ພິທີຕ້ອນຮັບບຸນປີໃໝ່ຂອງຊາວເຜົ່າມົ້ງ


(vovworld) - ຊາວ​ເຜົ່າ​ມົ້ງ ມີ​ຫຼາຍ​ງານ​ບຸນ​ທີ່​ແຕກ​ຕ່າງ​ກັນ ​ແລະ ງານ​ບຸນ​ເຫຼົ່າ​ນັ້ນ​ເຄີຍ​ຕິດ​ພັນ​ກັບ​ການ​ຜະລິດ​ກະ​ສີ​ກຳ, ການ​ພົວພັນ​ໃນວົງ​ຕະກຸນ ​ແລະ ປະຊາ​ຄົມ​ນຳ​ກັນ. ​ໃນ​ນັ້ນ​ງານ​ບຸນປີ​ໃໝ່​ປະຈຳ​ເຜົ່າ ​ແມ່ນ​ໜຶ່ງ​ໃນ​ບັນດາ​ງານ​ບຸນ​ທີ່​ສຳຄັນ​ກວ່າ​ໝູ່​ໃນ​ຊີວິດ​ຂອງ​ຊາວ​ເຜົ່າ​ມົ້ງ ​ແລະ ຖືກດຳ​ເນີນ​​ໃນ​ໝູ່ປະຊາ​​ຄົມ​ຊາວ​ເຜົ່າ​ມົ້ງທີ່​ດຳລົງ​ຊີວິດຢູ່ທຸກ​ແຖບ​ຖີ່​ນ​​ໃນທົ່ວ​ປະ​ເທດ. ​ແຕ່​ອີງ​ຕາມ​ແຕ່ລະ​ທ້ອງ​ຖີ່​ນ, ຊາວ​​ເຂົາ​ເຈົ້າກໍ່ສາມາດ​ຈັດ​ພິທີ​ຕ້ອນຮັບປີ​ໃໝ່​ກ່ອນ​ຫຼື​ຊ້າ​ກວ່າວັນ​ບຸນກໍ່​ໄດ້.

ພິທີຕ້ອນຮັບບຸນປີໃໝ່ຂອງຊາວເຜົ່າມົ້ງ - ảnh 1

ການລະຫຼິ້ນຂອງຊາວເຜົ່າມົ້ງໃນໂອກາດຕ້ອນຮັບປີໃໝ່

(ພາບ: ອິນເຕີແນດ)

        ພິທີ​ຕ້ອນຮັບ​ບຸນປີ​ໃໝ່​ຂອງ​ຊາວ​ເຜົ່າ​ມົ້ງຖືກດຳ​ເນີນພາຍຫຼັງ​ສຳ​ເລັດການ​ຜະລິດ​ໃນ​ເດືອນ 11, ກ່ອນ​ບຸນປີ​ໃໝ່​ສາກົນ 1 ​ເດືອນ. ມັນ​ກໍ່​ເຊັ່ນ​ດຽວ​ກັບ​ຊົນ​ເຜົ່າ​ອື່ນໆ, ບຸນປີ​ໃໝ່​ຂອງ​ຊາວ​ເຜົ່າ​ມົ້ງກໍ່​ມີ​ຈຸດ​ພິ​ເສດສະ​ເພາະ ​ແລະ ບັນດາ​ເຍື່ອງ​ອາຫານ​ກໍ່​ແຊບນົວ ​ແລະ ສ້າງ​ຄວາມ​ດູດ​ດື່ມ​ຫຼາຍ. ​ເຂົ້າໜົມ​ໄຢ່ ​ແມ່ນ​ອາຫານ​ທີ່​ຂາດ​ບໍ່​ໄດ້​ໃນ​ບຸນປີ​ໃໝ່​ຂອງ​ຊາວ​ເຜົ່າ​ມົ້ງ, ສະ​ແດງ​ໃຫ້​ເຫັນ​ຄວາມລະອຽດ​, ຄ່ອງ​ແຄ້ວ ​ແລະ ​ຊຳນານຂອງ​ຜູ້​ທີ່​​ເຄີຍຕິດ​ພັນ​ກັບ​ວຽກ​​ໄຮ່​ການ​ນາຕະ​ຫຼອດ​ປີ, ດ້ວຍ​ຄວາມ​ຫວັງ​ມີ​ຊີວິດ​ອີ່ມ​ໜຳ​ສຳລານ ​ແລະ ມີ​ຄວາມ​ຜາ​ສຸກ. ​ໃນ​ໂອກາດ​ບຸນປີ​ໃໝ່, ຄອບຄົວ​ໃດ​ກໍ່​ພະຍາຍາມ​ເຮັດ​ເຂົ້າໜົມ​ໄຢ່​ໃຫ້​ຫຼາຍ, ​ເພື່ອ​​ທັງໃຫ້ຄອບຄົວກິນ, ທັງ​ຕ້ອນຮັບ​ແຂກ ​ແລະ ​​ເປັນ​ຂອງຕ້ອນມອບ​ໃຫ້​ຍາດຕິ​ພີ່ນ້ອງ. ບຸນປີ​ໃໝ່​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ແມ່ຍິງ​ເຜົ່າ​ມົ້ງສະ​ແດງ​ຄວາມ​ຊຳນານ​ໃນ​ການ​ຕົ້ມ​ເຫຼົ້າ, ​ເຮັດ​ເຂົ້າໜົມ​ສາລີ. ​ເຂົ້າໜົມ​ໄຢ່ ​ແລະ ​ແກ້ວ​ເຫຼົ້າ​ສາລີ​ຈະ​ຖືກ​ວາງ​ໃນ​ພາ​ເຂົ້າ​ບູຊາ​ສົ່ງ​ທ້າຍ​ປີ​ເກົ່າຕ້ອນຮັບ​ປີ​ໃໝ່ ພ້ອມ​ກັບ​ໄກ່ຜູ້​​ໂຕ​ໜຶ່ງ. ​ເອື້ອ​ຍ ​ເຈິ່ນທູ​ຖູ​ຍ, ຫົວໜ້າ​ຫ້ອງການ​ສຶກສາ, ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ, ​ແບ່ງປັນ​ວ່າ:

        ”​ໃນ​ຊຸມ​ວັນ​ຕົ້ນ​ປີ​ໃໝ່, ຊາວ​ເຜົ່າ​ມົ້ງ​ເຮັດ​ພິທີ​ຖວາຍ​ຊີວິດ​ໄກ່ຜູ້​ໂຕ​ໜຶ່ງ, ​ເພາະວ່າ​ຕາມ​ທັດສະນະ​ຂອງ​ຊາວ​ເຜົ່າ​ມົ້ງ​ແລ້ວ, ​ໄກ່​ແມ່ນສັດບູຊາ​ຜີ​ສາງ​ນາງ​ໄມ້. ຫຼັງ​ຈາກ​ນັ້ນ, ​ເຂົາ​ເຈົ້າ​ໄດ້​​ເອົາ​ເລືອດ​ ​ແລະ ຂົນໄກ່ຕິດ​ໃສ່​ແທ່ນ​ບູຊາ, ​ເສົາ​ເຮືອນ ​ແລະ ​​ເຮືອນຄົວ​ກໍ່​ຄື​ເຄື່ອງ​ໃຊ້​ໄມ້​ສອຍ​ທັງ​ໝົດ​ໃນ​ຄອບຄົວ. ​ເຂົາ​ເຈົ້າ​ຖື​ວ່າ​ເຮັດ​ຄື​ແນວ​ນັ້ນ​ຈຶ່ງ​ມີ​ໂຊກ​ມີ​ລາບ”.

ພິທີຕ້ອນຮັບບຸນປີໃໝ່ຂອງຊາວເຜົ່າມົ້ງ - ảnh 2

ໃນໂອກາດຕ້ອນຮັບປີໃໝ່ຊາວເຜົ່າມົ້ງເຄີຍເຮັດເຂົ້າໜົມຫຼາຍ

(ພາບ: ອິນເຕີແນດ)

        ຄວາມ​ປາຖະໜາ​ຂອງ​ຊາວ​ເຜົ່າ​ມົ້ງ​ໃນ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​ແມ່ນ​ທຳ​ມະ​ດາ​ສາມັນ ​ແລະ ​ແທດ​ເໝາະ​ທີ່​ສຸດ. ​ເຂົາ​ເຈົ້າ​ພາວະນາ​ຂໍ​ໃຫ້​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ, ລະດູການ​ປູກ​ເຂົ້າ​ໄດ້​ຮັບ​ຜົນ​ດີ, ການລ້ຽງສັດສະດວກ​ສະບາຍ. ​ໃນ​ໂອກາດ​ບຸນປີ​ໃໝ່​. ຊາວ​ເຜົ່າ​ມົ້ງກໍ່​​ເຄີຍຂະ​ລຳ​ບາງ​ຢ່າງ. ​ເອື້ອຍ ​ເຈິ່ນທູ​ຖູ​ຍ ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        ”​ໃນ 3 ວັນ​ຂອງ​ບຸນປີ​ໃໝ່, ຊາວ​ເຜົ່າ​ມົ້ງ​ໄດ້​ຫ້າມບໍ່​ໃຫ້​ຄົນ​​ແປກ​ໜ້າ​ເຂົ້າ​ເຮືອນ ກໍ່​ຄື​ຂະ​ລຳ​ບໍ່​ກິນ​ຜັກ, ຍ້ອນຢ້ານ​ຕ້ອງ​ກິນຜັກ​ຕະຫຼອດ​ປີ. ​ເຮືອນ​ຂອງ​ຊາວ​ເຜົ່າ​ມົ້ງມີ 2 ປະຕູ ​ແມ່ນ​ປະຕູ​ທາງ​ການ ​ແລະ ປະຕູ​ສຳຮອງ. ​ໃນ 3 ວັນ​ບຸນ, ຊາວ​ເຜົ່າ​ມົ້ງ​ບໍ່​ໄດ້​ເຂົ້າ​ອອກ​ເຮືອນ​ຜ່ານ​ປະ​ຕູ​ທາງ​ການ, ເພາະ​ວ່ານີ້​ແມ່ນ​ບ່ອນ​ບູ​ຊາ​ຜີ​​ປະ​ຕູ, ຫາກຕ້ອງ​​ຜ່ານ​ປະ​ຕູ​ສຳ​ຮອງ. ພາຍຫຼັງ 3 ວັນ​ບຸນ​, ເຂົາ​ເຈົ້າ​ຈຶ່ງ​ເອົາ​ງ່າ​ໄມ້​ທີ່​ຫ້ອຍຢູ່​ຕໍ່​ໜ້າ​ເຮືອນ​ອອກ, ເວ​ລາ​ນັ້ນ​ແຂກ​ຈຶ່ງ​​ເຂົ້າ​ເຮືອນໄດ້”.

ພິທີຕ້ອນຮັບບຸນປີໃໝ່ຂອງຊາວເຜົ່າມົ້ງ - ảnh 3

ບັນດາສະມາຊິກໃນຄອບຊາວເຜົ່າມົ້ງຮັບປະທານປະຫານຕ້ອນຮັບປີໃໝ່

(ພາບ: ອິນເຕີແນດ)

        ພາຍຫຼັງ​ຈັດ​ພິ​ທີ​ຕ່າງໆ​ໃນ​ເຮືອນ​ແລ້ວ, ຊາວ​ເຜົ່າ​ມົ້ງ​ຈຶ່ງ​ຈັດ​ຕັ້ງ​ງານ​ບຸນ​ຢູ່ນອກ, ຢູ່​ບາງ​ແຫ່ງ​ເຂົາ​ເຈົ້າ​ຕັ້ງ​​ໄມ້​ໄຜ່ຕົ້ນ​ໃຫ​ຍ່​​ທີ່​​ປະ​ດັບຄັນ​ທຸງ​ເທິງ​ປາຍໃນ​ເຂດ​ດິນກວ້າງ​ຂວາງ ເພື່ອ​ໃຫ້​ປະ​ຊາ​ຊົນ​ຢູ່​ບ້ານ, ຕາ​ແສງ​ອ້ອມ​ຂ້າງ​ມາ​ຮ່ວມ​ງານ​ບຸນ. ຊາວ​ເຜົ່າ​ມົ້ງ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນ​ຊົນ​ເຜົ່າ​ຄື: ແກວ່ງໝາກ​ປາ​ປາວ, ຟ້ອນ​ແຄນ, ຟ້ອນ​ຄັນ​ຮົ່ມ, ຍິງ​ທະ​ນູ, ຍູ້​ໄມ້​ເທົ້າ… ໃນ​ນັ້ນ​ແກວ່ງ​​​ໝາກປາປາວ​ໄດ້​ດຶງ​ດູດ​ບ່າວ​ສາວຫຼາຍ​ຄົນ​ເຂົ້າ​ຮ່ວມ. ໝາກ​ປາ​ປາວ​ເຮັດ​ດ້ວຍ​ແພຈະ​ຖືກ​ແກວ່ງ​ໄປ​ແກວ່ງ​ມາ​ລະ​ຫວ່າງ​ສອງ​ທິມ​. ອັນ​ໄດ້​ເປັນ​ການ​ເຊື່ອມ​ຕໍ່, ຜູກ​ມັດ​ຄູ່​ແຂ່ງ​ດ້ວຍ​ຄວາມ​ປ່ອງດອງ​ກັນ. ງານ​ບຸນ​ບໍ່​ພຽງ​ແຕ່​ສ້າງ​ຄວາມ​ມ່ວນ​ຊື່ນ​ໃຫ້​ທຸກ​ຄົນ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ຄວາມ​ຮັກ​ໃຫ້​ຄູ່​ບ່າວ​ສາວ​ອີກ​ດ້ວຍ. ມີ​ບ່າວ​ສາວຫຼາຍ​ຄູ່​ເລີ່ມ​ມີ​ຄວາມ​ຮັກ​ຈາກ​ການ​ລະຫຼິ້ນ​ໃນ​ຊຸມມື້​ຕົ້ນ​ປີ​ໃໝ່. ເອື້ອຍ​ເຈິ່ນ​ທູ​ຖູຍ ໃຫ້​ຮູ້​ຕື່ມ​ອີກວ່າ:

        “ໃນ​ຊຸມ​ວັນ​ບຸນນີ້, ບ່າວ​ສາວ​ຊົນ​ເຜົ່າ​ມົ້ງ​ສາ​ມາດ​ຊອກ​ຮູ້, ເຂົ້າ​ຮ່ວມ​ການ​ລະຫຼິ້ນ​ພື້ນ​ເມືອງ​ຢ່າງ​ເສ​ລີ. ຜູ້​ຊາຍ​ມັກ​ຟ້ອນ​ແຄນ, ຜູ້​ຍິງ​ມັກ​ຂັບ​ລຳ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບ່າວ​ສາວ​ພົວ​ພັນ​ນຳ​ກັນ, ຖ້າ​ທັງ​ສອງ​ຄົນຮັກ​ກັນຈະຈັດ​ງານ​ແຕ່ງດອງ. ຍ້ອນ​ເຫດ​ນັ້ນ, ງານ​ແຕ່ງດອງ​ຂອງ​ຊາວ​ເຜົ່າ​ມົ້ງ​ເຄີຍ​ຈັດ​ຕັ້ງ​ໃນ​​ໂອ​ກາດຕົ້ນ​ປີ​ໃໝ່

        ສຳ​ລັບ​ຊາວ​ເຜົ່າ​ມົ້ງ, ບຸນ​ປີ​ໃໝ່​ປະ​ຈຳ​ເຜົ່າ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ເຂົາ​ເຈົ້າ​ພັກ​ຜ່ອນ​ພາຍຫຼັງ​ອອກ​ແຮງ​ງານ​ຢ່າງ​ຫ​ຍຸ້ງ​ຍາກ, ລຳ​ບາກ​ຕະຫຼອດ​ປີ. ນີ້​ກໍ່​ແມ່ນ​ຈຸດ​ເວ​ລາ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ເຂົາ​ເຈົ້າ. ພ້ອມ​ກັບ 54 ຊົນ​ເຜົ່າ​ອ້າຍ​ນ້ອງ, ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນ​ງານບຸນຕ້ອນ​ຮັບ​ປີ​ໃໝ່​ຊອງ​ຊາວ​ເຜົ່າ​ມົ້ງ, ໄດ້​ປະ​ກອບ​ສ່ວນ​ເຮັດ​ໃຫ້​ສີ​ສັນ​ວັດ​ທະ​ນະ​ທຳຂອງ​ຊາວ​ຫວຽດ​ນາມ​ອຸ​ດົມ​ສົມ​ບູນ ແລະ ຫຼາຍ​ຮູບຫຼາຍ​ແບບກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ