ການ​ຄ້າ​ທົ່ວ​ໂລກ​ມີ​ໄພ​ຫລຸດ​ລົງ​ຢ່າງ​ແຮງ​ຍ້ອນ​ຄວາມ​ເຄັ່ງ​ຕຶງ​ດ້ານ​ພາ​ສີ​ອາ​ກອນ

(VOVWORLD) -

  ວັນທີ 16 ເມສາ, ອົງການການຄ້າໂລກ (WTO) ໄດ້ປະກາດບົດລາຍງານຕີລາຄາວ່າ ການຄ້າສິນຄ້າທົ່ວໂລກໃນປີນີ້ ໄດ້ຫລຸດລົງຢ່າງແຮງ ພ້ອມທັງກ່າວເຕືອນວ່າ ບັນດາການກະທົບໂດຍນະໂຍບາຍພາສີອາກອນຂອງ ອາເມລິກາ ອາດຈະພາໄປເຖິງການຊຸດໂຊມທີ່ຮ້າຍແຮງກ່ວາໝູ່ຂອງພື້ນຖານເສດຖະກິດໂລກ ນັບແຕ່ໄລຍະແຮງທີ່ສຸດໂລກລະບາດໂຕວິດ 19.


ການ​ຄ້າ​ທົ່ວ​ໂລກ​ມີ​ໄພ​ຫລຸດ​ລົງ​ຢ່າງ​ແຮງ​ຍ້ອນ​ຄວາມ​ເຄັ່ງ​ຕຶງ​ດ້ານ​ພາ​ສີ​ອາ​ກອນ - ảnh 1

(ພາບປະກອບ: Reuters)

   ບົດລາຍງານດ້ວຍຫົວຂໍ້ “ແງ່ຫວັງການຄ້າທົ່ວໂລກ ແລະບັນດາຂໍ້ມູນຕົວເລກ” ຂອງ WTO ໄດ້ຄາດວ່າ ການຄ້າສິນຄ້າທົ່ວໂລກຈະຫລຸດລົງ 0,2% ໃນປີນີ້ ຊື່ງແມ່ນລະດັບຫລຸດລົງຢ່າງແຮງ ເມື່ອທຽບກັບການຄາດຄະເນທີ່ໄດ້ຍົກອອກມາໃນເດືອນຕຸລາປີ 2024 ແມ່ນການເຕີບໂຕ 3%.

ການຫລຸດລົງຢ່າງແຮງ

ສາຍເຫດໃຫ່ຍກ່ວາໝູ່ພາໄປເຖິງການຕີລາຄາທີ່ທໍ້ໃຈຂອງ WTO ແມ່ນນະໂຍຍາຍພາສີອາກອນໃໝ່ຂອງ ອາເມລິກາ ຂະນະທີ່ໃນເດືອນກ່ອນ, ອຳນາດການປົກຄອງ ອາເມລິກາ ໄດ້ເລີ່ມປຸກລະດົມ “ການຕໍ່ສູ້ດ້ານພາສີອາກອນ”, ໂດຍໄດ້ຈັດວາງອັດຕາພາສີ 10% ສຳລັບສິນຄ້ານຳເຂົ້າຈາກທຸກແຫ່ງໃນໂລກ ພ້ອມກັບອັດຕາ 25 % ສຳລັບເຫຼັກກ້າ, ອາລູມີນຽມ ແລະ ລົດໂອໂຕ. ຮ້າຍແຮງກ່ວາອີກ, ພາສີສົມທົບທີ່ ອາເມລິກາ ໄດ້ຈັດວາງຕໍ່ກ່ວາ 180 ພື້ນຖານເສດຖະກິດ ໄດ້ເຄື່ອນເໜັງແຕ່ອັດຕາ 10-39% ອາດຈະຖືກປະຕິບັດ ໂດຍບໍ່ຫົວຊາຕໍ່ເລື່ອງປະທານາທິບໍດີ ອາເມລິກາ Donald Trump ພວມຢຸດຊົ່ວຄາວອັດຕາພາສີນີ້ໃນເວລາ 90 ວັນເພື່ອດຳເນີນການເຈລະຈາ. ພິເສດ, ຄວາມເຄັ່ງຕຶ້ງດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ພວມນັບມື້ນັບເພີ່ມຂຶ້ນເຖິງລະດັບຍາກທີ່ຈະເຈລະຈາໄດ້ ຂະນະທີ່ສອງຝ່າຍໄດ້ຈັດວາງບັນດາອັດຕາພາສີ “ທີ່ບໍ່ສາມາດຄິດເຖິງໄດ້” ແນໃສ່ສິນຄ້າຂອງກັນ.

ການ​ຄ້າ​ທົ່ວ​ໂລກ​ມີ​ໄພ​ຫລຸດ​ລົງ​ຢ່າງ​ແຮງ​ຍ້ອນ​ຄວາມ​ເຄັ່ງ​ຕຶງ​ດ້ານ​ພາ​ສີ​ອາ​ກອນ - ảnh 2

ທ່ານ Ralph Ossa, ຫົວໜ້າຜູ້ຊ່ຽວຊານເສດຖະກິດຂອງ WTO (ພາບ: wto.org)

 ທ່ານນາງ Pamela Coke-Hamilton, ຜູ້ອຳນວຍການຝ່າຍບໍລິຫານສູນການຄ້າສາກົນ (ITC), ຊື່ງແມ່ນອົງການໜຶ່ງຂອງ ສປຊ ໄດ້ຕີລາຄາວ່າ:

ການເປີດກ້ວາງບໍ່ກຳນົດເວລາ 90 ວັນ ອາດຈະບໍ່ນຳມາເຊິ່ງຄວາມສະຖຽນລະພາບ. ບໍ່ຕ້ອງຮູ້ວ່າ ການກຳນົດເວລານີ້ ຈະຖືກຕໍ່ກຳນົດອີກຫຼືບໍ່, ຄວາມຈິງແລ້ວ, ປະຈຸບັນແມ່ນບໍ່ມີສະຖຽນລະພາບ, ບໍ່ສາມາດຄາດຄະເນໄດ້ ແລະ ສິ່ງດັ່ງກ່າວຈະສົ່ງຜົນກະທົບຕໍ່ການຄ້າ ກໍ່ຄືຕັດສິນຄວາມຈິງຂອງບັນດາວິສາຫະກິດ.

ບໍ່ພຽງແຕ່ສິນຄ້າການຄ້າທົ່ວໂລກຖືກຫລຸດລົງເທົ່ານັ້ນ, ຫາກການຄ້າການບໍລິການກໍ່ຈະໄດ້ຮັບຜົນສະທ້ອນໃຫ່ຍ. WTO ຄາດວ່າການຄ້າການບໍລິການຈະເຕີບໂຕ 4% ໃນປີ 2025 ນີ້ ແລະ 4.1% ໃນປີ 2026. ທ່ານ Ralph Ossa, ຫົວໜ້າຜູ້ຊ່ຽວຊານເສດຖະກິດຂອງ WTO, ໃຫ້ຂໍ້ສັງເກດວ່າ:

ເຖິງວ່າ ການຄ້າການບໍລິການບໍ່ໄດ້ຮັບການກະທົບໂດຍກົງຈາກບັນດາອັດຕາພາສີ, ແຕ່ຍັງໄດ້ຮັບຜົນສະທ້ອນຢູ່. ການຫລຸດລົງຂອງການຄ້າສິນຄ້າ ຈະເຮັດໃຫ້ຄວາມຕ້ອງການສຳລັບບັນດາການບໍລິການທີ່ກ່ຽວຂ້ອງຖືກຫລຸດລົງຄື: ຂົນສົ່ງ, logistic, ໃນຂະນະທີ່ເສດຖະກິດຂາດສະຖຽນລະພາບ ຈະເຮັດໃຫ້ຄວາມຕ້ອງການທ່ອງທ່ຽວ ກໍ່ຄືບັນດາການບໍລິການກ່ຽວຂ້ອງເຖິງການລົງທຶນຖືກຫລຸດລົງ.

ຄາມທ່ານນາງ Ngozi Okonjo-Iweala, ຜູ້ອຳນວຍການໃຫ່ຍ WTO, ຄວາມຢ້ານທີ່ໃຫ່ຍທີ່ສຸດຂອງ WTO ແມ່ນພື້ນຖານເສດຖະກິດ ຈີນ ແລະ ອາເມລິກາ ພວມແບ່ງແຍກກັນ. ຖ້າຫາກວ່າຈະເປັນຄືແນວນັ້ນ, GDP ທົ່ວໂລກອາດຈະຫລຸດລົງ 7% ໃນໄລຍະຍາວນານ. ແບ່ງປັນຄວາມວິຕົກກັງວົນນີ້, ວັນທີ 17 ເມສາ, ບັນດາບໍລິສັດຈັດອັນດັບຄວາມໄວ້ວາງໃຈໃຫ່ຍຄື Fitch ແລະ S&P ໄດ້ຕີລາຄາວ່າ ການເຕີບໂຕທົ່ວໂລກປີນີ້ ຖືກຄາດຄະເນວ່າຫລຸດລົງຫຼາຍທີ່ສຸດນັບແຕ່ປີ 2009 ດ້ວຍບັນດາອັດຕາເພີ່ມຂຶ້ນພຽງແຕ່ 2-2.2% ເທົ່ານັ້ນ.

ຄວາມວິຕົກກັງວົນສຳລັບເສດຖະກິດ ອາເມລິກາ

ສຳລັບປະເທດ ອາເມລິກາ ເອງ, ຊື່ງແມ່ນຝ່າຍເລີ່ມເປີດການຕໍ່ສູ້ດ້ານພາສີອາກອນນັ້ນ, ບັນດາຄວາມວິຕົກກັງວົນທີ່ມີຕໍ່ພື້ນຖານເສດຖະກິດ ກໍ່ເລີ່ມມີສັນຍານເພີ່ມຂຶ້ນ. ກ່າວຄຳເຫັນເມື່ອວັນທີ 16 ເມສາຢູ່ສະໂມສອນເສດຖະກິດ Chicago, ທ່ານ Jerome Powell ປະທານກົມສະສົມສະຫະລັດ ອາເມລິກາ (Fed), ໃຫ້ຂໍ້ສັງເກດວ່າ:

 ປະຈຸບັນ, ອຳນາດການປົກຄອງ ອາເມລິກາ ພວມປະຕິບັດບັນນະການປ່ຽນແປງນະໂຍບາຍຫຼາຍພໍສົມຄວນ, ພິເສດ, ປະຈຸບັນພວມໄດ້ສຸມໃສ່ການຄ້າ ແລະ ການກະທົບຂອງການປ່ຽນແປງນີ້ ອາດຈະເຮັດໃຫ້ ອາເມລິກາ ໄປເຂວທິດກັບບັນດາເປົ້າໝາຍທີ່ໄດ້ວາງອອກ. ການວ່າງງານອາດຈະເພິ່ມຂຶ້ນ ຂະນະທີ່ພື້ນຖານເສດຖະກິດ ອາເມລິກາ ເຕີບໂຕຊັກຊ້າລົງ, ໄພເງິນເຟີ້ອາດຈະເພີ່ມຂຶ້ນ ຖ້າຫາກວ່າບັນດາອັດຕາພາສີມີຜົນສັກສິດ ແລະສ່ວນໜຶ່ງອັດຕາພາສີນີ້ ແມ່ນຈັດວາງໃສ່ລາຍຮັບຂອງ ປຊຊ.

ທ່ານ Jerome Powell, ປະທານກົມສະສົມສະຫະລັດ ອາເມລິກາ ໃຫ້ຮູ້ວ່າ: ໃນຈຸດເວລາປະຈຸບັນ Fed ຍັງບໍ່ທັນປັບປຸງນະໂຍບາຍໂດຍທັນທີ ຫາກຕ້ອງມີຂໍ້ມູນຕື່ມອີກ ເພື່ອກຳນົດແຈ້ງບັນດາການກະທົບຂອງນະໂຍບາຍໃໝ່ສຳລັບພື້ນຖານເສດຖະກິດ.

ຂໍ້ໃຫ້ສັງເກດຂອງຜູ້ນຳໜ້າ Fed ຖືກຖືວ່າແມ່ນການກ່າວເຕືອນໃຫ່ຍທີ່ສຸດມາຮອດປະຈຸບັນຢູ່ພາຍໃນປະເທດ ອາເມລິກາ ສຳລັບນະໂຍບາຍພາສີອາກອນຂອງອຳນາດການປົກຄອງຂອງທ່ານ Donald Trump. ຕາມທ່ານ David Russell, ຜູ້ອຳນວຍການຍຸດທະສາດຕະຫຼາດທົ່ວໂລກ ຢູ່ TradeStation, ແລ້ວ ນີ້ກໍ່ຖືກຖືວ່າ ແມ່ນຄຳຖະແຫຼງວ່າ Fed ຈະບໍ່ຫລຸດອັດຕາດອກເບັ້ຍລົງຕາມຄຳຮຽກຮ້ອງຂອງທຳນຽບຂາວ.

ວົງການນັກສັງເກດການຖືກວ່າ, ສະພາບການໃນປະຈຸບັນອາດຈະເຮັດໃຫ້ສາຍພົວພັນທີ່ບໍ່ດີລະຫວ່າງອຳນາດການປົກຄອງຂອງທ່ານ Donald Trump ກັບ Fed, ອົງການເອກະລາດກັບອຳນາດການປົກຄອງ ພັດມີຄວາມເຄັ່ງຕຶງຂຶ້ນຕື່ມ./.

 

ຕອບກັບ

ຂ່າວ/ບົດ​ອື່ນ