ກອງປະຊຸມປະຈຳປີ IMF – WB : ສິ່ງກີດຂວາງຕໍ່ການຮ່ວມມື

ກອງປະຊຸມປະຈຳປີ IMF – WB : ສິ່ງກີດຂວາງຕໍ່ການຮ່ວມມື - ảnh 1
ກອງປະຊຸມປະຈຳປີ IMF ​ແລະ WB ພວມ​ຖືກ​ດຳ​ເນີນ​​ຢູ່ ​ໂຕກຽວ ປະ​ເທດ​ຍີ​ປຸ່ນ
(ພາບ: AFP)

vovworld-ກອງປະຊຸມປະຈຳປີຂອງກອງທຶນສາກົນ (IMF) ​ແລະ ທະນາຄານ​ໂລກ (WB) ພວມ​ຖືກ​ດຳ​ເນີນ​ໄປ​ຢູ່ ​ໂຕກຽວ ປະ​ເທດ​ຍີ​ປຸ່ນ ​ແລະ ຈະ​ແກ່ຍາວ​ຈົນ​ຮອດ​ທ້າຍ​ອາທິດ​ນີ້, ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ຂອງລັດຖະບານ, ​ເຈົ້າ​ຂອງ​ວິ​ສາ​ຫະກິດ ​ແລະ ​ຜູ້​ວ່າການ​ທະນາຄາ​ນສູນ​ກາງ​ລວມທັງ​ໝົດ​ເກືອ​ບ 20.000 ທ່ານ ດ້ວຍ​ຈຸດໝາຍ​ແກ້​ໄຂ​ວິ​ກິດ​ການ​ຢູ່​ພາກ​ພື້ນ​ໃຊ້​ເງິນຕາ​ຮ່ວມ​ເອີ​ລົບ (eurozone), ສະກັດ​ກັ້ນ​ທ່າ​ຊຸດ​ໂຊມ​ເສດຖະກິດ​ທົ່ວ​ໂລກ ກໍ​ຄື​ບັນດາ​ມາດຕາ​ການ​ໜູ​ນຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ. ຫາງ​ສຽງ​ພວມ​ຄອຍ​ຖ້າ​ຈະ​ມີ​ບັນດາ​ໝາກຜົນ​ລະອຽດ​ໃນກອງປະຊຸມຄັ້ງ​ນີ້ ​ເພື່ອ​ຟື້ນຟູພື້ນຖານ​ເສດຖະກິດ​ໂລກ​ໃນ​ສະພາວະ​ທີ່​ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ໂລກ ຄາດ​ຄະ​ເນ​ວ່າ​ຈະ​ຕົກ​ຕ່ຳ​ຖອຍຫຼັງ. ​ແຕ່​ຄວາມ​ເຄັ່ງ​ຕຶງຈຳນວນ​ໜຶ່ງ​ໃນ​ການ​ພົວພັນ 2 ຝ່າຍອາດ​ຈະ​ເປັນ​ສິ່ງ​ກີດ​ຂວາງຕໍ່​ການ​ຮ່ວມ​ມື​ສຳ​ເລັດ​ຜົນ​ໃນກອງປະຊຸມ​ຄັ້ງ​ນີ້.

    ກອງປະຊຸມປະຈຳ​ປີ​ຂອງ IMF ​ແລະ WB ພ້ອມ​ກັບ​ບັນດາ​ການ​ປະຊຸມ​ຢູ່​ນອກ ກອງປະຊຸມ ​ແມ່ນ​ການ​ເຕົ້າ​ໂຮມ​ກັນ​ຄັ້ງ​ໃຫຍ່​ຂອງວົງການການນຳຂະແໜງ ການເງິນ, ເສດຖະກິດ ແລະ ທະນາຄານໃນໂລກ. ກ່ອນປີ 2008, ອາດຈະເຫັນບົດບາດ ຂອງ IMF ແມ່ນຍັງບໍ່ທັນຖືເປັນສຳຄັນ, ແຕ່ວິກິດການ ເສດຖະກິດທົ່ວໂລກປີ 2008 ໄດ້ເຮັດໃຫ້ມີການປ່ຽນແປງທຸກສິ່ງທຸກຢ່າງ, ເຮັດໃຫ້ບັນດາພື້ນຖານ ເສດຖະກິດ​ໂລກ​ມີ​ການ​ສັງ​ເກດ​ຕີ​ລາຄາ​ທີ່​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຂອງ​ອົງການ​ນີ້. ​ໃນ​ສະ​ຖານະ​ການທີ່​ພື້ນຖານ​ເສດຖະກິດ​ໂລກ​ຍັງ​ຄົງ​ສືບ​ຕໍ່​ຜັນ​ແປ​ໄປ​ຕາມ​ແນວ​ໂນ້ມທີ່​ບໍ່​ດີ​ນັ້ນ, ກອງປະຊຸມຄັ້ງ​ນີ້ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ການ​ເງິນ​ອັນ​ດັບ​ໜຶ່ງ​​ໃນ​ໂລກ​ຍົກ​ອອກ​ບັນດາ​ລັດຖະນະ​ໂຍບາຍ​ທີ່​ສຳຄັນ​ເພື່ອ​ແກ​້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ, ດັດ​ປັບ​ບັນດາ​ນະ​ໂຍບາຍ​ຂອງ​ບັນດາ​ປະ​ເທດ​ພັດທະນາ​ຢ່າງ​ມີ​ປະສິດ​ທິຜົນ, ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ ຂະນະ​ທີ່​ວິ​ກິດ​ການ​ໜີ້​ສາທາລະນະ​ຂອງ​ເອີ​ລົບ​ໄດ້​ແຜ່​ລາມ​ອອກ​ສູ່ນອກ​ພາກ​ພື້ນ, ກໍ່​ຜົນ​ເສຍ​ຫາຍ​ໃຫ້​ແກ່​ບັນດາ​ພື້ນຖານ​ເສດຖະກິດທີ່​ຫາ​ກໍ​ພົ້ນ​ເດັ່ນຂຶ້ນ.

   ​ແຕ່ ​ໃນ​ຈຸດ​ເວລາ​ກ່ອນ​ດຳ​ເນີນກອງປະຊຸມ, ຈີນ​ໄດ້​ປະກາດ​ວ່າ ລັດຖະມົນຕີ​ການ​ເງິນ ​ແລະ ຜູ້​ວ່າການ​ທະນາຄານ​ສູນ​ກາງຂອງ​ປະ​ເທດ​ນີ້​ຈະ​ບໍ່​ເຂົ້າ​ຮ່ວມ​ກອງ​ປະຊຸມ, ຫາກ​ພຽງ​ແຕ່​ແຕ່ງ​ຕັ້ງ​ເຈົ້າ​ໜ້າ​ທີ່​ຊັ້ນ​ຮອງ​ໄປ​ແທນ. ​ເລື່ອງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ແຕກ​ແຫງ​ຢ່າ​ງຮ້າຍ​ແຮງ​ໃນ​ການ​ພົວພັນ 2 ຝ່າຍ​ລະຫວ່າງ 2 ປະ​ເທດ​ມະຫາ​ອຳນາດ​ຢູ່​ອາຊີ ​ແລະ ​ໄດ້​ສົ່ງ​ຜົນ​ທະ​ທ້ອນ​ໂດຍ​ກົງ​ເຖິງ​ການ​ພົວພັນ​ຫຼາຍ​ຝ່າຍ. ​ເພາະວ່າ​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ-ການ​ເງິນ​ລະຫວ່າງ​ຈີນ-ຍີ​ປຸ່ນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ສາຍ​ພົວພັນ​ທີ່​ຈຳ​ເປັນ ​ແລະ ສຳ​ຄັນ​ໃນ​ກົນ​ໄກ​ເສດຖະກິດ​ໂລກ. ກ່ອນ​ດຳ​ເນີນ ກອງປະຊຸມ, ຜູ້ອຳ​ນວຍ​ການ​ໃຫຍ່ IMF ທ່ານ Christine Lagarde ​ໄດ້​ຮຽກຮ້ອງ​ໃຫ້ ຈີນ ​ແລະ ຍີ​ປຸ່ນຊຶ່ງ​ແມ່ນ 2 ພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບ 1 ​ແລະ ອັນ​ດັບ 2 ​ໃນ​ໂລກ, ຈົ່ງ​ສຸມ​ໃສ່​​ເປົ້າ​ໝາຍການ​ເຕີບ​ໂຕ​ເສດຖະກິດ​ທົ່ວ​ໂລກ​ແທນ​ໃຫ້​ການ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ພິພາດ​ອະທິປະ​ໄຕ​ຜືນ​ແຜ່ນດິນ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ພື້ນຖານ​ເສດຖະກິດ​ທົ່ວ​ໂລກ​ໃນ​ປະຈຸ​ບັນ ​ແມ່ນ​ຈຳ​ເປັນ​ຕ້ອງ​ມີ​ການ​ເຂົ້າຮ່ວມ​ຂອງ​ທັງ ຈີນ ​ແລະ ຍີ​ປຸ່ນ, ​ແຕ່ 2 ປະ​ເທດ​ນີ້​ຍັງ​ບໍ່​ທັນ​ສະ​ແດງ​ທ່າ​ທີ​ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ເພື່ອ​ກ້າວ​ໄປ​ເຖິງ​ການ​ຮ່ວມ​ມື​ນຳ​ກັນ.

     ​ໃນ​ຂະນະ​ນັ້ນ, ​ໃນ​ຈຸດ​ເວລາ​ໄຂ ກອງປະຊຸມ, ອາ​ເມລິກາ ​ແລະ ຈີນ ​ໄດ້​ເກີດ​ຄວາມ​ຂັດ​ແຍ້​ງກັນ​ທາງ​ດ້ານ​ການ​ຄ້າ​ຂະນະ​ທີ່ ວໍ​ຊິ​ຕັນ​ໄດ້​ມີ​ຄຳ​ກ່າວ​ຫາ 2 ບໍລິສັດ​ໂທລະ​ຄົມ​ຂອງ​ຈີນ , ນັ້ນ​ແມ່ນ Huawei ​ແລະ ZTE ​ເປັນ​ໄພ​ນາບ​ຂູ່​ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ. ຕາມ​ບົດ​ລາຍ​ງານ​ສະບັບ​ໜຶ່ງ​ກ່ຽວ​ກັບ​ການ​ສືບສວນ​ຂອງ​ກຳມາ​ທິການ​ສື​ບລາ​ຊະການ​ລັບ​ແຫ່ງ​ສະພາ​ຕ່ຳ​ອາ​ເມ​ລິ​ກາ​ແລ້ວ, ປັກ​ກິ​ງອາດ​ຈະ​ໄດ້​ນຳ​ໃຊ້ 2 ບໍລິສັດ​ເຕັກ​ໂນ​ໂລ​ຢີອັນ​ດັບ​ໜຶ່ງ​ຂອງຕົນ​ເພື່ອ​ສືບ​ສອດ​ແນມ​ກ່ຽວ​ກັບ​ເສດ​ຖະກິດ-ການ​ທະຫານ ຫຼື​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ເຄືອຂ່າຍ internet ​ແນ​ໃສ່​ວໍ​ຊິງ​ຕັນ. ຕໍ່ໜ້າ​ຂໍ້ຫາ​ດັ່ງກ່າວ, ປັກ​ກິ​ງ​ໄດ້​ປະຕິ​ເສດ ​ແລະ ຖື​ວ່າ​ບົດ​ລາຍ​ງານ​ສະບັບ​ນີ້ ພຽງ​ແຕ່​ອີງ​ໃສ່​ຄວາມ​ລະ​ແວງ​ສົງ​ໄສ​ໂດຍ​ພາວະ​ວິ​ໄສ ​ແລະ ບັນດາ​ຂໍ​້ມູນ ບໍ່​ຈິງ ພ້ອມ​ທັງ​ຖື​ບັນຫາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ເປັນ​ເຫດຜົນ​ແນໃສ່ດຳ​ເນີນ​ການ​ກ່າວ​ຟ້​ອງຢ່າງ​ໄຮ້​ເຫດຜົນ​ເພື່ອ​ຕ້ານ​ຈີນ, ຂັດຂວາງ​ບັນດາ​ວິ​ສາ​ຫະກິດ​ຂອງ​ຈີ​ນຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ ​ແລະ ​ແກ່ງ​ແຍ້​ງຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ຢູ່​ອາ​ເມ​ລິ​ກາ. ຄວາມ​ເຄັ່ງ​ຕຶງດັ່ງກ່າວ​ໄດ້​ເກີດ​ຂື້ນ ພາຍຫຼັງ​ພຽງ 2 ອາທິດ​ທີ່​ອາ​ເມ​ລິ​ກາ​ໄດ້​ຍື່ນ​ໜັງສື​ຮ້ອງ​ຟ້ອງ​ຕໍ່ອົງການ​ການ​ຄ້າ​ໂລກ WTO ​ເພື່ອກ່າວ​ຫາ ຈີນພະ​ຍຸງ​ລາຄາ​ລົດ​ໂອ​ໂຕ ​ແລະ ​ເຄື່ອງ​ອາ​ໄລ​ສົ່ງ​ອອກ, ກົງກັນຂ້າມ,ຈີນ ພັດ​ກ່າວ​ຟ້ອງ​ອາ​ເມ​ລິ​ກາ​ເກັບ​ພາສີ​ເກີນ​ຂອບ​ເຂດ​ສຳລັບ​ບັນດາ​ຜະລິດ​ຕະພັນ​ຂອງ​ຈີນ. ນີ້​ພຽ​ງ​ແມ່ນ​ໜຶ່ງ​ໃນ​ຈຳນວນ 10 ກໍລະນີ​ຮ້ອງ​ຟ້ອງ​ຈີນ ​ໂດຍ​ອາ​ເມ​ລິ​ກາ​ພວມ​ປະຕິບັດ​ໃນ​ຕະຫຼອດ 2 ປີ​ທີ່​ຜ່ານ​ມາ ​ແລະ ກໍ​ແມ່ນ​ສ່ວນ​ໜຶ່ງ​​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ປະທານາທິບໍດີ Barack Obama ​ແນ່​ໃສ່​ຫຼຸດຜ່ອນ​ສ່ວນ​ເກີນ​ການ​ຄ້າ​ຂອງ​ຈີນ​ທີ່​ມີ​ຕໍ່​ອາ​ເມ​ລິ​ກາ.

     ສຳລັບ​ເອີ​ລົບ, ບັນດາ​ນັກ​ໄຈ້​ແຍກ​ກໍ​ບໍ່​ເຫັນ​ສັນຍານ​ທີ່​ໜ້າ​ ​ຊື່ນ​ຊົມໃດໆຂະນະ​ທີ່​ບັນດາ​ຄວາມ​ມານະ​ພະຍາຍາມຫຼຸດຜ່ອນ​ໜີ້​ສິນ ​ແລະ ​ເພີ່ມ​ລັກສະ​ນະ​ຊຳລະ, ກໍ​ຄື​ບັນດາ​ບ້ວງ​ເງິນ​ກະ​ຕຸ້ນ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ ຍັງ​ບໍ່​ນຳ​ມາ​ເຊິ່ງປະສິດ ທິຜົນຈະ​ແຈ້ງ. ປະຈຸ​ບັນ ຫາງ​ສຽງ​ພວມ​ຄອຍ​ຖ້າ​ຄັງ​ຊ່ວຍ​ກູ້​ວິ​ກິດ​ການ ຫຼື​ເອີ້ນ​ວ່າ ກົນ​ໄກ​ສ້າງ​ຄວາມ​ສະຫງົບ​ໝັ້ນ​ທຽງ​ເອີ​ລົບ ລວມມຸນ​ຄ່າ 650 ຕື້ USD ​ໂດຍ​ກຸ່ມ eurozone ປະກາດ​ເມື​ອ່ວັນ​ທີ 8/10 ຊຶ່ງສາມາດ​ນຳພາ​ກພື້ນນີ້ຫຼຸດ​ພົ້ນອອກ​ຈາກ​ສະພາບ​ການ​ປະຈຸ​ບັນ. ສິ່ງ​ທີ່​ສຳຄັນ​ແມ່ນ​ເອີ​ລົບ​ຕ້ອງ​ບັນລຸ​ຄວາມ​ເຫັນ​ດີເຫັນ​ພ້ອມກ່ຽວ​ກັບ​ບັນດາ​ນະ​ໂຍບາຍ​ດ້ານ​ພາສີ​ອາກອນ ​ແລະ ​ໃຊ້​ຈາ​ຍສ່ວນ​ລວມ, ກໍ​ຄື​ຄວາມ​ຕ້ອງການຜັນ​ຂະຫຍາຍ​ການ​ໂຮມລະບົບ​ທະນາຄານ​ໃນ​ພາກ​ພື້ນ​ເຂົ້າກັນ.

    ຕາມ​ບົດ​ລາຍ​ງານ “ ​ແງ່​ຫວັງ​ເສດຖະກິດ​ໂລກ ” ​ໂດຍ IMF ປະກາດ​ເມື່ອ​ອາທິດ​ແລ້ວ​ນີ້, ຄາດ​ຄະ​ເນ​ວ່າ ການ​ເຕີບ​ໂຕ​ຂອງ​ພື້ນຖານ​ເສດຖະກິດ​ໂລກ​ຈະ​ຫຼຸດ​ຈາກ 3,5% ລົງ​ເຫຼືອ​ພຽງ 3,3%​ໃນ​ປີ​ນີ້ ​ແລະ ຈາກ 3,9% ຫຼຸດ​ລົງ​ເຫຼືອ​ພຽງ 3,6% ​ໃນ​ປີ 2013. ທ່າ​ຟື້ນຟູ​ຂອງເສດຖະກິດ​ໂລກ ​ແມ່ນ​ຂຶ້ນ​ກັບ​ບັນດາ​ນະ​ໂຍບາຍ​ຂອງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ເປັນ​ສ່ວນ​ຫຼາຍ ກໍ​ຄື​ສາຍ​ພົວພັນ​ລະຫວ່າງ​ປະ​ເທດ​ເຫຼົ່າ​ນັ້ນ. ​ແຕ່​ໃນ​ເວທີ​ປ​າ​ໄສ​ທີ່​ສຳຄັນ​ປີ​ນີ້, ການ​ບໍ່​ມີໜ້າ​ເຂົ້າ​ຮ່ວມ​ຂອງ​ປະ​ເທດ​ທີ່​ມີ​ບົດບາດ​ສຳຄັນ​ຂອງ​ພື້ນຖານ​ເສດຖະກິດ​ໂລກຫຼື ການ​ຈັບ​ມື​ທີ່​ຂາດ​ເຈດ​ຕະນາ​ດີ ກໍ​ເຮັດ​ໃຫ້ຫາ​ງສຽງ​ມີ​ຄວາມ​ວິຕົກ​ກັງວົນ ​ແລະ ​ເສດຖະກິດ​ໂລກ​ອາດ​ຈະ​ສື​ບຕໍ່ຕົກ​ເຂົ້າ​ສູ່​ສະພາບ​ຕົກ​ຕ່ຳ​ຖອຍຫຼັງ​ຄັ້ງ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ