ກອງປະຊຸມເຊີແນວ 2 ກ່ຽວກັບຊີຣີ ຍັງປະສົບກັບການທ້າທາຍຫຼາຍຢ່າງ


(vovworld) - ຕາມ​ແຜນການ​ແລ້ວ, ວັນ​ທີ 22/1, ກອງ​ປະຊຸມ​ສັນຕິພາບ​ກ່ຽວ​ກັບ​ຊີຣີ (​ເຊີ​ແນວ 2) ຈະ​ດຳ​ເນີນ​ຢູ່​ນະຄອນ Montreux ປະ​ເທດ​ສະ​ວິດ, ຫວັງ​ວ່າ​ກອງ​ປຊຸມ​ນີ້​ຈະ​​ເລີ່​ມຕົ້ນ​ວິວັດ​ການ​ສ້າງ​ຕັ້ງ​ລັດຖະບານ​ຂ້າມ​ຜ່ານ ​ເພື່ອ​ຢຸດຕິ​ເສິກ​ກາງ​ເມືອງ​ທີ່​ແກ່ຍາວ​ມາ​ເປັນ​ເວລາ​ເກືອບ 3 ປີຜ່ານມາ​ຢູ່​ຊີ​ຣີ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ທັດສະນະ​ຂັດ​ແຍ່ງ​ກັນ, ຄວາມ​ບໍ່​ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ເລິກ​ເຊິ່ງລະຫວ່າງ​ຝ່າຍ​ຕ່າງໆ ​ໄດ້​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ກອງ​ປະຊຸມ.

ກອງປະຊຸມເຊີແນວ 2 ກ່ຽວກັບຊີຣີ ຍັງປະສົບກັບການທ້າທາຍຫຼາຍຢ່າງ - ảnh 1

ເສິກກາງເມືອງຢູ່ຊີຣີ

(ພາບ AFP)

        ຝ່າ​ຍຊີຣີ ​ໂດຍ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Walid al – Muallem ນຳ​ໜ້າ, ສ່ວນ​ຝ່າຍ​ຄ້ານ ​​ໂດຍ​ທ່ານ​ປະທານ​ສະພາປົກຄອງ​ແຫ່ງ​ຊາດ​ຊົ່ວຄາວ​ຊີ​ຣີ ຫຼື (SNC) ນຳ​ໜ້າ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ພ້ອມ​ກັບ​ຜູ້​ຕາງໜ້າ​ບັນດາບັນດາ​ເຊື້ອ​ຊາດ​ຜີວພັນ, ກຸ່ມ​ຝ່າຍ​ຄ້ານ​ຢູ່ ຊີຣີ ປະທານ 10 ທ່ານ ​ແລະ ຜູ້ຕາງໜ້າ​ທີ່​ມາ​ຈາກ 40 ກວ່າ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ.

        ກອງ​ປະຊຸມ​ເຊີ​ແນວ 2 ​ເລີ່​ມຕົ້ນ​ແຕ່​ວັນ​ທີ 22/1 ດ້ວຍ​ກອງ​ປະຊຸມ​ ລັດຖະມົນຕີການ​ຕ່າງປະ​ເທດ ​ໂດຍ​ທ່ານ​ເລຂາທິການ​ໃຫຍ່ Ban Ki – moon ​ເປັນ​ເຈົ້າພາບ​ຈັດ​ຕັ້ງ ​ແລະ ການ​ເຈລະຈາ​ຢ່າງ​ເປັນ​ທາງ​ການ​ທີ່​ກອງ​ປະຊຸມ​ເຊີ​ແນວ 2 ຈະ​ດຳ​ເນີນ​ຢ່າງ​ເປັນ​ທາງ​ການ​ໃນ 2 ວັນ​ຕໍ່​ໄປ.

        ທັດສະນະ​ກົງກັນຂ້າມ​ລະຫວ່າງ​ຜູ້ຕາງໜ້າ​ອຳນາດ​ການ​ປົກຄອງ​ຊີຣີ ​ແລະ ຝ່າຍ​ຄ້ານ

        ​ເຖິງ​ວ່າ SNC ​ຮັບຮູ້​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຊີ​ແນວ 2 ຢ່າງ​ເປັນ​ທາງ​ການ ພາຍຫຼັງ​ສະຫະ​ປະຊາ​ຊາດ (ສປຊ) ຖອນ​ຄືນ​ຄຳ​ເຊື້ອ​ເຊີນ​ອີຣານ, ​ເຊິ່ງ​ແມ່ນ​ພັນທະ​ມິດ​ຕົ້ນ​ຕໍ່​ຂອງ​ອຳນາດ​ການ​ປົກຄອງ​ປະທານາທິບໍດີ Al – Assad ກໍ່ຕາມ, ​ແຕ່​ SNC ຍັງ​ຄົງ​ຍົກ​ອອກບັນດາ​ຄຳ​ຖະ​ແຫຼ​ງທີ່​ບໍ່​ມີ​ລັກສະນະ​ສ້າງສັນຢູ່. ຜູ້ຕາງໜ້າ SNC  ຖະ​ແຫຼ​ງວ່າ SNC  ​ເຂົ້າ​ຮ່ວມ​ດ້ວຍ​ຈຸດປະສົງ​ໜຶ່ງ​ດຽວ​ນັ້ນ​ແມ່ນ​ໂຄ່ນ​ລົ້ມປະທານາທິບໍດີ Al – Assad. ໃນ​ຂະນະ​ນັ້ນ, ບັນດາ​ກຸ່ມ​ຝ່າຍ​ຄ້ານ​ອື່ນໆ​ຢູ່​ຊີຣີ ພັດຕົກລົງ​ບໍ່​ສົ່ງ​ຜູ້ຕາງໜ້າ​ເຂົ້າ​ຮ່ວມ ຍ້ອນ​ຖື​ວ່າ​ນີ້​ແມ່ນ​ “​ການຫຼອກ​ລວງ“.

        ຕອບ​ຄືນ​ຄຳ​ຖະ​ແຫຼ​ງດັ່ງກ່າວ, ລັດຖະບານ​ຊີຣີ ຢືນຢັນ​ວ່າ, ຈະ​ບໍ່​ຮັບ​ຮູ້​ຄຳ​ຮຽກຮ້ອງ​ຂອງ​ຝ່າຍ​ຄ້ານ​ທີ່​ທວງ​ໃຫ້ ປະທານາທິບໍດີ Al – Assad ລາ​ອອກ​ຈາກ​ຕຳ່​ແໜ່​ງ. ລັດຖະມົນຕີ​ການ​ຕ່າງປະ​ເທດ Walid al – Muallem ​ເວົ້າ​ວ່າ, ຜູ້​ໃດ​​ຮຽກຮ້ອງ​ໃຫ້ປະທານາທິບໍດີ Al – Assad ລາ​ອອກ​ຈາກ​ຕຳ່​ແໜ່​ງຄວນມີ​ຄວາມຮັບ​ຮູ້​ຄືນ​ໃໝ່. ສ່ວນ​ປະທານາທິບໍດີ​ຊີຣີ Basha al Assad ພັດ​ຊີ້​ແຈ້ງວ່າ, ທ່ານ​ຈະ​ຊອກ​ຫາ​ອາຍຸ​ການ​ໃໝ່​ຜ່ານ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ເດືອນ 6 ຈະ​ມາ​ເຖິງ ​ແລະ ຮຽກຮ້ອງ​ກອງ​ປະຊຸມ​ຈົ່ງ​ສົມ​ໃສ່ “ບັ້ນ​ຮົບ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ“, ​ເຊິ່ງຄວາມ​ຈິງ​ແມ່ນ​ຢຸດຕິ​ການ​ໜູນ​ຊ່ວຍ​ບັນດາ​ກຸ່ມ​ກໍ່​ການ​ຮ້າຍ​ທີ່​ປະກອບ​ອາວຸດ​ຢູ່ ຊີຣີ. ນີ້​ແມ່ນ​ສ່ວນ​ໜຶ່ງ​ທີ່​ສຳຄັນ​ໃນ​ບໍ່​ວ່າ​ມາດ​ຕະການ​ດ້ານ​ການ​ເມືອງ​ໃດໆ​ສຳລັບ​ວິ​ກິດ​ການ​ຢູ່​ຊີຣີ.

ທັດສະນະ​ກົງກັນຂ້າມ ບໍ່​ພຽງ​ແຕ່​ເກີດ​ຂຶ້ນ​ລະຫວ່າງ​ຜູ້ຕາງໜ້າ​ອຳນາດ​ການ​ປົກຄອງ​ຊີຣີ ກັບ SNC ​ເທົ່າ​ນັ້ນ, ຫາກ​ຍັງ​ເກີດ​ຂຶ້ນ​ພາຍ​ໃນ SNC ອີກ​ດ້ວຍ. ​ເພາະວ່າ​ພາຍຫຼັງ SNC ຢືນຢັນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສັນຕິພາບ​ເຊີ​ແນວ 2, ສະພາ​ຊົນ​ຊາດ ຊີຣີ, ​ເຊິ່ງ​ແມ່ນ​ກຸ່ມ​ຝ່າຍ​ຄ້ານ​ໃຫຍ່​ກວ່າ​ໝູ່​ຢູ່​ປະ​ເທດ​ນີ້​ພັດ​ຖະ​ແຫຼ​ງວ່າ​ຈະ​ຖອນ​ອອກ​ຈາກ SNC ​ເພື່ອ​ຄັດຄ້ານ​ກອງ​ປະຊຸມ. ດ້ວຍ​ສາຍ​ເຫດ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຊີ​ແນວ 2, ໝາຍ​ຄວາມ​ວ່າບໍ່​ປະຕິບັດ “ຄຳ​ໝັ້ນ​ສັນຍາ“ ກ່ຽວ​ກັບ​ເລື່ອງ​ບໍ່​ເຂົ້າ​ຮ່ວມ​ການ​ເຈລະຈາຈົນ​ຮອດ​ເວລາ​ທີ່ປະທານາທິບໍດີ Al – Assad ລາ​ອອກ​ຈາກ​ຕຳ່​ແໜ່​ງ.

        ອີຣານຖືກ​ປັດ​ເຂ່ັຍອອກ​ຈາກ​ກອງ​ປະຊຸມ

        ​ໃນ​ຂະນະ​ທີ່​ລັດຖະບານ​ຂອງປະທານາທິບໍດີ Al – Assad  ​ແລະ ຝ່າຍ​ຄ້ານ​ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ຢ່າງ​ເລິກ​ເຊິ່ງຕໍ່ຫຼາຍ​ເນື້ອ​ໃນກອງ​ປະຊຸມນັ້ນ, ​ເລື່ອງ ສປຊ ຍົກ​ເວັ້ນຄຳ​​ເຊີນອີຣານ, ​ເຊິ່ງ​ແມ່ນ​ພັນທະ​ມິດຕົ້ນຕໍ​ຂອງ​ອຳນາດ​ການ​ປົກຄອງ ປະທານາທິບໍດີ Al – Assad ເຂົ້າ​ຮ່ວມ​ກອງ​ປະຊຸມໂດຍ​ບັງ​ເອີນນັ້ນ ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ສັບສົນ​ຕື່ມອີກ.

        ຫາງ​ສຽງ​ຍັງ​ຈື່​ຈຳ​ຄຳ​ຖະ​ແຫຼ​ງກ່ອນ​ນັ້ນ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ທີ່​ຕຳ​ໜິ້ທ່າ​ທີ​ຂາດ​ເຈດ​ຕະນາ​ດີ​ຂອງ​ຝ່າຍ​ຄ້ານ​ຊີຣີ ສຳລັບ​ເລື່ອງ​ອີຣານ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສັນຕິພາບ​ເຊີ​ແນວ 2. ທ່ານ Sergei Lavrov ຊີ້​ແຈ້ງວ່າ, ຖ້າ​ຫາກ ອີຣານ ບໍ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ນີ້, ວາລະ​ປະຊຸມ​ຄົບ​ຄະນະ​ຈະ​ຄ້າຍຄື​ກັນ “​ການ​ຫຼິ້ນ“. ຕາມ​ທ່ານ​ແລ້ວ, ລັດຖະບານ​ຊີຣີ ​ໄດ້​ເຫັນ​ດີ​ເຂົ້າ​ຮ່ວມ​ການ​ເຈລະຈາ ​ແຕ່ບໍ່​ມີ​ເງື່ອນ​ໄຂ​ໃດໆກ່ອນ, ດັ່ງ​ນັ້ນ​ບັນດາ​ປະ​ເທດ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ ​ແລະ ອາວຸດ​ໂດຍ​ກົງ​ໃຫ້​ກຳລັງ​ຝ່າຍ​ຄ້ານ​ຢູ່​ຊີຣີ ກໍ່​ຕ້ອງ​ມີ​ການ​ກະທຳ​ທີ່​ຄ້າຍຄື​ກັນ.

        ດັ່ງ​ນັ້ນ, ​ເລື່ອງ ສປຊ ຖອນ​ຄຳ​ເຊີນ​ອີຣານ ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ​ ​ຈະ​ກໍ່​ໃຫ້​ເກີດ​ປະຕິກິລິຍາ​ໃໝ່​ຈາກ​ລັຍ​ເຊຍ ​ແລະ ຈີນ​, ພ້ອມ​ທັງ​ສ້າງ​ຄວາມ​ຫຍຸ້ງຍາກ​ຢ່າງ​​ໃນ​ການ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ທີ່​ຕັ້ງໜ້າ​ໃຫ້​ແກ່​ບັນຫາ​ຊີຣີຢ່າງແນ່ນອນ.

ທ່ານ​ເລຂາທິການ​ໃຫຍ່ Ban Ki – moon ຖືກ​ອງປະຊຸມ​ເຊີ​ແນວ 2 ​ແມ່ນ “ພາຫະນະ​ໃຫ້​ແກ່​ວິວັດ​ການ​ສັນຕິພາບ“. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວມ​ເກີດ​ຂຶ້ນ​ພັດຝືນ​ກັບ​ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ຜູ້​ນຳ​ອົງການ​ຫຼາຍ​ຝ່າຍ​ໃຫຍ່​ກວ່າ​ໝູ່​ຢູ່​ໂລກ​ນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ