ພິທີອວຍພອນເຂົ້າໃໝ່ - ງານບຸນລະດູເຂົ້າສຸກເຫຼືອງຢູ່ເຂດຊາຍແດນ ກວ໋າງນິງ.
Truong Giang -  
(VOVWORLD) -ຂະນະທີ່ບັນດາເນື້ອທີ່ຂັ້ນໄດຢູ່ຕາແສງຊາຍແດນ ລຸກໂຮ່ນ ແຂວງ ກວ໋າງນິງ ສຸກເຫຼືອງອາຮາມ ກໍ່ແມ່ນຈຸດເວລາທີ່ພໍ່ແມ່ພີ່ນ້ອງຢູ່ແຫ່ງນີ້ທຳພິທີອວຍເຂົ້າໃໝ່. ນີ້ແມ່ນພິທີກຳ ເຂັ້ມຂົ້ນໄປດ້ວຍສສັນຂອງເຜົ່າໄຕ່ ຢູ່ເຂດພູສູງທາງທິດຕາເວັນອອກພາກເໜືອ ສະແດງຄວາມຮູ້ບຸນຄຸນຕໍ່ບັນພະບູລຸດ ເທວະດາຟ້າແຖນພ້ອມທັງພາວະນາໃຫ້ລະດູການຜະລິດໄດ້ຮັບຜົນດີ
ເຂົ້າໜຽວໃບຂີງແມ່ນເຍື່ອງອາຫານພິເສດຂອງຊາວເຜົ່າໄຕຢູ່ຕາແສງ ລຸກໂຮ່ນ |
ໄກ່ລາດ ເຄົາຍຸກ, ສົ້ມປາ, ສົ້ມປີກ້ວຍ, ຂົ້ວເສັ້ນລ້ອນ, ເຂົ້າໜຽວ ນີ້ກໍ່ແມ່ນບັນຫາເຍື່ອງອາຫານທີ່ເຂັ້ມຂົ້ນໄປດ້ວຍສີສັນເຂດພູຜາປ່າໄມ້ ມີລົດຊາດພິເສດສະເພາະ ຖືກເອື້ອຍນ້ອງແມ່ຍິງພວມວາງໃນແຕ່ລະພາອາຫານຢູ່ ເດີ່ນສາລາ ລຸກນ່າ ຕາແສງ ລຸກໂຮ່ນ ແຂວງ ກວ໋າງນິງ. ນາງ ເລືອງທິກາມ ຕາງໜ້າບ້ານ ນ່າຕ່າວ ແບ່ງບັນວ່າງານແຂ່ງຂັນພາອາຫານອວຍພອນເຂົ້າໃໝ່ ແມ່ນງານແຂ່ງຂັນ 29 ບ້ານໃນບໍລິເວນ
‘ບ້ານ ນ່າຕ່າວ ໄດ້ນຳອາຫານພາໜຶ່ງເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງເຜົ່າຕົນມາແຂ່ງຂັນ. ປະເພນີນີ້ໄດ້ຮັບການຮັກສາຜ່ານຫຼາຍລຸ້ນຄົນ ແລະ ປັດຈຸບັນໄດ້ກາຍເປັນມູນເຊື້ອວັດທະນະທຳຂອງເຜົ່າໄຕ່”
ງານແຂ່ງຂັນພາອາຫານອວຍພອນເຂົ້າໃໝ່ດຶງດູດຊາວທ້ອງຖິ້ນ ພ້ອມກັບແຂກທ່ອງທ່ຽວມາຈາກສາລະທິດເຂົ້າຮ່ວມ. ນາງ ຮ່າທິຖຸ໋ຍ ແຂກທ່ອງທ່ຽວມາຢ້ຽມຊົມງານແຂ່ງຂັນ ໃຫ້ຮູ້ວ່າ :
“ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ ຍ້ອນວ່າແຕ່ລະບ້ານກໍ່ລ້ວນແຕ່ມີສິນພິເສດຂອງທ້ອງຖິ່ນ. ມາທີ່ນີ້ແລ້ວຂ້າເຈົ້າຈຶ່ງຮູ້ຈັກ ແລະ ຮູ້ສຶກດຶງດູດໃຈທີ່ສຸດ. ແຕ່ລະພາອາຫານກໍ່ມີຈຸດພິເສດສະເພາະຄືເຂົ້າ ໜຽວມີສີງາມເປັນເອກະລັກສະເພາະ ມີລົດຫອມ ແລະ ໜຽວ. ນອກຈາກນັ້ນພາອາຫານໃດກໍ່ມີເຍື່ອງອາຫານ ເຄົາຍຸກ ເຮັດລະອຽດລະອໍ”
ພ້ອມກັບງານແຂ່ງຂັນ, ຕາແສງ ລຸກໂຮ່ນ ຍັງຈັດພິທີອວຍພອນເຂົ້າໃໝ່ຕາມປະເພນີ. ພິທີກຳຖືກຊາວເຜົ່າ ໄຕ່ ຈັດໃນໂອກາດຕົ້ນເຂົ້າສຸກເຫຼືອງໃນແຕ່ລະປີ ຂະນະທີ່ຢູ່ທົ່ວໝູ່ບ້ານເຂດພູຜາປ່າໄມ້ເຕັມໄປດ້ວຍສີເຫຼືອງອາຮາມຂອງຕົ້ນເຂົ້າສຸກ. ພິທີອວຍພອນເຂົ້າໃໝ່ມີຄວາມໝາຍສະຫຼຸບການຜະລິດໃນປີໜຶ່ງ ເພື່ອລາຍງານໝາກຜົນຂອງການອອກແຮງງານ ແລະ ສົມມະນາຄຸນເທວະດາຟ້າແຖນ ແລະ ບັນພະບູລຸດພ້ອມທັງພາວະນາໃຫ້ຄອບຄົວມີສຸຂະພາບແຂງແຮງ ອີ່ມໜຳສຳລານ ແລະ ຜາສຸກ. ນາງ ຟານທິເຫວະ ຮອງອະທິການບໍດີ ມະຫາວິທະຍາໄລ ຮະລອງ ໃຫ້ຮູ້ວ່າ :
“ນີ້ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ເປັນເອກະລັກຂອງຊາວເຜົ່າໄຕ່ ແລະ ໄດ້ຮັບການຕອບສະໜອງຈາກປະຊາຊົນ. ເຖິງວ່າແມ່ນຂອງຊາວເຜົ່າໄຕກໍ່ຕາມ ແຕ່ກໍ່ມີການເຂົ້າຮ່ວມຂອງທັງເຜົ່າຢ້າວ ເຜົ່າສານຈີ ອັນໄດ້ແຜ່ກະຈານຄວາມງາມຂອງບັນດາເຜົ່າສ່ວນໜ້ອຍຢູ່ເຂດທາງທິດຕາເວັນອອກພາກເໜືອ “
ພິທີອວຍພອນເຂົ້າໃໝ່ ແມ່ນໜຶ່ງໃນບັນດາພິທີກຳທີ່ເປັນເອກະລັກດຶງດູດແຂກທ່ອງທ່ຽວເຂົ້າຮວ່ມງານບຸນລະດູເຂົ້າສຸກເຫຼືອງປີ 2025 ເຊິ່ງຈັດຂຶ້ນນັບແຕ່ທ້າຍເດືອນ ຕຸລາ ຫາເດືອນ ພະຈິກ. ງານບຸນລະດູເຂົ້າເຫຼືອງປີນີ້ ກໍ່ຍັງມີຫຼາຍກິດຈະກຳທີ່ພົ້ນເດັ່ນຄື ເຂົ້າຮ່ວມງານບຸນລະດູເຂົ້າສຸກເຫຼືອງຢູ່ສະຖານທີ່ນາຂັ້ນໄດ; ຄົ້ນຫາການກ່ຽວເຂົ້າຢູ່ຕາມເນື້ອທີ່ນາຂັ້ນໄດ; ການເຄື່ອນໄຫວຈ້ອງເວີ່ນ; ຄົ້ນຫາປີນພູກາວຊຽມ ເຊິ່ງໄດ້ຮັບຖືວ່າ ແມ່ນຫຼັງຄາຂອງແຂວງ ກວ໋າງນິງ… ທ່ານ ວີຕ໊ຽນເວື້ອງ ປະທານຄະນະກຳມະການປະຊາຊົນຕາແສງ ລຸກໂຮ່ນ ໃຫ້ຮູ້ວ່າ :
“ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ຕາແສງແນະນຳໂຄສະນາບັນດາຄຸນຄ່າວັດທະນະທຳຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ຍົກສູງຜະລິດຕະພັນທ່ອງທ່ຽວເທື່ອລະກ້າວ ສົ່ງເສີມວິສາຫະກິດທ່ອງທ່ຽວ, ນັກລົງທຶນພັດທະນາການບໍລິການທ່ອງທ່ຽວ; ຊຸກຍູ້ຮຸບແບບຢ້ຽມຊົມທັດສະນະສຶກສາ ລົງຕົວຈິງໃກ້ຊິດສະໜິດສະໜົມກັບຊີວິດວັດທະນະທຳຂອງຊາວທ້ອງຖິ່ນ. “
ປີ 2025 ຕາແສງ ລຸກໂຮ່ນ ວາງເປົ້າໝາຍຮັບແຂກທ່ອງທ່ຽວ 35.000 ເທື່ອຄົນ. ພິທີອວຍພພອນເຂົ້າໃໝ່ ແລະ ງານບຸນລະດູເຂົ້າສຸກເຫຼືອງ ແມ່ນການເຄື່ອນໄຫວທີ່ສຳຄັນໃນແຜນພັດທະນາການທ່ອງທ່ຽວຂອງຕາແສງ. ປັດຈຸບັນທາງທ້ອງຖິ່ນພວມສຸມໃສ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງ ພັດທະນາລະບົບໂຮມສະເຕ, ເຂດຕາກອາກາດ… ປັດໄຈທັງໝົດເຫຼົ່ານີ້ ແມ່ນມຸ່ງໄປເຖິງການກໍ່ສ້າງຕາແສງ ລຸກໂຮ່ນ ນັບມື້ນັບພັດທະນາກາຍເປັນເປັນຈຸດທີ່ພົ້ນເດັ່ນຂອງທ່ອງທ່ຽວຊຸມຊົນຢູ່ເຂດຊາຍແດນທາງທິດຕາເວັນອອກພາກເໜືອ.
Truong Giang