ເຮືອນຮ້ານຂອງຊາວເຜົ່າເມື່ອງບີຢູ່ແຂວງຮ່ວາບິ່ງ


(vovworld) – ​ເຖິງ​ວ່າ​ຊີວິດ​ຈະ​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງກໍ່ຕາມ, ​ແຕ່​ບັນດາ​ເຮືອນຮ້ານ​ຂອງ​ຊາວ​ເຜົ່າ​ເມື່ອ​ງບີ​ຢູ່​​ແຂວງຮ່ວາ​ບິ່ງ​ ຍັງ​ຄົງ​ຮັກສາ​ສີສັນ​ເດີມ​​ໄວ້​ໄດ້, ນັບ​ແຕ່​ການ​ເລືອກ​ທິດ, ການ​ປຸກ​ສ້າງ​ເຮືອນ​, ຕະຫຼອດ​ຮອດ​ການ​ຊັບຊ້ອນ​ເຄື່ອງ​ຂອງ​ໃນ​ເຮືອນ​. ຜ່ານ​ຫຼາຍ​ລຸ້ນຄົນ​, ​ແຕ່​ຊາວ​ເຜົ່າ​ເມື່ອ​ງບີຍັງ​ຄົງ​ຮັກສາ​ສະຖາປັດຕະຍະກຳ​​ແບບງ່າຍດາຍ​ໃນ​ການ​ກໍ່ສ້າງ​ເຮືອນຮ້ານ​ທີ່​ເປັນ​ມູນ​ເຊື້ອ​ໄວ້ຢູ່.
ເຮືອນຮ້ານຂອງຊາວເຜົ່າເມື່ອງບີຢູ່ແຂວງຮ່ວາບິ່ງ - ảnh 1

ເຮືອນຮ້ານຂອງຊົນເຜົ່າເມື່ອງ

​ເມື່ອ​ເຕື້ອງ​ເຖິງ​ຊາວ​ເຜົ່າ​ເມື່ອ​ງຢູ່​ແຂ​ວງຮ່ວາ​ບິ່ງ, ຜູ້​ຄົນ​ທັງຫຼາຍ​ກໍ່​ເຄີຍ​ຄິດ​ເຖິງ​ຊາວ​ເຜົ່າ​ເມືອງຢູ່ 4 ​ເຂດຄື: ​ເມື່ອ​ງບີ, ​ເມື່ອ​ງວາງ, ​ເມື່ອ​ງທ່າ​ງ ​ແລະ ​ເມື່ອ​ງດົ້ງ. ຊາວ​ເຜົ່າ​ເມື່ອ​ງຢູ່​ແຕ່ລະ​ເຂດ​ກໍ່​ມີ​ຈຸດ​ພິ​ເສດສະ​ເພາະ, ​ໃນ​ນັ້ນຊາວ​ເມື່ອ​ງບີ​ໄດ້​ຮັບ​ຖື​ວ່າ​ແມ່ນ​ເຜົ່າ​ເມື່ອ​ງທີ່​ມີ​ມາ​ກ່ອນໝູ່, ​ແມ່ນ​ແຫ່ງ​ກຳ​ເນີ​ດວັດທະນະທຳ​ເມື່ອ​ງ. ປະຈຸ​ບັນ, ຊາວ​ເຜົ່າ​ເມື່ອ​ງບີ​ຢູ່​ບ້ານ​ອາຍ, ​ເມືອງ ​ເຕິ​ນ ລາກ, ​ແຂວງ​ຮ່ວາ​ບິ່ງຍັງ​ຄົງ​ຮັກສາ​ຮີດຄອງ​ປະ​ເພນີ​ຫຼາຍ​ຢ່າງ​ໃນ​ການ​ດຳ​ລົງ​ຊີວິດ, ການ​ເຫຼື້ອມ​ໃສ​ບູຊາ, ການ​ນຸ່ງ​ຖື​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ຕົນ. ພິ​ເສດ, ​ເຮືອນ​ຂອງ​ຊາວ​ເຜົ່າ​​ເມື່ອ​ງບີ​ຄື​ດັ່ງ​ຫໍພິພິດທະພັນ​ກ່ຽວ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ. ​ເຮືອນ​ຂອງ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ ບູ່​ຍວັນ​ເຂິນ ​ແມ່ນ​ເຮືອນຮ້ານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ເມື່ອ​ງບີ. ​ເຄື່ອງ​ຂອງ​ທັງໝົດ​ໃນ​ເຮືອນຮ້ານ​ຫຼັງ​ນີລ້ວນ​ແຕ່​ມີ​ຄວາມ​ໝາຍ​ສຳຄັນ​ສຳລັບ​ສະມາຊິກ​ແຕ່ລະຄົນ​ໃນ​ຄອບຄົວ. ​ເຮືອນຮ້ານ​​ເຮັດ​ດ້ວຍ​ໄມ້, ພື້ນ​ເຮືອນ​ເຮັດ​ດ້ວຍ​ໄມ້​ໄຜ່, ​ໄມ້​ເຮ້ຍ. ​ໃນ​ລະດູ​ຮ້ອນຮູ້​ສຶກວ່າ​ເຢັນ​ສະບາຍ, ​ແຕ່​ຮອດ​ຍາມໜາວ​ພັດ​ໜາວ​ຈັດ​ຢູ່. ​ແຕ່​ພໍ່​ເຖົ້າ ​ເຂີນ ກໍ່​ຄື​ປະຊາຊົນ​ໃນ​ບ້ານ​ອາຍ ຫຼາຍ​ຄົນພັດ​ບໍ່​ຢາກ​ປຸກ​ສ້າງ​ເຮືອນຕາມ​ແບບ​ໃໝ່​ເທື່ອ​.

        “ຢູ່​ຫຼາຍ​ແຫ່ງ​ເຂົາ​ເຈົ້າ​ເຮ​ັດພື້ນ​ເຮືອນ​ດ້ວຍ​ໄມ້, ​ແຕ່​ຢູ່​ນີ້​ຍັງ​ເຮັດ​ດ້ວຍ​ໄມ້​ໄຜ່​ໄມ້​ເຮ້ຍ​ຢູ່​, ຍ້ອນ​ນີ້​ແມ່ນ​ບ້ານ​ບູຮ້ານ. ​ໃນ​ບ້ານ​ມີເຮືອນຮ້ານ​​ໃຫຍ່ 23 ຫຼັງ, ​ແຕ່​ບໍ່​ມີເຮືອນຮ້ານ​ຫຼັງ​ໃດ​​ເຮັດ​ພື້ນດ້ວຍ​ໄມ້​“.

ສຳລັບ​ຊາວ​ເຜົ່າ​ເມື່ອ​ງ, ​ເຮືອນຮ້ານ​ແມ່ນ​ຊັບ​ສົມບັດ​ອັນ​ລຳ້​ຄ່າ, ​ແມ່ນ​ແຫ່ງ​ເພື່ອ​ໃຫ້​ເຂົາ​ເຈົ້າ​ມຸ່ງ​ໄປ​ສູ່​ບັນພະບຸລຸດ, ກົກ​ເຄົ້າ​ເຫງົ້າກໍ. ຍ້ອນ​ເຫດ​ນັ້ນ​ຊາວ​ເຜົ່າ​ເມື່ອ​ງຈຶ່ງ​ມີ​ຄວາມ​ລະມັດລະວັງ​ເມື່ອ​ເລືອກ​ເຟັ້ນທີ່​ດິນ ​ແລະ ທິດ​ເພື່ອ​ປຸກ​ສ້າງ​ເຮືອນຮ້ານ. ​ເຮືອນ​ຕ້ອງ​​ປຸກ​​ໃຫ້ສ້າງຖືກ​ກັບ​ທິດຂອງ​ພູຜາ​ປ່າ​ໄມ້. ຊາວ​ເຜົ່າ​ເມື່ອ​ງມີ​ທັດສະນະວ່າ, ​ເມື່ອ​​ເຮືອນ​​ໄດ້​ຮັບ​ການ​ປຸກ​ສ້າງ​​ຖືກ​ທິດ​ມັນຈະ​ນຳ​​ເອົາໂຊກ​ໝານມາ​ໃຫ້​ຄອບຄົວ. ທ່ານ ​ເຂີນ ​ໃຫ້​ຮູ້​ວ່າ:

        “​​ເມື່ອເຂົ້າ​ເຮືອນຮ້ານ, ທ່ານ​ຈະ​ເຫັນແທ່ນ​ບູຊາ​ຕັ້ງ​ຢູ່​​ເທິງ, ປ່ອງຢ້ຽມ​ຕັ້ງ​ຢູ່​ໃຕ້, ເຮືອນຖືກ​ກໍ່ສ້າງ​ຕາມ​ທິດ​ໃດ, ​ແທ່ນ​ບູຊາ​ຈະ​ຕັ້ງ​ຕາມ​ທິດ​ນັ້ນ. ສ່ວນ​ຫຼາຍ​ແມ່ນ​ຕາມ​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້“.

ເຮືອນຮ້ານຂອງຊາວເຜົ່າເມື່ອງບີຢູ່ແຂວງຮ່ວາບິ່ງ - ảnh 2

ພື້ນເຮືອນເຮັດດ້ວຍໄມ້ໄຜ່ຂອງຊົນເຜົ່າເມື່ອງບີ

        ​ເຮືອນຮ້ານ​ຂອງ​ຊາວ​ເຜົ່າ​ເມື່ອ​ງມີຂັ້ນ​ໄດ​ຂຶ້ນ​ລົງ 2 ອັນ. ອັນ​ໜຶ່ງ​​ແມ່ນຕັ້ງ​ຢູ່​ໜ້າ​ເຮືອນ, ອັນ​ໜຶ່ງ​ຕັ້ງ​ຢູ່​ປະຕູ​ເບື້ອງ​ຫຼັງ​ມໍ່​ກັບ​ໄຫ​ນຳ້, ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້ການ​ໄປມາ, ​ແຕ່ງກິນ​ຂອງ​ແມ່ຍິງ. ພິ​ເສດ​ຂັ້ນ​ໄດ​ຂຶ້ນ​ເຮືອນຮ້ານ​ຂອງ​ຊາວ​ເຜົ່າ​ເມື່ອ​ງຖືກ​ເຮັດ​ຕາມ​ເລກ​ຄີກຄື 3,​ 5,​ 7,​ 9 ​ເພາະວ່າ​ຕາມ​​ເຂົາ​ເຈ້ົາ​ແລ້ວ, ​ເລກ​ຄີກ​ຈະ​ສ້າງ​ຄວາມ​ໂຊກ​ດີ ​ແລະ ການ​ຂະຫຍາຍ​ຜາຍ​ແຜ່​ໃຫ້​ແກ່​ຄອບຄົວ. ​​ເຕົາ​ໄຟ​ຕັ້ງ​ຢູ່ຫ້ອງ​ໃຈ​ກາງຂອງ​ເຮືອນ, ຊາວ​ເຜ່ົາ​ເມືອງ​ຖື​ເຕົາ​ໄຟ​ແມ່ນ​ວີນຍານ​ຂອງ​ເຮືອນ, ມັນ​ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​​ແຕ່ງກິນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບ່ອນແບ່ງປັນ​ແນວ​ຄິດ​ຈິດ​ໃຈ​ຂອງ​ສະມາ​ຊິກ​ໃນ​ຄອບຄົວ​ອີກ​ດ້ວຍ. ເມື່ອ​ລະດູ​ໜາວ​ວຽນມາ, ທັງ​ຄອບຄົວ​ນັ່ງ​ອ້ອມ​ເຕົາ​ໄຟ, ​​ໂອ້​ລົມ, ​ແລກປ່ຽນບັນດາ​ເລື່ອງ​ລາວ​ປະຈຳ​ວັນ. ​ເຮືອນຮ້ານ​ຫຼັງ​ໜຶ່ງ​ເຄີຍ​​ແບ່ງ​ອອກ​ເປັນ​ຫຼາຍ​ຫ້ອງ, ​ເຮື​ອນຍິ່ງ​ຫຼາຍ​ຫ້ອງ​ເທົ່າ​ໃດ, ຄອບຄົວ​ຍິ່ງ​ມີ​ຢູ່​ມີ​ກິນ​ເທ່ົາ​ນັ້ນ. ​​ໃນແຕ່​ລະ​ຫ້ອງກໍ່​ຈັດ​ວາງ​ເຄື່ອງ​ຂອງ​ທີ່​ແຕກ​ຕ່າງ​ກັນ​ ​ແລະ ມີ​ຄວາມ​ໝາຍ​ສະ​ເພາະ​ໃດ​ໜຶ່ງ. ​ສະມາ​ຊິກແຕ່​ລະ​ຄົນ​​ໃນ​ຄອບຄົວ​ກໍ່ຖືກ​ຈັດ​ວາງບ່ອນຢູ່​ຕາມ​ລຳດັບ​. ທ່ານ ບູ່​ຍວັນ​ຫາຍ, ຢູ່​ບ້ານ ອາຍ, ​ໃຫ້​ຮູ້​ວ່າ:

        “ຄູ່​ຜົວ​ເມຍ​ຫາ​ກໍ່​ແຕ່ງງານ​ນອນ​ຢູ່​ຫ້ອງ​ໃນ​ສຸດ. ຜູ້​ໃດ​ບໍ່​ທັນ​ສ້າງ​ຄອບຄົວ​ຈະ​ຢູ່​ຫ້ອງ​ໃຈກາງ, ສ່ວນ​ພໍ່​ແມ່​ຢູ່​ຫ້ອງ​ນອກ. ຖ້າ​ມີ​ແຂກ​ແມ່ນ​ນອນ​ ​ແລະ ກິນຢູ່​ຫ້ອງ​ນອກ. ​ເມື່ອ​ກິນ​ເຂົ້າ, ຜູ້​ໃດ​ມີ​ອາຍຸ​ສູງ​ກວ່າ​ແມ່ນ​ນັ່ງ​ຢູ່​ບ່ອນ​ມຸ່ງ​ໄປ​ສູ່​ປ່ອງຢ້ຽມ. ​ເມື່ອ​ດື່ມ​ນ້ຳ, ດຳ​ເນີນ​ຊີວິດ ຫຼື​ເຮັດ​ວຽກ​ຫຍັງ​ກໍ່​ຖື​ປ່ອງຢ້ຽມ​ເປັນ​ທິດ​ຕົ້ນຕໍ“.

        ປ່ອງຢ້ຽມ​ໃນ​ເຮືອນ​ຂອງ​ຊາວ​ເຜົ່າ​ເມື່ອ​ງຖືກ​ເອີ້ນວ່າວ໋ອງ. ​ແຕ່​ລະ​ຫ້ອງ​ມີ​ 1 ​ເຖິງ 2 ວ໋ອງ, ແຕ່ລະ​ວ໋ອງກໍ່​ມີ​​ສະ​ເພາະ. ສິ່ງ​ທີ່​ເກືອດ​ຫ້າມ​ນັ້ນ​ແມ່ນ​ລູກ​ໃພ້, ລູກ​ເຂີຍ​ບໍ່​ໄດ້​ນັ່ງ​ເທິງ​ປ່ອງຢ້ຽມ. ​ເມື່ອ​ໃດ​ພໍ່​ແມ່​ເຖິງ​ແກ່​ມໍລະນະ​ກຳ, ​ເວລາ​ນັ້ນ​​ເຂົາ​ເຈົ້າ​ກາຍ​ເປັນ​ເຈົ້າ​ຂອງ​ຄອບຄົວ​ແລ້ວ​ຈິ່ງ​ໄດ້​ນັ່ງ​ເທິງ​ປ່ອງຢ້ຽມ. ທ່ານ ບູ່​ຍວັນ​ຫາຍ, ອະທິບາຍ​ວ່າ:

        “ຊາວ​ເຜົ່າ​ເມື່ອ​ງ​ໄດ້​ຕັ້ງ​ຊື່​ໃຫ້ປ່ອງຢ້ຽມ​ແຕ່​ລະ​ອັນຄື: ວ໋ອງຕອງ, ວ໋ອງຮາ​ຍ, ວ໋ອງ​ເຄື້ອ, ວ໋ອງກອງ, ວ໋ອງ​ແລ່​ວ... ​ແຕ່​ລະວ໋ອງກໍ່​ກ່ຽວຂ້ອງ​ເຖິງ​​ເລື່ອງ​ບູຊາ. ຕົວຢ່າງ​ຄືບູຊາ​ບັນພະບຸລຸດ​ຢູ່ວ໋ອງຕອງ, ສ່ວນ​ພາວະນາ​ໃຫ້​ໂຕ​ງົວ, ​ໂຕ​ຄວາຍ​ແມ່ນ​ຈັດຢູ່​ວ໋ອງ​ແລ່​ວ. ສ່ວນ​ພາວະນາ​ໃຫ້​ຜູ້​ເຖົ້າ​ຜູ້​ແກ່​ແມ່ນ​ຈັດ​ຢູ່​ວ໋ອງ​ເຄື້ອ, ​ເດັກນ້ອຍ​ຫາ​ກໍ່​ກຳ​ເນີ​ດ​ແມ່ນ​ຈັດ​ຢູ່​ວ໋ອງກອງ“.

ເຮືອນຮ້ານຂອງຊາວເຜົ່າເມື່ອງບີຢູ່ແຂວງຮ່ວາບິ່ງ - ảnh 3

ເຮືອນຂອງຊົນເຜົ່າເມື່ອງມີຫຼາຍປ່ອງຢ້ຽມ

        ຊາວ​ເຜົ່າ​ເມື່ອ​ງ​ເຄີຍ​ປຸກ​ສ້າງ​ເຮືອນ​ໃນ​ເດືອນ​ຈຽງ, ​ເດືອນ​ສອງ, ​ເດືອນ​ສາມ, ​ເດືອນຫ້າ (ຕາມ​ຈັນທະ​ປະຕິທິນ). ເມື່ອ​ຄອບຄົວ​​ໃດປຸກ​ສ້າງ​ເຮືອນ, ທັງໝູ່​ບ້ານ​ກໍ່​ມາ​ຊ່ວຍ.

        ​ເຖິງ​ວ່າ​ໄດ້​ຜ່ານ​ຫຼາຍ​ລຸ້ນຄົນ​ແລ້ວ​ກໍ່ຕາມ, ​ແຕ່​ມາ​ຮອດ​ປະຈຸ​ບັນ​ເຮືອນຮ້ານ​ແຕ່​ລະ​ຫຼັງ​ຂອງ​ຊາວ​ເຜົ່າ​ເມື່ອ​ງບີ​ຢູ່​ຮ່ວາ​ບິ່ງ ຍັງ​ຄົງ​ຮັກສາ​ສະຖາປັດຕະຍະກຳ​ບູຮານ​ໄວ້​ໄດ້​ຢ່າງ​ຄົບ​ຖ້ວນ, ສະ​ແດງ​ໃຫ້​ເຫັນ​ຮ່ອງຮອຍ​ຂອງ​ພື້ນຖານ​ວັດທະນະທຳ​ທີ່​ມີ​ມາ​ແຕ່​ດົນ​ນານ. ​ເພາະວ່າ​ເຮືອນຮ້ານ​ແຕ່​ລະ​ຫຼັງ​ສະ​ແດງ​ໃຫ້​ເຫັນ​ກ່ຽວ​ກັບ​ຊີວິດ ​ແລະ ບັນດາ​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ເມື່ອງ​ບີ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ.

ຕອບກັບ

Phetlisone CHANTHAVONG

ສະບາຍດີ ຂ້າພະເຈົ້າຊື່ທ. ເພັດລີສອນ ຈັນທະວົງ ໃນຕົນກໍໄດ້ເຮັດວຽກກ່ຽວກັບສື່ສານມ່ວນຊົນ ຫຼື ນັກຂ່າວສັງກັດຢູ່ລັດວິສາຫະກິດ ກະຊວງອ ... ອ່ານຕໍ່

ຂ່າວ/ບົດ​ອື່ນ