ປະຕິທິນດອຍຂອງຊົນເຜົ່າເມື່ອງ


​(vovworld) - ໃນ​ເມື່ອ​ກ່ອນ, ຊາວ​ເຜົ່າ​ເມື່ອ​ງ​ເຄີຍ​ໃຊ້​ປະຕິທິນດອຍ, ​ແຕ່​ປະຈຸ​ບັນ​ມີ​ແຕ່​ຊາວ​ເມື່ອ​ງບີ​ຈຶ່ງ​ນຳ​ໃຊ້​ເທົ່າ​ນັ້ນ. ປະຕິທິນ​ດອຍ​ຍັງ​ເອີ້ນ​ວ່າ​ປະຕິທິນ​ໄມ້​ໄຜ່, ປະຕິທິນ​​ເມ​ື່ອງ. ປະຈຸ​ບັນ, ບັນດາໝໍຜີຊາວ​ເມື່ອ​ງບີ, ຢູ່​​ເມືອງເຕິ​ນລາກ, ​ແຂວງ​ຮ່ວາ​ບິ່ງ ຍັງ​ຄົງ​ຮັກສາ ​ແລະ ນຳ​ໃຊ້​ປະຕິທິນ​ດອຍ​ຢູ່.

ປະຕິທິນດອຍຂອງຊົນເຜົ່າເມື່ອງ - ảnh 1

ປະຕິທິນດອຍຂອງຊົນເຜົ່າເມື່ອງ

(ພາບ: ອິນເຕີແນດ)

        ທ່ານ​ບູ່​ຍວັນ​ເຂິນ, ໝໍ​ຜີ​ຊອງ​​ຂອງ​ເມື່ອງ​ບີ​ຢູ່​ເມື່ອ​ງ​ເຕິ​ນລາກ, ພວມ​ຫາ​ມື້​ສັນ​ວັນ​ດີ​ເພື່ອ​ປຸກ​ສ້າງ​ເຮືອນ​ໃໝ່​ໃຫ້​ອ້າຍ ບູ່​ຍວັນ​ຕ໋ວຽນ. ທ່ານ ​ເຂິນ ​ໃຫ້​ຮູ້​ວ່າ​ມີ​ແຕ່​ຊາວ​ເມື່ອ​ງບີ ຍັງ​ຮັກສາປະ​ເພນີ​ນີ້​ເທົ່າ​ນັ້ນ. ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ​ເມື່ອ​ເຮັດ​ໄຮ່​ໄຖ​ນາ, ຫາ​ກຸ້ງ​ຫາປາ​ ຫຼື​ແຕ່ງງານ​ໃຫ້​ລູກ, ຊາວ​ເມື່ອ​ງບີ​ ເຄີຍເລືອກ​ມື້​ສັນ​ວັນ​ດີ​​ໃນ​ປະຕິທິນ​ດອຍ​ເພື່ອ​ເຮັດ.

        “ຊາວ​ເຜົ່າ​ເມື່ອ​ງ​ຈັດບຸນປີ​ໃໝ່, ​ເຮັດ​ນາ​ຄື​ກັນ, ພຽງ​ແຕ່​ຕ່າງ​ກັນ​ກ່ຽວ​ກັບການ​ໃຊ້​ປະຕິທິນ​ດອຍເທົ່າ​ນັ້ນ. ປີ​ລະ​ມີ 12 ​ເດືອນ, ​ແຕ່ລະ​ເດືອນ​​​ຖືກ​ປຽບທຽບກັບ​ໄມ້​ໄຜ່ປ່ຽງໜຶ່ງ“.

        ປະຕິທິນ​ດອຍຖືກ​ເຮັດ​ດ້ວຍ​ໄມ້​ໄ​ຜ່ 12 ປ່ຽງ​ທີ່​ຍາວ​ປະມານ 20 cm, ກວ້າງ 3 cm, ​ເປັນ​ສັນຍາ​ລັກ​ໃຫ້ 12 ​ເດືອນ​ໃນ​ປີ, ​ໃນ​ປ່ຽງ​ໄມ້​ໄຜ່​ແຕ່​ລະ​ອັນ​ຖືກ​ຄວັດ 30 ຂີດ​ເພື່ອ​ເປັນ​ສັນຍາ​ລັກ​ໃຫ້ 30 ວັນ. ​ເອີ້ນ​ວ່າ​ປະຕິທິນ​ດອຍ​ເພາະວ່າ​ປະຕິທິນ​ນີ້​ແບ່ງວັນ​ເດືອນ​ໃນ​ປີ​ຕາມ​ການ​ເຄື່ອນ​ເໜັງ​ຂອງ​ດາວ​ດອຍ​. ດາວ​ດອຍ​ເຄື່ອນ​ເໜັງ​ໄວ​ກວ່າ​ດວງ​ພະຈັນ. ທີ່​ຕັ້ງ​ລະຫວ່າງ​ດາວ​ດອຍ​ກັບ​ດວງ​ພະຈັນ​ແມ່ນ​ອີງ​ໃສ່​ບັນດາ​ເດືອນ​ໃນ​ປີ. ​ເມື່ອ​ດາວ​ດອຍ​ຂ້າມ​ຜ່ານ​ດວງ​ພະຈັນ, ຊາວ​ເມື່ອ​ງບີ​ເອີ້ນ​ວ່າ​ວັນ​ດອຍ. ອີງ​ໃສ່​ບັນດາວັນ​ດອຍ ​ແລະ ການ​ເຄື່ອນ​ເໜັງ​ຂອງ​ມັນ​ເຂົາ​ເຈົ້າ​ໄດ້​ຈຳ​ແນ​ກວັນ, ​ເດືອນ​ໃນປີ.

ປະຕິທິນດອຍຂອງຊົນເຜົ່າເມື່ອງ - ảnh 2

ໃນໄມ້ໄຜ່ແຕ່ລະປ່ຽງຖືກຄວັດເປັນຫຼາຍຂີດທີ່ແຕກຕ່າງກັນ

(ພາບ: ອິນເຕີແນດ)

        ບັນດາ​ໝໍ​ຜີ, ໝໍ​ດູ​ທີ່​ມີ​ຄວາມ​ສາມາດ​ເບິ່ງ​ດາວ​ເຄີຍ​ຂຶ້ນ​ຈອມ​ພູ​ໂກດ​ເກີ່, ຫຼື​ເຂດ​ດິນ​ທີ່​ກວ້າງຂວາງ...​ເບິ່ງ​ດາວ​ດອຍ​ເພື່ອຮູ້​ປີ​ນັ້ນ​ດິນ​ຟ້າ​ອາກາດ​ຄື​ແນວ​ໃດ. ​ແລະ ກໍ່​ອີງ​ໃສ່​ດາວ​ດອຍ, ຊາວ​​ເຜົ່າເມື່ອ​ງບີ​ ກໍ່​​ຄິດ​ໄລ່​ວັນ​ເດືອນຕາມ​ວິທີ​ສະ​ເພາະ​ຂອງ​ຕົນ. ​ໃນ​ປ່ຽງ​ໄມ້​ໄຜ່​ແຕ່​ລະ​ອັນ​ຖືກ​ຄວັດ​ເປັນ 30 ຂີດ, ​ແຕ່​ຂີດ​ເປັນ​ສັນຍາ​ລັກ​ໃຫ້​ແຕ່​ລະ​ວັນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ຈຳນວນ 30 ຂີດ​ນັ້ນ, ມີ​ຂີດ​ສັ້ນ, ຂີດ​ຍາວ, ຂີດ​ຮູບ​ລູກທະນູ, ຂີດ​ມີ​ໝາຍ​ຈ້ຳ... ທີ່​ແຕກ​ຕ່າງ​ກັນ, ​ເປັນ​ສັນຍາ​ລັກ​ໃຫ້​​ວັນຊວຍ​ວັນ​ໂຊກ.

        “​ໃນ 30 ວັນ​ນັ້ນ, ມີ​ວັນ​ຊວຍ, ວັນ​ໂຊກ. ມີ​ແຕ່​ເບິ່ງ​ໃນ​ປະຕິທິນ​ດອຍຂອງ​ຊາວ​ເມື່ອ​ງບີ ​ກໍ່​ຮູ້​ໝົດ. ສ່ວນ​ຊາວ​ເມື່ອ​ງຢູ່​ບ່ອນ​ອື່ນ, ​ເຂົາ​ເຈົ້າ​ພັດ​ຄິດ​ໄລ່​ວັນ, ​ເດືອນ​ຕາມຈັນທະ​ປະຕິທິນ​ຂອງ​ຊາວ​ກິ​ງ, ບາງ​ເທື່ອ​ວັນ​ໂຊກ​ຂອງ​ຊາວ​ກິ​ງ ພັດ​ແມ່ນ​ວັນ​ຊວຍ​ຂອງ​ຊາວ​ເມື່ອ​ງບີ. ດັ່ງ​ນັ້ນ, ​​ເມື່ອ​ປູກຝັງ, ປຸກ​ສ້າງ​ເຮືອນ, ຫຼື​ຈັດ​ງານແຕ່ງດອງ, ຊາວ​ເມື່ອ​ງບີ​ ພຽງ​ແຕ່​ອີງ​ໃສ່​ປະຕິທິນ​ດອຍ​ຂອງ​ຕົນ​ເທົ່າ​ນັ້ນ.

ປະຕິທິນດອຍຂອງຊົນເຜົ່າເມື່ອງ - ảnh 3

ແຕ່ລະຂີດໃນປ່ຽງໄມ້ໄຜ່ປຽບເໝືອນແຕ່ລະວັນໃນເດືອນ

(ພາບ: ອິນເຕີແນດ)

        ທ່ານ ​ເຂີນ ​ໃຫ້​ຮູ້​ວ່າ, ກວ່າ 30 ປີທີ່​ເປັນ​ໝໍ​ຜີ, ທ່ານ​ໄດ້​ນຳ​ໃຊ້ປະຕິທິນ​ດອຍ​ເພື່ອຊ່ວຍ​ຊາວບ້ານ​ຮູ້​ມື້​ສັນ​ວັນ​ດີ​​​ເພື່ອ​ທຳ​ມາ​ຫາ​ກິນ, ຫຼືຈັດ​ງານ​ບຸນ​ຕ່າງໆ...ສ່ວນ ອ້າຍ ​ບູ່​ຍວັນ​ຕ໋ວຽນ ​ໃຫ້​ຮູ້​ວ່າ, ບັນດາ​ຄົນ​ໜຸ່ມຄື​ອ້າຍ​ລ້ວນ​ແຕ່​ຮູ້ຈັກ​ເຖິງ​ປະຕິທິນ​ດອຍ, ​ແຕ່​ພັດ​ບໍ່​ຮູ້​ເບິ່ງມື້​​ໂຊກ​ມື້​ຊວຍ​ຄື​ແນວ​ໃດ.

        “​ແຕ່ລະ​ເທື່ອ, ​ເມື່ອ​ຢາກ​ເຮັດ​ວຽກ​ງານ​ໃດ​ໜຶ່ງ, ຂ້າພະ​ເຈົ້າ​ຕ້ອງ​ອາ​ໄສ​ບັນດາ​ຜູ້​ອາຍຸ​ສູງ​ເບິ່ງ​ປະຕິທິນດອຍ. ​ຖ້າ​ເບິ່ງ​ປະຕິທິນ​ທຳ​ມະ​ດາ​ບາງ​ເທື່ອ​ແມ່ນ​ວັນ​ດີ​ຂອງ​ຊາວ​ກິ​ງ, ​ແຕ່​ພັດ​ບໍ່​ແມ່ນ​ວັນ​ດີ​ຂອງ​ຊາວ​ເຜົ່າ​ເມື່ອ​ງ. ດັ່ງ​ນັ້ນພວກ​ຂ້າພະ​ເຈົ້າ​ຈຶ່ງອີງ​ໃສ່​ປະຕິທິນ​ຂອງ​ຊາວ​ເຜົ່າ​ເມື່ອ​ງ“.

        ຊາວ​ເຜົ່າ​ເມື່ອ​ງ ມີ​ຄຳ​ເວົ້າ​ທີ່​ລວບ​ລວມຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນ​ວ່າ: “​ເຂົ້າໜຶ້ງ, ​ເຮືອນຮ້ານ, ໝູ​ເຜົາ, ວັນ​ຊ້າ... “. ຕາມການ​ຄິດ​ໄລ່​ຂອງ​ຊາວ​ເຜົ່າ​ເມື່ອ​ງ​ແລ້ວ, ປະຕິທິນ​ດອຍ ຊ້າ​ກວ່າ​ຈັນທະປະຕິທິນ​ແມ່ນ15 ວັນ. ຍ້ອນ​ເຫດ​ນັ້ນ, ປະຈຸ​ບັນ, ຊາວ​ເຜົ່າ​ເມື່ອ​ງຈຶ່ງ​ຈັດ​ບຸນ​ປີ​ໃໝ່​ສອງ​ເທື່ອ​ໃນ​ປີ. ນັ້ນ​ແມ່ນ​ບຸນປີ​ໃໝ່​ປະຈຳ​ຊາດ ​ແລະ ບຸນປີ​ໃໝ່ປະຈຳ​ເຜົ່າ​​ເມື່ອ​ງ, ຫຼື​ເອີ້ນ​ວ່າ​ບຸນປີ​ໃໝ່​ດອຍ. ​ປະຕິທິນ​ດອຍມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ສຳລັບ​ວັດທະນະທຳ​ຫວຽດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ຂອງ​ຄົນ​ຫວຽດຜ່ານ​ການ​ສັງ​ເກດ​ດວງ​ດາວ ​ແລະ ພະຈັນ​ເພື່ອ​ພະຍາກອນ​ດິນ​ຟ້າ​ອາກາດ. ມາ​ຮອດ​ປະຈຸ​ບັນ, ຊາວ​ເຜົ່າ​ເມື່ອ​ງບີ​ຍັງ​ຄົງ​ເຊື່ອ​ໝັ້ນ ​ແລະ ນຳ​ໃຊ້​ປະຕິ​ທິ​ນດອຍ, ​ເຊິ່ງ​ເຂົາ​ເຈົ້າ​ຖື​ວ່າ​ແມ່ນ​ຂອງ​ທີ່​ມີຄ່າ​ຂອງ​ຊົນ​ເຜົ່າ​ຕົນຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ