(VOVWORLD) - ວັນທີ 17 ມິຖຸນາ, ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ໄດ້ອັດລົງຢູ່ Alberta (Canada). ເລື່ອງອັດກອງປະຊຸມແຕ່ບໍ່ສາມາດອອກຖະແຫຼງການຮ່ວມກ່ຽວກັບບັນດາບັນຫາໃຫ່ຍ ພ້ອມກັບຄວາມຕັດສິນໃຈອອກຈາກກອງປະຊຸມກ່ອນກຳນົດເວລາຄາດຄະເນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຮັດໃຫ້ກອງປະຊຸມສຸດຍອດ G7 ບໍ່ບັນລຸໄດ້ເປົ້າໝາຍໃຫ່ຍສຸດ ຄືການຮັດແຄບຄວາມບໍ່ລົງລອຍກັນທີ່ພວມເພີ່ມຂື້ນໃນໄລຍະທີ່ຜ່ານມາ ລະຫວ່າງ ອາເມລິກາ ແລະ ບັນດາປະເທດສະມາຊິກທີ່ຍັງເຫຼືອຂອງກຸ່ມນີ້.
Italy's Prime Minister Giorgia Meloni at a meeting during the G7 Leaders' Summit in Kananaskis, in Alberta, Canada, June 17, 2025. Photo: REUTERS/Amber Bracken |
ໂດຍໄດ້ດຳເນີນການປະຊຸມໃນເວລາສາມວັນ (ຄືແຕ່ວັນທີ 15-17 ມິຖຸນາ) ຢູ່ Kananaskis, ລັດ Alberta, Canada, ບັນດາປະເທດ ແລະ ບັນດາຄູ່ຮ່ວມມື ໄດ້ສິ້ນສຸດກອງປະຊຸມແຕ່ບໍ່ມີຖະແຫຼງການຮ່ວມ ແທນໃຫ້ນັ້ນແມ່ນບັນດາແຈ້ງການກ່ຽວກັບບາງຂົງເຂດລະອຽດ.
ຄວາມບໍ່ລົງລອຍກັນລະຫວ່າງ ອາເມລິກາ ແລະ ບັນດາປະເທດສະມາຊິກ
ເຫດການ ອິດສະຣາແອັນ ໄດ້ຊີງບຸກໂຈມຕີ ອິີຣານ ເມື່ອວັນທີ 13 ມິຖຸນາ ແລະ ເຮັດໃຫ້ເກີດການປະທະກັນລະຫວ່າງ ອິດສະຣາແອັນ-ອີຣານ ກ່ອນການໄຂກອງປະຊຸມສຸດຍອດ G7 ຢູ່ Canada ໄດ້ເຮັດໃຫ້ກອງປະຊຸມບໍ່ໄປຖືກກັບຫຼາຍບຸລິມະສິດການປຶກສາຫາລື ຊື່ງປະເທດເຈົ້າພາບ Canada ໄດ້ວາງອອກກ່ອນນັ້ນ. ການກະທົບທີ່ໃຫ່ຍກ່ວາໝູ່ຂອງວິກິດການຕາເວັນອອກກາງ ທີ່ມີຕໍ່ກອງປະຊຸມສຸດຍອດ G7 ແມ່ນເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ອອກຈາກກອງປະຊຸມພາຍຫຼັງເວລາມາ Canada ພຽງແຕ່ 1 ວັນ ເພື່ອກັບຄືນ Washington ປຶກສາຫາລືບັນດາມາດຕະການແກ້ໄຂການປະທະກັນ.
Canadian Prime Minister Mark Carney and India's Prime Minister Narendra Modi shake hands before posing for a photo during the G7 Leaders' Summit in Kananaskis, in Alberta, Canada, June 17, 2025. Photo: REUTERS/Amber Bracken |
ຫົວເລື່ອງອີກອັນໜຶ່ງທີ່ ປະເທດເຈົ້າພາບ Canada ແລະ ບັນດາປະເທດສະມາຊິກ ເອີລົບຂອງ G7 ຄື: ເຢຍລະມັນ, ຝະລັ່ງ, ອັງກິດ, ອີຕາລີ ລໍຄອຍ ນັ້ນແມ່ນການເກັ້ຍກ່ອມ ອາເມລິກາ ເພີ່ມການລົງໂທດ ລັດເຊຍ ຍ້ອນການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ ກໍ່ບໍ່ປະສົບຜົນສຳເລັດ ຂະນະທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຕຳໜິຕິຕຽນຢ່າງເປີດເຜີຍ ເລື່ອງບັນດາປະເທດ G7 ໄດ້ປັດເຂ່ຍ ລັດເຊຍ ອອກຈາກ G8 ໃນປີ 2014, ຖືວ່າ ນີ້ແມ່ນຄວາມຜິດພາດພາໄປເຖິງການສູ້ຢັນກັນທີ່ເຄັ່ງຕຶງລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກ ໃນປະຈຸບັນ.
G7 ກໍ່ບໍ່ອອກຖະຫຼງການຮ່ວມສະບັບໃດກ່ຽວກັບການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ ໄດ້ ຍ້ອນການຄັດຄ້ານຂອງ ອາມເລິກາ. ການາດາ ແລະ ບັນດາປະເທດສຳພັນທະມິດອື່ນ ໄດ້ປະກາດຄຳສັ່ງລົງໂທດໃໝ່ທີ່ມີຕໍ່ ລັດເຊຍ ແລະ ປະກາດການອຸປະຖຳໃຫ້ແກ່ ຢູແກຼນ ແຕ່ວ່າ ອາເມລິກາ ພັດປະກາດບໍ່ປະຕິບັດ. ຕາມທ່ານປະທານາທິບໍດີ ອາເມລິກາ Donald Trump ແລ້ວ, ນີ້ບໍ່ແມ່ນວິທີສຳຜັດຂອງ ອາເມລິກາ:
ຂ້າພະເຈົ້າພວມລໍຄອຍວ່າຈະບັນລຸໄດ້ຂໍ້ຕົກລົງກັບ ລັດເຊຍ ໄດ້ຫຼືບໍ່. ແລະ ຢ່າລືມວ່າ ບັນດາຄຳສັ່ງລົງໂທດ ແມ່ນເຮັດໃຫ້ປະເທດ ອາເມລິກາ ເສຍເງິນຫຼາຍທີ່ສຸດ, ຂຶ້ນເຖິງນັບຕື້ໂດລາສະຫະລັດ. ການລົງໂທດບໍ່ແມ່ນເລື່ອງທີ່ງ່າຍດາຍ.
ການຕັດສິນໃຈອອກຈາກກອງປະຊຸມສຸດຍອດ G7 ກ່ອນກຳນົດເວລາຄາດຄະເນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຮັດໃຫ້ບັນດາແຜນການກ່ອນໜ້ານັ້ນຂອງບັນດາການນຳ ອີຢູ ແລະ ຍີ່ປຸ່ນ ກ່ຽວກັບວາລະໂອ້ລົມສົນທະນາກັບທ່ານ Donald Trump ກ່ຽວຂ້ອງເຖິງນະໂຍບາຍພາສີອາກອນ ແລະ ການຄ້າຂອງ ອາເມລິກາ ບໍ່ສາມາດປະຕິບັດໄດ້. ທ່ານປະທານາທິບໍດີ ອາເມລິກາ ພຽງແຕ່ໄດ້ພ້ອມກັບທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ປະກາດຂໍ້ຕົກລົງການຄ້າ ອາເມລິກາ-ອັງກິດ ຊື່ງໄດ້ເປັນເອກະພາບກັນກ່ອນນັ້ນແລ້ວເທົ່ານັ້ນ. ຊ້ຳບໍ່ໜຳ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຍົກອອກ “ຄຳຂາດ” ກ່ຽວກັບດ້ານພາສີອາກອນສຳລັບ ອີຢູ ໃນເວລາທີ່ເດີນທາງກັບມາຈາກກອງປະຊຸມສຸດຍອດ G7.
ໝາກຜົນທີ່ໜ້າສົນໃຈຈຳນວນໜຶ່ງ
ໂດຍບໍ່ຍົກອອກຖະແຫຼງການເປັນເອກະພາບ ກ່ຽວກັບບັນດາທັດສະນະລວມໄດ້, ຊື່ງແມ່ນທຳນຽມພາຍຫຼັງກອງປະຊຸມຄັ້ງຕ່າງໆຄືກ່ອນນັ້ນ, ແຕ່ກອງປະຊຸມສຸດຍອດ G7 ປີນີ້ ຍັງໄດ້ຍົກອອກບັນດາແຈ້ງການຮ່ວມ ກ່ຽວກັບບາງຂົງເຂດລະອຽດ.
ໜ້າສົນໃຈແມ່ນແຈ້ງການກ່ຽວກັບປັນຍາປະດິດ (AI) ຖືກຖືວ່າແມ່ນການຖະແຫຼງທີ່ລະອຽດທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ຂອງບັນດາການນຳ G7. ແຈ້ງການນີ້ໝັ້ນໝາຍວິທີການສຳຜັດທີ່ເອົາມະນຸດເປັນໃຈກາງ ເພື່ອໝູນໃຊ້ເຕັກໂນໂລຊີທີ່ກ້າວໜ້າ ແນໃສ່ເພີ່ມທະວີຄວາມວັດທະນາຖາວອນ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ສັງຄົມ ແລະ ເພີ່ມທະວີຄວາມໝັ້ນຄົງແຫ່ງຊາດ. ນອກຈາກນັ້ນແລ້ວ, ກອງປະຊຸມສຸດຍອດ G7 ປີນີ້ກໍ່ໄດ້ເຕື້ອງເຖິງບາງຫົວເລື່ອງອື່ນໆເປັນຄັ້ງທຳອິດ ຊື່ງພວມແມ່ນຄວາມວິຕົກກັງວົນຂອງຫຼາຍປະເທດສະມາຊິກ. ທ່ານນາງ Giorgia Meloni ນາຍົກລັດຖະມົນຕີ ອິຕາລີ ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າໄດ້ປຶກສາຫາລືຫຼາຍຫົວເລື່ອງຫຼັກແຫຼ່ງຂອງກອງປະຊຸມ G7, ຄື: ການລີ້ໄພ, ຫົວເລື່ອງທີ່ປຶກສາຫາລືເປັນຄັ້ງທຳອິດຢູ່ຂັ້ນກອງປະຊຸມ G7 ແລະ ມີຖະແຫຼງການຮ່ວມ 1 ສະບັບໃນປິນີ້, ຫຼືວ່າ ປັນຍາປະດິດ (AI), ຊື່ງແມ່ນບັນຫາທີ່ສຳຄັນທີ່ສຸດຍຸກສະໄຫມປະຈຸບັນ, ນອກຈາກນັ້ນຍັງມີຫົວເລື່ອງທີ່ມີລັກສະນະຍຸດທະສາດທີ່ສຸດ ນັ້ນແມ່ນແຮ່ທາດທີ່ຈຳເປັນທີ່ສຸດ.
ກ່ຽວກັບບັນຫາສິ່ງແວດລ້ອມ, ຂໍ້ຕົກລົງສະບັບໜຶ່ງທີ່ມີຊື່ວ່າ “ກົດບັດໄຟໄໝ້ປ່າ Kananaskis” ໄດ້ວາງອອກ, ໃນນັ້ນໄດ້ຊີ້ແຈ້ງບັນດາບາດກ້າວ ທີ່ທຸກປະເທດ G7 ແລະ 5 ປະເທດແຂກຖືກເຊີນ ລວມມີ: ອົດສະຕາລີ, ອິນເດຍ, ເມັກຊີໂກ, ສ.ເກົາຫຼີ ແລະ ອາຟຼິກກາໃຕ້ ຄາດວ່າຈະປະຕິບັດກ່ຽວກັບການປ້ອງກັນຕ້ານໄຟໄໝ້ປ່າ, ການຮ່ວມມືຄົ້ນຄ້ວາ ແລະ ມານະພະຍາຍາມສ້າງປະຊາຄົມຄືນໃໝ່. ຄຽງຂ້າງນັ້ນ, ບັນດາການນຳ G7 ກໍ່ໄດ້ລົງນາມໃນຖະແຫຼງການໃຫ້ຄຳໝັ້ນສັນຍາແກ້ໄຂໄພການຄ້າມະນຸດຂ້າມຊາຍແດນ, ຊື່ງໃນນັ້ນໄດ້ຊີ້ແຈ້ງວ່າ G7 ຈະພິຈາລະນາຄວາມສາມາດນຳໃຊ້ບັນດາມາດຕະການລົງໂທດ ແນໃສ່ອາດຊະຍາກຳທີ່ເຂົ້າຮ່ວມການເຄື່ອນໄຫວການຄ້າມະນຸດອົບພະຍົບ ແລະ ການຄ້າມະນຸດຈາກບັນດາປະເທດ ບ່ອນທີ່ເລີ່ມການເຄື່ອນໄຫວນີ້./.