ລາຍການທ່ອງທ່ຽວລະດູບານໃຫມ່ປີມະເສງ 2013


(vovworld) - ບຸນປີ​ໃໝ່​ປະຈຳ​ຊາດ (ບຸນ​ເຕັດ) ປີ​ມະ​ເສ​ງ 2013, ຄົນ​ງານ​ໄດ້​ພັກ​ການ 9 ມື້, ​ແຕ່​ລະ​ຄົນ​ກໍ່ມີ​ວິທີ​ຕ້ອນຮັບ​ບຸນ​ເຕັດ​​ທີ່ແຕກ​ຕ່າງ​ກັນ. ສ່ວນ​ຫຼາຍ​ແມ່ນກັບ​​ເມືອ​ບ້ານ​ເກີດ​ເມືອງ​ນອນ​ຕ້ອນຮັບ​ບຸນ​ເຕັດ​ພ້ອມ​ກັບ​ຄອບຄົວ, ​ແຕ່​ກໍ່ມີ​ຫລາຍ​ຄົນ​ເລືອກ​ເຟັ້ນລາຍການ​ທ່ອງ​ທ່ຽວ​ເພື່ອ​ພັກຜ່ອນ​ຢ່ອນ​ອາລົມ ພາຍຫລັງ​ເຮັດ​ວຽກ​ຢ່າງ​ອິດ​ເມື່ອຍ​​ໃນໜຶ່ງ​ປີທີ່ຜ່ານ​ມາ. ປີ​ນີ້​ຍ້ອນໄດ້​ພັກ​ການ​ເປັນ​ເວລາ​ຫລາຍ​ມື້, ສະ​ນັ້ນ, ນັກ​ທ່ອງ​ທ່ຽວ​​ສ່ວນ​ຫລາຍ​ເຄີຍ​ເລືອກ​ເຟັ້ນລາຍການ​ທ່ອງ​ທ່ຽວ​ຕົ້ນ​ລະດູບານ​ໃຫມ່​​ໃນ​ເວລາ​ແຕ່ 3 ວັນ​ເຖິງ 1 ສັບປະດາ. ນອກ​ຈາກ​ລາຍການ​ທ່ອງ​ທ່ຽວ​ຢູ່​ພາກ​ກາງແລ້ວ,​ ບັນດາລາຍການ​ທ່ອງ​ທ່ຽວ​ຢູ່ພາກ​ເຫນືອ​ກໍ​​ແມ່ນ​ສະຖານ​ເລືອກ​ເຟັ້ນຂອງ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ.

ລາຍການທ່ອງທ່ຽວລະດູບານໃຫມ່ປີມະເສງ 2013 - ảnh 1
ຮູບພາບກ່ຽວກັບ ດາລາດ
ພາບ:internet

        ບຸນ​ເຕັດ​ປີ​ນີ້, ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ໄດ້​ສ້າງ​ນັບ​ຮ້ອຍ​ຮູບ​ການທ່ອງທ່ຽວ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ເລ​ືອກ​ເຟັ້ນ. ບັນດາ​ລາຍການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​​​ເຊິ່ງ​ນັກ​ທ່ອງ​ທ່ຽວ​ໄດ້​ເລືອກ​ເຟັ້ນຫລາຍ​ສຸດ​ຍັງ​ຄົງ​ແມ່ນ​ຫາດ​ຊາຍ​ທະ​ເລ​ຢູ່​ພາກ​ກາງຄື: ຍາ​ຈາງ, ຟານ​ທຽດ, ກົນ​ດ໋າວ, ຟູກ​ວກ. ​ເພື່ອ​ຫລີກ​ລ້ຽງ​ອາກາດ​ທີ່ຫນາວ​ຈັດຢູ່​ພາກ​​ເ​ໜືອ ນັກ​ທ່ອງ​ທ່ຽວ​ຈະ​ໄປ​ອາບ​ນ້ຳ​ທະ​ເລ​ທີ່​ສະ​ອາດ​ຂຽວງາມ ຫລື​ຕາກ​ແດດ, ດຳ​ນ້ຳ​ເພື່ອ​ຮັບ​ຊົມ​ຫີນ​ປະ​ກາ​ລັງ ​ແລະ ​ຮັບ​ປະທານ​ອາຫານ​ພິ​ເສດສະ​ເພາະ​ດ້ວຍ​ບັນດາ​ເຍື່ອງ​ອາຫານ​​ທະ​ເລ​ທີ່​​ແຊບນົວ​ຂອງ​ພາກ​ກາງຫວຽດນາມ. ບຸນ​ເຕັດ​ປີ​ນີ້, ດາ​ລາດ ຊຶ່ງ​ແມ່ນ​ນະຄອນ​ຢູ່​ເຂດ​ພູ​ພຽງ ກໍ​ແມ່​ນສະຖານ​ທີ່​ນັກ​ທ່ອງ​ທ່ຽວ​ນິຍົມ​ກວ່າໝູ່. ​ໂດຍ​ໄດ້​ຮັບ​ການ​ຂະຫນານ​ນາມ​ວ່າ ​ແມ່ນ​ນະຄອນ​ແຫ່ງ​ດອກ​ໄມ້, ນະຄອນ​ແຫ່ງ​ນ້ຳໝອກ ຫລື ນະຄອນ​ລະດູ​ບານ​ໃຫມ່,​ ຍາມ​ໃດ ດາລາ​ດກໍເປັນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກທຸກ​ສາລະ​ທິດ​ມາ​ຢ້ຽມຢາມເປັນ​ຈຳນວນ​ຫລວງຫລາຍ ບໍ່ພຽງ​ແຕ່​ຍ້ອນ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມດັ່ງ​ໃນ​ຝັນ, ອາກາດ​ປອດ​​ໂປ່​ງ​ເຢັນ​ສະບາ​ຍ​ເທົ່າ​ນັ້ນ ຫາກ ດາລາ​ດ ຍັງ​ມີ​ທັດສະນີ​ຍະພາບ​ຫລາຍ​ແຫ່ງ​ທີ່ຕິດ​ພັນ​ກັບ​ເທບ​ນິຍາຍ​ແຫ່ງ​ຄວາມ​ຮັກອີກ​ດ້ວຍ. ທ່ານນາງ ຫງວຽນ​ທິງ​ວຽນ, ຮອງ​ຫົວຫນ້າ​ພະ​ແນ​ກວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ ​ເລີມ​ດົ່ງ ​ໃຫ້​ຮູ້​ວ່າ: ​ໂອກາດ​ບຸນ​ເຕັດ ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ດາລາ​ດ ຫລາຍ​ພໍ​ສົມຄວນ, ພິ​ເສດ​ແມ່ນ​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ.

        “ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ມາ​ຢ້ຽມຢາມ ດາລາ​ດ ​ຍ້ອນ​ເຂົາ​ເຈົ້າ​ເຫັນ​ວ່າ ທິວ​ທັດ​ທຳ​ມະ​ຊາດ​ຢູ່ ດາ​ລາດ ສວຍ​ງາມ, ອາກາດ​ປອດ​​ໂປ່​ງ​ເຢັນ​ສະບາຍ. ນອກ​ນັ້ນ ​ແລະ ປະຊາຊົນ​ຢູ່​ທີ່​ນີ້​ກໍ່​ມີ​ຄວາມ​ຮັກ​ແພງ​ແຂກ​ຄົນ​ຫຼາຍ. ​ໃນ​ໂອກາດ​ບຸນ​ເຕັດ, ການ​ນຳ​ແຂວງ ​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ສັງ​ສັນ​ກັບພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ທາງ​ແຂວງ​ຍັງ​ສ້າງ​ຕັ້ງ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຮັກ​ຊາດຢູ່ ​ເລິ​ມດົ່ງ ອີກ​ດ້ວຍ.”

        ມາຢ້ຽມຢາມ ດາລາດ ເປັນຄັ້ງທີ 2, ຄັ້ງກ່ອນແມ່ນກົງກັບລະດູຮ້ອນ ສ່ວນຄັ້ງນີ້​ແມ່ນ​ບຸນ​ເຕັດ​ຂອງ​ຊາວຫວຽດນາມ​, ອ້າຍ Stefan ນັກ​ທ່ອງ​ທ່ຽວ​ມາ​ຈາກ ຍີ່​ປຸ່ນ ຮູ້ສຶກ​ປະ​ທັບ​ໃຈ​ຫລາຍ​ເມື່ອ​ໄດ້​ຮັບ​ຊົມ​ດອກ​ໄມ້​ນາໆ​ຊະນິດຢູ່ ດາລາ​ ພວມ​​ເບ່ັງ​ບານ​ສີສັນ​ຫລາກຫລາຍ​ທີ່​ສວຍ​ງາມ. ນອກ​ນັ້ນ ທິວ​ທັດ​ທຳ​ມະ​ຊາດ, ກໍ​ຄື​ຄວາມ​ຮັກ​ແພງ​​ແຂກ​ຄົນຂອງ​ປະຊາຊົນ​ ດາລາ​ດ ​ກໍສ້າງ​ຄວາມ​ດຶງ​ດູດ​ໃຈ​ຫລາຍ.

        “ຊາວ ດາລາ​ດ ​ແມ່ນ​ຜູ້​ຮັກ​ແພງ​ແຂກຄົນ ​ແລະ ສະຫນິດສະຫນົມ. ບັນດາ​ເຍື່ອງ​ອາຫານ​ຢູ່​ທີ່​ນີ້​ກໍ​​ແຊບ​ຫລາຍ. ອາກາດ​ປອດ​ໂປ່​ງ​ເຢັນ​ສະບາຍ. ​ບັນຍາກາດ​ໃນຍາມ​ຄຳ່​ຄືນ​ແມ່ນ​ຟົດ​ຟື້ນ​ທີ່​ສຸດ.”

        ປີ​ນີ້ ຈຳນວນ​ນັກ​ທ່ອງ​ທ່ຽວ​ຈົດ​ທະບຽນ​ໄປ​ທ່ອງ​ທ່ຽວ​ຢູ່ພາກ​ເຫນືອ ​ເພີ່ມ​ຂຶ້ນ​ຫລາຍ​ເມື່ອ​ທຽບ​ໃສ່​ປີ​ກ່ອນ. ບຸນ​ເຕັດ​ປີ​ນີ້, ບໍລິສັດ​ທ່ອງ​ທ່ຽວ Vietravel ​​ໄດ້​ສ້າງ​300 ລາຍການ​ທ່ອງ​ທ່ຽວ​ ພາຍ​ໃນ ​ແລະ​ຕ່າງປະ​ເທດ. ສະ​ເພາະ ນັກ​ທ່ອງ​ທ່ຽວ​ຈົດ​ທະບຽນ​ໄປ​ຢ້ຽມຢາມ ພາກ​ເຫນືອ ຫວຽດນາມ ກວມ​ເຖິງ 50%. ນາງ ທູ​ເຮືອງ ພະນັກງານ​ maketing, ສັງກັດ​ບໍລິສັດ​ທ່ອງ​ທ່ຽວ​ຫຸ້ນ​ສ່ວນ​ສາກົນ​ແຄນ​ຊິງ, ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ປີ​ນີ້ ຈຳນວນ​ນັກ​ທ່ອງ​ທ່ຽວ​ຈົດ​ທະບຽນ​ໄປ​ຢ້ຽມຢາມ ຊາ​ປາ, ຮ້າ​ລອງ ​ເພີ່ມຂຶ້ນ​ເມື່ອ​ທຽບ​ໃສ່​ປີ 2012.

        “ຈຳນວນ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມລາຍການ​ທ່ອງ​ທ່ຽວ ຮ້າ​ລອງ ປີ​ນີ້​​ແມ່ນ​ຫລາຍ​ກວ່າ ​ເພາະວ່າ ຮ້າ​ລອງ​ ຫາກ​ໍ​ໄດ້​ຮັບຮອງ​​ແມ່ນ​ຫນຶ່ງ​ໃນ​ຈຳນວນ 7 ສິ່ງ​ມະຫັດສະຈັນ​ໃຫມ່ ຂອງ​ໂລກ. ບໍລິສັດ​ພວກ​ຂ້າ​ພະ​ເຈົ້າ​ຈັດ​ຕັ້ງ​ລາຍການ​ທ່ອງ​ທ່ຽວ ຮ້າ​ລອງ​ ໃນ​ທຸກ​ມື້ ​ແລະ ຕະຫລອດ​ບຸນ​ເຕັດ. ລາຄາບໍລິການ​ສຳລັບ​ລາຍກາ​ນທ່ອງ​ທ່ຽວ ​ໃນ​ໂອກາດ​ບຸນ​ເຕັດ​ກໍ່​ບໍ່​ເພີ່ມ​ຂຶ້ນ. ນັກ​ທ່ອງ​ທ່ຽວ​ມາ​ຈາກ ​ເຢຍລະ​ມັນ, ລັດ​ເຊຍ, ອາ​ເມ​ລິ​ກາ ​​ເມື່ອ​ມາ​ຢ້ຽມຢາມ ຫວຽດນາມ ລ້ວນ​ແຕ່​ໄປ​ຢ້ຽມຢາມ ຮ້າ​ລອງ. ພວກ​ຂ້າພະ​ເຈົ້າ​ມີ​ກຳ​ປັ່ນ​ບັນລຸ​ມາດຕະຖານ 3 ດາວ, ສວຍ​ງາມ ​ແລະ ທັນ​ສະ​ໄຫມ​ ເພື່ອ​ຮັບ​​ໃຊ້​ນັກ​ທ່ອງ​ທ່ຽວ. ​ເມື່ອ​ຢ້ຽມຢາມ ຮ້າ​ລອງ, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ຊົມ​ຖ້ຳ, ໝູ່​ບ້ານ​ຊາວ​ປະມົງ, ພາຍ​ເຮືອ, ຕືກປາ.”

        ນາງ ທູ​ເຮືອງ ຍັງ​ໃຫ້​ຮູ້​ຕື່ມ​ອີກ​ວ່າ, ​ເມື່ອ​ອອກ​ຈາກ ຮ້າ​ລອງ,​ ນັກ​ທ່ອງ​ທ່ຽວ​ໄປ​ຄົ້ນ​ຫາ ຊາ​ປາ ​ແຂວງ ລາວ​ກາຍ.

        “ລາຍການ​ທ່ອງ​ທ່ຽວ​ໄປ​ຢ້ຽມຢາມ ຊາ​ປາ ສ່ວນ​ຫລາຍ​ແມ່ນ 3 ຄືນ 2 ວັນ ຫລື 4 ຄືນ 5 ວັນ. ຊາ​ປາ ກໍ​ແມ່ນ​ສະຖາ​ນທີ່​ທ່ອງ​ທ່ຽວອັນ​ດູດ​ດື່ມ​ ​ເພາະວ່າ ມາ​ຢ້ຽມຢາມ​ແຫ່ງ​ນີ້ ນັກ​ທ່ອງ​ທ່ຽວ​ໄດ້​ເຂົ້າ​ຮ່ວມ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ. ສະ​ນັ້ນ ນັກ​ທ່ອງ​ທ່ຽວ​ຈຶ່ງໄປ​ຢ້ຽມຢາມ ຊາ​ປາ ​ໃນ​ໂອກາດ​ບຸນ​ເຕັດ​​ເປັນ​ຈຳນວນ​ຫລວງຫລາຍ. ”

ລາຍການທ່ອງທ່ຽວລະດູບານໃຫມ່ປີມະເສງ 2013 - ảnh 2
ຊາປາ
ພາບ:internet

        ນອກຈາກ ຊາ​ປາ ​ແລ້ວ, ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ພາກ​ເຫນືອ ພວມ​ໄດ້​ຮັບ​ການ​ເລຶອກ​ເຟັ້ນຈາກ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ ນັ້ນ​ແມ່ນ ​ມົກ​ເຈົາ ​ຢູ່່ແຂວງ ​ເຊີນ​ລາ, ພູ​ຫລວງ ​ຢູ່ແຂວງ ​ແທງ​ຮວາ, ​ເຂດ​ປອດ​ໄພ ຢູ່​ແຂວງ ຕວຽນ​ກວາງ, ຫນອງ ບາ​ເບ໋ ​ແຂວງ ບັກ​ກ້ານ ດ້ວຍ​ໄລຍະ​ທາງ​ໄປມາ​​ແມ່ນ​ເໝາະ​ສົມ, ສາມາດ​ໄປທ່ອງ​ທ່ຽວ​ໃນ​ເວລາ 3 - 4 ມື້​ໄດ້.


ຕອບກັບ

ຂ່າວ/ບົດ​ອື່ນ