ພິທີການດື່ມເຫຼົ້າໄຫໃນຊີວິດການເປັນຢູ່ຂອງຊາວເຜົ່າ Kího

(vovworld) - ເຫຼົ້າ​ໄຫ​ຂອງ​ຊາວ​ເຜົ່າ Kího ແມ່ນ​ຜະ​ລິດ​ຕະ​ພັນ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ, ນັບທັງ​ວິ​ທີ​ການ​ຜະ​ລິດ ​ກໍ່​ຄື​ການດື່ມ​ເຫຼົ້າ. ຊາວ​ເຜົ່າ Kího ມີ​ແຕ່​ດື່ມ​ເຫຼົ້າ​ໄຫ​​ໃນເຫດ​ການ​​ຕ່າງໆເຊັ່ນ: ຕ້ອນ​ຮັບ​ແຂກ, ສະ​ເຫຼີມ​ສະຫຼອງ​​ງານບຸນ​ໃຫຍ່​ໃນ​ປີ, ຫຼື​ໃນ​ພິ​ທີ​ບູ​ຊາ. ພິ​ທີ​ການ​ດື່ມ​ເຫຼົ້າ​ໄຫ​ໃນ​ປະ​ຊາ​ຄົມ​ຊາວ​ເຜົ່າ​ Kího ໄດ້​ປະ​ກອບ​ສ່ວນ​ສ້າງ​ເປັນ​ວັດ​ທະ​ນະ​ທຳ​ອັນ​ດີ​ງາມ​​ໃຫ້ຊົນ​ເຜົ່າ​ນີ້.

ພິທີການດື່ມເຫຼົ້າໄຫໃນຊີວິດການເປັນຢູ່ຂອງຊາວເຜົ່າ Kího - ảnh 1
(ພາບປະກອບ)

ໃນ​ບັນ​ດາ​ເລື່ອງ​ລາວ​ບູ​ຮານ​ຂອງ​ຊາວ​ເຜົ່າ Kího, ພິ​ທີ​ການ​ດື່ມ​ເຫຼົ້າ ແລະ ປະ​ເພ​ນີ​ຕີ​ຄ້ອງ​ເຄີຍ​ຖືກ​ເຕື້ອງ​ເຖິງ. ເຫຼົ້າ​ໄຫ​ຍັງ​ຖືກ​ນຳ​ໃຊ້​ໃນ​ບັນ​ດາ​ງານ​ບຸນ​ທີ່​ກ່ຽວ​ຂ້ອງ​ເຖິງວິ​ວັດ​ແຫ່ງ​ການ​ຜະ​ລິດ​ກະ​ກິ​ກຳ​, ຫຼື​ໃນ​ງານ​ແຕ່ງດອງ, ໃນ​ພິ​ທີ​ງານ​ສົບ…

        ໃນ​ບັນ​ດາ​ເລື່ອງ​ລາວ​ບູ​ຮານ, ຊາວ​ເຜົ່າ Kího ໄດ້​ຮູ້​ຈັກ​ວິ​ທີ​ຜະ​ລິດ ແລະ ​ດື່ມ​ເຫຼົ້າ​ໄຫ. ຕາມ​ການ​ຜະ​ລິດ​ທີ່​ເປັນ​ມູນ​ເຊື້ອ, ວັດ​ຖຸ​ເພື່ອ​ຜະ​ລິດ​ເຫຼົ້າ​ໄຫ​ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ, ນັ້ນ​ແມ່ນ​ເຂົ້າ​ໄຮ່ (ເຂົ້າ​ທີ່​ປູກ​ຢູ່​ຕາມ​ເນີນ​ພູ). ວິ​ທີ​ຜະ​ລິດ​ເຫຼົ້າ​ຂອງ​ຊາວ​ເຜົ່າ Kího ງ່າຍ​ດາຍ​ພໍ​ສົມ​ຄວນ. ນັ້ນ​ແມ່ນຕົ້ມ​ເຂົ້າໃຫ້​ສຸກ ແລ້ວ​ຄົນ​ກັບຂີ້​ແກບ, ຢາຍ​ອອກກວ້າງ​ເພື່ອ​ຕາກ​ໃຫ້​ແຫ້ງ. ໃນ​ການ​ຜະ​ລິດ​ເຫຼົ້າ, ຊາວ​ເຜົ່າ Kího ຍັງ​ເອົາ​ມັນ​ດາງ, ມັນ​ຕົ້ນ, ສາ​ລີ​ໃສ່​ຕື່ມ. ຊາວ​ເຜົ່າ Kího ເ​ຮັດ​​ແປ້ງ​ເຫຼົ້າຈາກ​ເຂົ້າ ແລະ ໃບ​ໄມ້​ບາງ​ຊະ​ນິດ​. ຫຼັງ​ຈາກ​ນັ້ນ, ເອົາ​ວັດ​ຖຸ​ປຸງ​ແຕ່ງ​ໃນ​ຂັ້ນ​ຕົ້ນ​ທັງ​ໝົດ​ຖ​ອກ​ໃສ່​ໄຫ, ແລ້ວ​ບົ່ມ​ໄວ້​ດ້ວຍ​ໃບຕອງ​​ແຫ້ງ. ພາຍຫຼັງ​ໜຶ່ງ​ເດືອນ​​ແມ່ນ​ສາ​ມາດ​ດື່ມ​ໄດ້. ເມື່ອ​ດື່ມ, ຕ້ອງ​ເອົາ​ໃບ​ຕອງ​ສົດວາງ​ຢູ່​ເທິງ ແລະ ເອົານ້ຳ​ຈືດ​​ມາ​ຖອກໃສ່ໃຫ້​ເຕັມ​ໄຫ, ແລະ​ປັກ​ທໍ່​ດູດ​ລົງກົ້ນໄຫເຫຼົ້າ. ດື່ມເຫຼົ້າ​ໄດ້ຫຼາຍ​ເທົ່າ​ໃດ​ກໍ່​ຕ້ອງ​ເອົາ​ນ້ຳ​ຈືດ​ມາ​ໃສ່ຕື່ມຫຼາຍ​ເທົ່າ​ນັ້ນ. ເຫຼົ້າ​ໄຫ​ຂອງ​ຊາວ​ເຜົ່າ Kího ຍິ່ງ​ຮັກ​ສາ​ໄວ້ຫຼາຍ​ປີ​ຍິ່ງ​ແຊບ, ຍິ່ງ​ລ້ຳ​ຄ່າ. ຍ້ອນ​ເຫດ​ນັ້ນ, ເມື່ອ​ແຂກ​ຜູ້​ໃດ​​ຖືກ​ເຊີນ​ດື່ມ​ເຫຼົ້າຫຼາຍ​ປີ​, ໝາຍ​ຄວາມ​ວ່າ​ແຂກ​ຜູ້​ນັ້ນ​ໄດ້​ຮັບ​ຄວາມ​ນັບ​ຖືຈາກ​ທຸກ​ຄົນ​ທີ່​ສຸດ.

        ຊາວ​ເຜົ່າ Kího ມີ​ທັດ​ສະ​ນະ​ວ່າ “ໄຫ​ເຫຼົ້າ​ແມ່ນ​ທີ່​ອາ​ໄສ​ຂອງ​ເທວະ​ດາ​ເຫຼົ້າ”. ດັ່ງ​ນັ້ນ​ໄຫ​ເຫຼົ້າ​ແມ່ນສິ່ງ​ທີ່​ມີ​ສັກ​ສິດ ແລະ ປະ​ເສດ​ທີ່​ສຸດ. ຊາວ​ເຜົ່າ Kího ​ບໍ່​ຜະ​ລິດ​ໄຫ​ໃສ່​ເຫຼົ້າ​ດ້ວຍ​ຕົນ​ເອງ​ໄດ້, ຫາກ​ຕ້ອງ​ນຳ​​ສິ່ງ​ຂອງ​ທີ່​ມີ​ຄ່າຫຼາຍ​ຢ່າງ​ມາ​ເພື່ອ​ແລກ​​ເອົາ, ສະ​ນັ້ນ​ມີ​ໄຫ​ເຫຼົ້າ​ບູ​ຮານ​ບາງ​​ໜ່ວຍ​ມີ​ມູນ​ຄ່າ​ເທົ່າ​ກັບ​ຄວາຍ​ນັບຫຼາຍ​ສິບ​ໂຕ. ໃນ​ທັດ​ສະ​ນະ​ຂອງ​ຊາວ​ເຜົ່າ Kího, ຄວາມ​ຮັ່ງ​ມີ​ຂອງ​ແຕ່​ລະ​ຄອບ​ຄົວ​ແມ່ນ​ອີງ​ໃສ່​ຈຳ​ນວນ​ຄ້ອງ ແລະ ໄຫ​ເຫຼົ້າ​ ທີ່​ຄອບ​ຄົວ​ນັ້ນ​ຮັກ​ສາ​ໄວ້. ມາ​ຮອດ​ປະ​ຈຸ​ບັນ, ຊາວ​ເຜົ່າ Kího, ຍັງ​ຄົງ​ມີ​ປະ​ເພ​ນີເກັບ​ກຳ​ໄຫ​ເຫຼົ້າ​ຊະ​ນິດ​ຕ່າງໆ​ໄວ້. ທ່ານ  ລືວ​ແຢງ​ແຢວງ, ນັກ​ຄົ້ນ​ຄ້​ວາ​ບັນ​ດາ​ເຜົ່າສ່ວນ​ໜ້ອຍ​ຢູ່ ໄຕ​ງວຽນ, ໃຫ້​ຮູ້​ວ່າ:

        “ສຳຫຼັບ​ຊາວ​ເຜົ່າ Kího, ວັດ​ຖຸ​ມີ​ຄວາມປະ​ເສີດ​ທີ່​ສຸດ​ ນັ້ນ​ແມ່ນ​ຊຸດ​ຄ້ອງ ດົ່ງ​ລາ (ລວມ​ມີ 2 ໜ່ວຍ) ແລະ ບັນ​ດາ​ໄຫ​ເຫຼົ້າ. ໃນ​ແຕ່​ລະ​ຄອບ​ຄົວ​ຊາວ​ເຜົ່າ Kího ຢ່າງ​ໜ້ອຍ​ສຸດກໍ່​ຕ້ອງ​ມີ​ໄຫ​ເຫຼົ້າ 2 ໜ່ວຍ. ອີງ​ໃສ່​ໄຫ​ເຫຼົ້າ, ເຂົາ​ເຈົ້າ​ສາ​ມາດ​ຈຳ​ແນກ​ໄດ້​ຄວາມ​ຮັ່ງ​ມີ ກໍ່​ຄື​ຄວາມທຸກ​ຍາກ​ຂອງແຕ່​ລະ​ຄອບ​ຄົວ​ຊາວ​ເຜົ່າ Kího”.

ພິທີການດື່ມເຫຼົ້າໄຫໃນຊີວິດການເປັນຢູ່ຂອງຊາວເຜົ່າ Kího - ảnh 2
(ພາບປະກອບ)

        ໃນ​ການ​ດຳ​ເນີນ​ຊີ​ວິດ​ຂອງ​ຊາວ​ເຜົ່າ Kího, ພິ​ທີ​ການ​ດື່ມ​ເຫຼົ້າ​ໄຫ ແລະ ປະ​ເພ​ນີ​ຕີ​ຄ້ອງ​ແມ່ນ​ຂາດ​ບໍ່​ໄດ້, ກີນ​ເຫຼົ້າ​ໄຫ​ໃນ​ສຽງ​ຄ້ອງ​ສຽງ​ກອງ, ໃນ​ບັນ​ຍາ​ກາດ​ງານ​ບຸນ, ພາໃຫ້​ທຸກຄົນ​ມີ​ຄວາມ​ໃກ້​ຊິດ​ຕິດ​ພັນ​, ສະ​ໜິດ​ສະ​ໜົມ​ກັນກວ່າ. ໂດຍ​ອີງ​ໃສ່​ແຕ່​ລະ​ເຫດ​ການ, ຜູ້​ດື່ມ​ເຫຼົ້າ​ສາ​ມາດ​ມີ​ວິ​ທີ​ເຊື້ອ​ເຊີນ, ວິ​ທີ​ດື່ມ​ເຫຼົ້າ​ທີ່​ແຕກ​ຕ່າງ​ກັນ​ໃຫ້​ເໝາະ​ສົມ. ຕ​າມ​ປະ​ເພ​ນີ​ຂອງ​ຊາວ​ເຜົ່າ Kího, ຜູ້​ຖອກ​ນ້ຳ​ຈືດ​ໃສ່​ໄຫ​ເຫຼົ້າເພື່ອ​ເຊີນ​ແຂກ ​ຕ້ອງ​ແມ່ນ​ຜູ້​ສາວ​ທີ່​ສວຍ​ງາມ ແລະມີ​ຝີ​ມື​ດີ. ເພາະ​ເຂົາ​ເຈົ້າ​ຖື​ວ່າ, ​ຖອກ​ນ້ຳ​ໃສ່​ໄຫ​ເຫຼົ້າ​ແຕ່​ບໍ່​ມີ​ຢາດ​ໃດຕົກ​ອອກ, ຄອບ​ຄົວ​ນັ້ນ​ຈຶ່ງ​ມີ​ຄວາມໂຊກ​ດີ. ພິ​ທີ​ການ​ດື່ມ​ເຫຼົ້າຕິດ​ພັນ​ກັບ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ ແລະ ກາຍ​ເປັນ​ປະ​ເພ​ນີ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີ​ວິດ​ການ​ເປັນຢູ່​ຂອງ​ຊາວ​ເຜົ່າ Kího. ເອື້ອຍ ເຊີນ, ຊາວ​ເຜົ່າ Kího, ໃຫ້​ຮູ້​ວ່າ:

        “ໃນ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ Kího, ເຫຼົ້າ​ໄຫ​ແມ່ນ​ຂາດ​ບໍ່​ໄດ້. ຂ້າ​ພະ​ເຈົ້າ​ຮຽນ​ວິ​ທີ​ຕົ້ມ​ເຫຼົ້າ​ນັບ​ແຕ່​ເວ​ລາ​ຍັງ​ນ້ອຍ. ແລະ ປີ​ໃດ​ກໍ່​ຕົ້ມ​ເຫຼົ້າ. ບໍ່​ແມ່ນ​ຮອດ​ຍາມ​ບຸນ​ເຂົ້າ​ຈີ່​ຈຶ່ງ​ຕົ້ມ. ປະ​ຈຸ​ບັນ, ເມື່ອ​ເຫັນ​ເຫຼົ້າ​​ທີ່ຂ້າ​ພະ​ເຈົ້າ​ຕົ້ມ​ແຊບ, ເຂົາ​ເຈົ້າ​ກໍ່​ຈ່ອງ​ຊື້ຫຼາຍ”.

        ໃນ​ເບື້ອງ​ຕົ້ນການ​ຜະ​ລິດ​ເຫຼົ້າ​ໄຫພຽງ​ແຕ່​ເພື່ອ​ຮັບ​ໃຊ້​ໃຫ້​ພິ​ທີ​ງານ​ບຸນ​ຕ່າງໆ​ຂອງ​ຊົນ​ເຜົ່າ​ເທົ່າ​ນັ້ນ, ແຕ່​ປະ​ຈຸ​ບັນ​ໄດ້​ພັດ​ທະ​ນາ​ກາຍ​ເປັນ​ບັນ​ດາ​ໝູ່​ບ້ານ​ຜະ​ລິດ​ເຫຼົ້າ​ໄຫ ​ເພື່ອຮັບ​ໃຊ້​ແຂກ​ທ່ອງ​ທ່ອງ​ທ່ຽວ. ຢູ່ທ້ອງ​ຖີ່ນ​ຈຳ​ນວນ​ໜຶ່​ງ​ໃນ​ແຂວງ ເລິມ​ດົ່ງ, ບິ່ງ​ທ້ວນ,​ແຫ່ງ​ທີ່​ມີ​ຊາວ​ເຜົ່າ Kího ດຳ​ລົງ​ຊີ​ວິດ ນັ້ນ, ຄຽງ​ຂ້າງ​ບັນ​ດາ​ໝູ່​ບ້ານ​ປູກດອກ​ໄມ້, ປູກມອນ​ລ້ຽງ​ມ້ອນ, ຕ່ຳ​ແພ​ໄໝ​ນັ້ນ, ອາ​ຊີບ​ຜະ​ລິດ​ເຫຼົ້າ​ໄຫ​ກໍ່​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ອາ​ຊີບ​ຜະ​ລິດ​ເຫຼົ້າ​ໄຫ​ຂອງ​ຊາວ​ເຜົ່າ Kího ຊ້ອນ​ແຝງບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ປະ​ກອບ​ສ່ວນເສີມ​ສ້າງ​ຄວາມ​ງາມໃຫ້ຕອນ​ດິນ​ທາງ​ທິດ​ໃຕ້​ເຂດ​ໄຕ​ງວຽນຕື່ມ​ອີກ.

 

ຕອບກັບ

ຂ່າວ/ບົດ​ອື່ນ