ອາຊີບຕຳ່ຫູກຜ້າແພພື້ນເມືອງຂອງຊາວເຜົ່າເອເດ


vovworld - ​​ເມື່ອ​ທຽບ​ໃສ່​ຊົນ​ເຜົ່າ​ອື່ນໆ​ທີ່​ດຳລົງ​ຊີວິດ​ຮ່ວມ​ກັນ​ຢູ່​ແຂວງ​ຟູ໋ອຽນ​ຄື: ຊົນ​ເຜົ່າຈຳ, ຊົນ​ເຜົ່າບາ​ນາ... ຊາວ​ຊົນເຜົ່າ​ເອ​ເດ ຢູ່​ເມືອງ​ຊົງ​ຮີ່ງ ຍັງ​ຄົງ​ຮັກສາ​ອາຊີບ​ຕຳ່​ຜ້າ​ພື້ນ​ເມືອງ​ໄວ້​ໄດ້ ​ແລະ ພັດທະນາຈົນ​ຮອດ​ປະຈຸ​ບັນ. ​ໃນ​ເຮືອນ​ຍາວຂອງ​ຊົນ​ເຜົ່າ​ຕົນ, ຄຽງ​ຂ້າງ​​ເຄື່ອງ​ມື, ອຸປະກອນ​ຕ່າງໆ​ຄື: ກະພາ, ​ເຄື່ອງ​ລ່າ​ເນື້ອນັ້ນ, ​ແມ່ນກີ່ຕຳ່ຫູກ​ຜ້າ​​ແພພື້ນ​ເມືອງ. ນອກຈາກ​ເວລາ​ໄປ​ເຮັດ​ໄຮ່​ແລ້ວ, ​ແມ່ຍິງ​ຊົນ​ເຜົ່ນ​ເອ​ເດ ​ເຄີຍ​ຕິດ​ພັນ​ກັບ​ວຽກ​ງານ​ຕຳ່ຫູກຜ້າ​ແພພື້ນ​ເມືອງ.

ອາຊີບຕຳ່ຫູກຜ້າແພພື້ນເມືອງຂອງຊາວເຜົ່າເອເດ - ảnh 1


ປ້າ ມີ໋​ເບີ​ລືກຳລັງຕຳ່ຫູກຜ້າແພພື້ນເມືອງຂອງຊົນເຜົ່າເອເດ

        ​ປະຈຸ​ບັນ, ຢູ່​ບ້ານ​ຕ່າງໆ​ຂອງ​ຊົນ​ເຜົ່າ​ເອ​ເດ ​ໃນ​ເມືອງ​ຊົງ​ຮີ່ງ ​ ຍັງ​ຄົງ​ຮັກສາ​ອາຊີບ​ຕຳ່​ຜ້າ​ແພ​ພື້ນ​ເມືອງ​ໄວ້​ຢູ່. ບັນດາ​​ແມ່​ຍິງ​ຊົນ​ເຜົ່າ​ເອ​ເດ ​ຍັງ​ເມົາ​ມົວ​ກັບ​ວຽກ​ງານນີ້​ເພື່ອ​ສ້າງ​ເປັນ​​ແຜ່ນ​ແພດ້ວຍ​​ລວດລາຍ​ທີ່​ເປັນ​ເອກະລັກ​ສະ​ເພາະ. ປ້າ ມີ໋​ເບີ​ລື, ປີ​ນີ້​ອາຍຸ​ເກືອບ 70 ປີ​, ​ແຕ່​ປ້າ​​ໄດ້​ຕິດ​ພັນ​ກັບ​ວຽກ​ງານ​ຕຳ່​ຜ້າ​​ແພພື້ນ​ເມືອງ​ມາ​ເປັນ​ເວລາ​ເກືອບ 50 ປີ​ແລ້ວ .

        “ນັບ​ແຕ່​ເວລາ​ຂ້າພະ​ເຈົ້າ​ຮູ້​ຕຳ່ຜ້າ​ພື້ນ​ເມືອງ ​​ໄດ້​ມີ​ກີ່​ຕຳຫູກ​ນີ້​ແລ້ວ ​ແລະ ມັນ​ໄດ້​ຕິດ​ພັນ​ກັບ​ຂ້າພະ​ເຈົ້າ​ມາ​ຮອດ​ປະຈຸ​ບັນ. ​ເມື່ອ​ມີ​ອາຍຸ 18, 20 ປີ, ຂ້າພະ​ເຈົ​້າ​ໄດ້​ຮຽນ​ວິທີ​ຕຳ່ຫູກ​ຈາກ​ແມ່ ​ແລະ ບັນດາ​ຜູ້​ເຖົ້າ​ແກ່​ໃນ​ບ້ານ. ກ່ອນ​ນີ້​ແມ່ຍິງ​ຊົນ​ເຜົ່າ​ເອ​ເດ ຖ້າ​ບໍ່​ຮູ້​ຕຳ່ຫູກ ຈະ​ຖືກ​ຕີ​ລາຄາ​ວ່າ​ແມ່ນ​ຜູ້​ບໍ່​ມີ​ສີມື​ດີ. ​ໂສ້ງ​ເສື້ອ​ຂອງ​ທຸກ​ຄົນ​ໃນ​ຄອບຄົວ ລ້ວນ​ແຕ່​ໂດຍ​ແມ່ຍິງ​ເຮັດ​ເອງ“.

        ກີ່​ຕຳ່​ຫູກ​ຂອງ​ຊົນ​ເຜົ່າ​ເອ​ເດ ຕ່າງ​ກັບ​ຊົນ​ເຜົ່າ​ອື່ນໆ, ມັນ​ເຮັດ​ດ້ວຍ​ໄມ້​ໄຜ່. ​ເມື່ອ​ແມ່ຍິງ​ຊົນ​ເຜົ່າ​ເອ​ເດ​ຕຳ່ຫູກ, ​ເຂົາ​ເຈົ້າຈະສ້າງ​ເປັນ​​ລວດລາຍຕາມ​ເສັ້ນຍາວ​ເຊິ່ງ​ໄດ້​ຈັດ​ກຽມ​ກ່ອນ​ແລ້ວ. ດັ່ງ​ນັ້ນ​ເມື່ອ​ຈັດກຽມ​​​ເສັ້ນ​ຍາວ​ເຂົາ​ເຈົ້າ​ຕ້ອງ​ຄິດ​ໄລ່​​ບັນດາເສັ້ນ​ສີຄື​ແນວ​ໃດ​ໃຫ້​ເໝາະ​ສົມ ​ເພື່ອ​ສ້າງ​ເປັນ​ລວດລາຍ​ຕາມ​​ແນວ​ຄວາມ​ຄິດ​ຂອງ​ຕົນ. ປ້າ​ມີ໋​ເບີ​ລື​ໃຫ້​ຮູ້​ວ່າ, ຄວາມ​ສາມາດ​ຂອງ​ບັນດາ​ນັກ​ສິລະ​ປະການ​ຊາວ​ຊົນ​ເຜົ່າ​ເອ​ເດ​ ນັ້ນ​ແມ່ນ ບໍ່​ຕ້ອງການ​ອອກ​ແບບ​ກ່ອນ, ຫາກ​ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ມີຢູ່​ໃນ​ຕົວ​ຂອງ​ຜູ້​ຕຳ່ຫູກ. ສິ່ງ​ສຳຄັນແມ່ນ​ຕ້ອງ​ມີ​ຄວາມ​ຊຳນານ ​ແລະ ມີ​ສຸຂະພາບ​ແຂງ​ແຮງ.

        “ຢາກ​ມີ​ແຜ່ນ​ແພ​ທີ່​ສວຍ​ງາມ, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ນັ່ງ​ຂະໜານ​​ກັບ​ກີ່​ຕຳ່ຫູກ, ຕີນ​ຕ້ອງ​ຖີບແຮງ, ມື​ຕ້ອງ​ບັນຊາ​ຢ່າງ​​ແນ່​ວແນ່. ສ່ວນ​ລວດລາຍ​ໃນ​ແຜ່ນ​ແພ ​ແມ່ນ​ຂຶ້ນກັບ​ຄວາມ​ນິຍົມ​ຂອງ​ຜູ້​ເຮັດ“.

ອາຊີບຕຳ່ຫູກຜ້າແພພື້ນເມືອງຂອງຊາວເຜົ່າເອເດ - ảnh 2

ປ້າ ມີ໋​ເບີ​ລືກຳກຽມຕຳ່ຫູກຜ້າແພພື້ນເມືອງຂອງຊົນເຜົ່າເອເດ

        ຜ່ານ​ຫຼາຍ​ເຊັ່ນ​ຄົນ, ມາ​ຮອດ​ປະຈຸ​ບັນຊາ​ວ​ເຜົ່າ​ເອ​ເດ ​ຍັງ​ຄົງຕຳ່​ຫູກ​ບັນດາແຜ່ນ​ແພ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງຊົນ​ເຜົ່າ​ຕົນຢູ່. ປະລິຍາ​ເອກ​ຊົນ​ເຜົ່າ​ວິທະຍາ, ທ່ານ​ນາງ ທູ​ຍູງ ​ເມີ​ໂລ​ຢວນຢູ, ​ໃຫ້​ຮູ້​ວ່າ:

        “ລວດລາຍ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ເອ​ເດ ​ ສ່ອງ​ແສງ​ໃຫ້​ເຫັນ​ໂລກ​ທຳ​ມະ​ຊາດ​ຢູ່​ອ້ອມ​ຂ້າງ​ເຂົາ​ເຈົ້າ. ຕົວຢ່າງ​ຄືຕົ້ນ​ໄມ້​ໃບ​ຫຍ້າ, ສັດ...ປະຈຸ​ບັນ, ​ແມ່ຍິງ​ເອ​ເດ​ ຫຼາຍ​ຄົນ​ໄດ້​ຕຳ່ຫູກລວດລາຍ​ທີ່​ຄວັດ​ເທິງ​ຂຸມ​ຜີ​ໃສ່​ກະ​ໂປ່​ງຂອງ​ຕົນ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ​ ​​ແນວ​ຄິດ​ຂອງ​ເຂົາ​ເຈົ້າໄດ້​ມີ​ການ​ປ່ຽນ​ແປງ​ “.

        ຈຸດ​ພິ​ເສດສະ​ເພາະ​ໃນ​ຜ້າ​​ແພ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ເອ​ເດ ​ແມ່ນ​ສະ​ແດງ​ອອກ​ຜ່ານ​ວິທີ​ປະສານ​ສີ. ​ເພື່ອ​ສ້າງ​ເປັນ​ເສັ້ນ​ໄໝ​ທີ່​ມີ​ສີ​ແຕກ​ຕ່າງ​ກັນ, ​ເຂົາ​ເຈົ້າ​ຕ້ອງ​ຍ້ອມ​ສີດ້ວຍ​ໃບ​ໄມ້, ​ເປືອກ ​ແລະ ຮາກ​ໄມ້​ປ່າຕາມ​ປະສົບ​ການທີ່​ມີ​ມາ​ກ່ອນ​ນີ້​ຫຼາຍ​ເຊັ່ນ​ຄົນ, ຕົວຢ່າງ​ຄື​ຢາກ​ມີ​ສີ​ຄາມ​ເຂົາ​ເຈົ້າ​ໃຊ້​ເປືອກ​ຕົ້ນ​ຄາມ, ຢາກ​ມີ​ສີ​ເຫຼືອງ ​ແມ່ນ​ໃຊ້ຂີ້​ໝີ້ນ... ຊົນ​ເຜົ່າ​ເອ​ເດ ​ສ່ວນ​ຫຼາຍ​​​ໃຊ້​ສີດຳ ​ແລະ ສີຂາວ​​ເປັນ​ພື້ນ​ໃຫ້​ຜ້າ​ແພພື້ນ​ເມືອງ​ຂອງ​ຕົນ, ​ເພາະວ່າ​ເຂົາ​ເຈົ້າ​ຢາກ​ໃຫ້​ຊີວິດ​ຂອງ​ຕົນ​ເຈືອ​ຈານ​ພ້ອມ​ກັບ​ທຳ​ມະ​ຊາດ, ພູຜາ​ປ່າ​ໄມ້, ​ໄຮ່ ​ແລະ ດິນ​ແດນ​ບ່ອນທີ່​ເຂົາ​ເຈົ້າ​ດຳລົງ​ຊີວິດ. ປະລິຍາ​ເອກ​ຊົນ​ເຜົ່າ​ວິທະຍາ, ທ່ານ​ນາງ ທູ​ຍູງ ​ເມີ​ໂລ​ຢວນຢູ, ​ໃຫ້​ຮູ້​ວ່າ:

        “​ໂສ້ງ​ເສື້ອ​ຂອງ​ຊາວ​ເຜົ່າ​ເອ​ເດ ສ່ວນ​ຫຼາຍ​ແມ່ນ​ມີສີດຳ ​ແລະ ​ແດງ. ​ແຕ່​ກະ​ໂປ່​ງຂອງ​ແມ່ຍິງ​ເອ​ເດ ພັດ​ມີ 5 ສີ​ຕົ້ນຕໍ​ຄື: ສີດຳ, ​ສີແດງ, ​ສີເຫຼືອງ, ສີຟ້າ​ທະ​ເລ ​ແລະ ສີຂຽວ​ຂອງ​ຕົ້ນ​ໄມ້​, ​ເພາະວ່າ​ທັງ 5 ສີ​ດັ່ງກ່າວ​ຊາວ​ເຜົ່າ​ເອ​ເດ​ ສາມາດ​ປະດິດເອງ​ໄດ້“.

ອາຊີບຕຳ່ຫູກຜ້າແພພື້ນເມືອງຂອງຊາວເຜົ່າເອເດ - ảnh 3

ຜົວເມຍອະດີດນັກຮົບເກົາShi ພ້ອມກັບຊຸດເສື້ອຂອງຊົນເຜົ່າເອເດ

        ​ຢາກມີ​​ ກະ​ໂປງ, ​ເສື້ອ​ຜືນ​ໜຶ່ງ, ​ແມ່ຍິງ​ຊົນ​ເຜົ່າ​ເອ​ເດ ​ຕ້ອງ​ຕ​ຳ່ຫູກ​ຜ້າ​ແພ​ພື້ນ​ເມືອງ​​ໃນ​ເວລາ 4 ​ເດືອນ, ບາງ​ເທື່ອ​ຈະ​ຍາວ​ກວ່າ​ອີກ, ອີງ​ໃສ່​ລັກສະນະ​ແຍບຍົມ, ລະອຽດ​ລະ​ອໍ​ຂອງ​ຜ້າ​ແພ. ດັ່ງ​ນັ້ນ, ກ່ອນ​ຈະ​ຕຳ່ຫູກ, ​ແມ່ຍິງ​ຊົນ​ເຜົ່າ​ເອ​ເດ ​ໄດ້ຄິດ​ໄລ່​ເຖິງ​ການ​ຈັດ​ກຽມ​ລວດລາຍ​ຢ່າງ​ລະອຽດ, ​ເພື່ອ​ພາຍຫຼັງ​ຕຳ່ຫູກ​ສຳ​ເລັດ, ບັນດາ​ລວດລາຍຈະ​ເໝາະ​ສົມ, ພໍດີກັບ​ກະ​ໂປ່​ງ ​ແລະ ​ເສື້ອ, ນັ້ນ​ແມ່ນ​ຄວາມ​ເກັ່ງ​ກ້າ​ສາມາດ​ຂອງ​ແມ່ຍິງ​ຊົນ​ເຜົ່າ​ເອ​ເດ.

ຕອບກັບ

ຂ່າວ/ບົດ​ອື່ນ