ເຮືອນຮ້ານຂອງຊາວເຜົ່າໄທດຳ

(vovworld)- ​ເຮືອນ​ຮ້ານ​ຂອງ​ຊາວ​ເຜົ່າ​​ໄທ​ດຳ ​ແມ່ນ​ສັນຍາ​ລັກ​ແຫ່ງ​ກົ​ມກຽວ​ລະຫວ່າງ​ດິນ​ຟ້າ​ອາກາດ ​ແລະ ທຳ​ມະ​ຊາດ. ບັນດາ​ເຮືອນຮ້ານ​ຊອງ​ຊາວ​ເຜົ່າ​ໄທ​ດຳ​ເຄີຍ​ຖືກ​ຕັ້ງ​ຢູ່​​ໂນນ​ພູ​ສ້າງ​ເປັນ​ຮູບ​ພາບ​ທີ່​ສວຍ​ງາມ​ຂອງ​ເຂດ​ພູຜາ​ປ່າ​ໄມ້​ໄຕບັກໝາຍ​ເຖິງ​ເຂດ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເຫນືອ​ຫວຽດນາມ . ສະຖາປັດຕະຍະກຳ​ຕະຫລອດ​ຮອດ​ວັດຖຸ​ສິ່ງ​ຂອງ​ໃນ​ເຮືອນຮ້ານ​ແຕ່​ລະ​ຫລັງ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຮີດຄອງ​ປະ​ເພນີໃນການ​ດຳລົງ​ຊີວິດ​ຂອງ​ຊາວ​ເຜົ່າ​ໄທ​ດຳ.

ເຮືອນຮ້ານຂອງຊາວເຜົ່າໄທດຳ - ảnh 1
ເຮືອນ​ຮ້ານ​ຂອງ​ຊາວ​ເຜົ່າ​ໄທ​ດຳ​ມີ​ຫລັງ​ຄາ​ຄ້າຍຄື​​ໂຕ​ເຕົາ
ພາບ:hoabinh.edu.vn

        ​ເຮືອນ​ຮ້ານຂອງ​ຊາວ​ເຜົ່າ​ໄທ​ດຳ​ມີ​ຄວາມ​ງາມ​ພິ​ເສດ​ສະ​ເພາະ. ​ເຮືອນຮ້ານ​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍໄມ້ທ່ອນ ​ແລະ ​ໄມ້​ໄຜ່, ​ໄມ້​ເຮ້ຍ…. ມູ່ງ​ດ້ວຍ​ຫຍ້າ​ຫລື​​ໃບ​ຄໍ້. ສະຖາປັດຕະຍະກຳ​ຂອງ​ເຮືອນ​ຮ້ານ​ຂອງ​ຊາວ​ເຜົ່າ​ໄທ​ດຳ ​​ແມ່ນລຽບ​ງ່າຍແຕ່​ວ່າແຫນ້ນຫນາຖາວອນ. ອ້າ​ຍ​ເລືອ​ງວັນ​ທຽດ, ນັກ​ຄົ້ນ​ຄ້ວາ​ຂອງ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ເຮືອນ​ຮ້ານ​ຂອງ​ຊາວ​ເຜົ່າ​ໄທ​ດຳ​ມີ​ຫລັງ​ຄາ​ຄ້າຍຄື​​ໂຕ​ເຕົາ. ​ເພາະວ່າ ​ເຂົາ​ເຈົ້າ​ຖື​ວ່າ ​ເຕົາ​ໄດ້​ສອນ​ວິທີ​ປຸກ​ສ້າງ​ເຮືອນ​ໃຫ້​ຊາວ​ເຜົ່າ​ໄທ​ດຳ. ຢູ່​ເທິງ​ຫລັງຄາ ມີ ​ເຄົາ​ກຸດ, ນັ້ນ​ແມ່ນ​ໄມ້​​ໄຜ່ 2 ຕອນ​​ ​ຕັ້ງໄຂ່​ວກັນ. ໄມ້​​ໃຜ່ ຫລື​​ໄມ້​ທ່ອນ​ກໍ​ໄດ້ຖືກ​ແບ່ງ​ເປັນ​ຫລາຍ​ຮູບ​ແບບ​ແຕກ​ຕ່າງ​ກັນ, ສະ​ແດງ​​ໃຫ້​ເຫັນ​ຊັ້ນ​ຄົນ​ຕ່າງໆ​ໃນ​ສັງຄົມ. ຜູ້​ຮັ່ງມີ​ຍາມ​​ໃດກໍ​ເຮັດ ​​ເຄົາ​ກຸດ​ເປັນ​ຮູບ​ດອກ​ບົວ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັ່ງມີ. ກົງກັນຂ້າມ ສາມັນ​ຊົນ ​​ເຮັດ​ເຄົາ​ກຸດ ດ້ວຍ​ໄມ​້ 2 ຕອນ​​ໄຂ່​ວກັນ ​​ແລະ​ບໍ່​​ມີ​ການແກະ​​ສະຫລັກ​ລວດ​ລາຍ.”

        ສຳລັບ​ຊາວ​ເຜົ່າ​ໄທ​ດຳ​ແລ້ວ, ​ເຮືອນຮ້ານ​ແມ່ນ​ການ​ປະສົມ​ປະສານ​ຢ່າງ​ກົມ​ກຽວ​ລະຫວ່າງ​ດິນ​ຟ້າ​ອາກາດ ​ແລະ ທຳ​ມະ​ຊາດ ສະ​ນັ້ນ ບັນດາ​ເຮືອນຮ້ານ ​ແລະ ຂັ້ນ​ໄດ​ລ້ວນ​ແຕ່​​ແມ່ນ​ເລກ​ຄີກ 3,5,7 ​ແລະ 9. ​ເຮືອນ​ແຕ່​ລະ​ຫລັງ​ເຄີຍ​ມີ​ຂັ້ນ​ໄດ 2 ​ເບື້ອງ. ຂັ້ນ​ໄດ​ ມີ​ 9 ຂັ້ນ ຢູ່​ທ້າຍ​ເຮືອນ​ແມ່ນ​ສະຫງວນ​​ໃຫ້​ແກ່​ແມ່ຍິງ. ສ່ວນ​ຂັ້ນ​ໄດ​ທາງ​​ເບື້ອງຫນ້າ​ມີ 7 ຂັ້ນ ​ແມ່ນ​ສະຫງວນ​ໃຫ້​ແກ່​ຜູ້​ຊາຍ ​ແລະ ​ແຂກ. ​ເອື້ອຍ ຮ່ວາງ​ມີ​ງງວຽດ, ພະນັກງານ​ຫໍພິພິດ​ທະ​ພັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ​ເຮືອນ​ຮ້ານ​ຂອງ​ຊາວ​ເຜ່ົ່າ​ໄທ​ດຳ ມີ​ຫລາຍ​ສິ່ງ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ການ​ເຫລື້​ອມ​ໃສ​ພິ​ເສດ​ຮາວ​ຈັບ​ຂອງ​ຂັ້ນ​ໄດ.

        “ສຳລັບ​ຂັ້ນ​ໄດ​ຂອງ​ແມ່ຍິງ, ​ເມື່ອ​ລູກ​ສາວ​ຜູ້​ຫນຶ່ງ​ໃນ​ຄອບຄົວ​ບໍ່​ທັນ​​ແຕ່​ງງານ ຫລື​ແຕ່ງງານ​ແລ້ວ ​ແຕ່​ບໍ່​ທັນ​ມີ​ລູກ, ນາງ​ສາວ​ຄົນນັ້ນ​ຈະຈັບ​ຮາວ​ຂັ້ນ​ໄດ​ເພື່ອ​ຫວັງ​​​ເອົາ​ຜູ້​ຊາຍ​ຜູ້​ຫນຶ່ງ​ມາ​ເປັນ​ຜົວ​ໄດ້ ​ແລະ ມີ​ລູກ​ເຕົ້າ​ແຂງ​ແຮງ. ນີ້​ແມ່ນ​ການສະ​ແດງ​​ໃຫ້​ເຫັນ​ທາງ​ເພດ​ຂອງ​ຜູ້​ຊາຍ. ຈຳນວນ​ຂັ້ນ​ໄດ​ແມ່ນ​ເລກ​ຄີກ ໝາຍ​ເຖິງ​ຄວາມ​ໂຊກ​ດີ ​ແລະ ​ຫລີກ​ລ້ຽງ​ຜີ​.”

ເຮືອນຮ້ານຂອງຊາວເຜົ່າໄທດຳ - ảnh 2
ເຮືອນຮ້ານຂອງຊາວເຜົ່າໄທດຳ
ພາບ:internet

        ​​ແຕ່​ລະ​ຫ້ອງ​ໃນ​ເຮືອນຮ້ານ​ກໍ​​ຖືກຈັດ​ວາງ ​ແລະ ມີ​ພາລະບົດບາດ​ຢ່າງ​ລະອຽດ. ຫ້ອງ​ກາງ​ແມ່ນ​ບ່ອນທີ່ຊາວ​ເຜົ່າ​ໄທ​ດຳ​ຕັ້ງ​ແທ່ນບູຊາ. ຢູ່​ຫ້ອງ​ນີ້​ ພຽງ​ແຕ່​ຜູ້​ຊາຍ​ຈື່ງ​ສາມາດ​ເຂົ້າ​ນອນ. ສ່ວນ​​ແມ່ຍິງ ​ເປັນ​ຕົ້ນ​ແມ່ນ​ລູກ​​ໃພ້​ເມື່ອ​ຍ່າງ​ຜ່ານ​ຫ້ອງ​ນີ້​ຕ້ອງ​ກົ້ມ​ຫົວ​ລົງ. ສຳລັບ​ຊາວ​ເຜົ່າ​​ໄທ​ດຳ ຫ້ອງ​ນີ້​ແມ່ນ​ສັກສິດ. ຊາວ​ເຜົ່າ​ຜູ້​ໄທ​​ເອົາ​ໃຈ​ໃສ່​ເຖິງ​ບ່ອນ​ຕຳ່​​ແພ​ໄຫມ. ອ້າຍ ​ເລືອ​ງວັນ​ທຽດ ​ໃຫ້​ຮູ້​ວ່າ:

        “​ໃນ​​​ເມື່ຶ​ອກ່ອນ​ ຜູ້​ສາວ​ຄົນ​ໃດບໍ່ຮູ້ຈັກ​ຕຳ່​ແຜ່ນ​ຈະ​​ບໍ່​ສາມາດ​​ແຕ່ງງານ​ໄດ້ ​ເພາະວ່າວັດຖຸ​ສິ່ງ​ຂອງ​ທີ່​ພໍ່​ແມ່​ມອບ​ໃຫ້​​​ເມື່ອ​ແຕ່ງງານ ​ສ່ວນ​ຫລາຍ​ແມ່ນ​ຜູ້​ສາວ​ເຮັດ​ເອງ​ຄື: ໝອນ, ຜ້າຫົ່ມ,​ ຜ່າ​ປູ​ຕຽງ ບໍ່​ພຽງ​ແຕ່​ເຮັດ​ມາ​ໃຫ້​ຄູ​່ຜົວ​ເມຍ​ເທົ່າ​ນັ້ນ ຫາກ​ຍັງ​ມອບ​ໃຫ້​ຄອບຄົວ​ເຈົ້າ​ບ່າວ​ອີກ​ດ້ວຍ. ​ເພາະສະ​ນັ້ນ ບ່ອນ​ຕຳ່​ແຜ່ນ​ໃນ​ເຮືອນ​​ແມ່ນໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ. ”

        ​ເຮືອ​ນຮ້ານ​ຂອງ​ຊາວ​ເຜົ່າ​ໄທ​ດຳ​ມີ ​ເຕົາໄຟ 2 ​ເຕົາ. ​ເຕົາຫນຶ່ງແມ່ນ​ຕັ້ງ​ຢູ່​ກາງ​ເຮືອນ​ເພື່ອ​ຮັບ​ແຂກ. ສ່ວນ​​ເຕົາ​​ໄຟ​ທາງ​ຫລັງ​ເຮືອນ​ແມ່ນ​ຮັບ​ໃຊ້​ການ​ແຕ່ງກິນປະຈຳ​ວັນ. ຕາມ​ອ້າຍ ​ເລືອ​ງວັນ​ທຽດ ພຽງ​ແຕ່​ສັງ​ເກດ​​ເບິ່ງເຕົາໄຟ​ກໍ​ຮູ້​ໄດ້​​ເຖິງວັດທະນະ​ທຳ, ການ​ປະ​ພຶດຂອງ​ບັນດາ​ສະມາຊິກ​ໃນ​ຄອບຄົວ.

        “​ເມື່ອ​ສັງ​ເກດ​ເບິ່ງ​​ເຕົາ​ໄຟ​ກໍ​ເຫັນ​ໄດ້​ວ່າ ຄອບຄົວ​ນີ້​ຄື​ແນວ​ໃດ, ​ແມ່ນ​ຊັ້ນ​ຄົນ​ໃດ​ໃນ​ສັງຄົມ. ​ເຕົາໄຟ​ແມ່ນ​ສັນຍາ​ລັກ​ຂອງ​​ເຮືອ​ນຮ້ານ. ຊາວ​ເຜົ່າ​ໄທ​ດຳ​ຢ້ານ​ທີ່ສຸດ​ນັ້ນ​ແມ່ນ ​ໃນ​ເຮືອນ​ຂອງຕົນ​ບໍ່​ມີ​ຜູ້​ດັງ​ໄຟ, ນັ້ນ​ແມ່ນ​ຄອບຄົວ​ທີ່​ບໍ່​ມີ​ຄວາ​ມສຸກ. ​ເຕົາ​ໄຟ​ຍັງ​ຖື​ເປັນ​ເຕົາຝີງນຳ​ມາ​ເຊິ່ງຄວາມ​ອົບ​ອຸ່ນ​​ໃນເຮືອນ, ​ແມ່ນ​ບ່ອນ​ທີ່ສະ​ມາ​ຊິກ​ທຸກຄົນໃນຄອບຄົວ​ເຕົ້າ​ໂຮມກັນ.”

        ສຳລັບ​ຊາວ​ເຜົ່າ​​ໄທ​ດຳ, ປ່ອງຢ້ຽມ​ຂອງ​ເຮືອນຮ້ານ​ຄື​ດັ່ງ​ຫນ່ວຍຕາ. ສະ​ນັ້ນ ​ເມື່ອ​ມາ​ຢ້ຽມຢາມ​ເຮືອນຮ້ານ​ຂອງ​ຊາວ​ເຜົ່າ​​ໄທ​ດຳ ​ແຂກ​ບໍ່​ຄວນປີ່ນ​ຫລັງ​ໃສ່​ປ່ອງຢ້ຽມ. ​ເຖິງ​ວ່າ ຊີວິດ​ປະຈຸ​ບັນ​ມີ​ການ​ປ່ຽນ​ແປງ​ຫລາຍ​ແລ້ວ​ກໍ​ຕາມ ​ແຕ່​ຊາວ​ເຜົ່າ​ໄທ​ດຳ​ຢູ່ ​ເຂດ​ໄຕ​ບັກ ຍັງ​ກິນ​ເຂົ້າຫນຽວ​, ຈຳ້​ແຈ່ວ, ​ນຸ່ງ​ເສື້ອ​ພື້ນ​ເມືອງ​ ​ແລະ ຢູ່​ເຮືອນຮ້ານ​ຄື​ເກົ່າ. ​ເພາະວ່າ ​ເຮືອນຮ້ານ​ແມ່ນ​ຈິດ​ວິນ​ຍານ,​​ແມ່ນ​ສັນຍາ​ລັກ​ຂອງ​ຊາວ​ເຜົ່າ​ໄທ​ຢູ່ ​ໄຕ​ບັກ.

ຕອບກັບ

ຂ່າວ/ບົດ​ອື່ນ