ໂດຍຈັດຂຶ້ນໃນວັນທີ 24 – 25 ມິຖຸນາ, ຢູ່ ລາໄຮ, ປະເທດ ໂຮນລັງ, ກອງປະຊຸມສຸດຍອດກຸ່ມອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ປີນີ້ຖືກກົດດັນ ຍ້ອນລາຍຈ່າຍໃຫ້ແກ່ການປ້ອງກັນຊາດ, ຄຳຖາມໃຫຍ່ກ່ຽວກັບການຮັບປະກັນຄວາມໝັ້ນຄົງຂອງ ອາເມລິກາ ຕໍ່ ເອີລົບ, ກໍຄືນະໂຍບາຍຂອງ ອາເມລິກາ ສຳລັບບັນດາການປະທະກັນຢູ່ ຢູແກຼນ ແລະ ເຂດຕາເວັນອອກກາງ.
ກອງປະຊຸມສຸດຍອດ ນາໂຕ ຢູ່ ລາໄຮ ປີນີ້ ໄດ້ເຕົ້າໂຮມປະມຸກລັດຂອງ 32 ປະເທດສະມາຊິກນາໂຕ, ໃນນັ້ນ, ເປັນຄັ້ງທຳອິດທ່ານປະທານາທິບໍດີ ອາເມລິກາ Donald Trump ເຂົ້າຮ່ວມກອງປະຊຸມໃນອາຍຸການປະທານາທິບໍດີຄັ້ງທີ 2.
ເປົ້າໝາຍ 5%
ວັນທີ 23 ມິຖຸນາ, ກ່ອນທີ່ກອງປະຊຸມສຸດຍອດ ນາໂຕ ຢູ່ ລາໄຮ ໄຂຂຶ້ນ, ທ່ານເລຂາທິການໃຫຍ່ ນາໂຕ Mark Rutte ແຈ້ງໃຫ້ຊາບວ່າ, ບັນດາປະເທດສະມາຊິກຂອງສຳພັນທະມິດການທະຫານບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບລະດັບລາຍຈ່າຍດ້ານປ້ອງກັນຊາດໃໝ່, ທຽບເທົ່າກັບ 5% ຍອດຜະລິດຕະພັນພາຍໃນ (GDP), ລວມມີ 3,5% GDP ແມ່ນໃຊ້ຈ່າຍໃຫ້ການປ້ອງກັນຊາດຕາມປົກກະຕິ, ພ້ອມກັບ 1,5% ແມ່ນໃຫ້ແກ່ພື້ນຖານໂຄງລ່າງ ແລະ ບັນດາການບໍລິການທີ່ກ່ຽວຂ້ອງ.
ດ້ວຍເລື່ອງບັນລຸໄດ້ຄວາມເຫັນດີເຫັນພ້ອມ ເຊິ່ງ ນາໂຕ ຕີລາຄາວ່າແມ່ນມີລັກສະນະປະຫວັດສາດນັ້ນ, ບັນດາປະເທດ ນາໂຕ ໄດ້ຕອບສະໜອງສ່ວນໜຶ່ງໃນຄວາມຮຽກຮ້ອງໃຫຍ່ສຸດເຊິ່ງອຳນາດການປົກຄອງ ອາເມລິກາ ຂອງທ່ານ Donald Trump ຍົກອອກມາໃນຫຼາຍປີຜ່ານມາ, ນັບແຕ່ຕົ້ນອາຍຸການທຳອິດຂອງທ່ານ Donald Trump (2016 - 2020), ນັ້ນແມ່ນ ຕ້ອງເພີ່ມງົບປະມານສະຫງວນໃຫ້ການປ້ອງກັນຊາດຂຶ້ນຫຼາຍເທົ່າ. ຕາມວົງການນັກສັງເກດການແລ້ວ, ຄວາມເຫັນດີເຫັນພ້ອມນີ້ໃນທາງທິດສະດີອາດຈະເຮັດໃຫ້ທ່ານປະທານາທິບໍດີ Donald Trump ເພິ່ງພໍໃຈ. ແຕ່ເຖິງຢ່າງໃດກໍ່ຕາມ, ຕາມນັກຊ່ຽວຊານ Max Bergmann, ຫົວໜ້າໂຄງການເອີລົບ, ລັດເຊຍ ແລະ ອາຊີເອີລົບ ຢູ່ສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ (CSIS) ຢູ່ ວໍຊິງຕັນ, ອາເມລິກາ ແລ້ວ, ບັນຫາສັບສົນຕໍ່ ເອີລົບ ນັ້ນແມ່ນເລື່ອງບັນດາສະມາຊິກ ນາໂຕ ຢູ່ ເອີລົບ ມານະພະຍາຍາມບັນລຸເປົ້າໝາຍ 5% ອາດຈະຍິ່ງຍູ້ໄວເລື່ອງ ອາເມລິກາ ຄ່ອຍໆຖອນບັນດາຄຳໝັ້ນສັນຍາຄວາມໝັ້ນຄົງກັບທະວີບນີ້.
“ບັນດາປະເທດ ເອີລົບ ຄິດວ່າ, ເລື່ອງເຫັນດີຕໍ່ລາຍຈ່າຍປ້ອງກັນຊາດຫຼາຍກວ່າຈະເຮັດໃຫ້ທ່ານ Donald Trump ເພິ່ງພໍໃຈ ແລະ ຮັກສາປະເທດ ອາເມລິກາ ໃຫ້ຢູ່ກັບ ເອີລົບ, ແຕ່ໃນຕົວຈິງຂ້າພະເຈົ້າຄິດວ່າ ເລື່ອງເພີ່ມລາຍຈ່າຍໃຫ້ການປ້ອງກັນຊາດດັ່ງກ່າວຈະອະນຸຍາດໃຫ້ທ່ານ Donald Trump ແລະ ອຳນາດການປົກຄອງ ອາເມລິກາ ມີຂໍ້ສັງເກດວ່າ ສຸດທ້າຍ ເອີລົບ ໄດ້ພ້ອມກັນມີການກະທຳດ້ານປ້ອງກັນຊາດແລ້ວ ແລະ ອາເມລິກາ ບໍ່ຕ້ອງຢູ່ກັບ ເອີລົບ ອີກ”.
ມີບັນຫາໜຶ່ງອີກ, ຕາມທ່ານນາງ Iana Maisuradze, ນັກວິເຄາະຢູ່ສູນນະໂຍບາຍ ເອີລົບ (EPC), ຢູ່ ບຣຸກແຊນ ແລ້ວ, ນັ້ນແມ່ນ ບັນດາຄວາມວິຕົກກັງວົນຕໍ່ກຳລັງຄວາມສາມາດປະຕິບັດເປົ້າໝາຍ 5% ຂອງບັນດາສະມາຊິກ ນາໂຕ, ໃນສະພາບທີ່ບັນດາປະເທດມີກຳລັງຄວາມສາມາດດ້ານການເງິນທີ່ແຕກຕ່າງກັນ.
“ບົດກວດກາຕໍ່ກັບເປົ້າໝາຍນີ້ແມ່ນຂັ້ນຕອນການປະຕິບັດເປົ້າໝາຍລາຍຈ່າຍ 5% GDP ໃຫ້ແກ່ ການປ້ອງກັນຊາດ. ນັ້ນອາດຈະແມ່ນປີ 2030, 2032 ຫຼື 2035? ສິ່ງດັ່ງກ່າວຕ້ອງອີງໃສ່ສ່ວນໃຫຍ່ເຂົ້າໃນເລື່ອງ ບັນດາປະເທດສະມາຊິກເບີກຈ່າຍເທົ່າໃດ, ໃນເວລາດົນປານໃດ”.
ບັນຫາ ຢູແກຼນ ແລະ ຕາເວັນອອກກາງ
ພ້ອມກັບບັນດາບັນຫາພາຍໃນຂອງ ນາໂຕ, ຈຸດສຸມຂອງການເພີ່ມລາຍຈ່າຍປ້ອງກັນຊາດ ແລະ ອະນາຄົດຂອງບັນດາຄຳໝັ້ນສັນຍາດ້ານຄວາມໝັ້ນຄົງທີ່ ອາເມລິກາ ສະຫງວນໃຫ້ແກ່ ເອີລົບ, ບາງຫົວເລື່ອງອື່ນ, ຄື: ການປະທະກັນ ລັດເຊຍ - ຢູແກຼນ, ການປະທະກັນ ອິດສະຣາແອັນ - ອີຣານ ພ້ອມກັບການແຊກແຊງຂອງ ອາເມລິກາ ຢູ່ເຂດຕາເວັນອອກກາງກໍ່ດຶງດູດຄວາມສົນໃຈ. ສຳລັບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ບັນຫາສຳລັບ ນາໂຕ ໃນປະຈຸບັນແມ່ນທັດສະນະບໍ່ລົງລອຍກັນທີ່ນັບມື້ນັບໃຫຍ່ກວ່າລະຫວ່າງ ອາເມລິກາ ກັບບັນດາສະມາຊິກອື່ນ ໃນການກໍ່ຄວາມກົດດັນຕໍ່ ລັດເຊຍ ຫຼື ເພີ່ມການສະໜັບສະໜູນ ຢູແກຼນ. ໃນຂະນະທີ່ມີເຈົ້າໜ້າທີ່ ນາໂຕ ຫຼາຍທ່ານຢືນຢັນເລື່ອງ ຢູແກຼນ ເຂົ້າເປັນສະມາຊິກ ນາໂຕ ແມ່ນ “ວິວັດທະນາການທີ່ບໍ່ສາມາດຕ່າວປິ້ນ” ນັ້ນ, ບັນດາເຈົ້າໜ້າທີ່ຂັ້ນສູງ ອາເມລິກາ, ນັບທັງທ່ານປະທານາທິບໍດີ Donald Trump ກໍ່ໄດ້ຖະແຫຼງເປັນຫຼາຍຄັ້ງວ່າ ບໍ່ສະໜັບສະໜູນແນວຄິດດັ່ງກ່າວ.
ສຳລັບການປະທະກັນທີ່ພວມມີການຜັນແປທີ່ສັບສົນຢູ່ເຂດຕາເວັນອອກກາງ ລະຫວ່າງ ອິດສະຣາແອັນ ແລະ ອີຣານ, ພ້ອມກັບການແຊກແຊງຂອງ ອາເມລິກາ, ບັນດາສະມາຊິກ ເອີລົບ ໃນ ນາໂຕ ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຕໍ່ເລື່ອງສົ່ງຜົນກະທົບເຖິງການເລືອກເຟັ້ນນະໂຍບາຍຂອງ ອາເມລິກາ ກໍຄືກຳນົດໄດ້ບົດບາດຂອງ ເອີລົບ. ທ່ານນາງ Beatrice de Graaf, ນັກຊ່ຽວຊານຄົ້ນຄວ້າກ່ຽວກັບຄວາມໝັ້ນຄົງ ແລະ ກໍ່ການຮ້າຍ, ມະຫາວິທະຍາໄລ Utrecht (ໂຮນລັງ), ແບ່ງປັນວ່າ:
“ຂ້າພະເຈົ້າຄິດວ່າ ບັນດາການນຳ ເອີລົບ ຍັງຢາກນຳ ອາເມລິກາ ເຂົ້າວິວັດທະນາການດັ່ງກ່າວ, ໝາຍຄວາມວ່າ ຍັງຮັກສາຄວາມກົດດັນຕໍ່ກັບ ອີຣານ, ແຕ່ພ້ອມກັນນັ້ນກໍ່ຢາກເປີດເສັ້ນທາງການທູດ. ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ລ້ວນແຕ່ເວົ້າວ່າ ຕ້ອງດຳເນີນການເຈລະຈາກັບ ອີຣານ ແລະ ເຂົາເຈົ້າພວມໄປຖືກທິດ”.
ຕາມວົງການນັກສັງເກດການແລ້ວ, ບັນດາຄວາມມານະພະຍາຍາມດ້ານການທູດຂອງ ເອີລົບ ຕໍ່ກັບ ອີຣານ, ໄດ້ຟື້ນຟູຂຶ້ນໃໝ່ໃນທ້າຍອາທິດກ່ອນ ດ້ວຍການພົບປະຂອງລັດຖະມົນຕີການຕ່າງປະເທດ ເຢຍລະມັນ, ອັງກິດ, ຝລັ່ງ ກັບທ່ານລັດຖະມົນຕີການຕ່າງປະເທດ ອີຣານ ຢູ່ ເຊີແນວ, ປະເທດ ສະວິດ, ອາດສາມາດໄດ້ເພິ່ມຕໍ່ກຳລັງໜູນຍ້ອນຖະແຫຼງການຫຼ້າສຸດຂອງທ່ານປະທານາທິບໍດີ Donald Trump ກ່ອນຈັດກອງປະຊຸມສຸດຍອດ ນາໂຕ ທີ່ວ່າ ອິດສະຣາແອັນ ແລະ ອີຣານ ໄດ້ເຫັນດີຕໍ່ຂໍ້ຕົກລົງຢຸດຍິງຢ່າງສິ້ນເຊິງ ແລະ ອາເມລິກາ ຢາກມຸ່ງໄປເຖິງມາດຕະການແກ້ໄຂດ້ານການທູດຢ່າງຍາວນານກັບ ອີຣານ