຂ້າພະເຈົ້າໄດ້ນຳທຸກສິ່ງທີ່ຊື່ສັດທີ່ສຸດມາສູ່ຜູ້ຊົມ. ເມື່ອເຂົ້າຮ່ວມການເຄື່ອນໄຫວຂອງ ຮະໂຮ່ຍ, ຂ້າພະເຈົ້າຮູ້ສຶກດີໃຈ ຍ້ອນວ່າ ໄດ້ທຳການສະແດງຢູ່ບັນດາເວທີສະແດງທີ່ແຕກຕ່າງກັນ. ພິເສດຜູ້ຊົມໄດ້ມາຊອກຮູ້ ລ້ວນແຕ່ແມ່ນຜູ້ຊົມໜຸ່ມ. ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າ ຮະໂຮ່ຍ ໄດ້ເຮັດໃຫ້ບັນດາເພື່ອນໜຸ່ມມີຄວາມຊົມຊອບສິລະປະພື້ນເມືອງ”.
ຮູບເງົາເອກະສານ “ຮະໂຮ່ຍ - ມ້ອງກີ໊ເໝິ໊ນຕ່ວງ” ຂອງຜູ້ກຳກັບການສະແດງຂອງ ຫວຽນຶ໊ວຖາຍເຊີນ ກໍ່ແມ່ນສ່ວນໜຶ່ງພິເສດຂອງໂຄງການ ຮະໂຮ່ຍ ປີ 2025. ຮູບເງົາຖືກຖ່າຍທຳຢູ່ ຝູເໝິ໊ນ ເຊິ່ງແມ່ນໝູບ້ານມີມູນເຊື້ອສິລະປະຂັບຕ່ວງຢູ່ ແຂວງ ບັກນິງ. ໂດຍໄດ້ເຄີຍຮ່ຳຮຽນຢູ່ ການາດາ ເປັນເວລາຫຼາຍປີ ແລະ ສາມາດເຂົ້າໃຈກ່ຽວກັບຄວາມນິຍົມຂອງຊາວຕ່າງປະເທດ, ຖາຍເຊີນ ໄດ້ເລືອກເອົາການສະແດງຮູບພາບ ແລະ ເລົ່າເລື່ອງກ່ຽວກັບລະຄອນຕ່ວງ. ນັ້ນແມ່ນການໂອ້ລົມສົນທະນາຂອງເພື່ອນໜຸ່ມໃນວັນນີ້ກັບມໍລະດົກທີ່ມີມາແຕ່ດົນນານຂອງປູ່ຍ່າຕາຍາຍ. ຜູ້ກຳກັບການສະແດງຂອງ ຫງວຽນຫຶ໊ວຖາຍເຊີນ ໃຫ້ຮູ້ວ່າ:
“ໄດ້ຮັບຊົມ ທຸກໆຄົນສະແດງເຊັ່ນນີ້ ບົນເວທີສະແດງ, ເບິ່ງຄືວ່າແມ່ນງ່າຍດາຍທີ່ສຸດ. ແຕ່ເພື່ອມີບົດຂັບຕ່ວງ ຫຼື້ ຈັງຫວະສະແດງດ້ວຍມືນັ້ນ, ສິລະປິນຕ້ອງເສຍເວລາຫຼາຍປີ ຈຶ່ງຈະມີໄດ້”.
ຮະໂຮ່ຍ ປີ 2025 ໄດ້ດຳເນີນນັບແຕ່ເດືອນ ກໍລະກົດ ປີ 2025 ຫາເດືອນ ມິຖຸນາ ປີ 2026. ນອກຈາກເຫດການ ຮະໂຮ່ຍ Talk show - The next chater” ແລະ ຜະລິດຕະພັນຮູບເງົາ “ຮະໂຮ່ຍ - ມ້ອງກີ໊ເໝິ໊ນຕ່ວງ” ໂຄງການຍັງມີບັນດາການເຄື່ອນໄຫວໂດຍກົງ ແລະ ຜ່ານ ດີຈີຕອນແຟດຟອມອື່ນໆ. ນາງ ບຸ່ຍອ໊ຽນລິງ ຫົວໜ້າຄະນະຄຸ້ມຄອງໂຄງການ ໃຫ້ຮູ້ວ່າ:
“ໃນໂຄງການນີ້ພວກຂ້າພະເຈົ້າຢາກເນັ້ນໜັກເຖິງປັດໄຈປະຈຳຖິ່ນກ່ຽວຂ້ອງເຖິງວັດທະນະທຳທ້ອງຖິ່ນ. ພວກຂ້າພະເຈົ້າຢາກໃຫ້ທຸກໆຄົນສາມາດຄົ້ນຫາເວທີສະແດງສິລະປະພື້ນເມືອງຢູ່ບໍ່ວ່າແຫ່ງໃດພິເສດຢູ່ໃນຂົງເຂດທີ່ກ່ຽວຂ້ອງເຖິງວັດທະນະທຳໝູ່ບ້ານ ຍ້ອນວ່າ ນີ້ແມ່ນແຫ່ງໄດ້ຫຼໍ່ລ້ຽງ ແລະ ສ້າງຄຸນຄ່າພື້ນເມືອງຂອງຂັບຕ່ວງ”.
ໂຄງການ ຮະໂຮ່ຍ ປີ 2025 ໄດ້ສະແດງໃຫ້ເຫັນສັນຍານອັນຕັ້ງໜ້າວ່າ ໄວໜຸ່ມຍັງຄົງຊົມຊອບ ແລະມີຄວາມຫວັງຢາກປະກອບສ່ວນຮັກສາ ແລະ ຂະຫຍາຍສິລະປະພື້ນເມືອງ. ຄວາມມານະພະຍາຍາມເຫຼົ່ານີ້ ຈະຊ່ວຍໃຫ້ສິລະປະພື້ນເມືອງໃນນັ້ນມີຂັບຕ່ວງ ແຜ່ກະຈາຍຢ່າງແຂງແຮງໃນຊຸມຊົນ ແລະ ສາມາດເຊື່ອມຕໍ່ກັບມວນຊົນໜຸ່ມຢ່າງສະດວກສະບາຍ.
Huyen Trang