ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 24 ສະແດງຄວາມສາມັກຄີຂອງ ອາຊຽນ

(vovworld)- ວັນ​ທີ 10/5, ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 24 ຈະ​ຖືກ​ໄຂ​ຂຶ້ນ​ຢູ່​ນະຄອນຫລວງ Nay Pyi Taw ປະ​ເທດ ມຽນມາ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະມຸກ​ລັດ 10 ປະ​ເທດ. ​ໃນ​ສະພາບ​ຄວາມໝັ້ນຄົງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ພວມ​ມີ​ການ​ຜັນ​ແປ​​ໄປຢ່າງ​ສັບສົນ​ໃນ​ຊຸມ​ມື້​ຜ່ານ​ມາ ດ້ວຍເລ່ື່ອງ ຈີນ ນຳ​ຮ້ານ​ເຈາະ​ນຳ້ມັນ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ໄຫລ່​ທະວີບ ຂອງຫວຽດນາມ, ກອງ​ປະຊຸມ​ຄັ້ງ​ນີ້ ບໍ່​ພຽງ​ແຕ່​ແມ່ນ​ເວທີ​ປາ​ໄສ​ເພື່ອ​ໃຫ້​ຫວຽດນາມ ສະ​ແດງ​ຫລັກ​ໝັ້ນ​ເປັນ​ທຳ​ຂອງ​ຕົນ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ, ໝູ່​ເກາະ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ໂອກາ​ດ​ເພື່ອ​ໃຫ້ ອາ​ຊຽນ ຢືນຢັນ​ຄືນ​ຄວາມ​ສາມັກຄີ​ພາຍ​ໃນ​ກຸ່ມ, ຊື່​ງ​ແມ່ນ​ປັດ​ໄຈ​ເພື່ອ​ສ້າງ “ປະຊາ​ຄົມ​ດຽວ, ຊາຕະ​ກຳ​ດຽວ” ສຳ​ເລັດ​ຜົນ.

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 24 ສະແດງຄວາມສາມັກຄີຂອງ ອາຊຽນ - ảnh 1
ກອງປະຊຸມສຸດຍອດອາຊຽນຄັ້ງທີ 23 ຢູ່ ບຣູໄນ
ພາບ:baodautu.vn

        ​ໃນ 10 ປະ​ເທດ ອາ​ຊຽນ, ​ເຖິງ​ວ່າ ມີ​ພຽງ​ສອງ​ສາມ​ປະ​ເທດ​ ກ່ຽວຂ້ອງ​​ໂດຍ​ກົງ​ເຖິງ​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກກໍ່ຕາມ, ​ແຕ່​ຫົວ​ເລື່ອງ“ ທະ​ເລ​ຕາ​ເວັນ​ອອກ” ຍາມ​ໃດ​ກໍ​ແມ່ນ​ບັນຫາ​ຮ້ອນ​ເຮັ່ງ​ໃນ​​ກອງ​ປະຊຸ​ມສຸດ​ຍອດ ກໍ​ຄື​ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ​ຕ່າງໆຂອງ ອາ​ຊຽນ. ​ເພາະວ່າ ນີ້​ບໍ່​ພຽງ​ແຕ່​​ແມ່ນ​ບັນຫາ​ສອງ​ຝ່າຍ ລະຫວ່າງ​ປະ​ເທດ​ອາ​ຊຽນ ຈຳນວນ​ຫນຶ່ງ​ເທົ່າ​ນັ້ນ ຫາກຍັງ​ເພື່ອ​ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ກໍ​ຄື ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກອີກ​ດ້ວຍ.

        ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ບັນຫາ​ສຳຄັນ​ທີ່ໄດ້​ຮັບ​ການ​ປຶກສາ​ຫາລື

ບັນຫາທີ່​ພວມ​ເຮັດ​ໃຫ້ຫາ​ງສຽງ​, ບໍ່​ພຽງ​ແຕ່ ອາ​ຊຽນ​ເທົ່າ​ນັ້ນ ຫາກ​ທັງ​ໂລກ​ມີ​ຄວາມ​ວິຕົກ​ກັງວົນ​ໃນ​ຊຸມ​ມື້​ຜ່ານ​ມາ, ນັ້ນ​ແມ່ນ ​ເລື່ອງ​ຈີນ ນຳ​ຮ້ານ​ເຈາະ​ນຳ້ມັນ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລ​ຂຶ້ນ​ກັບ​ອະທິປະ​ໄຕ ຂອງ​ຫວຽດນາມ. ສະ​ນັ້ນ ບັນຫາ​ຕົ້ນຕໍ ທີ່ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 24 ຍົກ​ອອກ​​ມາ​ປຶກສາ​ຫາລື ນັ້ນ​ແມ່ນ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ​, ຄວາມ​ປອດ​ໄພ​ໃນ​ການ​​ເດີນ​ທະ​ເລ​ຢູ່​ພາກ​ພື້ນ. ທີ່​ການ​ພົບ​ປະ​ກັບ​ນັກ​ຂ່າວ​ໃນ​ວັນ​ທີ 6/5, ທ່ານ​ ຟ້າ​ມກວາງ​ວີ​ງ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ຢືນຢັນ​ວ່າ​:

        “ນີ້ ​ແມ່ນ​ເນື້ອ​ໃນ​ທີ່ບັນດາ​ການ​ນຳ ອາ​ຊຽນ ກໍ​ຄືລັດຖະມົນຕີ, SOM ຈະ​ປືກສາ​ຫາລື. ບັນດາ​ການ​ນຳ​ອາ​ຊຽນ ​ໄດ້ສະ​ແດງ​ຄວາມວິຕົກ​ກັງວົນ ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ຈົ່ງ​ລະ​ງັບ​ໃຈ, ປະຕິບັດ​ຕາມ​ກົດໝາຍ​ສາກົນ, ສົນທິສັນຍາ​ກົດໝາຍ​ທະ​ເລ ກໍ​ຄື​ແກ້​ໄຂ​ຄວາມຂັດ​ແຍ້​ງ​ໂດຍ​ສັນຕິ​ວິທີ ​ແລະ ບໍ່​ນາບ​ຂູ່​ຫລື​ນຳ​ໃຊ້​ອາວຸດ​ຢູ່ ທະ​ເລ​ຕາ​ເວັນ​ອອກ. ອາ​ຊຽນຕົກລົງ​ຫຼາຍ​ຫຼັກການ, ພິ​ເສດ ​ແມ່ນ​ບັນດາ​ຫລັກການ​ທີ່​ຖືກ​ວາງ​ອອກ​ໃນ​ຖະ​ແຫລ​ງການ 6 ຂໍ້ ຂອງ ອາ​ຊຽນ ​​ເມື່ອເດືອນ 7/2012. ບັນດາ​ການ​ນຳ ອາ​ຊຽນ ກໍ່ຈະ​ຢືນຢັນ​ຄືນ​ບັນດາ​ຫລັກການ​​ເຫຼົ່າ​ນັ້ນ.”

        ຖະ​ແຫລ​ງການ 6 ຂໍ້ ຂອງ ອາ​ຊຽນ ຊື່​ງ​ໄດ້​ຮັບຮອງ​ເອົາ​​​ເມື່ອ​ເດືອນ 7/2012 ລວມມີ: ຕ້ອງ​ຮັບປະກັນ​ສັນຕິພາບ,​ ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​​​ໃນ​ການເດີນ​ທະ​ເລ ຢູ່ ທະ​ເລ​ຕາ​ເວັນ​ອອກ, ​ເນັ້ນ​ຫນັກ​ເຖິງ​ການ​ປະຕິບັດ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ, ປະຕິບັດ​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະ​ພຶດຂອງ​ບັນດາ​ຝ່າຍ​ຢູ່ ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ກໍ​ຄື​ມຸ່ງ​ໄປ​ເຖິງ​ປະ​ມວນ​ຂໍ້​ກຳນົດ​ການ​ປະ​ພຶດຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC)​ໂດຍ​ໄວ. ​ໃນ​ວິວັດ​ແຫ່ງ​ການ​ແກ້​ໄຂ​ບັນດາ​ບັນຫາ​ສັບສົນນັ້ນຄວນ​ລະ​ງັບ​​ໃຈ, ບໍ່​​ເຮັດ​ໃຫ້​ສະພາບ​ການ​ສັບສົນ​ຂຶ້ນ​ຕື່ມ. ຕ້ອງ​ເຄົາລົບ​ສິດ​ຂອງ​ບັນດາ​ປະ​ເທດ​ແຄມ​ທະ​ເລ ທີ່​ມີ​ຕໍ່​ເຂດ​ໄຫລ່​ທະວີບ ​ແລະ ​ເຂດ​ເສດຖະກິດ​ຈຳ​ເພາະ ຕາມ​ສົນທິສັນຍາ, ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຂອງ ສປຊ ປີ 1982.

        ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ການ​ກະທຳຕ່າງໆ​ຂອງ​ຈີນ​ໃນ​ໄລຍະ​ຜ່ານ​ມາ​ ພວມ​ໄປ​ຝືນ​ກັບ​ບັນດາ​ຄຳ​ໝັ້ນ​ສັນຍາ ​ແລະ ຂໍ້​ຕົກລົງ​ພາກ​ພື້ນ ​ໃນ​ນັ້ນ ມີ​ຖະ​ແຫລ​ງການ​ປະພຶດ​ຂອງ​ບັນດາ​ຝ່າຍ ຢູ່ ທະ​ເລ​ຕາ​ເວັນ​ອອກ (DOC), ຖະ​ແຫລ​ງການ​ຮ່ວມ​ຂັ້ນ​ສູງ ອາ​ຊຽນ - ຈີນ ສະ​ເຫລີ​ມສະຫລອງ 10 ປີ ​ແຫ່ງ​ການ​ສ້າງ​ຕັ້ງ DOC. ​ແລະ ການ​ຜັນ​ແປ​ທີ່ສັບສົນ​ຢູ່ ທະ​ເລ​ຕາ​ເວັນ​ອອກ​ໃນ​ປະຈຸ​ບັນ ​ໄດ້ ​ແລະ ພວມ​ເປັນ​ການ​​ທ້າ​ທາຍ​ສຳ​ລັບ​ບົດບາດ​ຂອງ ອາ​ຊຽນ ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງຢູ່ ທະ​ເລ​ຕາ​ເວັນ​ອອກ.

        ​ແບ່ງປັນ​ຄວາມ​ຮັບຜິດຊອບ ຮັກສາ​ສັນຕິພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ

​        ເພາະສະ​ນັ້ນ ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຍີ່​ງກວ່າ​ເວລາ​ໃດ​ໝົດ, ອາ​ຊຽນ ຕ້ອງ​ຢືນຢັນ​ຄືນ​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່​​ບັນລຸ​​ໄດ້​ໃນ​ການ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ໃນ​ການເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໃນ​ນັ້ນ ມີ​ເລື່ອງ​ສຳ​ເລັດ​ກອບ​ກົດໝາຍ​, ​​ເພື່ອເປັນ​ພື້ນຖານ​ໃຫ້​ແກ່​ການ​ແກ້​ໄຂ​ຄວາມ​ສັບສົນ​ທີ່​ເກີດ​ຂຶ້ນ. ທ່ານ ​ເລ​ຫາຍ​ບີ່​ງ, ຜູ້​ຮັກສາ​ການ ຫົວຫນ້າ​ກົມ​ການ​ຂ່າວ, ສັງກັດ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ຖື​ວ່າ:

        “ ຫວຽດນາມ ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ ຄວນ​ປະຕິບັດ​ຕາມ​ບັນດາ​ຂໍ້​ກຳນົດ​ໃນ​ຖະ​ແຫລ​ງການ DOC, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ​ຢູ່ ພາກ​ພື້ນ. ສຳລັບ ປະມວນ​ຂໍ້​ກຳນົດ ​ທີ່ແນະນຳ​ການປະຕິບັດ​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC), ຫວຽດນາມ ​ແບ່ງປັນ​ທັດສະນະ​ລວມຂອງ​ບັນດາ​ປະ​ເທດ ອາ​ຊຽນ ກ່ຽວ​ກັບ​ເລື່ອງ​ສ້າງ​ປະມວນ​ຂໍ້​ກຳນົດ​ໂດຍ​ໄວ, ມີ​ລັກສະນະ​ຜູກ​ມັດ​ດ້ານ​ກົດໝາຍ ​ແລະ ປັບປຸງ​ ບັນດາ​ຂົງ​ເຂດ​ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ຂັດ​ແຍ້​ງກັນຢູ່​ທະ​ເລ​ຕາ​ເວັນ​ອອກຢ່າງຮອບດ້ານ​, ​ເພື່ອ​ຈຸດປະສົງ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ ​ແລະການ ພັດທະນາ​ຢູ່​ພາກ​ພື້ນ​ບົນ​ພື້ນຖານ​ສິດ ​ແລະ ບັນດາ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ບັນດາ​ປະ​ເທດ​ແຄມ​ທະ​ເລ.”

        ​ໃນ​ໄລຍະ 2 ປີຜ່ານມາ, ຍາມ​ໃດ ອາ​ຊຽນ ກໍ​ມານະ​ພະຍາຍາມ​ສາມັກຄີ, ​ເປັນ​ຈິດຫນ່ືງ​ໃຈ​ດຽວ​ເສີມ​ຂະຫຍາຍ​ບົດບາດ​​ໃຈກາງ​ຂອງ​ຕົນ​ໃນ​ບັນດາ​ບັນຫາ​ຮ້ອນ​ເຮັ່ງ​ຂອງ​ພາກ​ພື້ນ, ​ໃນ​ນັ້ນມີ ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ​ສະ​ນັ້ນ ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ຜົນ​ປະ​ໂຫຍ​ດຂອງ​ພາກ​ພື້ນ. ບໍ່​ພຽງ​ແຕ່​ບັນດາ​ປະ​ເທດ​ມີ​ທະ​ເລ​ຈື່ງ​ມີ​ສ່ວນ​ກ່ຽວ​ຂ້ອງ​​ເທົ່າ​ນັ້ນ ຫາກ​ບັນດາ​ປະ​ເທດ ສະມາຊິກ ຄວນ​ເພີ່ມ​ທະວີການ​ແບ່ງ​​ເບົາ​ຄວາມ​ຮັບຜິດຊອບ​ເພື່ອ​ຮັກສາ​ສັນຕິພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ໃນ​ຂະນະ ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ກ່ຽວ​ຂ້ອງ ພວມ​ພະຍາຍາມ​ເພື່ອ​ໃຫ້ COC ​ປະກົດ​ຜົນ​ເປັນ​ຈິງ​ໂດຍ​ໄວ, ພະຍາຍາມ​ເພື່ອ​ສ້າງ​ປະຊາ​ຄົມ​ລວມ ອາ​ຊຽນ ສາມັກຄີ, ວັດທະນາ​ຖາວອນ, ບັນດາ​ການ​ກະທຳ​​ລະ​ເມີດ​ສິ່ງ​ທີ່​ໄດ້​ໝັ້ນ​ໝາຍກ່ອນ​ນີ້, ​ແມ່ນການ​ກະທຳ​ໄປ​ຝືນ​ກັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ທຸກ​ຝ່າຍທີ່​ກ່ຽວຂ້ອງ, ​ຖ້າບໍ່​ຫົວຊາ​ຕໍ່​ກົດໝາຍ​ສາກົນ ຈະ​ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ,  ​ແລະ ການສະຫນັບສະຫນູນ. ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 24 ​ແລະ ບັນດາ​ກອງ​ປະຊຸມ​ກ່ຽວ​ຂ້ອງ​ດຳ​ເນີນ​ໄປ​ຢູ່​ນະຄອນຫລວງ Nay Pyi Taw ປະ​ເທດ ມຽນມາ ​ໃນ 2 ມື້​ຈະ​ມາ​ເຖິງ ​ ຈະ​ໄປ​ຕາມ​ເນື້ອ​ໃນ​ຈິດ​ໃຈນັ້ນຢ່າງແນ່ນອນ​.

ຕອບກັບ

ຂ່າວ/ບົດ​ອື່ນ