ຊາວ ຮ່າຍີ່ໃນປະຊາຄົມບັນດາຊົນເຜົ່າ ຫວຽດນາມ

(vovworld)ໂດຍແມ່ນຊົນເຜົ່າສ່ວນໜ້ອຍທີ່ດຳລົງຊີວິດຕົ້ນຕໍຢູ່ເຂດພູສູງທາງທິດຕາເວັນຕົກສ່ຽງເໜືອ, ຊາວເຜົ່າ ຮ່າຍີ່ມີພື້ນຖານວັດທະນະທຳທີ່ເປັນເອກະລັກສະເພາະ,​ແລະເຂັ້ມຂຸ້ນໄປດ້ວຍສີສັນຂອງ​ຊົນ​ເຜົ່າ​ຕົນ. ບົດ​ຂຽນ “ຊາວ ຮ່າ​ຍີ່​ໃນ​ປະຊາ​ຄົມ​ບັນດາ​ຊົນ​ເຜົ່າ ຫວຽດນາມ“ ຂອງ ​ແທງ​ຖູ​ຍ, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ.

ຊາວ ຮ່າຍີ່ໃນປະຊາຄົມບັນດາຊົນເຜົ່າ ຫວຽດນາມ - ảnh 1
ຊາວ ຮ່າຍີ່ (ພາບອິນເຕີແນັດ)

ປະຈຸ​ບັນ, ຊົນ​ເຜົ່າ ຮ່າ​ຍີ່​ມີ​ພົນລະ​ເມືອງ​ປະມານ 21.700 ຄົນ, ​ເຊິ່ງອາ​ໄສ​ຕົ້ນຕໍ​ຢູ່​ບັນດາ​ແຂວງ ລາຍ​ເຈົາ, ອຽນ​ບ໋າ​ຍ, ລາວ​ກາຍ ​ແລະ​ບາງ​ແຂວງ​ຢູ່​ລຽບ​ຕາມ​ຊາຍ​ແດນ ຫວຽດນາມ - ຈີນ, ຫວຽດນາມ - ລາວ. ປະຈຸ​ບັນ, ຊາວ ຮ່າ​ຍີ່​ໄດ້​ດຳລົງ​ຊີວິດ​ຢູ່​ຄົງ​ທີ່, ​ແຕ່​ລະ​ບ້ານ​ມີ​ປະມານ 60 ຄອບຄົວ. ຊາວ​ເຜົ່າ ຮ່າ​ຍີ່​ເຄີຍ​ເລືອກ​ບ່ອນອາ​ໄສ​ຢູ່​ຮ່ອມ​ພູ ກາງ​ເນີນ​ພູ, ​ເຊິ່ງ​ແມ່ນ​ບ່ອນ​ທີ່​ມີ​ແຫຼ່ງນ້ຳ​ຮັບ​ໃຊ້​ໃຫ້​ແກ່​ການ​ດຳ​ເນີນ​ຊີວິດ ​ແລະ ການ​ຜະລິດ. ຍ້ອນ​ເຫດ​ນັ້ນ, ບັນດາ​ໝູ່​ບ້ານ​ຂອງ​ຊາວ ຮ່າ​ຍີ່ ​ເຄີຍ​ມີ​ທີ​ວທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ. ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ຊົນ​ເຜົ່າ ​ເລິ​ມບ໋າ​ນາມ, ​ໃຫ້​ຮູ້​ວ່າ:

        “ຊົນ​ເຜົ່າ ຮ່າ​ຍີ່ ​ແມ່ນ​ຊົນ​ເຜົ່າ​ທີ່​​ໄດ້ຍົກຍ້າຍ​ຈາກ​ທິດ​ເໜືອມາ ຫວຽດນາມ​ ນັບ​ແຕ່​ກ່ອນ​ນີ້ສອງ, ສາມ​ຮ້ອຍປີ. ​ເຂົາ​ເຈົ້າ​ເຄີຍ​ດຳລົງ​ຊີວິດ​ຢູ່​ເຂດ​ພູ​ສູງ, ​ແລະ​ ມີ​ສີສັນ​ວັດທະນະທຳ​ທີ່ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ. ​ໃນ​ນັ້ນ​ມີ​ເຄື່ອງນຸ່ງ. ສ່ວນງານ​ບຸນ​ຂອງ​ຊາວ ຮ່າ​ຍີ່​ກໍ່​ມີ​ຄວາມໃກ້ຊິດກັບ​ປ່າ, ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສະໜິດ​ຕິດ​ພັນ​ຂອງ​ເຂົາ​ເຈົ້າກັບ​ທຳມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​.“

        ໝູ່​ບ້ານ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່​ມີ​ຈຸດ​ພິ​ເສດ​ທີ່​ສຸດ. ເຮືອນ​​ຂອງ​ຊາວ ຮ່າ​ຍີ່ອີງ​ຫຼັງ​ໃສ່​ພູ ​ແລະ ປະຕູ​ມຸ່ງ​ໃສ່​ຮ່ອມ​ພູ​ເພື່ອ​ໃຫ້​ຊັບ​ສິນ​ຍາມ​ໃດ​ກໍ່​ເຕັມເຮືອນ. ສັງ​ເກດ​ຈາກ​ທາງ​ໄກ​ກໍ່​ເຫັນ​ວ່າ​ເຮືອນ​​ຂອງ​ຊາວ ຮ່າ​ຍີ່​ ປຽບ​ເໝືອນ​​​ດອກ​ເຫັດພວມປົ່ງ​ຂຶ້ນ​ຢູ່ຕາມ​ເນີນ​ພູ, ​ເຮັດ​ໃຫ້​ບັນດາ​ໝູ່​ບ້ານ​ນ້ອຍໆ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່​ ງາມ​ດັ່ງ​ພາບ​ແຕ້ມ. ​ຝາເຮືອນ​ຂອງ​ຊາວ ຮ່າ​ຍີ່​ເຮັດ​ດ້ວຍ​ດິນ, ​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ດິນ​ຟ້າ​ອາກາດ​ຢູ່​ເຂດ​ພູດ​ອຍ. ​ເຮືອນ​ເຫຼົ່າ​ນັ້ນ, ຈະ​ສ້າງ​ຄວາມ​ອົບ​ອຸ່ນ​ໃນ​ລະດູ​ໜາວ ​ແລະ ສ້າງ​ຄວາມ​ເຢັນ​ໃນ​ລະດູ​ຮ້ອນ. ທ່ານ ຫງວຽນ​ຮື້​ວ​ເຊ​ີນ, ພະນັກງານ​ພະ​ແນ​ກວັດທະນະທຳ ຖະ​ແຫຼ​ງຂ່າວ​ແຂວງ ລາຍ​ເຈົາ, ​ໃຫ້​ຮູ້​ວ່າ:

        “ຊາວ ຮ່າ​ຍີ່​ມີ​ມໍລະດົກ​ວັດທະນະທຳ​ທີ່​ພົ້ນ​ເດັ່ນ ​ແລະ ​ແຕກ​ຕ່າງ​ກັນ​ກັບ​ຫຼາຍ​ຊົນ​ເຜົ່າ​ອື່ນໆ ນັ້ນ​ແມ່ນ​ຝາເຮືອນ​ເຮັດ​ດ້ວຍ​ດິນ. ​ເຮືອນ​ທັງ​ແມ່ນ​ບ່ອນຢູ່​ອາ​ໄສ​ຂອງ​ຄອບຄົວ, ທັງ​ແມ່ນ​ບ່ອນ​ດຳ​ເນີນ​ຊີວິດ​ຂອງ​ທັງ​ປະຊາ​ຄົມ. ​ເຮືອນ​ແຕ່​ລະ​ຫຼັງ​ແມ່ນ​ຫົວໜ່ວຍ​ເສດຖະກິດ​ໜຶ່ງ, ​ສະ​ແດງ​ໃຫ້​ເຫັນ​ການ​ປະພຶດ​ທີ່​ເປ​ັນ​ເອກະລັກ​ສະ​ເພາະຕໍ່​ສິ່ງ​ແວດ​ລ້ອມອ້ອມ​ຂ້າງ. ພຽງ​ແຕ່​ຄົ້ນ​ຄ້ວາ​ເຮືອນ​ເທົ່າ​ນັ້ນ​ກໍ່​ສາມາດ​ຄົ້ນ​ເຫັນ​ວັດທະນະທຳ​ພິ​ເສດສະ​ເພາະ​ຫຼາຍ​ຢ່າງ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່​ໄດ້“.

ຊາວ ຮ່າຍີ່ໃນປະຊາຄົມບັນດາຊົນເຜົ່າ ຫວຽດນາມ - ảnh 2


ຊາວ ຮ່າ​ຍີ່ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຊົນ​ເຜົ່າ​ທີ່​ມີ​ມູນ​ເຊື້ອ​ບຸກ​ເບີກ​ນາ​ຂັ້ນ​ໄດ ​ແລະ ຂຸດ​ເໝືອງ​ຄູນ​ຝາຍ​ເອົາ​ນ້ຳ. ​ໃນ​ການ​ຜະລິດ​ກະສິກຳ, ຊາວ ຮ່າ​ຍີ່​ປູກ​ເຂົ້າ, ​ເຮັດ​ນາ​ເປັນ​ຕົ້ນ, ​ແຕ່​ມີ​ບາງ​ແຫ່ງ​ຍັງເຮັດ​ໄຮ່. ​ເຂົາ​ເຈົ້າ​ເຄີຍ​ໃຊ້​ ງົວ, ຄວາຍ​​ ​ໄຖ,  ຄາດນາ ​ແລະ ​ເຮັດ​ສວນ​ຢູ່​ຂ້າງ​ເຮືອນ. ຊາວ ຮ່າ​ຍີ່​ປູກຝັງ, ລ້ຽງສັດ​ເກັ່ງ​ທີ່​ສຸດ ​ແລ​ະ ມີ​ອາຊີບ​ຫັດຖະກຳ​ພັດທະນາ, ພິ​ເສດ​ແມ່ນ​ການ​ຖັກ​ສານ, ຕຳ່​ຫູກ ​ແລະ ຍ້ອມ​ສີ. ​ເຖິງ​ວ່າ​ປະຈຸ​ບັນ​ການ​ແລກປ່ຽນ​ດ້ານ​ເສດຖະກິດ​ໄດ້​ມີ​ຄວາມ​ສະດວກ​ສະບາຍ​ແລ້ວ​ກໍ່ຕາມ, ​ແຕ່​ຊາວ ຮ່າ​ຍີ່​ສ່ວນ​ຫຼາຍ​ຍັງ​ຕຳ່​ຜ້າ​ເອງ. ​ຍ້ອນ​ເຫດ​ນັ້ນ, ຊາວ​ເຜົ່າ ຮ່າ​ຍີ່ຈຶ່ງ​ແມ່ນ​ໜຶ່ງ​ໃນ​ບັນດາຊົນ​ເຜົ່າທີ່​ມີ​ຊຸດ​ອາພອນ​ປະຈຳ​ເຜົ່າ​ງາມ​ທີ່​ສຸດ ​ແລະ ຕ່າງ​ຈາກກັບ​ຊົນ​ເຜົ່າ​ອື່ນໆ. ນີ້​ກໍ່​ແມ່ນ​ຈຸ​ດພິ​ເສດ​ເພື່ອ​ຈຳ​ແນ​ກຊົນ​ເຜົ່າ ຮ່າ​ຍີ່​ ກັບ​ຊົນ​ເຜົ່າ​ອື່ນ.

        ຊົນ​ເຜົ່າ ຮ່າ​ຍີ່​ມີ​ພື້ນຖານ​ວັດທະນະທຳ​ທີ່​ມີ​ມາ​ແຕ່​ດົນ​ນານ, ​ແລະ ​ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີສັນ​ຊາດ. ບັນດາ​ງານ​ບຸນ​ເຊັ່ນ: ບຸນປີ​ໃໝ່, ບຸນ​ບູຊາ​ເທວະ​ດາ​ປ່າ, ງານ​ບຸນ​ຫົ່ມ​ຜ້າ​ຫົ່ມ… ຂອງ​ຊາວ ຮ່າ​ຍີ່​ມີ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ ​ແລະ ມີ​ລັກສະນະ​ວັດທະນະທຳ​ມະນຸດ​ຢ່າງ​ເລິກ​ເຊິ່ງ, ສະ​ແດງ​ໃຫ້​ເຫັນ​ຄວາມ​ໃກ້ຊິດ​ຕິດ​ພັນລະຫວ່າງ​ຄົນ ​ກັບ​ທຳ​ມະ​ຊາດ. ​ໃນ​ນັ້ນ​ບຸນປີ​ໃໝ່​ແມ່ນ​ງານ​ບຸນ​ໃຫຍ່ ​ແລະ​ມີ​ມາ​ແຕ່​ດົນ​ນານ​ທີ່​ສຸດ​. ງານ​ບຸນ​ມີ​ຄວາມ​ໝາຍ​ພາວະນາ​ຂໍ​ໃຫ້​​ເທວະ​ດາ​ບັນດານ​ໃຫ້​ລະດູ​ການ​ປູກຝັງ​ໄດ້​ຮັບ​ຜົນ​ດີ, ມີ​ຊີວິດ​ຢູ່​ເຢັນ​ເປັນ​ສຸກ. ງານ​ບຸນ​ນີ້​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສະໜິດ​ຕິດ​ພັນ​ໃນ​ປະຊາ​ຄົມ​ອີກດ້ວຍ. ທ່ານ ​ເລິ​ມບ໋າ​ນາມ, ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “ບຸນປີ​ໃໝ່​ແມ່ນ​ງານ​ບຸນ​ທີ່​ຕິດ​ພັນ​ກັບ​ປະຫວັດສາດ, ວັດທະນະທຳ​ຂອງ​ຊາວ ຮ່າ​ຍີ່. ສຳລັບ​ປະຊາຊົນ​ໃນ​ເຂດ​ພູ​ສູງ, ບັນດາ​ງານ​ບຸນ​ມີ​ຄວາມ​ໝາຍ​ພາວະນາ​ຂໍ​ໃຫ້​ການ​ປູກຝັງ​ໄດ້​ຮັບ​ຜົນ​ດີ ​ແລະ ທຸກ​ສິ່ງ​ທຸກ​ຢ່າງ​ເກີດ​ດອກ​ອອກ​ຜົນ. ດ້ານ​ອື່ນ, ມັນສະ​ແດງ​ໃຫ້​ເຫັນ​ລັກສະນະ​ປະຊາ​ຄົມ​ໃນ​ການ​ອະນຸລັກ​ຮັກສາ​ວັດທະນະທຳ​ຊົນ​ເຜົ່າອີກ“.

ໃນ​ຊີວິດ​ທາງ​ດ້ານ​ຈິດ​ໃຈ, ​ຊາວ​ເຜົ່າ ຮ່າ​ຍີ່​ກໍ່​ມີ​ຫຼາຍທຳນອງ​ເພງຄື: ຂັບ​ກ່ອມລູກ, ຂັບ​ກ້ຽວ​ກັນ, ຂັບ​ເຊີນ​ດື່ມ​ເຫຼົ້າ, ຂັບ​ອວຍພອນ​ເຮືອນ​ໃໝ່…, ມີຫຼາຍ​ວາດ​ຟ້ອນ, ມີ​ເຄື່ອງ​ດົນຕີ​ຫຼາຍ​ປະ​ເພດ ​ແລະ ຫຼາຍ​ບົດ​ປະພັນ​ວັນນະຄະດີ​ພື້ນ​ເມືອງ​ເຊັ່ນ: ​ເທບ​ນິຍາຍ, ສຸພາສິດ, ຄຳ​ຜະຫຍາ. ປະຈຸ​ບັນ, ​ເຖິງ​ວ່າຊີວິດ​ທາງ​ດ້ານ​ວັດທະນະທຳ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່​ໄດ້​ມີ​ການ​ປະສົມປະສານ​ກັບ​​ພື້ນຖານ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ອື່ນໆ​ແລ້ວ​ກໍ່ຕາມ, ​ແຕ່​ຊາວ​ເຜົ່າ ຮ່າ​ຍີ່​ຍັງ​ຄົງ​ຮັກສາບັນດາ​ຮີດຄອງ​ປະ​ເພນີ ​ແລະ ຈຸດ​ວັດທະນະທຳມູນ​ເຊື້ອ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ຕົນ​ໄວ້​.



ຂ່າວ/ບົດ​ອື່ນ