ກອງ​ປ​ະ​ຊຸມ​ສຸດຍອດ G20 ຊຸກ​ຍູ້​ບຸ​ລິ​ມະ​ສິດ​ຂອງ​ອາ​ຟະ​ລິ​ກາ ແລະ ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ

(VOVWORLD) - ໂດຍຈະດຳເນີນແຕ່ວັນທີ 22  23 ພະຈິກ ຢູ່ນະຄອນ Johannesburg, ອາຟະລິກາໃຕ້, ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດແຖວໜ້າໂລກ - G20 ປີນີ້ ໄດ້ສຸມໃສ່ການຊຸກຍູ້ບັນດາຄວາມານະພະຍາຍາມທົ່ວໂລກ ແນໃສ່ໜູນຊ່ວຍບັນດາປະເທດພວມພັດທະນາ, ພິເສດແມ່ນບັນດາປະເທດ ອາຟະລິກາ, ໃນບັນດາບັນຫາດິນຟ້າອາກາດ, ພະລັງງານ ແລະ ການເງິນສາທາລະນະ.

ດ້ວຍຫົວຂໍ້ “ສາມັກຄີ, ຍຸຕິທຳ, ຍືນຍົງ”, ກອງປະຊຸມສຸດຍອດ G20 ປີນີ້ ໄດ້ເຕົ້າໂຮມການນຳຂັ້ນສູງຂອງເກືອບທຸກປະເທດ, ອົງການຈັດຕັ້ງສະມາຊິກຂອງກຸ່ມ ພ້ອມດ້ວຍປະເທດຖືກເຊີນຈຳນວນໜຶ່ງ. ເຖິງຢ່າງໃດກໍຕາມ, ອາເມລິກາ ພື້ນຖານເສດຖະກິດໃຫຍ່ສຸດໃນກຸ່ມ ເຜີຍໃຫ້ຮູ້ວ່າ ບໍ່ເຂົ້າຮ່ວມກອງປະຊຸມຄັ້ງນີ້.

ບັນດາບຸລິມະສິດໃຫ້ແກ່ ອາຟະລິກາ

ເປັນຄັ້ງທຳອິດທີ່ດຳເນີນຢູ່ ອາຟະລິກາ, ກອງປະຊຸມສຸດຍອດ G20 ປີນີ້ ມີຄວາມໝາຍສຳຄັນຕໍ່ປະເທດເຈົ້າພາບ ອາຟະລິກາໃຕ້ ແລະ ທະວີບດຳ (ອາຟະລິກາ). ສິ່ງດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງໃນຫົວຂໍ້ຂອງກອງປະຊຸມ ກໍຄືໃນແຜນການດຳເນີນງານຂອງ ອາຟະລິກາໃຕ້ ທີ່ໄດ້ຍົກອອກມາ, ນັ້ນແມ່ນ ສຸມໃສ່ເລື່ອງຊຸກຍູ້ຄວາມສາມັກຄີສາກົນ, ໜູນຊ່ວຍບັນດາປະເທດພວມພັດທະນາຮັບມືກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ຍູ້ແຮງການຫັນປ່ຽນພະລັງງານ ແລະ ພິເສດແມ່ນຫຼຸດຜ່ອນພາລະແບກຫາບໜີ້ສິນແຫ່ງຊາດ.

ໃນບົດລາຍງານທີ່ໄດ້ປະກາດກ່ອນດຳເນີນກອງປະຊຸມ G20 ຢູ່ Johannesburg, ອົງການການຄ້າ ແລະ ການພັດທະນາ ສປຊ (UNCTAD)  ໃຫ້ຮູ້ວ່າ ປັດຈຸບັນ, ບັນດາປະເທດພວມພັດທະນາກຳລັງແບກຫາບບ້ວງໜີ້ສິນທົ່ວໂລກຂຶ້ນເຖິງ 31.000 ຕື້ USD, ເຊິ່ງສູງກວ່າທົບ 2 ເທົ່າເມື່ອທຽບໃສ່ລະດັບທີ່ໄດ້ຮັບຮູ້ເມື່ອປີ 2010. ຕາມຕົວເລກຂອງ ສປຊ ແລ້ວ, ນັບແຕ່ປີ 2021 - 2023, ລັດຖະບານບັນດາປະເທດ ອາຟະລິກາ ໄດ້ຈ່າຍສະເລ່ຍ 70 USD/ຄົນ ເພື່ອຈ່າຍຊຳລະດອກເບ້ຍເງິນກູ້, ເຊິ່ງລື່ນກາຍລະດັບລາຍຈ່າຍໃຫ້ແກ່ຂົງເຂດການສຶກສາ ແມ່ນ 63 USD ແລະ ສາທາລະນະສຸກແມ່ນ 44 USD. ດັ່ງນັ້ນ, ການຫຼຸດຜ່ອນໜີ້ສິນ, ໂຍະຍານການຈ່າຍໜີ້ສິນຂອງບັນດາປະເທດ ອາຟະລິກາ ແນ່ນອນວ່າຈະເປັນຫົວຂໍ້ໃຫຍ່ທີ່ຈະນຳມາປຶກສາຫາລືຢູ່ກອງປະຊຸມຄັ້ງນີ້.

ທ່ານນາງ Busisipho Syobi ນັກຄົ້ນຄວ້ານະໂຍບາຍສາທາລະນະຢູ່ອົງການຄຸ້ມຄອງບໍລິຫານທີ່ດີຂອງ ອາຟະລິກາ, ເຊິ່ງມີສຳນັກງານຕັ້ງຢູ່ Johannesburg, ຖືວ່າ, ອາຟະລິກາ ມີຊັບພະຍາກອນແຮ່ທາດທີ່ສຳຄັນທີ່ສຸດຕໍ່ການຫັນປ່ຽນພະລັງງານທົ່ວໂລກ ແຕ່ພັດເປັນພາກສ່ວນທີ່ໄດ້ຮັບຜົນປະໂຫຍດບໍ່ຫຼາຍຈາກຂົງເຂດນັ້ນ. ດັ່ງນັ້ນ, ກອງປະຊຸມ G20 ທີ່ຈັດຂຶ້ນຢູ່ ອາຟະລິກາໃຕ້ຄັ້ງນີ້ ຈະແມ່ນໂອກາດເພື່ອປ່ຽນແປງສິ່ງດັ່ງກ່າວ. ທ່ານນາງກ່າວວ່າ:

“ຄຳຖາມທີ່ແທ້ຈິງໃນປັດຈຸບັນ ແມ່ນເຮັດແນວໃດເພື່ອຮັບປະກັນໃຫ້ ອາຟະລິກາ ໄດ້ຊົມໃຊ້ຜົນປະໂຫຍຈາກແຮ່ທາດປະເພດນີ້ ແລະ ເຮັດແນວໃດເພື່ອໃຫ້ມັນຮັບໃຊ້ການແກ້ໄຂວິກິດການດ້ານພະລັງງານໃນປັດຈຸບັນຢູ່ທະວີບ. ປັດຈຸບັນ ມີປະຊາຊົນ ອາຟະລິກາ ປະມານ 600 ຄົນ ພວມດຳລົງຊີວິດໂດຍບໍ່ມີໄຟຟ້າໃຊ້. ດັ່ງນັ້ນ, ຕ້ອງຮັບປະກັນເຮັດແນວໃດໃຫ້ການຫັນປ່ຽນພະລັງງານຕອບສະໜອງໄດ້ບັນດາສິ່ງທ້າທາຍທີ່ພວມເພີ່ມຂຶ້ນຂອງທະວີບ”.

ຫຼັກຖານພິສູດໃຫ້ແກ່ບັນດາບຸລິມະສິດດັ່ງກ່າວ, ວັນທີ 20 ພະຈິກ, ກ່ອນດຳເນີນພິທີໄຂກອງປະຊຸມສຸດຍອດ G20, ອາຟະລິກາໃຕ້ ໄດ້ພ້ອມກັບ ສະຫະພາບເອີຣົບ (EU) ເຊັນຂໍ້ຕົກລົງແຮ່ທາດຈຳເປັນ, ຕາມນັ້ນແລ້ວ ອາຟະລິກາໃຕ້ ຈະສະໜອງ ແຮ່ທາດສຳຄັນຫຼາຍຊະນິດ ໃຫ້ແກ່ EU  ຮັບໃຊ້ແກ່ການຫັນປ່ຽນພະລັງງານ ດ້ວຍວິທີສ້າງຕັ້ງລະບົບຂຸດຄົ້ນ, ກັ່ນຕອງ ແລະ ປຸງແຕ່ງຢູ່ ອາຟະລິກາ ເລີຍ.

ກຳນົດທີ່ຕັ້ງບົດບາດຂອງ G20 ຄືນໃໝ່

ໄປຄຽງຄູ່ກັບບັນດາບຸລິມະສິດໃຫ້ແກ່ ອາຟະລິກາ, ກອງປະຊຸມສຸດຍອດ G20 ປີນີ້ ຈະຕ້ອງສຸມໃສ່ປຶກສາຫາລືກ່ຽວກັບຫຼາຍສິ່ງທ້າທາຍໃຫຍ່ ທີ່ກຸ່ມນີ້ພວມປະເຊີນໜ້າ, ໃນນັ້ນ ມີເລື່ອງຮັກສາບົດບາດເປັນໃຈກາງຂອງລັດທິຫຼາຍຝ່າຍໃນສະພາບການຂາດສະຖຽນລະພາບທາງດ້ານພູມີສາດການເມືອງໃນປັດຈຸບັນ.  ເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງບໍ່ເຂົ້າຮ່ວມ G20 ປີນີ້ ແລະ ບໍ່ແຕ່ງຕັ້ງຄະນະຜູ້ແທນຂັ້ນສູງ ອາເມລິກາ ໄປຍັງ ອາຟະລິກາໃຕ້, ພ້ອມກັບເລື່ອງທ່ານປະທານປະເທດ ຈີນ ສີຈີ້ນຜິງ ແລະ ປະມຸກລັດບາງປະເທດ ຄື ອາກຊັງຕິນ ແລະ ເມັກຊີໂກ ບໍ່ມີໜ້າໃນກອງປະຊຸມຄັ້ງນີ້ ຈະເຮັດໃຫ້ໂອກາດທີ່ G20 ຍົກອອກຖະແຫຼງການລວມທີ່ມີພະລັງແຮງໃນບັນດາບັນຫາການເງິນ, ດິນຟ້າອາກາດ, ການຄ້າທົ່ວໂລກ ຫຼື ຫຼຸດຜ່ອນໜີ້ສິນໃຫ້ແກ່ບັນດາປະເທດພວມພັດທະນາຖືກຮັດແຄບເຂົ້າ. ທ່ານນາງ Elizabeth Sidiropoulos, ຜູ້ອຳນວຍການຝ່າຍບໍລິຫານ ສະຖາບັນບັນດາບັນຫາສາກົນຂອງ ອາຟະລິກາໃຕ້ (SAIIA), ໃຫ້ຂໍ້ສັງເກດວ່າ:

“ບັນຫາໃຫຍ່ກວ່າໝູ່ ເຊິ່ງ G20 ຕ້ອງແກ້ໄຂ ເມື່ອມຸ່ງໄປເຖິງໄລຍະຕໍ່ໄປນັ້ນແມ່ນ ເຮັດແນວໃດເພື່ອສາມາດສຸມຄວາມມານະພະຍາຍາມຊ່ວຍເຫຼືອ G20 ສວມບົດບາດຄືດັ່ງເປັນພື້ນຖານທີ່ມີປະໂຫຍດໃນການຊຸກຍູ້ການປະຕິຮູບ, ຊຸກຍູ້ບັນດາວິວັດທະນາການວາງອອກນະໂຍບາຍຮັບມືກັບບັນດາບັນຫາໃຫຍ່ ເຊິ່ງໂລກພວມປະເຊີນໜ້າ”.

ໂດຍລວມແລ້ວ, ວົງການນັກວິເຄາະຖືວ່າ ເຖິງວ່າການປ່ຽນແປງນະໂຍບາຍຈາກອຳນາດການປົກຄອງ ອາເມລິກາ ຈະສົ່ງຜົນກະທົບຫຼາຍພໍສົມຄວນຕໍ່ທິດທາງຂອງ G20  ກໍຕາມ, ແຕ່ບັນດາສະມາຊິກທີ່ຍັງເຫຼືອຂອງກຸ່ມ ຍັງມີກຳລັງຢ່າງພຽງພໍເພື່ອຊຸກຍູ້ບັນດາບຸລິມະສິດທີ່ເປັນມູນເຊື້ອຂອງກຸ່ມນັ້ນແມ່ນ ລັດທິຫຼາຍຝ່າຍ ແລະ ການຄ້າເສລີ. ໃນບົດລາຍງານທີ່ໄດ້ປະກາດໃນວັນທີ 13 ພະຈິກ, ອົງການການຄ້າໂລກ (WTO) ໃຫ້ຮູ້ວ່າ ການຄ້ານຳເຂົ້າຂອງບັນດາພື້ນຖານເສດຖະກິດ G20 ໄດ້ເພີ່ມຂຶ້ນທົບ 4 ເທົ່າ ໃນໄລຍະແຕ່ກາງເດືອນ ຕຸລາ 2024 ຫາກາງເດືອນ ຕຸລາ 2025, ຍ້ອນບັນດານະໂຍບາຍພາສີອາກອນຈາກ ອາເມລິກາ ໄດ້ຊຸກຍູ້ເຖິງບັນດາປະເທດອື່ນປະຕິບັດບັນດາມາດຕະການຜ່ອນຜັນການຄ້າ. WTO ຖືວ່າ ສິ່ງດັ່ງກ່າວ ສະແດງໃຫ້ເຫັນຄວາມປາດຖະໜາຂອງບັນດາປະເທດທັງໝົດໃນການຫຼຸດຜ່ອນຄ່າໃຊ້ຈ່າຍທາງດ້ານການຄ້າ, ໂດຍບໍ່ສົນໃຈເຖິງການເພີ່ມຂຶ້ນຂອງລັດທິອາລັກຂາ. ໄປຄຽງຄູ່ກັນນັ້ນ, ການລະເບີດຄວາມຕ້ອງການຂອງບັນດາຜະລິດຕະພັນກ່ຽວຂ້ອງເຖິງເຕັກໂນໂລຢີປັນຍາປະດິດ (AI) ກໍຈະຊ່ວຍໃຫ້ບັນດາພື້ນຖານເສດຖະກິດໃນ G20, ເຊິ່ງເປັນບັນດາປະເທດນຳໜ້າກ່ຽວກັບຂົງເຂດເຕັກໂນໂລຢີ ສວມບົດບາດທີ່ໃຫຍ່ກວ່າໃນກະແສການຄ້າທົ່ວໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ