(VOVWORLD) -ຈັບປີ່ແມ່ນໜຶ່ງໃນບັນດາເຄື່ອງດົນຕີພື້ນເມືອງທີ່ເປັນເອກະລັກຂອງຊາວເຜົ່າ ຣາລາຍ ໃນແຂວງ ນິງຖ້ວນ ເຊິ່ງຈະແມ່ນແຂວງໂຮມເຂົ້າກັບແຂວງ ແຄັ໊ງຮວ່າ. ພິນຈັບປີ່ແມ່ນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຊີວິດການເປັນຢູ່ຂອງຊາວເຜົ່າ ຣາລາຍ ຫຼາຍລຸ້ນຄົນ ເຊິ່ງຈະປາກົດໃນບັນດາພິທີກຳ ແລະ ການຮ່ວມຊີວິດຊຸມຊົນຂອງຊາວ ຣາລາຍ. ໃນທຸກວັນນີ້ ພິນຈັບປີ່ຍັງຄົງໄດ້ຮັບການຮັກສາຈາກບັນດານັກສິລະປະການ ຣາລາຍ ດ້ວຍຄວາມຫວັງຢາກໃຫ້ລຸ້ນລູກລຸ້ນຫຼານສືບຕໍ່ຮັກສາ ເພື່ອໃຫ້ສຽງພິນຈັບປີ່ກັງວານຕະຫຼອດໄປ.
ຈັບປີ່ແມ່ນໜຶ່ງໃນບັນດາເຄື່ອງດົນຕີພື້ນເມືອງທີ່ເປັນເອກະລັກຂອງຊາວເຜົ່າ ຣາລາຍ ໃນແຂວງ ນິງຖ້ວນ |
ເຜົ່າ ຣາລາຍ ມີເຄື່ອງດົນຕີສອງປະເພດທີ່ດີເດັ່ນນັ້ນແມ່ນຊຸດເຄື່ອງ ໝາລາ ຖືກເຮັດດ້ວຍທອງຄ້າຍກັບຄ້ອງຂອງບັນດາເຜົ່າເຂດ ເຕິ່ຍວຽນ ແລະ ພິນຈັບປີ່.
ໄມ້ໄຜ່ເພື່ອເຮັດພິນຈັບປີ່ຖືກເລືອກເຟັ້ນ ຢ່າງລະອຽດລະອໍ ຕ້ອງເປັນໄມ້ໄຜ່ທີ່ດີຈຶ່ງພາໃຫ້ສຽງພິນມ່ວນໄດ້. ເພາະສະນັ້ນນາຍຊ່າງເຮັດພິນຕ້ອງຂຶ້ນພູສູງຊອກໄມ້ໄຜ່ງາມໆທີ່ບໍ່ແກ່ ແລະ ກໍ່ບໍ່ອ່ອນເກີນໄປ, ມີອາຍຸປະມານໜຶ່ງປີກໍ່ແທດເໝາະທີ່ສຸດ ຖ້າບໍ່ດັ່ງນັ້ນຈະບໍ່ເກີດເປັນສຽງໄດ້. ນັກສິລະປະການດີເດັ່ນ ຈະມາແຫຼ໊ເອົາ ເຊິ່ງເປັນຜູ້ຜະລິດ ແລະ ສະແດງເຄື່ອງດົນຕີຈັບປີ່ຢູ່ຕາແສງ ໝາເໜີຍ ເມືອງ ນິງເຊີນ ໃຫ້ຮູ້ວ່າ:
“ເມື່ອເຮົາໄປຕັດໄມ້ໄຜ່ໃນປ່າ ກໍ່ຕ້ອງຊອກຫາໄມ້ໄຜ່ຊະນິດບໍ່ໜາເກີນໄປ, ຕ້ອງເລືອກເອົາໄມ້ໄຜ່ຢູ່ພູສູງ, ເມື່ອຕັດໄມ້ໄຜ່ແລ້ວກໍ່ນຳເມືອເຮືອນເພື່ອຕາກປະມານ 5 ເດືອນ ຈຶ່ງແຫ້ງເພື່ອສາມາດເຮັດພິນໄດ້”.
ພິນຈັບປີ່ເບິ່ງຮູບນອກຄືຊິເປັນເຄື່ອງດົນຕີເຮັດງ່າຍ ແຕ່ເພື່ອເຮັດມັນໃຫ້ສຳເລັດກໍ່ຕ້ອງແມ່ນຜູ້ທີ່ມີບົດຮຽນປະສົບການມາຫຼາຍປີ ແລະ ພິເສດຕ້ອງເປັນຜູ້ທີ່ມີຄວາມເມົາມົວກັບເຄື່ອງດົນຕີປະເພດນີ້. ຂັ້ນຕອນຍາກທີ່ສຸດເມື່ອເຮັດພິນຈັບປີ່ ແມ່ນຂັ້ນຕອນແຍກເສັ້ນໄມ້ໄຜ່ ເພື່ອເຮັດເປັນສາຍພິນ. ນີ້ແມ່ນຂັ້ນຕອນສະແດງໃຫ້ເຫັນລະດັບອັນຄ່ອງແຄ້ວຂອງສອງຝາມືຂອງນັກສິລະປະການ. ນັກສິລະປະການ ກາເຕີໂດຍ ຢູ່ຕ່ແສງ ເຝືອກຈ໊ຽນ ເມືອງ ຖ້ວນບັກ ແນະນຳວ່າ:
“ເມື່ອເຮັດພິນກໍ່ຕ້ອງເຈາະເປັນຮູຢູ່ສອງຫົວ, ຍາວປະມານ 40 ຊັງຕີແມັດ. ແຍກເປືອກໄມ້ໄຜ່ເປັນສີ່ຄູ່ສາຍສະເໝີກັນຢູ່ອ້ອມບັ້ງໄມ້ໄຜ່, ແລ້ວກໍ່ໃຊ້ຕອກໄມ້ໄຜ່ມັດຢູ່ສອງຫົວເພື່ອໃຫ້ສາຍພິນບໍ່ຕິດກັບຮ່າງ. ແຕ່ລະຄູູ່ສາຍຖືກເຊື່ອມຕໍກັນດ້ວຍປ່ຽງໄມ້ໄຜ່ນ້ອຍຄືເງິນຫຼຽນ ເພື່ອຕັ້ງຄົງທີ່. ຕ້ອງເຈາະຮູຢູ່ຫາງພິນເພື່ອໃຫ້ສຽງກັງວານອອກນອກ”.
ສຳລັບພໍ່ແມ່ພີ່ນ້ອງເຜົ່າ ຣາລາຍ ແລ້ວ, ພິນຈັບປີ່ບໍ່ພຽງແຕ່ແມ່ນເຄືອງດົນຄີປະເພດໜຶ່ງຊ່ວຍແບ່ງທຸກແບ່ງສຸກໃນການດຳລົງຊີວິດເທົ່ານັ້ນ ພິນຈັບປີ່ຍັງແມ່ນສັນຍາລັກໃຫ້ແກ່ຈິດວິນຍານ ແລະ ສີສັນວັດທະນະທຳທີ່ເປັນເອກະລັກຂອງປະຊາຊົນຢູ່ແຫ່ງນີ້ອີກດ້ວຍ. ລຸງ ເມົ໊າຮົ່ງຖາຍ ຊາວເຜົ່າ ຣາລາຍ ຢູ່ຕາແສງ ເຝືອກຮວ່າ ເມືອງ ຖ້ວນນາມ ໃຫ້ຮູ້ວ່າ:
“ຄອບຄົວໃດທີ່ທຸກຍາກກວ່າໝູ່ກໍ່ມີພິນຈັບປີ່. ເມື່ອດີດພິນຈັບປີ່ໃນມື້ວັນບຸນ, ຫຼື ເອົາໄປຕາມເນື້ອທີ່ໄຮ່ນາເພື່ອຂັບໄລ່ສັດຮ້າຍ. ໃນໄລຍະຕີສັດຕູ, ພວກຂ້າພະເຈົ້າກໍ່ຍັງຕີພິນຈັບປີ່ໃຫ້ທະຫານຟັງເພື່ອລະດົມໃຈໃຫ້ຊາວໜຸ່ມອອກສູ່ສະໜາມຮົບເພື່ອຕີສັດຕູ”.
ເພື່ອເປັນການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳພື້ນເມືອງຂອງຊາວເຜົ່າ ຣາລາຍ ໃນນັ້ນມີພິນຈັບປີ, ໃນຊຸມປີມໍ່ໆມານີ້ ແຂວງ ນິງຖ້ວນ ໄດ້ເພີ່ມທະວີເປີດຊຸດອົບຮົມນຳໃຊ້ເຄື່ອງດົນດົນບັນດາເຜົ່າ ເພື່ອໃຫ້ໄວໜຸ່ມມີຄວາມເຂົ້າໃຈ ແລະ ຊົມຊອບວັດທະນະທຳພື້ນເມືອງຫຼາຍຂຶ້ນ. ນັກສິລະປະການດີເດັ່ນ ມາຍຖຳ ຢູ່ຕາແສງ ເຝືອກຖັງ ເມືອງ ບ໊າກອ໊າຍ ໃຫ້ຮູ້ວ່າ:
“ຖ້າຫາກຊາວເຜົ່າ ຣາລາຍ ບໍ່ມີຄວາມມານະອົດທົນຮ່ຳຮຽນ ຫຼື ຖ່າຍທອດໃຫ້ໄວໜຸ່ມນັ້ນ, ບັນດາເຄື່ອງດົນຕີຄື ຊຸດໝາລາຍ, ພິນຈັບປີ່, ແຄນ… ຈະບໍ່ມີໃຜຮູ້ຈັກເຖິງ. ດັ່ງນັ້ນກໍ່ຕ້ອງເປີດຊຸດອົບຮົມເພື່ອຖ່າຍທອດຮັກສາສີສັນວັດທະນະທຳອັນດີງາມຂອງຊາວເຜົ່າ ຣາລາຍ”.
ໃນໄລຍະຫັນເປັນທັນສະໄໝ ແລະ ເຊື່ອມໂຍງສາກົນນັ້ນ ການຮ່ວມແຮງຮ່ວມໃຈຂອງຊຸມຊົນ. ນັກສິລະປະການໃນການຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າຂອງພິນຈັບປີ່ ຈະປະກອບສ່ວນຫຼໍ່ລ້ຽງຈິດວິນຍານຂອງຊາວເຜົ່າ ຣາລາຍທຸກລຸ້ນຄົນໃນວັນນີ້ ແລະ ໃນອະນາຄົດເພື່ອສຽງພິນຈັບປີ່ກັງວານໄປທົ່ວເຂດພູຜາປ່າໄມ້.