ການກະທຳຂອງຈີນໂດຍບໍ່ຫົວຊາຕໍ່ກົດໝາຍສາກົນ

(vovworld)- ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນຢ​່າງຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ​ໄຫລ່​ທະວີບ​ຂອງ​ຫວຽດນາມ ຖືກ ຄັດຄ້ານ​ຢ່າງ​ແຮງ​ບໍ່​ພຽງ​ແຕ່ ຈາກຫາງ​ສຽງ​ພາຍ​ໃນ​ເທົ່າ​ນັ້ນ ຫາກ​ນັບ​ທັງປະຊາ​ຄົມ​ໂລກອີກ​ດ້ວຍ. ປະຊາ​ຄົມ​ໂລກ ຖື​ວ່າ: ການ​ກະທຳ​ຂອງ​ຈີນບໍ່​ພຽງ​ແຕ່ລະ​ເມີດ​ກົດໝາຍ​ສາກົນ​ຢ່າງ​ເປີດ​ແປນ​ເທົ່າ​ນັ້ນ ຫາ​ກຍັງ​ເຮັດ​ໃຫ້​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ຫລຸດ​ລົງ ​ແລະ ສິ່ງ​ທີ່ອັນ​ຕະລາຍ​ກວ່າ ມັນ​ສ້າງ​ຄວາມ​ຊິນ​ເຄີຍທີ່​ອັນ​ຕະລາຍ​ໃນ​ການ​ພົວພັນ​ກັບ​ສາກົນ.

ການກະທຳຂອງຈີນໂດຍບໍ່ຫົວຊາຕໍ່ກົດໝາຍສາກົນ - ảnh 1

        ການ​ກະທຳ​ບໍ່​ເຄົາລົບ​ອະທິປະ​ໄຕ​ຂອງ​ປະ​ເທດ​ອື່ນ

        ​​​ບົດ​ຂຽນ​ທີ່​ລົງ​ພິມ​ໃນ​ຫນັງສືພິມ Interpreter ຂອງ​ສະ​ຖາ​ບັນນະ​ໂຍບາຍ​ສາກົນ Lowy ຢູ່ ອົດ​ສະ​ຕາ​ລີ ​ໄດ້​ຕັ້ງ​ຄຳ​ຖາມ​ວ່າ: ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ ຈະ​ບໍ່​ເກີດ​ຂຶ້ນ​ກ່ອນ​ທີ່​ຈີນ​ເຕີບ​ໂຕ​ຂຶ້ນ ​ແລະ ​ແນວ​ຄິດ​​ປະ​ເທດ​ມະຫາ​ອຳນາດຂອງ​ປັກກີ່ງ ນັບ​ມື້​ນັບ​ສະ​ແດງ​ອອກຢ່າງ​ຈະ​ແຈ້ງ​ໃນ​ການ​ພົວພັນ​ລະຫວ່າງ​ປະ​ເທດຕ່າງໆ.

        ດ້ວຍ​ຄວາມ​ມັກ​ໃຫຍ່​​​ໄຝ່​ສູງ​ຂອງ​ຕົນ, ບັນດາ​ຜູ້​ກຳ​ອຳນາດ​ຈີນ ​ໄດ້​ມີ​ບາດກ້າວ​ຄິດ​ໄລ່​ຕ່າງໆ ​ເພື່ອ​ຫັນ​ຄວາມ​ມັກ​ໃຫຍ່​​​ໄຝ່​ສູງ​ຢູ່​ທະ​ເລ​ຕາ​ເວັນ​ອອກດ​້ວຍຄຳ​ຮຽກ​ສິດ​ກ່ຽວ​ກັບ​ເສັ້ນ​ລິ້ນງົວ 9 ຕອນ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ທຸກ​ການ​ກະທຳ​ຂອງ​ຈີນ ​ເພື່ອ​ແນ​ໃສ່​ຫັນ​ຄວາມ​ມັກ​ໃຫຍ່​ໄຝ່ສູງ​ນີ້​ໃຫ້​ປະກົດ​ຜົນ​ເປັນ​ຈິງ  ​ແມ່ນ​ສິ່ງ​​ທີ່ບັນດາ​ນັກ​ການ​ທະຫານ, ນັກ​ຄົ້ນ​ຄ້ວາ​​ກົດໝາຍ, ນັກຮຽນ​ຮູ້​ສາກົນ​ເຫັນ​ໄດ້​ງ່າຍ​. ນາຍ​ພົນ Daniel Schaeffer, ອະດີດ​ທູດ​ທະຫານ - ສະຖານທູດ​ ຝລັ່ງ ປະຈຳ​ຈີນ, ຫວຽດນາມ ​ແລະ ​ໄທ, ປະຈຸ​ບັນ ​​​ເປັນ​ຜູ້​ຊ່ຽວຊານ​ກ່ຽວ​ກັບ​ບັນຫາ​ຈີນ ຂື້ນ​ກັບ​ສູນ​ຄົ້ນ​ຄ້ວາ ອາຊີ 21 ຂອງຝລ່ັງ ຖື​ວ່າ:

“ ຈຸດປະສົງຂອງຈີນ ທີ່ຈະເຫັນໄດ້ງ່າຍ, ນັ້ນແມ່ນດ້ວຍການໃຊ້ ກຳລັງແຮງ, ຫຼື​ດ້ວຍ​ການ​ກະ​ທ​ຳພຽງລຳ​ພັງຝ່າຍ​ດຽວ ບັງ​ຄັບ​ໃຫ້​ບັນ​ດາ​ປະ​ເທດ​ຕ້ອງຍອມ​ຮັບ​ວ່າ 80% ເນື້ອ​ທີ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ແມ່ນນອນ​ໃນ “ເສັ້ນ​ລີ້ນ​ງົວ 9 ຕອນ’’ ແມ່ນ​ເຂດ​ນ່ານ​ທະ​ເລຂອງ​ຈີນ. ນັ້ນ​ແມ່ນ​ຈຸດ​ປະ​ສົງ​ທຳ​ອິດ. ເປັນ​ຫຍັງ​ແນວນັ້ນ ? ນັ້ນ​ແມ່ນ​ຍ້ອນ​ຈີນ​ຢາກ​ຢຶດ​ເອົາແຫຼ່ງ​ຊັບ​ພະ​ຍາ​ກອນ​ທັງ​ໝົດ. ແຕ່​ແຫຼ່ງ​ຜົນ​ປະ​ໂຫຍດ​ດ້ານ​ຊັບ​ພະ​ຍາ​ກອນນັ້ນ ພຽງ​ແຕ່​ແມ່ນຮູບນອກ​ເພື່ອ​ປົກ​ປິດ​ຄວາມ​ຈິງ, ນັ້ນ​ແມ່ນ​ຈີນ​ຢາກ​ສ້າງ​ທາງ​ເດີນ​ທີ່​ປອດ​ໄພ​ໃຫ້​ແກ່​ບັນ​ດາ​ກຳ​ປັ່ນ​ດຳ​ນ້ຳ​ຂອງ​ຕົນ​ເຂົ້າ​ອອກ​ຖານ​ທີ່​ໝັ້ນ​ກອງ​ທັບ​ເຮືອ​ຢູ່​ເກາະ​ໄຮ​ໜຳ, ຜ່ານ​ບັນ​ດາ​ເຂດ​ນ້ຳ​ເລິກ​ຢູ່​ທະ​ເລ​ຕາ​ເວັນ​ອອກຫຼື​ແລ່ນ​ຜ່ານ​ຊອງ​ແຄບ​ທະ​ເລ​ລະ​ຫວ່າງ ຟີ​ລິບ​ປິນ ແລະ ໄຕ້​ຫວັນ ”

    ໃນ​ຂະ​ນະ​ນັ້ນ, ທ່ານ​ Anton Svetov , ນັກ​ວິ​ຊາ​ການ​ສະ​ພາ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ຖື​ວ່າ ບັນ​ດາ​ກໍ​ລະ​ນີ​ເກາະ​ຜິດ​ຄ້າຍ​ຄື​ກັນ​ຂອງ​ຈີນ ໄດ້​ເຄີຍ​ເກີດ​ຂຶ້ນຫຼາຍ​ຄັ້ງ​ກັບ​ບາງ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ​ໃນ​ອະ​ດີດ​ຕະ​ການ, ແຕ່​ໃນ​ຄັ້ງ​ນີ້ ແມ່ນ​ກ້າວ​ໄປ​ໄກ​ກ່​ວາ ແລະ​ ເປັນ​ອັນ​ຕະ​ລາຍ​ກ່​ວາ ດ້ວຍການ​ກະ​ທຳ​ທີ່​ຖືກ​ຂຶ້ນ​ແຜນ​ລະ​ອຽດ. ເລື່ອງ​ຈີນ​ຈັດ​ສົ່ງ​ກອງ​ເຮືອຫຼາຍ​ລຳ​ເພື່ອ​ຄຸ້ມກັນແກ່​ຮ້ານ​ເຈາະ​ນ້ຳ​ມັນ​ນັ້ນ ແມ່ນ​ໄດ້​ສໍ່​ສະ​ແດງ​ໃຫ້​ເຫັນ​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ກົນ​ອຸ​ບາຍ​ຂອງ​ຈີນ.

 ທຳ​ລາຍ​ທຸກ​ຄວາມ​ມານ​ະ​ພະຍາ​ຍາມ​ສ້າງ​ສາຍ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ

  ເພື່ອ​ປະ​ຕິ​ບັດ​ຄວາມ​ມັກ​ໃຫຍ່​ໄຝ່​ສູງຂອງ​ຕົນ, ປັກ​ກິງບໍ່​ຫົວ​ຊາ​ຕໍ່​ກົດ​ໝາຍ​ສາ​ກົນ, ບັນ​ດາ​ສັນ​ຍາ​ທີ່​ໄດ້​ໝັ້ນ​ໝາຍ, ນຳ​ໃຊ້​ທຸກ​ມາດ​ຕະ​ການ, ຈາກ​ການ​ນາບ​ຂູ່​ເຖິງ​ການ​ນຳ​ໃຊ້​ກຳ​ລັ​ງ​ອາ​ວຸດ​ທີ່​ມີ​ຕໍ່ໍ່​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ຜົນ​ປະ​ໂຫຍດ, ອະ​ທິ​ປະ​ໄຕ​ບົນ​ທະ​ເລ​ຕາ​ເວັນ​ອອກ. ບັນ​ດາ​ການ​ກະ​ທຳ​ທີ່​ເປັ​ນອັນ​ຕະ​ລາຍຂອງ​ຈີນ​ພວມ​ເຮັດ​ໃຫ້​ຫາງ​ສຽງ​ບໍ່ພໍ​ໃຈ.

  ປີ 2011, ຈີນ​ໄດ້​ລົງ​ນາມ​ກັບ​ຫວຽດ​ນາມ​ໃນ​ສັນ​ຍາ​ກ່ຽວ​ກັບ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຊີ້​ນຳ​ແກ້​ໄຂ​ບັນ​ຫາ​ບັນ​ທະ​ເລ, ຕາມນັ້ນ​ແລ້ວ, 2 ຝ່າຍ​ເຫັນ​ດີ​ແກ້​ໄຂ​ບັນ​ດາຄວາມ​ຂັດ​ແຍ້ງຢູ່​ທະ​ເລ​ຕາ​ເວັນ​ອອກໂດຍ​ສັນ​ຕິ​ວິ​ທີ, ຜ່ານ​ການ​ເຈ​ລະ​ຈາໂດຍ​ມິດ​ຕະ​ພາບ. ບໍ່​ພຽງ​ແຕ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ພົວ​ພັນ 2 ຝ່າຍ​ເທ​ົ່າ​ນັ້ນ, ການ​ທີ່ຈີນໄດ້​ຈົງ​ໃຈນຳ​ຮ້ານ​ເຈາະ​ນຳ​້​ມັນ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ເຂດ​ນ່ານ​ທະ​ເລ​ຂອງ​ຫວຽດ​ນາມນັ້ນ ຍັງ​ແມ່ນ​ການ​ກະ​ທຳ​ທຳ​ລາຍ​ຄວາມ​ເຊື່ອ​ໝັ້ນຂອງທັງ​ກຸ່ມ​ອາ​ຊຽນ, ໄປ​ຝືນ​ກັບ​ຈິດ​ໃຈ​ຂອງ​ຖະ​ແຫຼງ​ການ​ກ່ຽວ​ກັບ​ວິ​ທີ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ທະ​ເລ​ຕາ​ເວັນ​ອອກ (DOC) ຊຶ່ງ​ຈີນ​ໄດ້​ລົງ​ນາມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ແຕ່​ປີ 2002. ທ່ານ Gregory Poling , ຜ​ູ້​ຊ່ຽວ​ຊານ​ສັງ​ກັດ​ສູນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ ແລະ ສາ​ກົນ​ຂອງ​ອາ​ເມ​ລິ​ກາ ຢືນ​ຢັນ​ວ່າ :

 ​“​ແຕ່​ລະບາດ​ກ້າວ​ຄື​ແນວ​ນີ້, ຈີນ ​ໄດ້​ທຳລາຍ​ເຈດ​ຕະນາ​ດີ ຊື່ງ​ເຂົາ​ເຈົ້າ​ໄດ້​ສ້າງ​ຂຶ້ນ​ຢູ່ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ຍູ້​ໃຫ້​ບັນດາ​ປະ​ເທດ ບ້ານ​​ໃກ້​ເຮືອນ​ຄຽງ​ນັບ​ມື້​ນັບ​ອອກໄກ, ກາຍ​ເປັນ​ຜູ້ລົບ​ກວນ​ໃນ​ລະບົບ​ສາກົນ, ບໍ່​ອາດ​ກາຍ​ເປັນ​ປະ​ເທດ​ມະຫາ​ອຳນາດ​ທີ່​ພວມ​ພົ້ນ​ເດັ່ນ​ຂຶ້ນ ​ແລະ ຄວາມ​ຮັບຜິດຊອບ​ໃນ​ປະຊາ​ຄົມ​ໂລກ​. ປະຊາ​ຊາດ​ຈະ​ບໍ່​ມີ​ຄວາມໄວ້​ເນື້​ອເຊື່ອ​ໃຈ​ຕໍ່​ຄຳ​ໝັ້ນ​ສັນຍາ​ຂອງ​ຈີນ ສຳລັບ​ບັນດາ​ສັນຍາ​ອື່ນ.”

ການ​ກະທຳ​​​ທີ່​ອັນຕະລາຍ​ໃນ​ການ​ພົວພັນ​ກັບ​ສາກົນ

ຫາງ​ສຽງ​ສາກົນ​ຖື​ວ່າ: ດ້ວຍການ​ກະທຳ​ຄື​ແນວ​ນີ້, ປັກ​ກີ່​ງ ​ໄດ້​ຂ້າມຜ່າ​ນຂອບ​ເຂດທີ່ສຳຄັນ ​ແລະ ​ເຮັດ​ໃຫ້​ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ເທດ​ຫນຶ່ງ​ທີ່​ຖື​ວ່າ ຕົນ​ເອງ​ເປັນ​ປະ​ເທດ​ມະຫາ​ອຳນາດ, ຍາມ​ໃດ​ກໍ​ພະຍາຍາມ​ໃນ​ການ​ສ້າງ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງຖືກ​ຫລຸດ​ລົງ. ​ແຕ່ ການ​ກະທຳ​ນີ້​ຂອງ​ຈີນ ຍັງ​ເປັນ​ການ​ສ້າງ​​ເປັນປະຖົມ​ປັດ​ໄຈ​ທີ່​ອັນ​ຕະລາຍ​ໃນ​ການ​ພົວພັນ​ສາກົນ, ນັ້ນ​ແມ່ນ​ປະ​ເທ​​ດຫນຶ່ງ​ສາມາດ​ສວຍ​​ໃຊ້​ຂອບ​ຂະຫນາດ ​ແລະ ກຳລັງ​ແຮງ ​ເພື່ອ​ນາບ​ຂູ່​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ​ເມີນ​ເສີຍ​ຕໍ່​ກົດໝາຍ​ສາກົນ. ຫາ​ງສຽງ​ຖື​ວ່າ:ຖ້າ​ການ​ກະທຳ​ນີ້​ບໍ່​ຖືກ​ຄັດຄ້ານ ​ແລະ ສະກັດ​ກັ້ນ, ຈີນ ຈະ​ສືບ​ຕໍ່​ຍູ້​ແຮງ​ບັນດາ​ການ​ກະທຳ​ເກາະ​ຜິດ, ​ເຮັດ​ໃຫ້​ໂລກ​ກັບ​ຄືນ​ສູ່​ໄລຍະ​ວຸນວາຍ ດ້ວຍ​ກຳລັງ​ແຮງ​ການ​ທະຫານ ​ແລະ ກະຫາຍ​ສົງຄາມ​ອາດ​ຈະ​ສ້າງ​​ເປັນ​ການ​ປົກຄອງ​ຂອງ​ແຕ່ລະ​ປະ​ເທດ. ນີ້​ບໍ່​ແມ່ນ​ສິ່ງ​ທີ່​ບັນດາ​ປະ​ເທດ​ຮັກຫອມ​ສັນຕິພາບ​ປາດ​ຖະຫນາ ​ເພາະວ່າ ມັນ​​ໄປ​ຝືນ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາ​ຄົມ​ພາ​ກພື້ນ ​ແລະ ສາກົນ.

​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ: ຫາງ​ສຽງ​ໂລກ ພວມ​ຢາກ​ໄດ້​ຮັບຄຳ​ຕອບຈາກ​ຝ່າຍ​ຈີນ. ອາດ​ຈະ​ຢືນຢັນ​ວ່າ ວິທີ, ​ແນວ​ຄິດ ​ແລະ ການ​ກະທຳ​ຂອງ​ຈີນ ພວມ​ໄປ​ຝືນ​ກັບ​ທ່າ​ອ່ຽງຕົ້ນຕໍ​ໃນ​ໂລກ​ປະຈຸ​ບັນ ​ແມ່ນ​ການ​ຮ່ວມ​ມື, ​ເຄົາລົບ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ແກ້​ໄຂ​​ ຜົນ​ປະ​ໂຫຍ​ດຂອງ​ທຸກ​ຝ່າຍ ໂດຍ​ສັນຕິ ​ແລະ ກົມ​ກຽວ​​.

 

ຕອບກັບ

ຂ່າວ/ບົດ​ອື່ນ