ຊາວເຜົ່າເວິນກ່ຽວ

ຊາວເຜົ່າເວິນກ່ຽວ - ảnh 1
ພາບ​ປະ​ກອບ

(vovworld) - ກວາງ​ຈີ້​ ແມ່ນ​ບ່ອນຢູ່​ອາ​ໄສ​ຕົ້ນຕໍ​ຂອງ​ຊົນ​ເຜົ່າ​ເວິນ​ກ່ຽວ, ປາ​ໂກ, ​ໃນ​ນັ້ນ​ຫຼາຍ​ກວ່າ​ໝູ່​ແມ່ນ​ຊົນ​ເຜົ່າ​ເວິນ​ກ່ຽວ, ​ເຂົາ​ເຈົ້າ​ດຳລົງ​ຊີວິດ​ສ່ວນ​ຫຼາຍ​ຢູ່​ເມືອງ​ເຮື໋ອງຮ່ວາ, ດັກ​ນົງ, ​ເທດສະບານ​ລາວ​ບາ​ວ. ຊາວ​ເຜົ່າ​ເວິນ​ກ່ຽວ​ ມີ​ມູນ​ເຊື້ອ​ສາມັກຄີ​ກັນກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ. ​ໃນ​ການ​ຕໍ່ຕ້ານ, ຊາວ​ເຜົ່າເວິນ​ກ່ຽວ ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​​ໄປ​ຕາມ​ການ​ປະຕິວັດ ​ແລະ ປະທານ​ໂຮ່ຈີ​ມິນ. ​ເຂົາ​ເຈົ້າ​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ທີ່​ໄດ້​ຖື​ຕະກຸນໂຮ່ ​ເປັນ​ຕະກຸນ​ຂອງ​ຕົນ.

        ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຊາວ​ຊົນ​ເຜົ່າເວິນ​ກ່ຽວ ດຳລົງ​ຊີວິດ​ດ້ວຍ​ອາຊີບ​ເຮັດ​ໄຮ່​ໄຖ​ນາ​ເປັນ​ຕົ້ນ. ​ເຂົາ​ເຈົ້າ​ເຄີຍ​ເລືອກ​ທີ່​ດິນ​ທຳ​ການ​ປູກຝັງ​ຢູ່​​ແຫ່ງ​ທີ່​ມີ​ປ່າດົງ, ມີ​ຕົ້ນ​ໄມ້​ຫຼາຍ, ມີ​ລົມພັດ​ໜ້ອຍ​ເພື່ອ​ຮັບປະກັນ​ໃຫ້​​ການ​ຜະລິດ. ຊາວ​ເຜົ່າ​ເວິນ​ກ່ຽວ​ປູກ​ເຂົ້າ, ມັນ​ຕົ້ນ, ສາລີ, ມັນ, ໝາກ​ນຳ້​ເຕົ້າ, ໝາກ​ອຶ ​ແລະ ລ້ຽງ​ງົວ, ຄວາຍ, ໝູ, ​ໄກ່. ຊາວ​ເຜົ່າ​ເວິນ​ກ່ຽວ​ ດຳລົງ​ຊີວິດ​ຢູ່​ລຽບຕາມທາງ​ຫຼວງ​ເລກ 9, ​ແຕ່​ສ່ວນ​ຫຼາຍ​ແມ່ນ​ດຳລົງ​ຊີວິດ​ຢູ່​ຕາມ​ເນີນ​ພູ. ​ແຕ່​ລະ​ບ້ານມີ​ຊາວ​ເຜົ່າເວິນ​ກ່ຽວ ໜຶ່ງ​ຫຼື​ຫຼາຍ​ວົງ​ຕະກູນ. ຄອບຄົວ​ຊາວ​ເຜົ່າ​ເວິນ​ກ່ຽວ ​ແມ່ນ​ຄອບຄົວ​ບິ​ດາ​ສິດທິ​ລາດ, ຜູ້​ຊາຍ​ທີ່​ມີ​ອາຍຸ​ງສູງ​ໃນ​ຄອບຄົວ​ຈະ​ເປັນ​ເຈົ້າ​ຂອງ​ຄອບຄົວ. ​ເມື່ອ​ເຈົ້າ​ຂອງ​ຄອບຄົວ​ຕາຍ​ໄປ, ສິດ​ອຳນາດ ​ແລະ ຊັບ​ສິນ​ທັງ​ໝົດ​ຈະ​ມອບ​ໃຫ້​ລູກ​ຊາຍ​ກົກ.

        ຊາວ​ເຜົ່າ​ເວິນ​ກ່ຽວ ມີ​ພື້ນຖານ​ວັດທະນະທຳ, ສິລະ​ປະ​ພື້ນ​ເມືອງ​ອຸດົມສົມ​ບູນ​ທີ່​ສຸດ, ​ເຂົາ​ເຈົ້າ​ນຳ​ໃຊ້​ເຄື່ອງ​ດົນຕີ​ຫຼາຍ​ປະ​ເພດ​ເຊັ່ນ: ຄ້ອງ, ພິນ​ຕາ​ລື, ປີ່, ກອງ. ຊາວ​​ເຜົ່າ​ເວິນ​ກ່ຽວ​ ມີ​ເລື່ອງ​ລາວ​ເລົ່າ​ສືບ​ກ່ຽວ​ກັບ​ກົກ​ເຄົ້າ​ຂອງ​ມະນຸດ, ວົງ​ຕະກຸນ ​ແລະ ບັນພະບຸລຸດ​ຫຼາຍ​ເລື່ອງ.      ທ່ານ ຫງວຽນ​ຫື້​ວທັ໋ງ, ຫົວໜ້າ​ພະ​ແນ​ກ

ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ກວາງ​ຈີ້, ​ໃຫ້​ຮູ້​ວ່າ​ ທຳນອງ​ເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າເວິນ​ກ່ຽວ ກໍ່​ມີ​ຈຸດ​ພິ​ເສດສະ​ເພາະ​ຫຼາຍ​ຢ່າງ.

        “ສາງ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ເວິນ​ກ່ຽວ ມີ​ຈຸດ​ພິ​ເສດສະ​ເພາະ. ເມື່ອ​ພົບ​ປະ​ແລກປ່ຽນ​ນຳ​ກັນ ບ່າວ​ສາວ​ຮັກ​ກັນ​ເຄີຍ​ຂັບ​ຮ້ອງ​ທຳນອງ​ເພງ​ສະ​ເພາະ​. ​ເມື່ອ​ຈັດ​ງານ​ບຸນ​ເຂົ້າ​​ໃໝ່, ງານ​ບຸນ​ຂຶ້ນເຮືອນ​ໃໝ່, ງານ​ບຸນ​ແທງ​ຄວາຍ, ງານ​ບຸນກ້າວ​ເຂົ້າ​ລະດູ​ການ​ຜະລິດ​ ລ້ວນ​ແຕ່​ມີ​ທຳນອງ​ເພງ​ສະ​ເພາະ. ຜ່ານ​ງານ​ປະ​ກວດ​ສຽງ​ເພງ, ພວກ​ຂ້າພະ​ເຈົ້າ​ຢາກ​ຮັກສາ​ບັນດາ​ທຳນອງ​ເພງ​ດັ່ງກ່າວ​ໄວ້ ​ແລະ ພວກ​ຂ້າພະ​ເຈົ້າ​ກໍ່​ຜັນ​ຂະຫຍາຍ​ວຽກ​ງານ​ສອນ​ຂັບ​ຮ້ອງເພງພື້ນ​ເມືອງ​ເປັນ​ຢ່າງ​ດີ“.

ຊາວເຜົ່າເວິນກ່ຽວ - ảnh 2
ພາບ​ປະ​ກອບ

        ຕາມ​ມູນ​ເຊື້ອ, ຊາວ​ເຜົ່າ​ເວິນ​ກ່ຽວ ຖື​ເລື່ອງ​ບູຊາ​ບັນພະບຸລຸດ​ເປັນ​ສຳຄັນ, ນອກ​ນັ້ນ​ຍັງ​ບູຊາ​ເທວະ​ດາຟ້າ​ແຖນ​ອີກ​ເຊັ່ນ: ​ເທວະ​ດາ​ເຂົ້າ, ​ເທວະ​ດາ​ເຕົາ​ໄຟ, ​ເທວະ​ດາ​ທີ່​ດິນ, ພູ​ເຂົາ, ​ເທວະ​ດາ​ແມ່​ນຳ້​ລຳ​ເຊ...​ເຂົາ​ເຈົ້າ​ຖື​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ມີ​ວິນຍານ... ດັ່ງ​ນັ້ນ​ຈຶ່ງ​ບູຊາ​ເທວະ​ດາ​ດ້ວຍ​ຈຸດປະສົງ​ຂໍ​ໃຫ້​ດິນ​ຟ້າ​ອາກາດ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ປູກຝັງ. ​ກ່ອນ ​ແລະ ຫຼັງເກັບ​ກ່ຽວ​ເຂົ້າ, ​ເຂົາ​ເຈົ້າ​ເຄີຍ​ຈັດພິທີ​ບູຊາ​ເທວະ​ດາ​ເຂົ້າ. ສຳລັບຊາວ​ເຜົ່າ​ເວິນ​ກ່ຽວ, ການ​ບູຊາ​ຍາດຕິ​ພີ່​ນ້ອງ​ຄອບຄົວ​ຝ່າຍ​ເມຍ​ກໍ່​ແມ່ນ​ພັນທະ, ​ແມ່ນໜ້າ​ທີ່​ຂອງ​ລູກ​ເຂີຍ.

        ​ໃນ​ການ​ເຄື່ອນ​ໄຫວ​ວົງ​ຄະນາ​ຍາດ, ຊາວ​ເຜົ່າ​ເວິນ​ກ່ຽວ ມີ​ຄວາມ​ເປີດ​ອົກ​ເປີດ​ໃຈ, ຈິງ​ໃຈ ​ແລະ ​ເຄົາລົບນັບຖື​ແຂກ​ຄົນ. ​ເຂົາ​ເຈົ້າ​ມີ​ທັດສະນະ​ວ່າ, ຄອບຄົວ​ໃດ​ມີ​ແຂກ​ມາ​ນອນ​ຄ້າງ​ຄືນຢູ່ນຳ​, ​ແມ່ນຄອບຄົວ​ນັ້ນ​ຈະ​ໂຊກ​ດີ​ຕະຫຼອດ​ປີ, ການ​ທຳ​ມາ​ຫາ​ກິນ​ກໍ່​ພັດທະນາ. ດັ່ງ​ນັ້ນ​ເມື່ອ​ມີ​ແຂກ​ມາ​ຢາມ, ທັງ​ໝູ່​ບ້ານ​ກໍ່​ເບີກບານ​ມ່ວນ​ຊື່ນ. ສ່ວນ​ອາຫານ​ການ​ກິນ​ຂອງ​ຊາວ​ເຜົ່າ​ເວິນ​ກ່ຽວ, ສ່ວນ​ຫຼາຍ​ແມ່ນ​ເອົາມາຈາກ​ທຳ​ມະ​ຊາດ, ​ເຊັ່ນ: ​ເຂົ້າໜຽວ, ມັນ​ຕົ້ນ, ມັນ, ຜັກ​ທຸກ​ຊະນິດ. ວິທີ​ປຸງ​ແຕ່​ງອາຫານ​ກໍ່​ງ່າຍດາຍ. ​ຊາວ​ເຜົ່າ​ເວິນ​ກ່ຽວ ​ເຄີຍກິນ​ເຫຼົ້າ​ໃນ​ງານ​ບຸນ​ຕ່າງໆ. ທ່ານ ​ໂຮ່​ແທງ​ບິ່ງ, ຊາວ​ເຜົ່າ​ເວິນ​ກ່ຽວ ຢູ່​ລາວ​ບາ​ວ, ​ແຂວງ​ກວາງ​ຈີ້, ​ໃຫ້​ຮູ້​ວ່າ:

        “​ໃນງານ​​ບຸນ​ຊາວ​ເຜ່ົາ​ເວິນ​ກ່ຽວ​ ເຄີຍ​ນຳ​ໃຊ້​ເຄື່ອງ​ດົນຕີ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ​ຕົນ. ​ເມື່ອ​ບູຊາ​ຕ້ອງ​ມີ​ສຽງ​ຄ້ອງ. ທຸກ​ຄົນ​ເຕົ້າ​ໂຮມ​ກັນ​ບູຊາ​ເພື່ອ​ໃຫ້​ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ທຸກ​ຄົນ​ຕ້ອງ​ມ່ວນ​ຊື່ນ, ຢາກ​ເຮັດ​ໄດ້ຄື​ແນວ​ນັ້ນ​ແມ່ນ​ຕ້ອງ​ເຕັ້ນ​ລຳ ​ແລະ ຂັບ​ຮ້ອງ“.

        ​ເຮືອນ​ຂອງ​ຊາວ​ເຜົ່າ​ເວິນ​ກ່ຽວ​ ສ່ວນ​ຫຼາຍ​ແມ່ນ​ເຮືອນຮ້ານທີ່​ມີ​ຂະໜາດ

ນ້ອຍ, ​ແມ່ນ​ແຫ່ງ​ດຳ​ລົງຊີວິດ​ຂອງ​ແຕ່​ລະ​ຄອບຄົວ. ​ເຮືອນ​ຍາວ​ຫຼື​ສັ້ນ​ແມ່ນ​ອີງ​ໃສ່​ຈຳນວນ​ຄົນ​​ໃນ​ຄອບຄົວ ຫຼື ​ເງື່ອນ​ໄຂ​ເສດຖະກິດ​ຂອງ​ແຕ່ລະ​ຄອບຄົວ. ການ​ຈັດ​ວາງ​ໃນ​ເຮື​ອນກໍ່​ປະຕິບັດ​ຢ່າງ​ເປັນລະບຽບ​ຮຽບຮ້ອຍ. ຈາກ​ເບື້ອງ​ຂວາ​ໄປ​ຍັງ​ເບື້ອງ​ຊ້າຍ, ຫ້ອງ​ທຳ​ອິດ​ເປັນ​ຫ້ອງ​ຮັບ​ແຂກ, ຕໍ່​ມາ​ແມ່ນ​ບັນດາ​ຫ້ອງ​ນອນ​, ທຳ​ອິດ​ແມ່ນ​ຂອງ​ຜູ້​ເຖົ້າ, ຜົວ​ເມຍ, ລູກ​ຫຼານ ​ແລະ ສຸດ​ທ້າຍ​ແມ່ນ​ຫ້ອງ​ບັນຈຸ​ເຄື່ອງ​ຂອງ, ​ແຕ່​ລະ​ຫ້ອງ​ຖືກ​ຂັ້ນ​ແບ່ງ​ດ້ວຍ​ແຕະ​​ໄມ້​ເຮ້ຍ​ຫຼື​ໄມ້​ໄຜ່, ມີ​ປະຕູ​ເຂົ້າອອກ, ​ແຕ່​ບໍ່​ມີ​ບານ​ປະຕູ. ​ໃນ​ເຮືອນ​ມີ​ເຕົາ​ໄຟ​ເພື່ອ​ຄົວກິນ, ຍາມ​ລະດູ​ໜາວ​ມີ​ເຕົາ​ໄຟ​ສຳຮອງ​ຢູ່​ຫ້ອງ​ຮັບ​ແຂກ​ເພື່ອ​ໃຫ້​ຜູ້ຊາຍ​ຝີງ​ໄຟ. ​ເມື່ອ​ທຽບ​ໃສ່​ຊາວ​ເຜົ່າ​ຜູ້​ໄທ, ຊາວ​ເຜົ່າ​ໄຕ​ແລ້ວ, ​ເຕັກນິກ​ປຸກ​ສ້າງ​ເຮື​ອນຮ້ານ​ຂອງ​ຊາວ​ເຜົ່າ​ເວິນ​ກ່ຽວ ​ແມ່ນ​ງ່າຍດາຍ​ກວ່າ​ຫຼາຍ, ວັດຖຸ​ສ່ວນ​ຫຼາຍ​ແມ່ນ​ເອົາ​ມາ​ຈາກ​ປ່າ. ​ເມື່ອ​ເຮືອນ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ​ແລ້ວ, ຊາວ​ເວິນ​ກ່ຽວ ​ກໍ່​ປະຕິບັດ​ບັນດາ​ປະ​ເພນີທີ່​ຈຳ​ເປັນ​ຢ່າງ​ຄົບ​ຖ້ວນ​ເຊັ່ນ: ​ເລືອກ​ວັນ​ເວລາ​ບູຊາ​ເທວະ​ດາ​ຜີ​ສາງ​, ຂອບ​ໃຈ​ຟ້າ​ແຖນ, ລາຍ​ງານ​ຕໍ່​ບັນພະບຸລຸດ, ຂອບ​ໃຈ​ຊາວບ້ານ​ທີ່​ໄດ້​ຊ່ວຍ​ເຫຼືອ​ຄອບຄົວ​ໃນ​ຕະຫຼອດ​ເວລາ​ປຸກ​ສ້າງ​ເຮືອນ. ໃນ​ວິທີ​ປຸກ​ສ້າງ​ເຮື​ອນຮ້ານ​ຂອງ​ຊາວ​ເຜົ່າ​ເວິນ​ກ່ຽວ ​ເມື່ອ​ກ່ອນນີ້, ຍາມ​ໃດ​ກໍ່​ປະຕິບັດ​ຕາມ​ຫຼັກການ​ສະ​ເພາະ​ຢ່າງ​ແໜ້ນ​ແຟ້ນ, ນັ້ນ​ແມ່ນ​ຕ້ອງ​ຮັບປະກັນ​ຄວາມ​ເຢືອກ​​ເຢັນ​ໃນ​ລະດູ​ຮ້ອນ, ​ແລະ ຄວາມ​ອົບ​ອຸ່ນ​ໃນ​ລະດູ​ໜາວ...ປະຈຸ​ບັນ, ​ເຖິງ​ວ່າ​ຊີວິດ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ແລ້ວ​ກໍ່ຕາມ, ​ແຕ່​ຊາວ​ເຜ່ົາ​ເວິນ​ກ່ຽວ ຢູ່​ແຂວງ​ກວາງ​ຈີ້ ຍັງ​ຄົງ​ຮັກສາ​ບັນດາພິທີ​ງານ​ບຸນ ກໍ່​ຄື​ການ​ດຳລົງ​ຊີວິດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ