10 ເຫດການ ພາຍໃນປະເທດ ຫວຽດນາມທີ່ພົ້ນເດັ່ນ ໃນປີ 2013


ເຫດການ​ທີ 1:  ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ​ໄດ້​ຮັບຮອງ​ເອົາລັດຖະທຳ​ມະນູນ​ແຫ່ງ ສ.ສ ຫວຽດນາມ (ສະບັບ​ປັບປຸງ)   

10 ເຫດການ ພາຍໃນປະເທດ ຫວຽດນາມທີ່ພົ້ນເດັ່ນ ໃນປີ 2013 - ảnh 1
ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ6 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13

ວັນ​ທີ 28/11/2013, ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6, ດ້ວຍ​ອັດຕາ 97,59% ຈຳນວນ​ບັດ​​ເຫັນ​ດີ, ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ​ໄດ້​ຮັບຮອງ​ເອົາລັດຖະທຳ​ມະນູນ​ແຫ່ງ ສ.ສ ຫວຽດນາມ (ສະບັບ​ປັບປຸງ). ນີ້​ແມ່ນ​ລັດຖະທຳ​ມະນູນຂອງ​ໄລຍະ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ, ຄົບ​ຊຸດ​ທາງ​ດ້ານ​ເສດຖະກິດ ​ແລະ ການ​ເມືອງ; ​ເຊີດ​ຊູ​ສິດທິ​ມະນຸດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ, ຢັ້ງຢືນ​ສິດ​ອຳນາດ​​ແຫ່ງ​ລັດທັງ​ໝົດ​ແມ່ນ​ຂຶ້ນ​ກັບ​ປະຊາຊົນ.

ເຫດການ​ທີ 2 : ກອງປະຊຸມສູນກາງພັກກອມມູນິດຫວຽດນາມຄັ້ງທີ 7 ແລະ ທີ 8 ໄດ້ປະກາດໃຊ້ບັນດາລັດຖະນະໂຍບາຍທີ່ສຳຄັນເພື່ອພັດທະນາ ປະເທດຊາດແບບຍືນຍົງ.  

10 ເຫດການ ພາຍໃນປະເທດ ຫວຽດນາມທີ່ພົ້ນເດັ່ນ ໃນປີ 2013 - ảnh 2
ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຄັ້ງທີ  ທີ 8 ຊຸດທີ 11

ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຄັ້ງທີ 7 ແລະ ທີ 8 (ຊຸດທີ 11) ໄດ້ຮັບຮອງເອົາບັນດາມະຕິກ່ຽວກັບການສືບຕໍ່ ປ່ຽນແປງ​ໃໝ່, ສ້າງ​ລະບົບ​ການ​ເມືອງ​ຈາກ​ສູນ​ກາງ​ລົງ​ຮອດ​ຮາກ​ຖານ​ໃຫ້​ສົມບູນ​ແບບ; ວາງ​ແຜນ​ກຳນົດ​ຊັ້ນ​ຊ້ອນ​ພະນັກງານ​ຂັ້ນ​ຍຸດ​ທະ​ສາດ; ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຍູ​້​ແຮງ​ວຽກ​ງານ​ປົກ​ປັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ, ສິ່ງ​ແວດ​ລ້ອມ; ປ່ຽນ​ແປງ​ໃໝ່​ການ​ສຶກສາ​ໂດຍ​ພື້ນຖານ ​ແລະ ຮອບດ້ານ; ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່.

ເຫດການ​ທີ 3 : ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງຮອບດ້ານ ​ແລະ ບັນລຸ​ໄດ້​ຫຼາຍ​ຜົນງານ​ທີ່ພົ້ນ​ເດັ່ນ.    

10 ເຫດການ ພາຍໃນປະເທດ ຫວຽດນາມທີ່ພົ້ນເດັ່ນ ໃນປີ 2013 - ảnh 3
(ພາບປະກອບ)

ຫວຽດນາມ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ໄທ, ອິນ​ໂດ​ເນ​ເຊຍ, ສິງກະ​ໂປ, ອີ​ຕາ​ລີ ​ແລະ ຝະລັ່ງ​. ຫວຽດນາມ ​ແລະ ສະຫະລັດອາ​ເມ​ລິ​ກາ ກໍ​ໄດ້​ສ້າງ​ຂອບ​ເຂດ ການ​ພົວພັນ​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມືຮອບດ້ານ. ນອກຈາກ​ນັ້ນ, ຫວຽດນາມ​ກໍ​ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ ​ແລະ ຄະນະ​ກຳມາ​ທິການ​ມໍລະດົກ​ໂລກ.  ສານ​ຂອງ​ຫວຽດນາມ​ທີ່​ວ່າ “ ສ້າງ​ຄວາມ​ເຊື່ອ​ໝັ້ນ​ຍຸດ​ທະ​ສາດ” ​ໃນ​ການ​ພົວພັນ​ສາກົນ, ​ໄດ້​ຮັບ​ການ​ຍ້ອງຍໍຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຈາກ​ຫາງ​ສຽງ​ສາກົນ.

ເຫດການ​ທີ 4 : ​ເສດຖະກິດ​ມະຫາ​ພາກ​ມີ​ສະຖຽນ​ລະ​ພາບ​ໂດຍ​ພື້ນຖານ, ການ​ເຕີບ​ໂຕ​ໄດ້​ຮັບ​ການ​ຮັກສາ​ຢູ່​​ໃນ​ລະດັບ​ເໝາະ​ສົມ, ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ການ​ຮັບປະກັນ​ຊີວິດ​ສັງຄົມ ໄດ້​ຮັບ​ການ​ປະຕິບັດ​ເປັນ​ຢ່າງ​ດີ.

 

10 ເຫດການ ພາຍໃນປະເທດ ຫວຽດນາມທີ່ພົ້ນເດັ່ນ ໃນປີ 2013 - ảnh 4
(ພາບປະກອບ)

ປີ 2013, ຍອດ​ຜະລິດ​ຕະພັນ​ພາຍ​ໃນ GDP ​ເພີ່ມ​ຂຶ້ນ 5,42%; ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມຢູ່​ໃນ​ລະດັບ 6,04%; ອັດຕາ​ຄອບຄົວ​ທຸກ​ຍາກ​ຕ່ຳ​ກ່ວາ 8%. ວິວັດ​ການ​ສ້າງ​ໂຄງ​ປະ​ກອບເສດຖະກິດ​ຄືນ​ໃໝ່, ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ ໄດ້​ຮັບ​ການຍູ້​ແຮງ, ​ໂດຍ​ສະ​ເພາະ​ແມ່ນ ການ​ສ້າງ​ໂຄງ​ປະ​ກອບຂົງ​ເຂດ​ການ​ເງິນ, ທະນາຄານ ​ແລະ ບັນດາ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່.

     ເຫດການ​ທີ 5 : ທ່ານ​ພົນ​ເອກ​ ວໍ້​ງວຽນ​ຢາ​ບ, ນາຍ​ພົນ​ແຫ່ງ​ເທບ​ນິຍາຍ​ໄດ້​ເຖິງ​ແກ່​ມໍລະນະ​ກຳ, ມີ​ອາຍຸ​ຍືນ 103 ປີ. 

10 ເຫດການ ພາຍໃນປະເທດ ຫວຽດນາມທີ່ພົ້ນເດັ່ນ ໃນປີ 2013 - ảnh 5
ທ່ານ​ພົນ​ເອກ​ ວໍ້​ງວຽນ​ຢາ​ບ

ທ່ານ​ພົນ​ເອກ​ ວໍ້​ງວຽນ​ຢາ​ບ, ນາຍ​ພົນ​ຜູ້​ມີ​ຄວາມ​ປິ​ຊາ​ສາມາດ, ນັກ​ຍຸດ​ທະ​ສາດ ​ແລະ ຜູ້​ບັນຊາ​ການ​ທະຫານ​ທີ່​ດີ​ເລີດ, ລູດສິດ​ທີ່​ດີ​ເດັ່ນ ​ແລະ ​ໃກ້ຊິດ​ຂອງ​ປະທານ​ໂຮ່ຈິ​ມິນ, ​ແມ່ນລູກ​ຮັກ​ຂອງ​ຊາດ​ຫວຽດນາມ ໄດ້​ເຖິງ​ແກ່​ມໍລະນະ​ກຳ, ມີ​ອາຍຸ​ຍືນ 103 ປີ. ການ​ລວງ​ລັບ​ໄປ​ຂອງ ທ່ານ​ພົນ​ເອກ​ ວໍ້​ງວຽນ​ຢາ​ບ, ບຸກຄົນ​ມີ​ບຸກຄະ​ລິກກະພາບ​ອັນ​ໃຫຍ່​ຫຼວງ, ມີ​ຄວາມ​ເກັ່ງ​ກ້າ​ສາມາດ ​ແລະ ຄຸນສົມບັດ, ມີ​ກຳລັງ​​ແຜ່ຂະຫຍາຍ, ​ເຊື່ອມ​ຈອດ​ທົ່ວ​ທັງ​ທັງ​ຊາດ; ທະວີຄູນ​ກຳລັງ​ແຮງ​ແຫ່ງ​ຄວາມ​ເປັນ​ທຳ, ວັດ​ທະ​ນະ​ທຳມະນຸດ, ​ເຮັດ​ໃຫ້​ຄຸນຄ່າ​ຫວຽດນາມ​ເພີ່ມ​ສູງ​ຂຶ້ນ.

ເຫດການ​ທີ 6 : ​ເດັດ​ດຽວ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ເພື່ອ​ນຳ​ຄວາມ​ເຊື່ອ​ໝັ້ນມາສູ່​ປະຊາຊົນ.  

10 ເຫດການ ພາຍໃນປະເທດ ຫວຽດນາມທີ່ພົ້ນເດັ່ນ ໃນປີ 2013 - ảnh 6
ຄະ​ດີ​ສໍ້​ລາດ​ບັງ​ຫຼວງ​ຢູ່ບໍລິສັດ​ໃຫຍ່​ການ​ເດີນ​ທະ​ເລ​ຫວຽດນາມ Vinalines

ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ທີ່​ຂຶ້ນ​ກັບ​ກົມ​ການ​ເມືອງ​ສູນ​ກາງພັກ ​ໄດ້​ຊີ້​ນຳ​ບັນດາ​ອົງການ​ສຳນັກງານ​ທີ່​ມີໜ້າ​ທີ່ ​ໄດ້​ເປີດ​ການ​ສືບສວນ, ສອບ​ສວນ, ນຳ​ຂຶ້ນ​ສານ​ດຳ​ເນີນ​ຄະດີ​ສຳລັບຄະດີ​ໃຫຍ່ 8 ລາຍ, 2 ກໍລະນີ​ສໍ້​ລາດ​ບັງ​ຫຼວງ​ລາຍ​ໃຫຍ່, ​ໃນ​ນັ້ນ​ມີບັນດາ​ຄະ​ດີ​ສໍ້​ລາດ​ບັງ​ຫຼວງ​ຢູ່​ບໍລິສັດ​ບໍລິການ​ການ​ເງິນ 2 ສັງກັດ​ທະນາຄານ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ Agribank; ບໍລິສັດ​ໃຫຍ່​ການ​ເດີນ​ທະ​ເລ​ຫວຽດນາມ Vinalines ; ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ອາຊີ ACB . ມີ​ຈຳ​ເລີຍ​ຫຼາຍ​ຄົນ​ຖືກ​ຕັດສິນ​ໂທດ​ປະຫານ​ຊີວິດ.

   ເຫດການ​ທີ 7 : ພາຍຸ​ລູກ​ຕ່າງໆ ​ແລະ ຄວາມ​ກົດ​ດັນ​ອາກາດ​ຕ່ຳ ທີ່ສົ່ງ​ຜົນ​ສະທ້ອນ​ຕໍ່​ຫວຽດນາມ​ໂດຍ​ກົງ ​ໄດ້​ເກີດ​ຂຶ້ນ​ເຖິງ​ລະດັບ​ສະ​ຖີຕິ.

10 ເຫດການ ພາຍໃນປະເທດ ຫວຽດນາມທີ່ພົ້ນເດັ່ນ ໃນປີ 2013 - ảnh 7
ພາຍຸ​ເລກ 10 ​ ດ້ວຍ​ແຮງ​ລົມ ລະດັບ 12 ​ໄດ້​ພັດ​ຖະຫຼົ່ມ​ພາກ​ກາງ​ຫວຽດນາມ

     ​ໄດ້​ເກີ​ດມີພາຍຸ​ ​ແລະ ຄວາມ​ກົດ​ດັນ​ອາກາດ​ຕ່ຳ​ເຖິງ 19 ຄັ້ງທີ່ສົ່ງ​ຜົນ​ສະທ້ອນ​ຕໍ່​ຫວຽດນາມ​ໂດຍ​ກົງ​ໃນ​ປີ​ນີ້. ​ໃນ​ຈຳນວນ​ພາຍຸ​ດັ່ງກ່າວ, ມີ​ພາຍຸ​ເລກ 10 ​ແລະ 11 ດ້ວຍ​ລະດັບ​ແຮງ​ລົມ ລະດັບ 12 ​ໄດ້​ພັດ​ຖະຫຼົ່ມ​ພາກ​ກາງ​ຫວຽດນາມ. ລັດຖະບານ​ໄດ້​ຊີ້​ນຳ​ຢ່າງ​ຂ້ຽວຂາດ ​ເພື່ອ​ຮັບ​ມືຢ່າງທັນ​ການ, ມີ​ປະສິດທິ​ຜົນ, ຈຳກັດ​ຄວາມ​ເສຍ​ຫາຍ​ໃນ​ລະດັບ​ຕ່ຳ​ສຸດ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໄພ​ທຳ​ມະ​ຊາດ​ໄດ້​ເ​ຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ​ເກືອບ 300 ຄົນ, ຄວາມ​ເສຍ​ຫາຍ​ທາງ​ດ້ານ​ວັດ​ຖຸ​ໄດ້​ຂຶ້ນ​​ເຖິງ 25.000 ຕື້​ດົງ. ສະພາບ​ຕົວ​ຈິງ​ດັ່ງກ່່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ບັນດາ​ຜົນ​ກະທົບ​ທີ່​ຍາກ​ຈະ​ຄາດ​ຄະ​ເນ​ໄວ້​ລ່ວງໜ້າ​ຂອງ​ການປ່ຽນ​ແປງ​ດິນ​ຟ້າ​ອາກາດ, ອັນ​ໄດ້​ພາ​ໃຫ້​ມະນຸດ​ເຮົາ​ຕ້ອງ​ຖອດ​ຖອນ​ບົດຮຽນກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ທຳ​ມະ​ຊາດ ​ແລະ ດັດ​ປັບ​ການ​ກະທຳ, ວິທີ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ .

ເຫດການ​ທີ 8 : ຈຳນວນ​ປະຊາກອນ​ຫວຽດນາມ​ບັນລຸ​ລະດັບ 90 ລ້ານ​ຄົນ 

10 ເຫດການ ພາຍໃນປະເທດ ຫວຽດນາມທີ່ພົ້ນເດັ່ນ ໃນປີ 2013 - ảnh 8
ພົນລະ​ເມື​ອງຄົນທີ 90 ລ້ານ​ຂອງ​ຫວຽດນາມ​ໄດ້​ຖືກ​ກຳ​ເນີ​ດ

ວັນ​ທີ 1/11/2013, ພົນລະ​ເມື​ອງຄົນທີ 90 ລ້ານ​ຂອງ​ຫວຽດນາມ​ໄດ້​ຖືກ​ກຳ​ເນີ​ດ, ​ອັນ​ໄດ້​ນຳ​ປະ​ເທດ​ຫວຽດນາມ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ຈຳນວນ​ປະຊາກອນ​ຫຼາຍ​ອັນ​ດັບ 14 ​ໃນ​ທົ່ວ​ໂລກ, ດ້ວຍ​ໂຄງ​ປະກອບ​ປະຊາກອນ​ທີ່​ດີທີ່ສຸດ, ໝາຍ​ຄວາມ​ວ່າ ​ໃນ​ຈຳນວນ​ພົນລະ​ເມືອງ​ໃນ​ເກັ່ນອາຍຸ​ອອກ​ແຮງ​ງານ​ຢ່າງ​ໜ້ອຍ 2 ຄົນ ກໍ​ມີ​ພົນລະ​ເມືອງ​ໃນ​ເກັ່ນອາຍຸຕ້ອງ​ຮັບ​ການ​ລ້ຽງ​ດູ 1 ຄົນ. ນີ້​ແມ່ນ​ກາລະ​ໂອກາດ ​ແຕ່​ທັງ​ເປັນຄວາມ​ທ້າ​ທາຍ​ເມ​ື່ອຈຳນວນ​ປະຊາກອນ​ຕ້ອງ​ຕິດ​ພັນ​ກັບ​ຄຸນ​ນະພາ​ບ​ປະຊາກອນ ​ແລະ ໂຄງ​ປະກອບ​ປະຊາກອນທີ່​ດີ​ທີ່​ສຸດ​ຕ້ອງ​ຕິດ​ພັນ​ກັບ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ.

    ເຫດການ​ທີ 9 : ສາທາລະນະ​ສຸກ, ສະພາບ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ຄວາມ​ປອດ​ໄພ​ຫຼັກອະນາ​ໄມສະບຽງ​ອາຫານ....ຍັງ​ແມ່ນ​ຄວາມ​ເປັນ​ຫ່ວງ​​ໄຍຢູ່.

10 ເຫດການ ພາຍໃນປະເທດ ຫວຽດນາມທີ່ພົ້ນເດັ່ນ ໃນປີ 2013 - ảnh 9
ເກີດກໍລະນີ​ຜ່າຕັດ​ຕົກ​ແຕ່ງ​ຢູ່​ໂຮງ​ໝໍ​ເອກະ​ຊົນ ກາດ​ເຕືອງ

     ​ມີຫຼາຍ​ກໍລະນີ​ໄດ້​ເກີດ​ຂຶ້ນ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ ​ເຊັ່ນ : ກໍລະນີ​ປອມ​ແປງ​ຜົນ​ຂອງ​ການ​ວິ​ໄຈ​ເລືອດ​ຢູ່​ໂຮງໝໍ​ຫຼາຍ​ຂະ​ແໜງ ຮ່ວາຍ​ດຶກ, ຮ່າ​ໂນ້ຍ. ກໍລະນີ​ຜ່າຕັດ​ຕົກ​ແຕ່ງ​ຢູ່​ໂຮງ​ມໍ​ໝໍ​ເອກະ​ຊົນ ກາດ​ເຕືອງ; ສະພາບ​ຂາດ​ຫຼັກ​ອະ​ໄມ​ສະບຽງ​ອາຫານ... ​ໄດ້​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ເປັນ​ຫ່ວງ​ໄຍຕໍ່​ຄຸນ​ນະພາ​ບຂອງ​ການ​ດຳລົງ​ຊີວິດ. ນອກຈາກ​ນັ້ນ, ບັນດາ​ກໍລະນີ​ອຸບັດ​ຕິ​ເຫດຄົມມະນາຄົມ, ອັກຄີ​ໄພ, ລະ​ເບີດ​ທີ່​ຮ້າຍ​ແຮງ, ການປ່ອຍ​ນ້ຳ​ຢູ່​ບັນດາ​ອ່າງ​​ເກັບ​ນ້ຳ​ເຂື່ອນ​ໄຟຟ້າ​ນ້ຳຕົກ ກໍ​ລ້ວນ​ແຕ່​ສົ່ງ​ຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮງ​ເຖິງ​ຊີ​ວິການ​ເປັນ​ຢູ່​ຂອງ​ປະຊາຊົນ.

   ເຫດການ​ທີ 10 : ສິລະ​ປະ​ເດີນ​ກາ​ຕາຍ​ຕື ພາກ​ໃຕ້​ໄດ້​ຮັບ​ການ​ຮັບຮອງ​ຈາກ  UNESCO ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ.

10 ເຫດການ ພາຍໃນປະເທດ ຫວຽດນາມທີ່ພົ້ນເດັ່ນ ໃນປີ 2013 - ảnh 10
ລາຍການສະແດງສິລະ​ປະ​ເດີນ​ກາ​ຕາຍ​ຕື

   ສິລະ​ປະ​ເດີນ​ກາ​ຕາຍ​ຕື ​ໄດ້​ມີ​ມາ​ກ່ອນ​ນີ້​ກ່ວາ 100 ປີ ຢູ່​ເຂດ​ພາກ​ໃຕ້. ສິລະ​ປະ​ປະ​ເພດ​ນີ້ ມີ​ສົ່ງ​ຜົນ​ກະທົບ​ທາງ​ດ້ານ​ວັດທະນະທຳ​ທີ່​ກ້ວາງ​ໃຫຍ່, ຄຸນຄ່າດ້ານສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ. ​ເປັນ​ອັນວ່າ ຫວຽດນາມ​ໄດ້​ມີ 8 ປະ​ເພດ ສິລະ​ປະ​, ການ​ເຫຼື້ອມ​ໃສ​ໄດ້​ຮັບ​ການ​ຮັບຮອງ​ຈາກ  UNESCO ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງຂອງ​ມວນ​ມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ